ເຊຄາຣີຢາ 4:1-14

  • ນິມິດ​ທີ 5: ຂາ​ຕະກຽງ​ກັບ​ຕົ້ນ​ໝາກກອກ 2 ຕົ້ນ (1-​14)

    • ‘ບໍ່​ແມ່ນ​ຍ້ອນ​ກຳລັງ​ຂອງ​ມະນຸດ ແຕ່​ແມ່ນ​ຍ້ອນ​ພະລັງ​ຂອງ​ເຮົາ’ (6)

    • ຢ່າ​ດູຖູກ​ຈຸດ​ເລີ່ມ​ຕົ້ນ​ນ້ອຍ​ໆ (10)

4  ທູດສະຫວັນ​ທີ່​ເຄີຍ​ເວົ້າ​ກັບ​ຂ້ອຍ​ໄດ້​ກັບມາ​ແລະ​ໄດ້​ປຸກ​ຂ້ອຍ​ໃຫ້​ຕື່ນ​ຄື​ກັບ​ປຸກ​ຄົນ​ທີ່​ນອນ​ຫຼັບ​ຢູ່​ໃຫ້​ຕື່ນ.  ແລ້ວ​ລາວ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ເຫັນ​ຫຍັງ?” ຂ້ອຍ​ຕອບ​ລາວ​ວ່າ: “ຂ້ອຍ​ເຫັນ​ຂາ​ຕະກຽງ​ທີ່​ເປັນ​ຄຳ.+ ມີ​ຕະກຽງ 7 ອັນ​ຢູ່​ເທິງ​ຂາ​ຕະກຽງ​ນັ້ນ+ ມີ​ຊາມ​ໜ່ວຍ​ໜຶ່ງ​ຢູ່​ເທິງ​ຂາ​ຕະກຽງ ແລະ​ມີ​ທໍ່ 7 ທໍ່ທີ່​ຕໍ່​ລົງ​ມາ​ໃສ່​ຕະກຽງ 7 ອັນ.  ຢູ່​ທາງ​ຂ້າງ​ຂາ​ຕະກຽງ​ນັ້ນ​ມີ​ຕົ້ນ​ໝາກ​ກອກ 2 ຕົ້ນ.+ ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຂວາ​ແລະ​ອີກ​ຕົ້ນ​ໜຶ່ງ​ຢູ່​ເບື້ອງ​ຊ້າຍ.”  ແລ້ວ​ຂ້ອຍ​ກໍ​ຖາມ​ທູດສະຫວັນ​ອົງ​ນັ້ນ​ວ່າ: “ສິ່ງ​ເຫຼົ່ານີ້​ແມ່ນ​ຫຍັງ?”  ລາວ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?” ຂ້ອຍ​ຕອບ​ລາວ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ບໍ່​ຮູ້.”  ລາວ​ຈຶ່ງ​ເວົ້າ​ກັບ​ຂ້ອຍ​ວ່າ: “ພະ​ເຢໂຫວາ​ບອກ​ເຊຣູບາເບນ​ວ່າ ‘“ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ໄດ້ ບໍ່​ແມ່ນ​ຍ້ອນ​ກຳລັງ​ຂອງ​ທະຫານ​ຫຼື​ກຳລັງ​ຂອງ​ມະນຸດ+ ແຕ່ແມ່ນຍ້ອນ​ພະລັງ​ຂອງ​ເຮົາ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.  ເຖິງ​ວ່າ​ອຸປະສັກ​ທີ່​ຢູ່​ຕໍ່​ໜ້າ​ເຊຣູບາເບນ+​ຈະ​ໃຫຍ່​ຄື​ກັບ​ພູ ແຕ່​ມັນ​ກໍ​ຈະ​ກາຍ​ເປັນ​ດິນ​ພຽງ.+ ລາວ​ຈະ​ເອົາ​ກ້ອນ​ຫີນ​ທີ່​ຢູ່​ເທິງ​ສຸດ​ຂອງ​ວິຫານ​ໄປ​ໃສ່​ໃນ​ບ່ອນ​ຂອງ​ມັນ ແລະ​ຜູ້ຄົນ​ຈະ​ໂຫ່​ຮ້ອງ​ວ່າ: “ຈັ່ງ​ແມ່ນ​ງາມ​ແທ້​ໆ​ ຈັ່ງ​ແມ່ນ​ງາມ​ເອົາ​ແທ້​ເອົາ​ວ່າ!”’”  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ເຊຣູບາເບນ​ເປັນ​ຜູ້​ທີ່​ວາງ​ຮາກ​ຖານ​ຂອງ​ວິຫານ​ຫຼັງ​ນີ້+ ແລະ​ລາວ​ກໍ​ຈະ​ສ້າງ​ຈົນ​ມັນ​ແລ້ວ​ດ້ວຍ​ມື​ຂອງ​ລາວ​ເອງ.+ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ. 10  ໃຜ​ຊິ​ກ້າ​ມາ​ດູຖູກ​ຈຸດ​ເລີ່ມ​ຕົ້ນ​ນ້ອຍ​ໆ​?+ ເຂົາ​ເຈົ້າ​ຈະ​ດີໃຈ​ເມື່ອ​ເຫັນ​ເຊຣູບາເບນ​ຈັບ​ລູກດິ່ງ.* ຕະກຽງ* 7 ອັນ​ນີ້​ແມ່ນ​ຕາ​ຂອງ​ພະ​ເຢໂຫວາ​ທີ່​ກຳລັງ​ເບິ່ງ​ໄປ​ທົ່ວ​ໂລກ.”+ 11  ແລ້ວ​ຂ້ອຍ​ຖາມ​ທູດສະຫວັນ​ວ່າ: “ຕົ້ນ​ໝາກກອກ 2 ຕົ້ນ​ທີ່​ຢູ່​ເບື້ອງ​ຂວາ​ແລະ​ເບື້ອງ​ຊ້າຍ​ຂອງ​ຂາ​ຕະກຽງ​ໝາຍເຖິງ​ຫຍັງ?”+ 12  ແລະ​ຂ້ອຍ​ກໍ​ຖາມ​ລາວ​ອີກ​ວ່າ: “ງ່າ*​ຂອງ​ຕົ້ນ​ໝາກກອກ 2 ຕົ້ນ​ທີ່​ມີ​ນ້ຳມັນ​ສີ​ຄຳ​ໄຫຼ​ອອກ​ມາ​ຈາກ​ທໍ່ 2 ທໍ່​ໝາຍເຖິງ​ຫຍັງ?” 13  ລາວ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ບໍ່​ຮູ້​ບໍ​ວ່າ​ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?” ຂ້ອຍ​ຕອບ​ລາວ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ບໍ່​ຮູ້.” 14  ລາວ​ບອກ​ຂ້ອຍ​ວ່າ: “ສິ່ງ​ເຫຼົ່ານີ້​ໝາຍເຖິງ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ 2 ຄົນ​ທີ່​ຢືນ​ຢູ່​ທາງ​ຂ້າງ​ພະເຈົ້າ​ທີ່​ປົກ​ຄອງ​ໂລກ​ນີ້​ທັງໝົດ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ກ້ອນ​ຫີນ; ກົ່ວ”
ຫຼື​ອາດ​ແປ​ວ່າ “ຕາ”
ຫຼື “ງ່າ​ທີ່​ມີ​ໝາກ​ດົກ​ຫຼາຍ”