ເຊຄາຣີຢາ 9:1-17

  • ພະເຈົ້າ​ຕັດສິນ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ (1-​8)

  • ກະສັດ​ຊີໂອນ​ກຳລັງ​ມາ (9, 10)

    • ກະສັດ​ທີ່​ຖ່ອມ​ໂຕ​ນັ່ງ​ຢູ່​ເທິງ​ຫຼັງ​ລາ (9)

  • ປະຊາຊົນ​ຂອງ​ພະ​ເຢໂຫວາ​ຖືກ​ປົດ​ປ່ອຍ (11-​17)

9  ຕໍ່ໄປ​ນີ້​ແມ່ນ​ຄຳປະກາດ​ຂອງ​ພະ​ເຈົ້າ. “ຍ້ອນ​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ມະນຸດ+ແລະ​ເຝົ້າ​ເບິ່ງ​ອິດສະຣາເອນ​ທຸກ​ຕະກູນພະ​ເຢໂຫວາ​ຈຶ່ງ​ສົ່ງ​ຂ່າວ​ເລື່ອງ​ການ​ຕັດສິນ​ຕໍ່​ແຜ່ນດິນ​ຮັດຣັກແລະ​ດາມາເຊ+   ຕໍ່​ຮາມັດ+​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ແຜ່ນດິນ​ນັ້ນ*ຕໍ່​ຕີເຣ+​ແລະ​ຊີໂດນ+​ທີ່​ຄິດ​ວ່າ​ໂຕເອງ​ສະຫຼາດ​ຫຼາຍ.+   ຕີເຣ​ສ້າງ​ກຳແພງ*​ເພື່ອ​ປົກປ້ອງ​ໂຕເອງ. ເຂົາ​ເຈົ້າ​ສະສົມ​ເງິນ​ໄວ້​ບັກ​ຫຼາຍ​ໆ​ຄື​ກັບ​ຂີ້ຝຸ່ນແລະ​ລວບລວມ​ຄຳ​ໄວ້​ຫຼາຍ​ແທ້​ຫຼາຍ​ວ່າ​ຄື​ກັບ​ຂີ້ດິນ​ຢູ່​ຕາມ​ຫົນ​ທາງ.+   ພະ​ເຢໂຫວາ​ຈະ​ຍຶດ​ເອົາ​ຊັບ​ສົມບັດ​ຂອງ​ເຂົາ​ເຈົ້າ​ໄປ.ເພິ່ນ​ຈະ​ທຳລາຍ​ກອງທັບ​ຂອງ​ເຂົາ​ເຈົ້າ​ຢູ່​ທະເລ+ແລະ​ເມືອງ​ນີ້​ຈະ​ຖືກ​ຈູດ​ຖິ້ມ.+   ອາຊະກາໂລນ​ຈະ​ເຫັນ​ເຫດການ​ນີ້​ແລະ​ຈະ​ຢ້ານ​ຫຼາຍ.ຄາຊາ​ຈະ​ເຈັບ​ປວດ​ໃຈ​ຫຼາຍ.ເອັກໂຣນ​ກໍ​ຈະ​ເຈັບ​ປວດ​ໃຈ​ຫຼາຍ​ຄື​ກັນ ຍ້ອນ​ຜູ້​ທີ່​ລາວ​ໝາຍເພິ່ງ​ຖືກ​ເຮັດ​ໃຫ້​ອັບອາຍ​ຂາຍໜ້າ. ກະສັດ​ຂອງ​ຄາຊາ​ຈະ​ຕາຍແລະ​ຈະ​ບໍ່​ມີ​ໃຜ​ອາ​ໄສ​ຢູ່​ອາຊະກາໂລນ​ຈັກ​ຄົນ.+   ຄົນ​ຕ່າງ​ຊາດ​ຈະ​ມາອາ​ໄສ​ຢູ່​ອາຊະໂດດແລະ​ເຮົາ​ຈະ​ກຳຈັດ​ຄວາມ​ຍິ່ງ​ຂອງ​ຟີລິດສະຕີນ.+   ເຮົາ​ຈະ​ເອົາ​ສິ່ງ​ທີ່​ເປື້ອນ​ເລືອດ​ອອກ​ຈາກ​ປາກ​ເຂົາ​ເຈົ້າແລະ​ເອົາ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາ​ເຈົ້າ​ຄາບ​ຢູ່​ອອກ​ມາ.ຄົນ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ເປັນ​ຂອງ​ພະ​ເຈົ້າ.ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຫົວ​ໜ້າ​ເຜົ່າ​ໃນ​ຢູດາ.+ຄົນ​ເອັກໂຣນ​ຈະ​ເປັນ​ຄື​ກັບ​ຄົນ​ເຢບຸດ.+   ເຮົາ​ຈະ​ຕັ້ງຄ້າຍ​ໃຫ້​ເປັນ​ຄື​ກັບ​ຄົນຍາມ*​ປົກປ້ອງ​ວິຫານ​ຂອງ​ເຮົາ+ເພື່ອ​ຈະ​ບໍ່​ໃຫ້​ໃຜ​ເຂົ້າ​ຫຼື​ອອກ​ໄດ້ແລະ​ບໍ່​ໃຫ້​ພວກ​ທີ່​ຕໍ່ຕ້ານ​ເຂົ້າ​ມາ​ໄດ້​ອີກ+ຍ້ອນ​ຕອນນີ້​ເຮົາ​ເຫັນ​ແລ້ວ​ວ່າ​ເກີດ​ຫຍັງ​ຂຶ້ນ​ແດ່.*   ຄົນ​ຊີໂອນ​ເອີ້ຍ ໃຫ້​ດີໃຈ​ເຕັມທີ​ໂລດ. ຄົນ​ເຢຣູຊາເລັມ​ເອີ້ຍ ໃຫ້​ໂຫ່​ຮ້ອງ​ດ້ວຍ​ຄວາມ​ດີໃຈ. ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ.+ ລາວ​ເປັນ​ຄົນ​ຍຸຕິທຳ ເປັນ​ຜູ້​ຊ່ວຍ​ໃຫ້​ລອດ*ເປັນ​ຄົນ​ຖ່ອມ+ ແລະ​ລາວ​ກຳລັງ​ນັ່ງ​ຢູ່​ເທິງ​ຫຼັງ​ລາເຊິ່ງ​ເປັນ​ລາ​ນ້ອຍ​ໂຕ​ຜູ້.+ 10  ເຮົາ​ຈະ​ຍຶດ​ເອົາ​ລົດ​ຮົບ​ຂອງ​ເອຟຣາຢິມຈະ​ຍຶດ​ເອົາ​ມ້າ​ຂອງ​ເຢຣູຊາເລັມ ແລະ​ຈະ​ຍຶດ​ເອົາ​ທະນູ​ຂອງ​ພວກ​ທະຫານ. ກະສັດ​ຂອງ​ພວກເຈົ້າ​ຈະ​ປະ​ກາດ​ເລື່ອງ​ສັນຕິສຸກ​ຕໍ່​ຊາດ​ຕ່າງ​ໆ​.+ລາວ​ຈະ​ປົກຄອງ​ຈາກ​ທະເລ​ຟາກ​ນີ້​ໄປ​ຈົນ​ຮອດ​ທະເລ​ຟາກ​ນັ້ນແລະ​ຈາກ​ແມ່​ນ້ຳ​ເອິຟາຣາດ​ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ.+ 11  ຊີໂອນ*​ເອີ້ຍ ເຮົາ​ຈະ​ໃຊ້​ສັນຍາ​ທີ່​ຖືກ​ເຮັດ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້​ດ້ວຍ​ເລືອດ​ເຊິ່ງ​ເຮົາ​ໄດ້​ເຮັດ​ກັບ​ເຈົ້າເພື່ອ​ຊ່ວຍ​ນັກໂທດ​ຂອງ​ເຈົ້າ​ໃຫ້​ອອກ​ມາ​ຈາກ​ຂຸມ​ທີ່​ບໍ່​ມີ​ນ້ຳ.+ 12  ພວກ​ນັກໂທດ​ທີ່​ມີ​ຄວາມຫວັງ​ເອີ້ຍ ໃຫ້​ພວກເຈົ້າ​ກັບ​ໄປ​ປ້ອມ​ທີ່​ແຂງແຮງ.+ ມື້​ນີ້​ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ‘ເຮົາ​ຈະ​ຕອບແທນ ພວກເຈົ້າ​ສອງ​ເທົ່າ.+ 13  ເຮົາ​ຈະ​ໃຊ້​ຢູດາ​ເປັນ​ຄັນ​ທະນູ​ຂອງ​ເຮົາ. ເຮົາ​ຈະ​ໃຫ້​ເອຟຣາຢິມ​ເປັນ​ລູກທະນູ​ທີ່​ວາງ​ໃສ່​ຄັນ​ທະນູ​ຂອງ​ເຮົາ.ຊີໂອນ​ເອີ້ຍ ເຮົາ​ຈະ​ປຸກ​ພວກ​ລູກ​ຂອງ​ເຈົ້າເພື່ອ​ຕໍ່ສູ້​ກັບ​ພວກ​ລູກ​ຂອງ​ກຣີກແລະ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ດາບ​ຂອງ​ທະຫານ.’ 14  ພະ​ເຢໂຫວາ​ຈະ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເພິ່ນ​ຢູ່​ກັບ​ປະຊາຊົນ​ຂອງ​ເພິ່ນແລະ​ທະນູ​ຂອງ​ເພິ່ນ​ຈະ​ຍິງ​ອອກ​ໄປ​ຄື​ກັບ​ສາຍ​ຟ້າ. ພະ​ເຢໂຫວາ​ພະ​ເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ເປົ່າ​ແກ.+ເພິ່ນ​ຈະ​ບຸກ​ໂຈມຕີ​ສັດຕູ​ຄື​ກັບ​ລົມ​ພາຍຸ​ທີ່​ພັດ​ມາ​ຈາກ​ທາງ​ທິດໃຕ້. 15  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈະ​ປົກປ້ອງ​ປະຊາຊົນ​ຂອງ​ເພິ່ນ.ສັດຕູ​ຈະ​ໃຊ້​ເຊືອກ​ແກວ່ງ​ກ້ອນ​ຫີນ​ໂຈມຕີ​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ຈະ​ຈັດການ​ສັດຕູ​ໄດ້.+ ເຂົາ​ເຈົ້າ​ຈະ​ມ່ວນ​ຊື່ນ​ແລະ​ເຂົາ​ເຈົ້າ​ຈະ​ພາກັນ​ໂຫ່​ຮ້ອງ​ຄື​ກັບ​ໄດ້​ກິນ​ເຫຼົ້າແວງ.ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຖ້ວຍ​ທີ່​ມີ​ເຫຼົ້າແວງ​ຢູ່​ເຕັມແລະ​ເປັນ​ຄື​ກັບ​ແຈ​ຂອງ​ແທ່ນ​ບູຊາ​ທີ່​ມີ​ແຕ່​ເລືອດ​ຕິດ​ຢູ່.+ 16  ໃນ​ມື້​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດຄື​ກັບ​ຜູ້​ລ້ຽງ​ແກະ​ທີ່​ຊ່ວຍ​ຝູງ​ແກະ​ຂອງ​ເພິ່ນ.+ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ເພັດ​ຢູ່​ມົງກຸດ​ທີ່​ເຫຼື້ອມ​ມາບ​ໆ​ໄປ​ທົ່ວ​ແຜ່ນດິນ​ຂອງ​ເພິ່ນ.+ 17  ເພິ່ນ​ດີ​ແທ້​ໆ​.+ເພິ່ນ​ສະຫງ່າ​ງາມ​ອີ່ຫຼີ. ເຂົ້າ​ແລະ​ເຫຼົ້າແວງ​ໃໝ່​ຈະ​ເຮັດ​ໃຫ້​ຄົນ​ໜຸ່ມແລະ​ຜູ້ຍິງ​ບໍລິສຸດ​ແຂງແຮງ.”+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ແຜ່ນດິນ​ຮັດຣັກ​ຫຼື​ດາມາເຊ
ຫຼື “ປ້ອມ”
ອາດ​ໝາຍເຖິງ​ຄວາມ​ທຸກ​ຂອງ​ປະຊາຊົນ​ຂອງ​ເພິ່ນ
ຫຼື “ກອງ​ທະຫານ”
ຫຼື “ຜູ້​ໄດ້​ໄຊ​ຊະນະ; ຜູ້​ຊ່ວຍ​ເຫຼືອ”
ຫຼື​ອາດ​ແປ​ວ່າ “ເຢຣູຊາເລັມ.” ແປ​ຕາມ​ໂຕ​ວ່າ “ເຈົ້າ.”