ເຊຄາຣີຢາ 11:1-17
-
ຜົນຂອງການບໍ່ຍອມຮັບຜູ້ລ້ຽງແກະທີ່ພະເຈົ້າເລືອກໄວ້ (1-17)
11 “ເລບານອນເອີ້ຍ ເປີດປະຕູຂອງເຈົ້າແມ້!ເພື່ອໄຟຈະໄດ້ເຜົາຕົ້ນຊີດ້າ*ຂອງເຈົ້າ.
2 ຕົ້ນຈູນິເປີ້*ເອີ້ຍ ຮ້ອງໄຫ້ເສຍໃຈແມ້! ຍ້ອນຕົ້ນຊີດ້າຖືກຫຼົກໝົດຮາກໝົດເຫງົ້າແລ້ວແລະຕົ້ນໄມ້ໃຫຍ່ໆກໍຖືກໂຄ່ນລົ້ມແລ້ວ.
ຕົ້ນໂອກຢູ່ບາຊານເອີ້ຍ ຮ້ອງໄຫ້ແມ້!ຍ້ອນປ່າຕຶບໜາຖືກທຳລາຍແລ້ວ.
3 ໃຫ້ຟັງສຽງພວກລ້ຽງແກະທີ່ກຳລັງຮ້ອງໄຫ້ແມ້!ຍ້ອນກຽດຂອງເຂົາເຈົ້າບໍ່ເຫຼືອແລ້ວ.
ໃຫ້ຟັງສຽງຂອງໂຕສິງຮ້ອງແມ້!ຍ້ອນປ່າທີ່ຕຶບໜາທີ່ຢູ່ແຄມແມ່ນ້ຳຈໍແດນຖືກທຳລາຍຈົນບໍ່ເຫຼືອແລ້ວ.
4 ພະເຢໂຫວາພະເຈົ້າຂອງຂ້ອຍບອກວ່າ ‘ໃຫ້ລ້ຽງຄົນເຫຼົ່ານີ້ເຊິ່ງເປັນຄືກັບຝູງແກະທີ່ຖືກເລືອກໄວ້ເພື່ອຈະເອົາໄປຂ້າ.+
5 ຜູ້ທີ່ຊື້ພວກມັນໄປຂ້າ+ກໍບໍ່ມີຄວາມຜິດ. ຜູ້ທີ່ຂາຍພວກມັນ+ກໍເວົ້າວ່າ “ຂໍໃຫ້ພະເຢໂຫວາໄດ້ຮັບຄຳສັນລະເສີນ ຍ້ອນຂ້ອຍຈະລວຍແລ້ວ” ແລະຜູ້ທີ່ລ້ຽງພວກມັນກໍບໍ່ອີ່ຕົນພວກມັນເລີຍ.’+
6 ພະເຢໂຫວາເວົ້າວ່າ ‘ເຮົາຈະບໍ່ອີ່ຕົນຄົນໃນແຜ່ນດິນນີ້ອີກຕໍ່ໄປ. ເຮົາຈະເຮັດໃຫ້ເຂົາເຈົ້າຂົ່ມເຫງກັນເອງແລະກະສັດຂອງເຂົາເຈົ້າຈະກົດຂີ່ເຂົາເຈົ້າ. ແຜ່ນດິນຈະຖືກທຳລາຍຍ້ອນເຂົາເຈົ້າແລະເຮົາຈະບໍ່ຊ່ວຍເຂົາເຈົ້າໃຫ້ລອດ.’”
7 ແລ້ວຂ້ອຍກໍລ້ຽງຝູງແກະນັ້ນທີ່ຕ້ອງຖືກຂາຍໃຫ້ຄົນຂ້າສັດ.+ ພວກເຈົ້າທີ່ເປັນຝູງແກະທີ່ທຸກຍາກເອີ້ຍ ຂ້ອຍເຮັດແນວນີ້ກໍເພື່ອປະໂຫຍດຂອງພວກເຈົ້າ. ຂ້ອຍເອົາໄມ້ຄ້ອນເທົ້າມາ 2 ອັນ ແລະຂ້ອຍຕັ້ງຊື່ໃຫ້ໄມ້ຄ້ອນເທົ້າອັນໜຶ່ງວ່າຄວາມດີ ແລະຕັ້ງຊື່ໃຫ້ອີກອັນໜຶ່ງວ່າອັນໜຶ່ງອັນດຽວກັນ.+ ແລ້ວຂ້ອຍກໍເລີ່ມລ້ຽງແກະຝູງນັ້ນ.
8 ແຕ່ພາຍໃນເດືອນດຽວ ຂ້ອຍໄດ້ໄລ່ຜູ້ລ້ຽງແກະ 3 ຄົນອອກ ຍ້ອນຂ້ອຍໝົດຄວາມອົດທົນກັບເຂົາເຈົ້າ ແລະເຂົາເຈົ້າກໍຊັງຂ້ອຍຫຼາຍ.
9 ຂ້ອຍເລີຍເວົ້າວ່າ: “ຂ້ອຍຈະບໍ່ລ້ຽງພວກເຈົ້າອີກຕໍ່ໄປແລ້ວ. ໃຜຊິຕາຍກະຕາຍໂລດ. ໃຜຊິຖືກທຳລາຍກະຢ່າ. ສ່ວນຄົນທີ່ເຫຼືອຢູ່ກະໃຫ້ກິນຊີ້ນກັນເອງ.”
10 ຈາກນັ້ນ ຂ້ອຍໄດ້ເອົາໄມ້ຄ້ອນເທົ້າທີ່ຊື່ຄວາມດີ+ມາຕັດເປັນທ່ອນໆ ເພື່ອໃຫ້ຮູ້ວ່າຂ້ອຍໄດ້ຍົກເລີກສັນຍາທີ່ຂ້ອຍໄດ້ເຮັດກັບປະຊາຊົນຂອງຂ້ອຍແລ້ວ.
11 ດັ່ງນັ້ນ ສັນຍາຈຶ່ງຖືກຍົກເລີກໃນມື້ນັ້ນ ແລະພວກເຈົ້າທີ່ເປັນຝູງແກະທີ່ທຸກຍາກເຊິ່ງກຳລັງເບິ່ງຂ້ອຍກໍຈະຮູ້ວ່ານີ້ແມ່ນສິ່ງທີ່ພະເຢໂຫວາບອກໄວ້.
12 ຈາກນັ້ນ ຂ້ອຍກໍເວົ້າກັບເຂົາເຈົ້າວ່າ: “ຖ້າພວກເຈົ້າຄິດວ່າມັນເໝາະສົມທີ່ຈະເຮັດ ກໍໃຫ້ເອົາຄ່າຈ້າງມາໃຫ້ຂ້ອຍ. ແຕ່ຖ້າບໍ່ເຫັນດີ ກໍບໍ່ຕ້ອງເອົາໃຫ້.” ແລ້ວເຂົາເຈົ້າກໍຈ່າຍເງິນ 30 ເຊເກນ*ໃຫ້ຂ້ອຍເປັນຄ່າຈ້າງ.+
13 ພະເຢໂຫວາເວົ້າກັບຂ້ອຍວ່າ: “ເຂົາເຈົ້າຄິດວ່າເຮົາມີຄ່າແຕ່ສ່ຳນີ້ບໍ? ຄັນຊັ້ນ ໃຫ້ເຈົ້າໂຍນເງິນເຫຼົ່ານີ້ເຂົ້າໄປໃນຄັງຊັບສິນໃນວິຫານຂອງເຮົາ.”+ ຂ້ອຍກໍເລີຍໂຍນເງິນ 30 ເຊເກນເຂົ້າໄປໃນຄັງຊັບສິນໃນວິຫານຂອງພະເຢໂຫວາ.+
14 ແລ້ວຂ້ອຍກໍເອົາໄມ້ຄ້ອນເທົ້າອັນທີສອງທີ່ຊື່ອັນໜຶ່ງອັນດຽວກັນມາຕັດເປັນທ່ອນ+ ເພື່ອໃຫ້ຮູ້ວ່າຢູດາແລະອິດສະຣາເອນຕັດຄວາມເປັນພີ່ເປັນນ້ອງກັນແລ້ວ.+
15 ພະເຢໂຫວາເວົ້າກັບຂ້ອຍວ່າ: “ຕອນນີ້ ໃຫ້ເຈົ້າໄປເອົາເຄື່ອງໃຊ້ຂອງພວກຜູ້ລ້ຽງແກະທີ່ບໍ່ມີປະໂຫຍດມາ+
16 ຍ້ອນເຮົາຈະຍອມໃຫ້ມີຜູ້ລ້ຽງແກະຄົນໜຶ່ງເບິ່ງແຍງທົ່ວແຜ່ນດິນ. ລາວຈະບໍ່ເບິ່ງແຍງແກະທີ່ກຳລັງຈະຕາຍ.+ ລາວຈະບໍ່ຊອກຫາແກະນ້ອຍທີ່ຫຼົງທາງ ບໍ່ປິ່ນປົວແກະທີ່ບາດເຈັບ+ ແລະບໍ່ເກືອອາຫານໃຫ້ແກະທີ່ຍັງແຂງແຮງ. ແຕ່ລາວຈະກິນຊີ້ນຂອງແກະໂຕທີ່ຕຸ້ຍໆຈົນໝົດ+ແລະຈະຈີກກີບຕີນຂອງມັນ.+
17 ຜູ້ລ້ຽງແກະທີ່ບໍ່ມີປະໂຫຍດທີ່ປະຖິ້ມຝູງແກະຈະຕ້ອງຈິບຫາຍ.+
ລາວຈະຖືກດາບຟັນແຂນແລະຖືກດາບເຈາະຕາ.
ແຂນຂອງລາວຈະລີບແລະຕາເບື້ອງຂວາຂອງລາວຈະບອດ.”