ເຊຄາຣີຢາ 12:1-14

  • ພະ​ເຢໂຫວາ​ປົກປ້ອງ​ຢູດາ​ກັບ​ເຢຣູຊາເລັມ (1-​9)

    • ເຢຣູຊາເລັມ​ເປັນ “ກ້ອນ​ຫີນ​ທີ່​ໜັກ​ຫຼາຍ” (3)

  • ຮ້ອງໄຫ້​ໃຫ້​ຄົນ​ທີ່​ຖືກ​ຫອກ​ແທງ (10-​14)

12  ຕໍ່ໄປ​ນີ້​ແມ່ນ​ຄຳປະກາດ​ຂອງ​ພະເຈົ້າ ຜູ້​ທີ່​ພື​ແຜ່ນ​ຟ້າ​ຄື​ກັບ​ພື​ຜ້າ​ອອກ+ຜູ້​ທີ່​ວາງ​ຮາກຖານ​ຂອງ​ໂລກ+ແລະ​ຜູ້​ທີ່​ໃຫ້​ມະນຸດ​ມີ​ຊີວິດ.*ພະ​ເຢໂຫວາ​ເວົ້າ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ເຢໂຫວາ​ຈະ​ເວົ້າ​ກ່ຽວກັບ​ຄົນ​ອິດສະຣາເອນ.  ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ຈອກ*​ໃສ່​ເຫຼົ້າແວງ​ທີ່​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເມົາ ແລະ​ພວກ​ສັດຕູ​ຈະ​ມາ​ລ້ອມ​ຢູດາ​ກັບ​ເຢຣູຊາເລັມ.+  ໃນ​ມື້​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ກ້ອນ​ຫີນ​ທີ່​ໜັກ​ຫຼາຍ*​ສຳລັບ​ຊາດ​ຕ່າງ​ໆ​. ຜູ້​ໃດ​ທີ່​ມາ​ຍົກ​ມັນ​ຈະ​ຕ້ອງ​ເຈັບ​ໜັກ​ແນ່ນອນ+ ແລະ​ທຸກ​ໆ​ຊາດ​ໃນ​ໂລກ​ກໍ​ຈະ​ມາ​ລວມ​ໂຕ​ກັນ​ຕໍ່ສູ້​ເມືອງ​ນັ້ນ.”+  ພະ​ເຢໂຫວາ​ເວົ້າ​ວ່າ: “ໃນ​ມື້​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມ້າ​ທຸກ​ໂຕ​ຕື່ນ​ຕົກໃຈ ແລະ​ເຮັດ​ໃຫ້​ຄົນ​ຂີ່​ຮູ້ສຶກ​ຢ້ານ. ເຮົາ​ຈະ​ເຝົ້າ​ເບິ່ງ​ພວກ​ຢູດາ​ສະເໝີ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ມ້າ​ຂອງ​ຊາດ​ຕ່າງ​ໆ​ຕາບອດ.  ພວກ​ຫົວໜ້າ​ເຜົ່າ​ຂອງ​ຢູດາ​ຈະ​ຄິດ​ໃນ​ໃຈ​ວ່າ ‘ຄົນ​ໃນ​ເຢຣູຊາເລັມ​ເປັນ​ກຳລັງ​ຂອງ​ພວກເຮົາ ຍ້ອນ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ.’+  ໃນ​ມື້ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກ​ຫົວໜ້າ​ເຜົ່າ​ຂອງ​ຢູດາ​ເປັນ​ຄື​ກັບ​ຖ່ານ​ໄຟ​ທີ່​ຮ້ອນ​ໆ​ຢູ່​ກອງຟືນ ແລະ​ເປັນ​ຄື​ກັບ​ກະບອງ​ໄຟ​ຢູ່​ກາງ​ຟ່ອນເຂົ້າ​ທີ່​ລຽນ​ກັນ​ໄວ້.+ ເຂົາເຈົ້າ​ຈະ​ເຜົາ​ໄໝ້​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມຂ້າງ ທັງ​ເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ​ຂອງ​ເຂົາເຈົ້າ+ ແລະ​ເຢຣູຊາເລັມ​ຈະ​ມີ​ຄົນ​ອາໄສ​ອີກ​ເທື່ອ​ໜຶ່ງ.*+  ເຮົາ​ເຢໂຫວາ​ຈະ​ຊ່ວຍ​ເຕັ້ນ​ຂອງ​ຢູດາ​ກ່ອນໝູ່ ເພື່ອ​ໃນທີ່ສຸດ​ຄົນ​ຂອງ​ດາວິດ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຈະ​ບໍ່​ໄດ້​ຮັບ​ກຽດ​ຫຼາຍ​ໄປ​ກວ່າ​ຄົນ​ອື່ນ​ໆ​ໃນ​ຢູດາ.  ໃນ​ມື້ນັ້ນ ເຮົາ​ເຢໂຫວາ​ຈະ​ປົກປ້ອງ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຄື​ກັບ​ໂລ້.+ ໃນ​ມື້ນັ້ນ ຜູ້​ໃດ​ໃນ​ເຂົາເຈົ້າ​ທີ່​ສະດຸດ​ລົ້ມ*​ກໍ​ຈະ​ແຂງແຮງ​ຄື​ກັບ​ດາວິດ ແລະ​ລູກ​ຫຼານ​ຂອງ​ດາວິດ​ຈະ​ນຳໜ້າ​ເຂົາເຈົ້າ​ຄື​ກັບ​ພະເຈົ້າ​ແລະ​ຄື​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ.+  ແລະ​ໃນ​ມື້ນັ້ນ ເຮົາ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ທັງໝົດ​ທີ່​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ.+ 10  ເຮົາ​ຈະ​ເອົາ​ພະລັງ​ບໍລິສຸດ​ຂອງ​ເຮົາ​ໃຫ້​ກັບ​ລູກ​ຫຼານ​ຂອງ​ດາວິດ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ. ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ເຮົາ​ແລະ​ເຮົາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ. ເຂົາເຈົ້າ​ຈະ​ແນມ​ເບິ່ງ​ຜູ້​ໜຶ່ງ​ທີ່​ເຂົາເຈົ້າ​ເອົາ​ຫອກ​ແທງ+ ແລ້ວ​ເຂົາເຈົ້າ​ຈະ​ຮ້ອງໄຫ້​ໃຫ້​ລາວ​ຄື​ກັບ​ວ່າ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເຂົາເຈົ້າ​ຕາຍ ແລະ​ຈະ​ຮ້ອງໄຫ້​ໂສກເສົ້າ​ຄື​ກັບ​ວ່າ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ເຂົາເຈົ້າ​ຕາຍ. 11  ໃນ​ມື້ນັ້ນ ສຽງ​ຮ້ອງໄຫ້​ໃນ​ເມືອງ​ເຢຣູຊາເລັມ​ຈະ​ດັງ​ແຮງ​ຫຼາຍ​ຄື​ກັບ​ສຽງ​ຮ້ອງໄຫ້​ຢູ່​ຮາດັດ​ຣິມໂມນ​ທີ່​ຢູ່​ທົ່ງພຽງ​ຂອງ​ເມກິດໂດ+ 12  ແລະ​ຢູ່​ທົ່ວ​ແຜ່ນດິນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້. ແຕ່​ລະ​ຄອບຄົວ​ຈະ​ຮ້ອງໄຫ້​ຕາມ​ຄອບຄົວ​ໃຜ​ຄອບຄົວ​ລາວ. ລູກ​ຫຼານ​ຂອງ​ດາວິດ​ແຕ່​ລະ​ຄົນ​ຈະ​ຮ້ອງໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ. ລູກ​ຫຼານ​ຂອງ​ນາທານ+​ແຕ່​ລະ​ຄົນ​ຈະ​ຮ້ອງໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ. 13  ແຕ່​ລະ​ຄົນ​ໃນ​ຕະກູນ​ຂອງ​ເລວີ+​ຈະ​ຮ້ອງ​ໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ. ແຕ່​ລະ​ຄົນ​ໃນ​ຄອບຄົວ​ຂອງ​ຊິເມອີ+​ຈະ​ຮ້ອງ​ໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ 14  ແລະ​ຄອບຄົວ​ອື່ນ​ໆ​ທີ່​ເຫຼືອ​ຈະ​ຮ້ອງໄຫ້​ໂດຍ​ແບ່ງ​ຜູ້ຊາຍ​ຢູ່​ກຸ່ມ​ໜຶ່ງ​ແລະ​ຜູ້ຍິງ​ຢູ່​ອີກ​ກຸ່ມ​ໜຶ່ງ.”

ຂໍຄວາມໄຂເງື່ອນ

ຫຼື “ລົມ​ຫາຍໃຈ”
ຫຼື “ຖ້ວຍ”
ຫຼື “ເປັນ​ພາລະ”
ຫຼື “ໃນ​ບ່ອນ​ທີ່​ສົມຄວນ​ຢູ່”
ຫຼື “ທີ່​ອ່ອນ​ທີ່​ສຸດ”