ເຊຄາຣີຢາ 6:1-15

  • ນິມິດ​ທີ 8: ລົດ​ຮົບ 4 ຄັນ (1-​8)

  • ຜູ້​ຊາຍ​ຄົນ​ທີ່​ຊື່​ວ່າ​ໜໍ່​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ (9-​15)

6  ເມື່ອ​ຂ້ອຍ​ເງີຍ​ໜ້າ​ຂຶ້ນ​ອີກ ຂ້ອຍ​ກໍ​ເຫັນ​ລົດ​ຮົບ 4 ຄັນ​ກຳລັງ​ແລ່ນ​ອອກ​ມາ​ຈາກ​ຮ່ອມ​ທີ່​ຢູ່​ລະຫວ່າງ​ພູ 2 ໜ່ວຍ. ພູ 2 ໜ່ວຍ​ນັ້ນ​ເປັນ​ພູ​ທອງແດງ.  ລົດ​ຮົບ​ຄັນ​ທຳອິດ​ມີ​ມ້າ​ສີ​ແດງ​ແກ່​ມາ ລົດ​ຮົບ​ຄັນທີ 2 ມີ​ມ້າ​ສີ​ດຳ​ແກ່​ມາ+  ລົດ​ຮົບ​ຄັນທີ 3 ມີ​ມ້າ​ສີ​ຂາວ​ແກ່​ມາ ແລະ​ລົດ​ຮົບ​ຄັນທີ 4 ມີ​ມ້າ​ສີ​ດ່າງ​ແກ່​ມາ.+  ຂ້ອຍ​ຖາມ​ທູດສະຫວັນ​ທີ່​ເວົ້າ​ກັບ​ຂ້ອຍ​ວ່າ: “ທ່ານ​ເອີ້ຍ ນີ້​ແມ່ນ​ຫຍັງ?”  ລາວ​ຕອບ​ວ່າ: “ນີ້​ແມ່ນ​ກອງ​ກຳລັງ​ຂອງ​ສະຫວັນ 4 ກອງ+​ທີ່​ກຳລັງ​ອອກ​ໄປ​ຫຼັງ​ຈາກ​ເຂົ້າ​ໄປ​ຫາ​ພະເຈົ້າ​ຜູ້​ທີ່​ປົກ​ຄອງ​ໂລກ​ນີ້​ທັງໝົດ.+  ລົດ​ຮົບ​ມ້າ​ສີ​ດຳ​ອອກ​ໄປ​ແຜ່ນດິນ​ທາງ​ທິດເໜືອ+ ລົດ​ຮົບ​ມ້າ​ສີ​ຂາວ​ອອກ​ໄປ​ແຜ່ນດິນ​ທາງ​ທິດຕາເວັນຕົກ* ແລະ​ລົດ​ຮົບ​ມ້າ​ສີ​ດ່າງ​ອອກ​ໄປ​ແຜ່ນດິນ​ທາງ​ທິດໃຕ້.  ລົດ​ຮົບ​ມ້າ​ສີ​ດ່າງ​ນັ້ນຫ້າວຫຼາຍ​ແລະ​ຢາກ​ອອກ​ໄປ​ແຜ່ນດິນ​ທີ່​ໄດ້​ຮັບ​ມອບໝາຍ.” ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ໄປ໋ ອອກ​ໄປ​ແຜ່ນດິນ​ນັ້ນ.” ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ໄປ​ທົ່ວ​ແຜ່ນດິນ​ນັ້ນ.  ແລ້ວ​ລາວ​ກໍ​ເອີ້ນ​ຂ້ອຍ​ແລະ​ເວົ້າ​ວ່າ: “ເບິ່ງແມ້ ລົດ​ຮົບ​ທີ່​ອອກ​ໄປ​ທາງ​ທິດເໜືອ​ເຮັດ​ໃຫ້​ພະ​ເຢໂຫວາ​ເຊົາ​ໃຈຮ້າຍ​ໃຫ້​ແຜ່ນດິນ​ນັ້ນ​ແລ້ວ.”  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 10  “ເຄື່ອງ​ບໍລິຈາກ​ທີ່​ລວບລວມ​ໄດ້​ຈາກ​ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ ໃຫ້​ເຈົ້າ​ໄປ​ເອົາ​ນຳ​ເຮນດາຍ ໂຕບີຢາ ແລະ​ເຢດາຢາ. ເພື່ອ​ຈະ​ເຮັດ​ແນວ​ນັ້ນ ມື້​ນີ້​ໃຫ້​ເຈົ້າ​ໄປ​ຫາ​ເຂົາ​ເຈົ້າ​ຢູ່​ເຮືອນ​ຂອງ​ໂຢສີຢາ​ລູກ​ຊາຍ​ຂອງ​ເຊຟານີຢາ. 11  ໃຫ້​ເຈົ້າ​ເອົາ​ເງິນ​ເອົາ​ຄຳ​ໄປ​ເຮັດ​ມົງກຸດ ແລ້ວ​ເອົາ​ໄປ​ສຸບ​ໃສ່​ຫົວ​ຂອງ​ປະໂລຫິດ​ໃຫຍ່​ໂຢຊວຍ+​ລູກ​ຊາຍ​ຂອງ​ເຢໂຮຊາດັກ. 12  ເຈົ້າ​ຕ້ອງ​ເວົ້າ​ກັບ​ລາວ​ວ່າ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ “ຜູ້​ຊາຍ​ຄົນ​ນີ້​ມີ​ຊື່​ວ່າ​ໜໍ່.+ ລາວ​ຈະ​ປົ່ງ​ອອກ​ຈາກ​ບ່ອນ​ຂອງ​ລາວ​ແລະ​ລາວ​ຈະ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.+ 13  ລາວ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ລາວ​ຈະ​ໄດ້​ຮັບ​ກຽດ. ລາວ​ຈະ​ນັ່ງ​ຢູ່​ເທິງ​ບັນລັງ​ເປັນ​ກະສັດ​ປົກ​ຄອງ​ແລະ​ເປັນ​ປະໂລຫິດ​ນຳ.+ ລາວ​ຈະ​ເຮັດ​ທັງ​ສອງ​ຢ່າງ​ນີ້​ເພື່ອ​ເອົາ​ສັນຕິສຸກ​ມາ​ໃຫ້​ປະຊາຊົນ. 14  ມົງກຸດ​ນີ້​ຈະ​ຖືກ​ເອົາ​ໄປ​ເກັບ​ໄວ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ ເພື່ອ​ເພິ່ນ​ຈະ​ບໍ່​ລືມ​ສິ່ງ​ທີ່​ເຮເລັມ* ໂຕບີຢາ ເຢດາຢາ+ ແລະ​ເຮັນ*​ລູກ​ຊາຍ​ຂອງ​ເຊຟານີຢາ​ໄດ້​ເຮັດ. 15  ຄົນ​ທີ່​ຢູ່​ໄກ​ໆ​ຈະ​ມາ​ຊ່ວຍ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ.” ສິ່ງ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ​ແນ່ນອນ ຖ້າ​ເຈົ້າ​ຟັງ​ສຽງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ.’”

ຂໍຄວາມໄຂເງື່ອນ

ຫຼື “ແຜ່ນດິນ​ທີ່​ກາຍ​ທະເລ​ໄປ”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຮນດາຍ​ໃນ​ຂໍ້ 10
ອາດ​ໝາຍເຖິງ​ໂຢສີຢາ​ໃນ​ຂໍ້ 10