ເຊຟານີຢາ 2:1-15

  • ໃຫ້​ມາ​ຫາ​ພະ​ເຢໂຫວາ​ກ່ອນ​ວັນ​ທີ່​ເພິ່ນ​ໃຈ​ຮ້າຍ​ຈະ​ມາ​ຮອດ (1-​3)

    • ໃຫ້​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ສະແດງ​ຄວາມ​ຖ່ອມ (3)

    • “ບາງ​ເທື່ອ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົກປ້ອງ” (3)

  • ຄຳ​ຕັດສິນ​ຕໍ່​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ (4-​15)

2  ຊາດ​ທີ່​ໜ້າ​ບໍ່​ອາຍ​ເອີ້ຍ+ ໃຫ້​ພວກເຈົ້າ​ລວມ​ໂຕ​ກັນ.ໃຫ້​ພວກເຈົ້າ​ລວມ​ໂຕ​ກັນ​ເດີ້!+   ກ່ອນ​ທີ່​ເຫດ​ການ​ທີ່​ພະເຈົ້າ​ບອກ​ຈະ​ເກີດ​ຂຶ້ນກ່ອນ​ທີ່​ຈະ​ຊ້າ​ເກີນ​ໄປ ເພາະ​ເວລາ​ຈະ​ຜ່ານ​ໄປ​ໄວ​ຫຼາຍ​ຄື​ກັບ​ເຟືອງ​ທີ່​ຖືກ​ລົມ​ພັດ​ໄປກ່ອນ​ທີ່​ພະ​ເຢໂຫວາ​ຈະ​ໃຈຮ້າຍ​ໃຫ້​ພວກເຈົ້າ​ແຮງ+ແລະ​ກ່ອນ​ວັນ​ທີ່​ພະ​ເຢໂຫວາ​ໃຈຮ້າຍ​ຈະ​ມາ​ຮອດ​ພວກເຈົ້າ.   ທຸກ​ຄົນ​ໃນ​ໂລກທີ່​ເປັນ​ຄົນ​ຖ່ອມ​ແລະ​ເຮັດ​ຕາມ​ກົດໝາຍ​ທີ່​ຍຸຕິທຳ*​ຂອງ​ພະ​ເຢໂຫວາໃຫ້​ພວກເຈົ້າ​ມາ​ຫາ​ເພິ່ນ.+ ໃຫ້​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ​ແລະ​ສະແດງ​ຄວາມ​ຖ່ອມ. ບາງເທື່ອ*​ພວກເຈົ້າ​ຈະ​ໄດ້​ຮັບ​ການ​ປົກປ້ອງ​ໃນ​ວັນ​ທີ່​ພະ​ເຢໂຫວາ​ໃຈຮ້າຍ.+   ຄາຊາ​ຈະ​ເປັນ​ເມືອງ​ຮ້າງແລະ​ອາຊະກາໂລນ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ.+ ຄົນ​ອາຊະໂດດ​ຈະ​ຖືກ​ໄລ່​ໜີ​ໃນ​ຕອນ​ກາງເວັນແລະ​ເອັກໂຣນ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ.+   ຄົນ​ເກເຣັດ​ທີ່​ອາ​ໄສ​ຢູ່​ແຄມ​ທະເລ ພວກເຈົ້າ​ຈະ​ຕ້ອງ​ຈິບຫາຍ.+ ພະ​ເຢໂຫວາ​ໄດ້​ຕັດສິນ​ພວກເຈົ້າ​ແລ້ວ. “ການາອານ​ແຜ່ນດິນ​ຂອງ​ພວກ​ຟີລິດສະຕີນ​ເອີ້ຍ ເຮົາ​ຈະ​ທຳລາຍ​ເຈົ້າແລະ​ຈະ​ບໍ່​ໃຫ້​ມີ​ໃຜ​ອາ​ໄສ​ຢູ່​ອີກ​ຕໍ່ໄປ.”   ແຄມ​ທະເລ​ຈະ​ກາຍ​ເປັນ​ທົ່ງ​ຫຍ້າແລະ​ມີ​ນ້ຳ​ສ້າງ​ສຳລັບ​ຄົນ​ລ້ຽງ​ແກະ​ກັບ​ມີ​ຄອກ​ແກະ​ທີ່​ອ້ອມ​ດ້ວຍ​ກຳແພງ​ຫີນ.   ບ່ອນ​ນັ້ນ​ຈະ​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ຄົນ​ຢູດາ​ທີ່​ຍັງ​ເຫຼືອ​ຢູ່.+ເຂົາ​ເຈົ້າ​ຈະ​ໄດ້​ກິນ​ອາຫານ. ຕອນ​ຄ່ຳ ເຂົາ​ເຈົ້າ​ຈະ​ນອນ​ຫຼັບ​ສະບາຍ​ຢູ່​ເຮືອນ​ໃນ​ອາຊະກາໂລນ. ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຈະ​ກັບມາ​ສົນໃຈ*​ເຂົາ​ເຈົ້າແລະ​ເພິ່ນ​ຈະ​ລວບລວມ​ເຂົາ​ເຈົ້າ​ທີ່​ເປັນ​ຊະເລີຍ​ໃຫ້​ກັບຄືນມາ.+   “ເຮົາ​ໄດ້​ຍິນ​ຄຳເວົ້າ​ບໍ່​ດີ​ຂອງ​ພວກ​ໂມອາບ+​ແລະ​ໄດ້​ຍິນ​ຄຳເວົ້າ​ດູຖູກ​ຂອງ​ພວກ​ອຳໂມນ.+ເຂົາ​ເຈົ້າ​ໄດ້​ເຍາະເຍີ້ຍ​ປະຊາຊົນ​ຂອງ​ເຮົາ​ແລະ​ຂູ່​ແບບ​ຈອງຫອງ​ວ່າ​ຈະ​ມາ​ຍຶດ​ເອົາ​ແຜ່ນດິນ​ໄປ.”+   ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຂອງ​ອິດສະຣາ​ເອນ​ບອກ​ວ່າ: “ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ໂມອາບ​ຈະ​ກາຍ​ເປັນ​ຄື​ກັບ​ໂຊໂດມ+ແລະ​ອຳໂມນ​ຈະ​ກາຍ​ເປັນ​ຄື​ກັບ​ໂກໂມຣາ.+ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຫຍ້າ​ຂຶ້ນ​ເຕັມ ເປັນ​ດິນ​ເຄັມ ແລະ​ຈະ​ຮ້າງ​ເປົ່າ​ຕະຫຼອດໄປ.+ ປະຊາຊົນ​ຂອງ​ເຮົາ​ທີ່​ລອດ​ຊີວິດ​ຈະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງ​ເຂົາ​ເຈົ້າ.ຄົນ​ໃນ​ຊາດ​ຂອງ​ເຮົາ​ທີ່​ເຫຼືອ​ລອດ​ຈະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.” 10  ນີ້​ແມ່ນ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ ຍ້ອນ​ເຂົາ​ເຈົ້າ​ຍິ່ງ​ຈອງຫອງ.+ເຂົາ​ເຈົ້າ​ບໍ່​ໃຫ້​ກຽດ​ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. 11  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ແລະ​ນັບຖື​ເພິ່ນ.ເພິ່ນ​ຈະ​ທຳລາຍ​ພະເຈົ້າ​ທັງໝົດ​ຂອງ​ໂລກ​ນີ້​ບໍ່​ໃຫ້​ເຫຼືອ.ຄົນ​ໃນ​ຊາດ​ຕ່າງ​ໆ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ຈະ​ນະ​ມັດ​ສະການ​ເພິ່ນ+ຈາກ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່. 12  “ພວກ​ເອທິໂອເປຍ​ເອີ້ຍ ເຮົາ​ຈະ​ເອົາ​ດາບ​ຂ້າ​ພວກເຈົ້າ.”+ 13  ເພິ່ນ​ຈະ​ເດ່​ມື​ໄປ​ທາງ​ເໜືອ​ແລະ​ທຳລາຍ​ອັດຊີເຣຍ.ເພິ່ນ​ຈະ​ເຮັດ​ໃຫ້​ນີເນເວ​ຮ້າງ​ເປົ່າ+​ແລະ​ແຫ້ງ​ແລ້ງ​ຄື​ກັບ​ທະເລ​ຊາຍ. 14  ຝູງ​ສັດ​ກັບ​ສັດ​ປ່າ​ທຸກ​ຊະນິດ​ຈະ​ນອນ​ຢູ່​ເມືອງ​ນັ້ນ. ໃນ​ຕອນ​ກາງຄືນ ນົກ​ກະທຸງ​ແລະ​ໂຕ​ເໝັ້ນ​ຈະ​ນອນ​ຢູ່​ຕາມ​ຫົວ​ເສົາ​ທີ່​ຫັກ​ລົງ​ມາ​ຢູ່​ພື້ນ ຈະ​ມີ​ສຽງ​ນົກ​ຮ້ອງ​ຢູ່​ປ່ອງ​ຢ້ຽມ ຈະ​ມີ​ກອງ​ຊາກຫັກພັງ​ຢູ່​ປະຕູແລະ​ຝາ​ໄມ້​ຊີດ້າ*​ຈະ​ຖືກ​ປະ​ໄວ້​ໃຫ້​ຕາກ​ແດດ​ຕາກ​ຝົນ. 15  ເມືອງ​ນີ້​ເປັນ​ເມືອງ​ທີ່​ຍິ່ງ​ຈອງຫອງ​ແລະ​ບໍ່​ຢ້ານ​ອັນຕະລາຍ​ຫຍັງ.ເມືອງ​ນີ້​ຄິດ​ໃນ​ໃຈ​ວ່າ: “ຂ້ອຍ​ໃຫຍ່​ສຸດ ບໍ່​ມີ​ໃຜ​ທຽບ​ຂ້ອຍ​ໄດ້.” ຍ້ອນ​ແນວ​ນີ້​ແຫຼະ ເມືອງ​ນີ້​ຈະ​ເຈິ​ສິ່ງ​ທີ່​ເປັນ​ຕາ​ຢ້ານແລະ​ເປັນ​ບ່ອນ​ນອນ​ຂອງ​ສັດ​ປ່າ. ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ກໍ​ຈະ​ເຍາະເຍີ້ຍ​ແລະ​ແກວ່ງ​ຫົວ​ໃສ່*​ເມືອງ​ນີ້.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ການ​ຕັດສິນ”
ຫຼື “ອາດ​ເປັນ​ໄປ​ໄດ້​ວ່າ”
ຫຼື “ເບິ່ງແຍງ”
ໄມ້​ແປກ​ຊະນິດ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ແລະ​ແກວ່ງ​ກຳ​ປັ້ນ​ໃສ່”