ເຊຟານີຢາ 1:1-18

  • ວັນ​ຕັດສິນ​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ (1-​18)

    • ວັນ​ຂອງ​ພະ​ເຢໂຫວາ​ກຳລັງ​ມາ​ບັກ​ໄວ​ໆ​ (14)

    • ເງິນ​ແລະ​ຄຳ​ຊ່ວຍ​ຊີວິດ​ບໍ່​ໄດ້ (18)

1  ໃນ​ສະໄໝ​ທີ່​ໂຢສີຢາ+​ລູກ​ຊາຍ​ຂອງ​ອາໂມນ+​ເປັນ​ກະສັດ​ປົກຄອງ​ຢູດາ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຊຟານີຢາ*​ລູກ​ຊາຍ​ຂອງ​ກູຊີ. ກູຊີ​ເປັນ​ລູກ​ຊາຍ​ຂອງ​ເກດາລີຢາ ເກດາລີຢາ​ເປັນ​ລູກ​ຊາຍ​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ລູກ​ຊາຍ​ຂອງ​ເຮເຊກີຢາ.   ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ແຜ່ນດິນ​ບໍ່​ໃຫ້​ເຫຼືອ.”+   ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ທຳລາຍ​ຄົນ​ແລະ​ສັດ. ເຮົາ​ຈະ​ທຳລາຍ​ນົກ​ຢູ່​ເທິງ​ຟ້າ​ແລະ​ປາ​ຢູ່​ທະເລ.+ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທີ່​ພາ​ໃຫ້​ເຮັດ​ຜິດ*+ ລວມ​ທັງ​ພວກ​ຄົນ​ຊົ່ວ​ນຳແລະ​ເຮົາ​ຈະ​ກຳຈັດ​ມະນຸດ​ໃນ​ແຜ່ນດິນ​ບໍ່​ໃຫ້​ເຫຼືອ​ຈັກ​ຄົນ.   ເຮົາ​ຈະ​ລົງໂທດ​ຢູດາແລະ​ທຸກ​ຄົນ​ໃນ​ເຢຣູຊາເລັມ.ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທີ່​ເຫຼືອ​ຢູ່*​ຂອງ​ພະ​ບາອານ​ໃຫ້​ໝົດ​ໄປ​ຈາກ​ບ່ອນ​ນີ້.+ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ບໍ່​ຈື່​ຊື່​ພວກ​ປະໂລຫິດ​ຂອງ​ພະເຈົ້າ​ປອມ​ກັບ​ພວກ​ປະໂລຫິດ​ທີ່​ນະ​ມັດ​ສະການ​ຮູບ​ບູຊາ.+   ເຮົາ​ຈະ​ທຳລາຍ​ຄົນ​ທີ່​ຂາບ​ໄຫວ້​ດາວ​ຕ່າງ​ໆ​ທີ່​ຢູ່​ໃນ​ທ້ອງຟ້າ.*+ເຮົາ​ຈະ​ທຳລາຍ​ຄົນ​ທີ່​ນະ​ມັດ​ສະການ​ພະ​ເຢໂຫວາ​ແລະ​ສາບານ​ວ່າ​ຈະ​ສັດຊື່​ຕໍ່​ເຮົາ+ແຕ່​ກໍ​ໄປ​ສາບານ​ວ່າ​ຈະ​ພັກດີ​ຕໍ່ພະ​ມັນກາມ​ນຳ.+   ເຮົາ​ຈະ​ທຳລາຍ​ຄົນ​ທີ່​ເຊົາ​ຕິດຕາມ​ພະ​ເຢໂຫວາ+ແລະ​ຄົນ​ທີ່​ເຊົາ​ຊອກຫາ​ການ​ຊີ້ນຳ​ຂອງ​ພະ​ເຢໂຫວາ​ຫຼື​ເຊົາ​ຂໍ​ຄຳແນະນຳ​ຈາກ​ເຮົາ.”+   ໃຫ້​ມິດ​ຢູ່​ຊື່​ໆ​ຕອນ​ທີ່​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະ​ເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ຍ້ອນ​ວັນ​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ.+ ພະ​ເຢໂຫວາ​ໄດ້​ກຽມ​ເຄື່ອງ​ບູຊາ​ແລະ​ເຮັດ​ໃຫ້​ຄົນ​ທີ່​ເພິ່ນ​ເຊີນ​ບໍລິສຸດ​ແລ້ວ.   “ເຮົາ​ເຢໂຫວາ​ຈະ​ລົງໂທດ​ພວກເຈົ້າ​ນາຍພວກ​ລູກ​ຊາຍ​ຂອງ​ກະສັດ+ ແລະ​ພວກ​ທີ່​ນຸ່ງ​ເຄື່ອງ​ຂອງ​ຄົນ​ຕ່າງ​ຊາດ​ໃນ​ມື້​ທີ່​ເຮົາ​ເຜົາ​ເຄື່ອງ​ບູຊາ​ທີ່​ເຮົາ​ໄດ້​ກຽມ​ໄວ້.   ໃນ​ມື້​ນັ້ນ ເຮົາ​ຈະ​ລົງໂທດ​ທຸກ​ຄົນ​ທີ່​ປີນ​ຂຶ້ນ​ໄປ​ເທິງ​ແທ່ນ*ແລະ​ລົງໂທດ​ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ແລະ​ຫຼອກ​ລວງ​ຄົນອື່ນ​ໃນ​ເຮືອນ​ເຈົ້າ​ນາຍ​ຂອງ​ໂຕເອງ.” 10  ພະ​ເຢໂຫວາ​ເວົ້າ​ວ່າ:“ໃນ​ມື້​ນັ້ນ​ຈະ+​ມີ​ສຽງ​ຮ້ອງໄຫ້​ມາ​ຈາກ​ປະຕູ​ປາຈະ​ມີ​ສຽງ​ຮ້ອງ​ຄາງ​ມາ​ຈາກ​ເຂດ​ເມືອງ​ໃໝ່+ແລະ​ຈະ​ມີ​ສຽງ​ຟົດ​ແຊວ​ມາ​ຈາກ​ໂນນ​ພູ. 11  ຄົນ​ທີ່​ຢູ່​ມາກເຕດ*​ເອີ້ຍ ໃຫ້​ຮ້ອງໄຫ້​ໂລດຍ້ອນ​ພວກ​ພໍ່​ຄ້າ​ຖືກ​ກຳຈັດ*​ໝົດ​ແລ້ວແລະ​ຄົນ​ທີ່​ຊັ່ງ​ເງິນ​ກໍ​ຖືກ​ທຳລາຍ​ໝົດ​ແລ້ວ. 12  ໃນ​ມື້​ນັ້ນ ເຮົາ​ຈະ​ເອົາ​ຕະກຽງ​ສ່ອງ​ເບິ່ງ​ເຢຣູຊາເລັມ​ຢ່າງ​ລະອຽດ.ເຮົາ​ຈະ​ລົງໂທດ​ຄົນ​ທີ່​ບໍ່​ສົນໃຈ​ຫຍັງ*​ທີ່​ຄິດ​ໃນ​ໃຈ​ວ່າ‘ພະ​ເຢໂຫວາ​ຈະ​ບໍ່​ເຮັດ​ດີ​ເຮັດ​ຊົ່ວ​ຫຍັງ​ດອກ.’+ 13  ຊັບ​ສົມບັດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ປຸ້ນ​ແລະ​ເຮືອນ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ.+ ເຂົາ​ເຈົ້າ​ຈະ​ປຸກ​ເຮືອນ ແຕ່​ຈະ​ບໍ່​ໄດ້​ຢູ່.ເຂົາ​ເຈົ້າ​ຈະ​ເຮັດ​ສວນ​ໝາກ​ລະແຊັງ ແຕ່​ຈະ​ບໍ່​ໄດ້​ກິນ​ເຫຼົ້າແວງ.+ 14  ວັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ໃກ້​ມາ​ຮອດ​ແລ້ວ.+ ມັນ​ມາ​ໃກ້​ແລ້ວ​ແລະ​ກຳລັງ​ມາ​ບັກ​ໄວ​ໆ​.+ ໃນ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ສຽງ​ຮ້ອງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ.+ ພວກ​ທະຫານ​ກໍ​ຮ້ອງ​ອອກ​ມາ​ແບບ​ໝົດ​ຫວັງ.+ 15  ມື້​ນັ້ນຈະ​ເປັນ​ມື້​ທີ່​ພະເຈົ້າ​ໃຈຮ້າຍ​ແຮງ+ເປັນ​ມື້​ທີ່​ມີ​ຄວາມທຸກ​ແລະ​ເຈັບ​ປວດ​ຫຼາຍ+ເປັນ​ມື້​ທີ່​ມີ​ພາຍຸ​ແລະ​ຄວາມ​ຮ້າງ​ເປົ່າເປັນ​ມື້​ທີ່​ມີ​ຄວາມ​ມືດ​ຄຶ້ມ+ເປັນ​ມື້​ທີ່​ມີ​ຂີ້ເຝື້ອ​ດຳ​ໆ​ຕຶບໜາ+ 16  ເປັນ​ມື້​ທີ່​ມີ​ສຽງ​ເປົ່າ​ແກ​ແລະ​ສຽງ​ຮ້ອງ​ຕໍ່ສູ້​ກັນ+ເປັນ​ມື້​ທີ່​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ​ແລະ​ປ້ອມ​ສູງ​ໆ​ຖືກ​ທຳລາຍ.+ 17  ເຮົາ​ຈະ​ເຮັດ​ໃຫ້​ມະນຸດ​ມີ​ຄວາມທຸກ​ລຳບາກ.ເຂົາ​ເຈົ້າ​ຈະ​ຍ່າງ​ຄື​ກັບ​ຄົນ​ຕາ​ບອດ+ຍ້ອນ​ເຂົາ​ເຈົ້າ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ.+ ເລືອດ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ເທ​ຖິ້ມ​ຄື​ກັບ​ຂີ້​ດິນແລະ​ຊີ້ນ*​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ຖິ້ມ​ຄື​ກັບ​ຂີ້​ສັດ.+ 18  ໃນ​ວັນ​ທີ່​ພະ​ເຢໂຫວາ​ໃຈຮ້າຍ ເງິນ​ແລະ​ຄຳ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ສາມາດ​ຊ່ວຍ​ຊີວິດ​ເຂົາ​ເຈົ້າ​ໄດ້.+ຄວາມ​ໃຈຮ້າຍ​ຂອງ​ເຮົາ​ເປັນ​ຄື​ກັບ​ໄຟ​ທີ່​ຈະ​ເຜົາ​ໄໝ້​ໝົດ​ໂລກ+ຍ້ອນ​ເຮົາ​ຈະ​ທຳລາຍ​ທຸກ​ຄົນ​ໃນ​ແຜ່ນດິນ​ໃນ​ວິທີ​ທີ່​ເປັນ​ຕາ​ຢ້ານ.”+

ຂໍຄວາມໄຂເງື່ອນ

ແປ​ວ່າ “ພະ​ເຢໂຫວາ​ເຊື່ອງ​ໄວ້ (ມ້ຽນ​ໄວ້)”
ອາດ​ໝາຍເຖິງ​ສິ່ງ​ຂອງ​ຫຼື​ພິທີກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂາບ​ໄຫວ້​ຮູບ​ບູຊາ
ຫຼື “ຮ່ອງ​ຮອຍ”
ແປ​ຕາມ​ໂຕ​ວ່າ “ກອງທັບ​ໃນ​ສະຫວັນ.” ອາດ​ໝາຍເຖິງ​ຕາເວັນ ເດືອນ ແລະ​ດາວ​ຕ່າງ​ໆ​.
ອາດ​ໝາຍເຖິງ​ແທ່ນ​ທີ່​ມີ​ບັນລັງ​ຂອງ​ກະສັດ​ຕັ້ງ​ຢູ່
ອາດ​ໝາຍເຖິງ​ສ່ວນ​ໜຶ່ງ​ຂອງ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ໃກ້​ປະຕູ​ປາ
ແປ​ຕາມ​ໂຕ​ວ່າ “ມິດ​ງຽບ”
ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ເປັນ​ຂີ້​ຕະກອນ.” ໝາຍເຖິງ​ຂີ້​ຕະກອນ​ທີ່​ຢູ່​ໃນ​ຖັງ​ເຫຼົ້າແວງ.
ແປ​ຕາມ​ໂຕ​ວ່າ “ລຳໄສ້”