ເຊຄາຣີຢາ 14:1-21

  • ການ​ນະມັດສະການ​ແທ້​ໄດ້​ໄຊ​ຊະນະ (1-​21)

    • ພູ​ໝາກກອກ​ຈະ​ຖືກ​ແບ່ງ​ເຄິ່ງ (4)

    • ທຸກ​ຄົນ​ຈະ​ນະມັດສະການ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ​ແລະ​ຈະ​ມີ​ແຕ່​ຊື່​ຂອງ​ເພິ່ນ​ທີ່​ໄດ້​ຮັບ​ການ​ສັນລະເສີນ (9)

    • ຊາດ​ຕ່າງ​ໆ​ທີ່​ມາ​ໂຈມຕີ​ເຢຣູຊາເລັມ​ຈະ​ເປັນ​ພະຍາດ​ຮ້າຍ​ແຮງ (12-​15)

    • ສະຫຼອງ​ເທດສະການ​ປຸກ​ຕູບ (16-​19)

    • ໝໍ້​ທຸກ​ໜ່ວຍ​ຈະ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ (20, 21)

14  “ວັນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ແນ່ນອນ. ໃນ​ຕອນນັ້ນ ພວກ​ສັດຕູ​ຈະ​ມາ​ຍຶດ​ເອົາ​ຊັບ​ສົມບັດ​ຂອງ​ເຈົ້າ*​ແລະ​ແບ່ງກັນ​ຕໍ່​ໜ້າ​ຕໍ່​ຕາ​ເຈົ້າ.  ເພິ່ນ​ຈະ​ລວບລວມ​ທຸກ​ຊາດ​ມາ​ຕໍ່ສູ້​ເຢຣູຊາເລັມ. ເຂົາເຈົ້າ​ຈະ​ຍຶດ​ເມືອງ​ນີ້ ປຸ້ນ​ຕາມ​ເຮືອນ​ຕ່າງ​ໆ​ ແລະ​ຂົ່ມຂືນ​ຜູ້ຍິງ. ເຂົາເຈົ້າ​ຈະ​ຈັບ​ຄົນ​ໃນ​ເມືອງ​ເຄິ່ງ​ໜຶ່ງ​ໄປ​ເປັນ​ຊະເລີຍ ແຕ່​ຄົນອື່ນ​ໆ​ທີ່​ເຫຼືອ​ຈະ​ຍັງ​ຢູ່​ໃນ​ເມືອງ.  ພະ​ເຢໂຫວາ​ຈະ​ຕໍ່ສູ້​ກັບ​ຊາດ​ເຫຼົ່ານັ້ນ+​ຄື​ກັບ​ທີ່​ເພິ່ນ​ເຄີຍ​ຕໍ່ສູ້​ກັບ​ສັດຕູ​ຂອງ​ເພິ່ນ​ໃນ​ອະດີດ.+  ໃນ​ມື້​ນັ້ນ ເພິ່ນ​ຈະ​ຢືນ​ຢູ່​ເທິງ​ພູ​ໝາກກອກ+​ເຊິ່ງ​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ​ເຢຣູຊາເລັມ ແລະ​ພູ​ໝາກກອກ​ຈະ​ຖືກ​ແບ່ງ​ເຄິ່ງ​ຕັ້ງແຕ່​ທິດ​ຕາເວັນ​ອອກ​ໄປ​ຈົນ​ຮອດ​ທິດຕາເວັນຕົກ.* ເຄິ່ງ​ໜຶ່ງ​ຂອງ​ພູ​ຈະ​ຖືກ​ເຄື່ອນ​ໄປ​ທາງ​ທິດເໜືອ​ແລະ​ເຄິ່ງ​ໜຶ່ງ​ຂອງ​ພູ​ຈະ​ຖືກ​ເຄື່ອນ​ໄປ​ທາງ​ທິດໃຕ້ ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ຮ່ອມພູ​ທີ່​ກວ້າງ​ໃຫຍ່.  ພວກເຈົ້າ​ຈະ​ຕ້ອງ​ໄປ​ລີ້​ຢູ່​ຮ່ອມພູ​ຂອງ​ເພິ່ນ. ຮ່ອມພູ​ນັ້ນ​ຈະ​ມີ​ໄລຍະ​ທາງ​ຍາວ​ໄປ​ຈົນ​ຮອດ​ອາເຊນ. ພວກເຈົ້າ​ຈະ​ຕ້ອງ​ປົບໜີ​ຄື​ກັບ​ປົບໜີ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ຂອງ​ອຸດຊີຢາ​ກະສັດ​ຂອງ​ຢູດາ.+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຈະ​ມາ​ຕັດສິນ​ແລະ​ພວກ​ຜູ້​ບໍລິສຸດ​ຈະ​ຢູ່​ກັບ​ເພິ່ນ.+  ໃນ​ມື້ນັ້ນ​ຈະ​ບໍ່​ມີ​ແສງ​ສະຫວ່າງ.+ ທຸກ​ສິ່ງ​ຈະ​ເຢັນ​ຈົນ​ແຂງ.*  ມື້ນັ້ນ​ຈະ​ເປັນ​ທີ່​ຮູ້ຈັກ​ວ່າ​ເປັນ​ວັນ​ຂອງ​ພະ​ເຢໂຫວາ.+ ມື້ນັ້ນ​ຈະ​ບໍ່​ມີ​ການ​ແຍກ​ກາງເວັນ​ກັບ​ກາງຄືນ. ເຖິງ​ວ່າ​ຈະ​ເປັນ​ຕອນຄ່ຳ​ແລ້ວ ແຕ່​ກໍ​ຈະ​ມີ​ແສງ​ຢູ່.  ໃນ​ມື້ນັ້ນ​ຈະ​ມີ​ນ້ຳ​ທີ່​ໃຫ້​ຊີວິດ+​ໄຫຼ​ອອກ​ມາ​ຈາກ​ເຢຣູຊາເລັມ.+ ເຄິ່ງ​ໜຶ່ງ​ຈະ​ໄຫຼ​ໄປ​ທາງ​ທະເລ​ທີ່​ຢູ່​ທິດ​ຕາເວັນ​ອອກ*+ ແລະ​ອີກ​ເຄິ່ງ​ໜຶ່ງ​ຈະ​ໄຫຼ​ໄປ​ທາງ​ທະເລ​ທີ່​ຢູ່​ທິດ​ຕາເວັນຕົກ.*+ ມັນ​ຈະ​ເກີດຂຶ້ນ​ໃນ​ລະດູ​ຮ້ອນ​ແລະ​ໃນ​ລະດູ​ໜາວ.  ພະ​ເຢໂຫວາ​ເປັນ​ກະສັດ​ປົກຄອງ​ທົ່ວໂລກ.+ ໃນ​ມື້ນັ້ນ ທຸກ​ຄົນ​ຈະ​ນະມັດສະການ​ແຕ່​ພະ​ເຢໂຫວາ​ເທົ່ານັ້ນ+ ແລະ​ຈະ​ມີ​ແຕ່​ຊື່​ຂອງ​ເພິ່ນ​ທີ່​ໄດ້​ຮັບ​ການ​ສັນລະເສີນ.+ 10  ແຜ່ນດິນ​ທັງໝົດ​ຈະ​ກາຍ​ເປັນ​ຄື​ກັບ​ອາຣາບາ+ ເຊິ່ງ​ເລີ່ມ​ຕັ້ງແຕ່​ເມືອງ​ເຄບາ+​ໄປ​ຈົນ​ຮອດ​ເມືອງ​ຣິມໂມນ+​ທີ່​ຢູ່​ທາງ​ທິດໃຕ້​ຂອງ​ເມືອງ​ເຢຣູຊາເລັມ. ເຢຣູຊາເລັມ​ຈະ​ສູງ​ໂດດເດັ່ນ​ແລະ​ຈະ​ມີ​ຄົນ​ອາໄສ​ຢູ່+ ຕັ້ງແຕ່​ປະຕູ​ຂອງ​ເບັນຢາມິນ+​ໄປ​ຈົນ​ຮອດ​ປະຕູ​ທຳອິດ ແລະ​ໄປ​ຈົນ​ຮອດ​ປະຕູແຈ. ຕັ້ງແຕ່​ປ້ອມ​ຮານາເນນ+​ໄປ​ຈົນ​ຮອດ​ອ່າງ​ຢຽບ​ໝາກ​ລະແຊັງ​ຂອງ​ກະສັດ 11  ຈະ​ມີ​ຄົນ​ອາໄສ​ຢູ່​ຫັ້ນ. ເມືອງ​ເຢຣູຊາເລັມ​ຈະ​ບໍ່​ຖືກ​ສາບແຊ່ງ​ອີກ​ຕໍ່ໄປ+​ແລະ​ຄົນ​ໃນ​ເມືອງ​ກໍ​ຈະ​ໃຊ້​ຊີວິດ​ຢ່າງ​ປອດໄພ.+ 12  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ມາ​ໂຈມຕີ​ເຢຣູຊາເລັມ​ເປັນ​ພະຍາດ​ຮ້າຍແຮງ.+ ຊີ້ນ​ຂອງ​ເຂົາເຈົ້າ​ຈະ​ເນົ່າເປື່ອຍ​ໄປ​ທັງ​ໆ​ທີ່​ເຂົາເຈົ້າ​ຢືນ​ຢູ່ ຕາ​ຂອງ​ເຂົາເຈົ້າ​ຈະ​ເນົ່າ​ຄາ​ເບົ້າຕາ ແລະ​ລີ້ນ​ຂອງ​ເຂົາເຈົ້າ​ກໍ​ຈະ​ເນົ່າ​ຄາ​ປາກ. 13  ໃນ​ມື້ນັ້ນ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຕື່ນ​ຕົກໃຈ​ແລະ​ຢ້ານ​ຫຼາຍ. ເຂົາເຈົ້າ​ຈະ​ຕໍ່ສູ້​ແລະ​ທຳຮ້າຍ​ກັນເອງ.+ 14  ຢູດາ​ຈະ​ຮ່ວມ​ມື​ກັນ​ກັບ​ເຢຣູຊາເລັມ​ເພື່ອ​ເຮັດ​ສົງຄາມ. ເຂົາເຈົ້າ​ຈະ​ລວບລວມ​ເອົາ​ຊັບ​ສົມບັດ​ທີ່​ເປັນ​ເງິນ ຄຳ ແລະ​ເຄື່ອງນຸ່ງ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຂົາເຈົ້າ​ມາ​ຫຼາຍ​ແທ້​ຫຼາຍ​ວ່າ.+ 15  ພະຍາດ​ຮ້າຍແຮງ​ຈະ​ເກີດຂຶ້ນ​ກັບ​ໂຕ​ມ້າ ໂຕລໍ* ໂຕອູດ ໂຕລາ ແລະ​ຝູງສັດ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍ​ຂອງ​ພວກ​ສັດຕູ. 16  ທຸກ​ຄົນ​ທີ່​ເຫຼືອ​ລອດ​ຈາກ​ຊາດ​ຕ່າງ​ໆ​ທີ່​ມາ​ຕໍ່ສູ້​ເຢຣູຊາເລັມ​ຈະ​ຕ້ອງ​ມາ​ເຢຣູຊາເລັມ​ທຸກ​ໆ​ປີ+ ເພື່ອ​ນະມັດສະການ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ+​ແລະ​ຜູ້​ເປັນ​ກະສັດ ແລະ​ເພື່ອ​ສະຫຼອງ​ເທດສະການ​ປຸກຕູບ.*+ 17  ຖ້າ​ຊາດ​ໃດ​ບໍ່​ໄດ້​ມາ​ເຢຣູຊາເລັມ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ແລະ​ຜູ້​ເປັນ​ກະສັດ ຝົນ​ຈະ​ບໍ່​ຕົກ​ໃຫ້​ເຂົາເຈົ້າ.+ 18  ຖ້າ​ຄົນ​ເອຢິບ​ບໍ່​ມາ​ແລະ​ບໍ່​ເຂົ້າ​ມາ​ໃນ​ເມືອງ​ເຢຣູຊາເລັມ ຝົນ​ກໍ​ຈະ​ບໍ່​ຕົກ​ໃຫ້​ເຂົາເຈົ້າ​ອີກ​ເລີຍ ແລະ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄົນ​ເອຢິບ​ເປັນ​ພະຍາດ​ຮ້າຍແຮງ ຄື​ກັບ​ທີ່​ເພິ່ນ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ທີ່​ບໍ່​ມາ​ສະຫຼອງ​ເທດສະການ​ປຸກຕູບ​ເປັນ​ພະຍາດ​ຮ້າຍແຮງ. 19  ນີ້​ແມ່ນ​ການ​ລົງໂທດ​ສຳລັບ​ຄວາມ​ຜິດ​ຂອງ​ຄົນ​ເອຢິບ​ແລະ​ຄວາມ​ຜິດ​ຂອງ​ຊາດ​ຕ່າງ​ໆ​ທີ່​ບໍ່​ໄດ້​ມາ​ສະຫຼອງ​ເທດສະການ​ປຸກຕູບ. 20  ໃນ​ມື້ນັ້ນ​ຄຳວ່າ ‘ພະ​ເຢໂຫວາ​ບໍລິສຸດ’+ ຈະ​ຖືກ​ຂຽນ​ໄວ້​ຢູ່​ກະລິ່ງ​ຂອງ​ໂຕມ້າ. ໝໍ້+​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ຄື​ກັບ​ຊາມ+​ທີ່​ຢູ່​ຕໍ່​ໜ້າ​ແທ່ນບູຊາ. 21  ໝໍ້​ທຸກ​ໜ່ວຍ​ທີ່​ຢູ່​ໃນ​ເຢຣູຊາເລັມ​ກັບ​ໃນ​ຢູດາ​ຈະ​ບໍລິສຸດ​ແລະ​ຈະ​ເປັນ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ທຸກຄົນ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ຈະ​ໃຊ້​ໝໍ້​ເຫຼົ່ານີ້​ເພື່ອ​ຕົ້ມ. ໃນ​ມື້ນັ້ນ​ຈະ​ບໍ່​ມີ​ພວກ​ການາອານ*​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ອີກ​ຕໍ່ໄປ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ເຢຣູຊາເລັມ
ແປ​ຕາມ​ໂຕ​ວ່າ “ທະເລ”
ຫຼື “ເໜັງ​ບໍ່​ໄດ້” ຄື​ກັບ​ວ່າ​ເຮັດ​ໃຫ້​ແຂງ​ດ້ວຍ​ຄວາມ​ເຢັນ
ໝາຍເຖິງ​ທະເລ​ເມດີແຕຣາເນ
ໝາຍເຖິງ​ທະເລ​ຕາຍ
ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ
ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ
ຫຼື​ອາດ​ແປ​ວ່າ “ພວກ​ພໍ່​ຄ້າ”