ເຊຄາຣີຢາ 8:1-23

  • ພະ​ເຢໂຫວາ​ເຮັດ​ໃຫ້​ຊີໂອນ​ມີ​ສັນຕິສຸກ​ແລະ​ມີ​ຄວາມ​ຈິງ (1-​23)

    • ເຢຣູຊາເລັມ “ເມືອງ​ແຫ່ງ​ຄວາມ​ຈິງ” (3)

    • “ເວົ້າ​ຄວາມ​ຈິງ​ຕໍ່​ກັນ” (16)

    • ການ​ອົດ​ເຂົ້າ​ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ (18, 19)

    • ‘ໄປ໋ ໃຫ້​ພວກ​ເຮົາ​ໄປ​ຮັບໃຊ້​ພະ​ເຢໂຫວາ’ (21)

    • 10 ຄົນ​ຈັບ​ຍອຍ​ເສື້ອ​ຂອງ​ຄົນ​ຢິວ​ຜູ້​ໜຶ່ງ (23)

8  ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ຂ້ອຍ​ອີກ​ວ່າ:  “ພະ​ເຢໂຫວາ​ຜູ້​ບັນຊາການ​ກອງທັບ​ບອກ​ວ່າ ‘ເຮົາ​ຈະ​ປົກປ້ອງ​ຊີໂອນ ເຮົາ​ຈະ​ປົກປ້ອງ​ຊີໂອນ​ສຸດ​ຫົວໃຈ.+ ເຮົາ​ໃຈຮ້າຍ​ຫຼາຍ ແລະ​ເຮົາ​ຈະ​ປົກປ້ອງ​ຊີໂອນ​ແທ້​ໆ​.’  ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ກັບ​ໄປ​ຊີໂອນ+​ແລະ​ຢູ່​ໃນ​ເຢຣູຊາເລັມ.+ ເຢຣູຊາເລັມ​ຈະ​ຖືກ​ເອີ້ນ​ວ່າ​ເມືອງ​ແຫ່ງ​ຄວາມຈິງ*+ ແລະ​ພູ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈະ​ຖືກ​ເອີ້ນ​ວ່າ​ພູ​ບໍລິສຸດ.’+  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ຈະ​ມີ​ຜູ້​ເຖົ້າ​ນັ່ງ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ. ແຕ່​ລະ​ຄົນ​ຈະ​ຖື​ໄມ້ຄ້ອນເທົ້າ​ຂອງ​ໂຕເອງ​ຍ້ອນ​ວ່າ​ເຖົ້າ​ຫຼາຍ​ແລ້ວ+  ແລະ​ຈະ​ມີ​ເດັກນ້ອຍ​ແລ່ນ​ຫຼິ້ນ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ.’+  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ເຖິງ​ວ່າ​ປະຊາຊົນ​ໃນ​ສະໄໝ​ນັ້ນ​ຄິດ​ວ່າ​ເລື່ອງ​ນີ້​ເປັນ​ໄປ​ບໍ່​ໄດ້ ແຕ່​ສຳລັບ​ເຮົາ​ມັນ​ບໍ່​ໄດ້​ຍາກ​ເລີຍ.’ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວນີ້.  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ເຮົາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ໃຫ້​ລອດ​ຈາກ​ປະເທດ​ຕ່າງ​ໆ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ທາງ​ທິດ​ຕາເວັນ​ຕົກ.+  ເຮົາ​ຈະ​ພາ​ເຂົາເຈົ້າ​ມາ​ເຢຣູຊາເລັມ​ແລະ​ໃຫ້​ເຂົາເຈົ້າ​ຢູ່​ຫັ້ນ.+ ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ຈະ​ເປັນ​ພະ​ເຈົ້າ​ທີ່​ສັດຊື່​ແລະ​ຍຸຕິທຳ​ຂອງ​ເຂົາເຈົ້າ.’+  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ໃຫ້​ພວກເຈົ້າ​ກ້າຫານ​ໄວ້​ເດີ້.+ ເລື່ອງ​ທີ່​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກ​ຜູ້​ພະຍາກອນ​ໃນ​ມື້​ນີ້+ ແມ່ນ​ເລື່ອງ​ດຽວ​ກັນ​ກັບ​ເລື່ອງ​ທີ່​ເຄີຍ​ເວົ້າ​ໄວ້​ແລ້ວ​ຕອນ​ທີ່​ມີການ​ວາງ​ຮາກຖານ​ເພື່ອ​ຈະ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. 10  ກ່ອນ​ໜ້າ​ນີ້​ຄົນ​ແລະ​ສັດ​ເຮັດ​ວຽກ​ແຕ່​ກໍ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ.+ ຜູ້​ໃດ​ໄປ​ໃສ​ມາ​ໃສ​ກໍ​ບໍ່​ປອດໄພ​ເພາະ​ມີ​ສັດຕູ ຍ້ອນ​ເຮົາ​ເຮັດ​ໃຫ້​ທຸກ​ຄົນ​ຕໍ່ສູ້​ກັນເອງ.’ 11  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ແຕ່​ຕອນນີ້ ເຮົາ​ຈະ​ບໍ່​ເຮັດ​ກັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ນີ້​ຄື​ກັບ​ແຕ່​ກ່ອນ​ແລ້ວ.+ 12  ເຂົາເຈົ້າ​ຈະ​ຫວ່ານ​ເມັດ​ພືດ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ. ຕົ້ນ​ໝາກ​ລະແຊັງ​ຈະ​ເກີດ​ໝາກ. ແຜ່ນດິນ​ຈະ​ໃຫ້​ຜົນ​ຜະລິດ​ຫຼາຍ+ ແລະ​ຈະ​ມີ​ນ້ຳ​ໝອກ​ຕົກ​ລົງ​ມາ​ຈາກ​ຟ້າ. ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ເຮົາ​ທີ່​ເຫຼືອ​ຢູ່​ນີ້​ໄດ້​ຮັບ​ສິ່ງ​ເຫຼົ່ານີ້​ທັງໝົດ.+ 13  ພວກ​ຢູດາ​ແລະ​ພວກ​ອິດສະຣາ​ເອນ​ເອີ້ຍ ເຖິງ​ວ່າ​ຊາດ​ຕ່າງ​ໆ​ຈະ​ເວົ້າ​ວ່າ​ເຈົ້າ​ເປັນ​ຊາດ​ທີ່​ຖືກ​ສາບແຊ່ງ+ ແຕ່​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຈະ​ເປັນ​ຊາດ​ທີ່​ໄດ້​ຮັບ​ພອນ.+ ບໍ່​ຕ້ອງ​ຢ້ານ.+ ໃຫ້​ເຈົ້າ​ກ້າຫານ​ໄວ້​ເດີ້.’+ 14  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ຕອນ​ນັ້ນ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຕັ້ງໃຈ​ຈະ​ທຳລາຍ​ພວກເຈົ້າ ຍ້ອນ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຫຼາຍ​ແລະ​ເຮົາ​ບໍ່​ໄດ້​ປ່ຽນ​ຄວາມຄິດ.*+ 15  ແຕ່​ຕອນນີ້​ບໍ່​ຕ້ອງ​ຢ້ານ​ເດີ້+ ເຮົາ​ຈະ​ເຮັດ​ດີ​ຕໍ່​ຄົນ​ເຢຣູຊາເລັມ​ແລະ​ຄົນ​ຢູດາ.+ 16  ພວກເຈົ້າ​ຕ້ອງ​ເວົ້າ​ຄວາມຈິງ​ຕໍ່​ກັນ.+ ຕອນທີ່​ພວກເຈົ້າ​ຕັດສິນ​ຢູ່​ປະຕູ​ເມືອງ ພວກເຈົ້າ​ຕ້ອງ​ຕັດສິນ​ຢ່າງ​ຍຸຕິທຳ​ແລະ​ເຮັດ​ໃຫ້​ເກີດ​ສັນຕິສຸກ.+ 17  ຢ່າ​ຄິດ​ວາງແຜນ​ທຳຮ້າຍ​ກັນ+​ແລະ​ໃຫ້​ເຊົາ​ສາບານ​ຕົວະ*+ ຍ້ອນ​ເຮົາ​ຊັງ​ສິ່ງ​ເຫຼົ່ານີ້​ຫຼາຍ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.” 18  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 19  “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ ‘ການ​ອົດເຂົ້າ​ໃນ​ເດືອນ​ທີ 4+ ໃນ​ເດືອນ​ທີ 5+ ໃນ​ເດືອນ​ທີ 7+ ແລະ​ໃນ​ເດືອນ​ທີ 10+ ຈະ​ເປັນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ມ່ວນ​ຊື່ນ ແລະ​ຈະ​ເປັນ​ເວລາ​ທີ່​ພວກ​ຢູດາ​ມີ​ຄວາມສຸກ​ຄວາມ​ຍິນດີ​ຫຼາຍ.+ ດັ່ງນັ້ນ ໃຫ້​ຮັກ​ຄວາມຈິງ​ແລະ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ສັນຕິສຸກ.’ 20  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ຈະ​ມີ​ມື້​ໜຶ່ງ​ທີ່​ຄົນ​ຈາກ​ຊາດ​ຕ່າງ​ໆ​ແລະ​ເມືອງ​ຕ່າງ​ໆ​ຈະ​ມາ​ເມືອງ​ນີ້ 21  ແລະ​ຄົນ​ຈາກ​ເມືອງ​ໜຶ່ງ​ຈະ​ໄປ​ຫາ​ຄົນ​ອີກ​ເມືອງ​ໜຶ່ງ​ແລ້ວ​ເວົ້າ​ວ່າ “ໄປ໋ ໃຫ້​ພວກເຮົາ​ໄປ​ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ແລະ​ໄປ​ຮັບໃຊ້​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ຂ້ອຍ​ກໍ​ຈະ​ໄປ​ຄື​ກັນ.”+ 22  ຄົນ​ຈາກ​ຊາດ​ຕ່າງ​ໆ​ແລະ​ຈາກ​ປະເທດ​ມະຫາອຳນາດ​ຕ່າງ​ໆ​ຈະ​ພາກັນ​ມາ​ຮັບໃຊ້​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຢູ່​ເມືອງ​ເຢຣູຊາເລັມ+ ແລະ​ມາ​ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ.’ 23  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ໃນ​ມື້​ນັ້ນ​ຈະ​ມີ 10 ຄົນ​ຈາກ​ທຸກ​ຊາດ​ທຸກ​ພາສາ+​ມາ​ຈັບ​ຍອຍ​ເສື້ອ​ຂອງ​ຄົນ​ຢິວ*​ຜູ້​ໜຶ່ງ​ໄວ້​ບັກ​ແໜ້ນ​ໆ​ ແລະ​ເວົ້າ​ວ່າ “ພວກເຮົາ​ຢາກ​ໄປ​ນຳ​ເຈົ້າ+ ຍ້ອນ​ພວກເຮົາ​ໄດ້​ຍິນ​ວ່າ​ພະ​ເຈົ້າ​ຢູ່​ນຳ​ພວກເຈົ້າ.”’”+

ຂໍຄວາມໄຂເງື່ອນ

ຫຼື “ຄວາມ​ສັດຊື່”
ຫຼື “ບໍ່​ເສຍໃຈ”
ແປ​ຕາມ​ໂຕ​ວ່າ “ຢ່າ​ຮັກ​ຄຳ​ສາບານ​ຕົວະ”
ແປ​ຕາມ​ໂຕ​ວ່າ “ຜູ້​ຊາຍ​ຄົນ​ຢິວ”