ເຊຄາຣີຢາ 13:1-9

  • ກຳຈັດ​ຮູບ​ບູຊາ​ແລະ​ຜູ້​ພະຍາກອນ​ປອມ (1-​6)

    • ຜູ້​ພະຍາກອນ​ປອມ​ຈະ​ຕ້ອງ​ອັບອາຍ (4-​6)

  • ຜູ້​ລ້ຽງ​ແກະ​ຈະ​ຖືກ​ຂ້າ (7-​9)

    • ຄົນ 1 ໃນ 3 ຈະ​ຖືກ​ຫຼອມ (9)

13  “ໃນ​ມື້ນັ້ນ​ຈະ​ມີ​ນ້ຳ​ສ້າງ​ຖືກ​ຂຸດ​ໄວ້​ສຳລັບ​ລູກ​ຫຼານ​ຂອງ​ດາວິດ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ສະອາດ​ຈາກ​ບາບ​ແລະ​ຈາກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາເຈົ້າ​ເຮັດ.+  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ໃນ​ມື້​ນັ້ນ ເຮົາ​ຈະ​ທຳລາຍ​ຮູບ​ບູຊາ​ທັງໝົດ​ໃນ​ແຜ່ນດິນ+​ແລະ​ຈະ​ບໍ່​ມີ​ໃຜ​ຈື່​ພະ​ເຫຼົ່ານັ້ນ​ໄດ້​ອີກ. ເຮົາ​ຈະ​ກຳຈັດ​ຜູ້ພະຍາກອນ​ປອມ+​ແລະ​ຄົນ​ທີ່​ສະໜັບ​ສະໜູນ​ສິ່ງ​ທີ່​ເຮົາ​ຖື​ວ່າ​ບໍ່​ສະອາດ​ອອກ​ໄປ​ຈາກ​ແຜ່ນດິນ​ໃຫ້​ໝົດ.  ຖ້າ​ຜູ້​ໃດ​ຍັງ​ພະຍາກອນ​ຕົວະ​ຢູ່ ພໍ່​ແມ່​ຜູ້​ທີ່​ເກີດ​ລາວ​ກໍ​ຈະ​ເວົ້າ​ກັບ​ລາວ​ວ່າ “ລູກ​ຊິ​ຕາຍ​ແທ້​ໆ​ບາດນິ ຍ້ອນ​ລູກ​ຕົວະ​ວ່າ​ພະ​ເຢໂຫວາ​ໃຫ້​ລູກ​ເວົ້າ​ແນວ​ນີ້.” ແລ້ວ​ພໍ່​ແມ່​ຜູ້​ທີ່​ເກີດ​ລາວ​ຈະ​ເອົາ​ຫອກ​ແທງ​ລາວ​ຈົນ​ຊອດ​ຍ້ອນ​ລາວ​ພະຍາກອນ​ຕົວະ.+  ໃນ​ມື້​ນັ້ນ ຜູ້ພະຍາກອນ​ປອມ​ທຸກ​ຄົນ​ຈະ​ຕ້ອງ​ອັບອາຍ​ຕອນ​ທີ່​ເຂົາເຈົ້າ​ພະຍາກອນ​ຕົວະ​ກ່ຽວກັບ​ນິມິດ​ທີ່​ເຂົາເຈົ້າ​ເຫັນ. ເຂົາເຈົ້າ​ຈະ​ບໍ່​ໄດ້​ນຸ່ງ​ຊຸດ​ຜູ້​ພະຍາກອນ+​ເພື່ອ​ຫຼອກ​ລວງ​ຄົນອື່ນ​ອີກ.  ເຂົາເຈົ້າ​ແຕ່ລະຄົນ​ຈະ​ເວົ້າ​ວ່າ “ຂ້ອຍ​ບໍ່​ໄດ້​ເປັນ​ຜູ້ພະຍາກອນ​ເດີ້ ຂ້ອຍ​ເປັນ​ແຕ່​ຊາວໄຮ່​ຊາວນາ*​ຊື່​ໆ​ ຍ້ອນ​ມີ​ຄົນ​ຊື້​ຂ້ອຍ​ມາ​ເປັນ​ທາດ​ຕັ້ງແຕ່​ຂ້ອຍ​ຍັງ​ນ້ອຍ​ໆ​.”  ຖ້າ​ມີ​ບາງຄົນ​ຖາມ​ເຂົາເຈົ້າ​ວ່າ “ເປັນຫຍັງ​ຢູ່​ໂຕ*​ເຈົ້າ​ຄື​ມີ​ບາດ?” ເຂົາເຈົ້າ​ກໍ​ຈະ​ຕອບ​ວ່າ “ຂ້ອຍ​ຖືກ​ຕີ​ຢູ່​ເຮືອນ​ໝູ່​ຂອງ​ຂ້ອຍ.”’*   ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຕື່ນ​ເດີ້ ເຈົ້າ​ຜູ້​ທີ່​ມີ​ດາບ​ເອີ້ຍ ໃຫ້​ເອົາ​ດາບ​ໄປ​ຂ້າ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ+ແລະ​ໄປ​ຂ້າ​ຄົນ​ທີ່​ເປັນ​ໝູ່​ຂອງ​ເຮົາ. ເຮົາ​ຈະ​ໂຈມຕີ​ຜູ້​ລ້ຽງ​ແກະ+​ແລະ​ເຮັດ​ໃຫ້​ແກະ*​ກະຈັດ​ກະຈາຍ​ໄປ+ແລະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສຳຄັນ.’   ພະ​ເຢໂຫວາ​ບອກ​ວ່າ ‘ໃນ​ທົ່ວ​ແຜ່ນດິນຄົນ​ໃນ​ແຜ່ນດິນ 2 ໃນ 3 ຈະ​ຖືກ​ຂ້າແຕ່ 1 ໃນ 3 ທີ່​ຍັງ​ເຫຼືອ​ຈະ​ມີ​ຊີວິດ​ຢູ່.   ເຮົາ​ຈະ​ເອົາ​ຄົນ 1 ໃນ 3 ນັ້ນ​ໃສ່​ໄຟ.ເຮົາ​ຈະ​ຫຼອມ​ເຂົາເຈົ້າ​ຄື​ກັບ​ຫຼອມ​ເງິນ.ເຮົາ​ຈະ​ທົດສອບ​ເຂົາເຈົ້າ​ຄື​ກັບ​ທົດສອບ​ຄຳ.+ ເຂົາເຈົ້າ​ຈະ​ເອີ້ນ​ຊື່​ເຮົາແລະ​ເຮົາ​ຈະ​ຕອບ​ເຂົາເຈົ້າ. ເຮົາ​ຈະ​ເວົ້າ​ວ່າ “ເຂົາເຈົ້າ​ເປັນ​ຄົນ​ຂອງ​ເຮົາ”+ ແລະ​ເຂົາເຈົ້າ​ຈະ​ເວົ້າ​ວ່າ “ພະ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ພວກເຮົາ.”’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຂ້ອຍ​ເປັນ​ຄົນ​ໄຖ​ນາ”
ແປ​ຕາມ​ໂຕ​ວ່າ “ຢູ່​ລະຫວ່າງ​ມື​ທັງ​ສອງ​ເບື້ອງ​ຂອງ​ເຈົ້າ” ໝາຍເຖິງ​ຢູ່​ເອິກ​ຫຼື​ຢູ່​ຫຼັງ
ຫຼື “ຂອງ​ຄົນ​ທີ່​ຮັກ​ຂ້ອຍ”
ຫຼື “ຝູງ​ແກະ”