ເຊຟານີຢາ 3:1-20

  • ເຢຣູຊາເລັມ​ເປັນ​ເມືອງ​ທີ່​ກະບົດ​ແລະ​ຊົ່ວ​ຫຼາຍ (1-​7)

  • ການ​ຕັດສິນ​ລົງໂທດ​ແລະ​ການ​ຟື້ນຟູ (8-​20)

    • ປ່ຽນ​ພາສາ​ຂອງ​ຊາດ​ຕ່າງ​ໆ​ເປັນ​ພາສາ​ບໍລິສຸດ (9)

    • ຄົນ​ຖ່ອມ​ແລະ​ຄົນ​ຕ່ຳຕ້ອຍ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ (12)

    • ພະ​ເຢໂຫວາ​ຈະ​ຍົກຍ້ອງ​ຊີໂອນ​ດ້ວຍ​ຄວາມ​ດີໃຈ (17)

3  ເມືອງ​ນີ້​ທີ່​ກະບົດ ກົດຂີ່​ປະຊາຊົນ​ຂອງ​ໂຕເອງ ແລະ​ເປັນ​ເມືອງ​ທີ່​ເປິເປື້ອນ​ຈະ​ຕ້ອງ​ຈິບຫາຍ!+   ຄົນ​ໃນ​ເມືອງ​ນີ້​ເປັນ​ຄົນ​ທີ່​ບໍ່​ຍອມ​ເຊື່ອຟັງ+ ບໍ່​ຍອມຮັບ​ຄຳສັ່ງ​ສອນ+ ບໍ່​ວາງໃຈ​ພະ​ເຢໂຫວາ+ ແລະ​ບໍ່​ເຂົ້າ​ມາ​ໃກ້ຊິດ​ກັບ​ພະ​ເຈົ້າ​ຂອງ​ໂຕເອງ.+   ພວກ​ເຈົ້າ​ນາຍ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ໂຕ​ສິງ​ທີ່​ແຜດ​ສຽງ​ຮ້ອງ.+ ພວກ​ຜູ້​ຕັດສິນ​ກໍ​ເປັນ​ຄື​ກັບ​ໝາ​ປ່າ​ໃນ​ຕອນ​ກາງຄືນ.ເຂົາ​ເຈົ້າ​ບໍ່​ຈົ່ງ​ກະດູກ​ໄວ້​ແຫ້ນ​ໃນ​ຕອນ​ເຊົ້າ​ເລີຍ.   ພວກ​ຜູ້ພະຍາກອນ​ຂອງ​ເມືອງ​ນີ້​ເປັນ​ຄົນ​ຍິ່ງ​ຈອງຫອງ​ແລະ​ເປັນ​ຄົນ​ທໍລະຍົດ.+ ພວກ​ປະໂລຫິດ​ກໍ​ເຮັດ​ໃຫ້​ສິ່ງ​ບໍລິສຸດ​ບໍ່​ສະອາດ.+ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ.+   ພະ​ເຢໂຫວາ​ຍຸຕິທຳ​ແລະ​ເພິ່ນ​ຢູ່​ກັບ​ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ນີ້.+ ເພິ່ນ​ບໍ່​ເຄີຍ​ເຮັດ​ຫຍັງ​ຜິດ​ເລີຍ. ເພິ່ນ​ເຮັດ​ໃຫ້​ຜູ້ຄົນ​ຮູ້ຈັກ​ການ​ຕັດສິນ​ຂອງ​ເພິ່ນ​ໃນ​ທຸກ​ໆ​ເຊົ້າ+ຄື​ກັບ​ຕາເວັນ​ທີ່​ຂຶ້ນ​ທຸກ​ໆ​ມື້. ແຕ່​ພວກ​ຄົນ​ຊົ່ວ​ກໍ​ຍັງ​ບໍ່​ຮູ້ຈັກ​ອາຍ.+   “ເຮົາ​ທຳລາຍ​ຊາດ​ຕ່າງ​ໆ​ແລະ​ເຮັດ​ໃຫ້​ປ້ອມ​ຂອງ​ເຂົາ​ເຈົ້າ​ຮ້າງ​ເປົ່າ. ເຮົາ​ທຳລາຍ​ຫົນ​ທາງ​ຂອງ​ເຂົາ​ເຈົ້າ​ເພື່ອ​ບໍ່​ໃຫ້​ໃຜ​ທຽວ. ເມືອງ​ຂອງ​ເຂົາ​ເຈົ້າ​ກໍ​ເຫຼືອ​ແຕ່​ຊາກ​ຫັກພັງ​ແລະ​ບໍ່​ມີ​ຄົນ​ຢູ່.+   ເຮົາ​ເວົ້າ​ກັບ​ເມືອງ​ນີ້​ວ່າ ‘ເຈົ້າ​ຕ້ອງ​ຢ້ານ​ເຮົາ​ແທ້​ໆ​ແລະ​ຍອມ​ຮັບ​ເອົາ​ການ​ສັ່ງ​ສອນ’*+ ເພື່ອ​ບ່ອນ​ທີ່​ເມືອງ​ນີ້​ຕັ້ງ​ຢູ່​ຈະ​ບໍ່​ຖືກ​ທຳລາຍ.+ແຕ່​ເມືອງ​ນີ້​ແຮ່ງ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ເກົ່າ+ ເຮົາ​ຈຶ່ງ​ຕ້ອງ​ລົງໂທດ​ຕາມ​ຄວາມ​ຜິດ​ທັງໝົດ​ທີ່​ເມືອງ​ນີ້​ໄດ້​ເຮັດ.   ພະ​ເຢໂຫວາ​ເວົ້າ​ວ່າ ‘ໃຫ້​ອົດທົນ​ລໍຖ້າ​ເຮົາ​ຕໍ່​ໆ​ໄປ+ຈົນ​ກວ່າ​ຈະ​ຮອດ​ມື້​ທີ່​ເຮົາ​ຈະ​ໄປ​ໂຈມຕີ​ປະຊາຊົນ​ແລະ​ຍຶດ​ເອົາ​ສິ່ງ​ທີ່​ມີຄ່າ​ຂອງ​ເຂົາ​ເຈົ້າ.*ເຮົາ​ຕັດສິນ​ໃຈ​ລວບລວມ​ຊາດ​ຕ່າງ​ໆ​ແລະ​ອານາຈັກ​ຕ່າງ​ໆ​ເພື່ອ​ຈະ​ລະບາຍ​ຄວາມ​ໃຈຮ້າຍ​ທັງໝົດ​ຂອງ​ເຮົາ​ໃສ່​ເຂົາ​ເຈົ້າ.+ຄວາມ​ໃຈຮ້າຍ​ຂອງ​ເຮົາ​ເປັນ​ຄື​ກັບ​ໄຟ​ທີ່​ຈະ​ເຜົາ​ໄໝ້​ໝົດ​ໂລກ.+   ຕອນ​ນັ້ນ ເຮົາ​ຈະ​ປ່ຽນ​ພາສາ​ຂອງ​ຊາດ​ຕ່າງ​ໆ​ໃຫ້​ເປັນ​ພາສາ​ບໍລິສຸດເພື່ອ​ທຸກ​ຄົນ​ຈະ​ສາມາດ​ຮ້ອງ​ຊື່​ຂອງ​ເຮົາ​ເຢໂຫວາແລະ​ຮັບໃຊ້​ເຮົາ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ.’*+ 10  ຄົນ​ຂອງ​ເຮົາ​ທີ່​ກະຈັດ​ກະຈາຍ​ໄປ​ທີ່​ອະທິດຖານ​ເຖິງ​ເຮົາຈະ​ເອົາ​ຂອງຂວັນ​ຈາກ​ເຂດ​ແມ່​ນ້ຳ​ຂອງ​ເອທິໂອເປຍ​ມາ​ໃຫ້​ເຮົາ.+ 11  ໃນ​ມື້​ນັ້ນ ເຈົ້າ*​ຈະ​ບໍ່​ຕ້ອງ​ອັບອາຍ​ຂາຍ​ໜ້າຍ້ອນ​ການ​ກະທຳ​ທັງໝົດ​ທີ່​ເຈົ້າ​ກະບົດ​ຕໍ່​ເຮົາ+ເພາະ​ເຮົາ​ຈະ​ກຳຈັດ​ຄົນ​ຍິ່ງ​ອອກ​ໄປ​ຈາກ​ເຈົ້າແລະ​ເຈົ້າ​ຈະ​ບໍ່​ເປັນ​ຄົນ​ຍິ່ງ​ຈອງຫອງ​ໃນ​ພູ​ບໍລິສຸດ​ຂອງ​ເຮົາ​ອີກ​ຕໍ່ໄປ.+ 12  ເຮົາ​ຈະ​ໃຫ້​ຄົນ​ຖ່ອມ​ແລະ​ຄົນ​ທີ່​ຕ່ຳຕ້ອຍ​ມີ​ຊີວິດ​ຢູ່​ຕໍ່ໄປ.+ເຂົາ​ເຈົ້າ​ຈະ​ມາ​ເພິ່ງ​ເຮົາ​ເຢໂຫວາ.* 13  ຄົນ​ທີ່​ຍັງ​ເຫຼືອ​ໃນ​ອິດສະຣາເອນ+​ຈະ​ບໍ່​ເຮັດ​ຊົ່ວ.+ເຂົາ​ເຈົ້າ​ຈະ​ບໍ່​ເວົ້າ​ຕົວະ​ແລະ​ບໍ່​ເວົ້າ​ປີ້ນ​ຄວາມ.ເຂົາ​ເຈົ້າ​ຈະ​ກິນ​ອີ່ມ ນອນ​ຫຼັບ ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ.”+ 14  ຄົນ​ທີ່​ຢູ່​ຊີໂອນ​ເອີ້ຍ ໃຫ້​ໂຫ່​ຮ້ອງ​ດີໃຈ. ອິດສະຣາເອນ​ເອີ້ຍ ໃຫ້​ໂຫ່ຮ້ອງ​ດີໃຈ​ທີ່​ໄດ້​ໄຊຊະນະ.+ ຄົນ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ເອີ້ຍ ໃຫ້​ມີ​ຄວາມ​ມ່ວນຊື່ນ​ແລະ​ມີ​ຄວາມສຸກ​ຢ່າງ​ເຕັມທີ.+ 15  ພະ​ເຢໂຫວາ​ບໍ່​ລົງໂທດ​ເຈົ້າ​ແລ້ວ.+ ເພິ່ນ​ໄດ້​ເຮັດ​ໃຫ້​ສັດຕູ​ຂອງ​ເຈົ້າ​ຖອຍ​ໜີ​ໄປ.+ ພະ​ເຢໂຫວາ​ກະສັດ​ຂອງ​ອິດສະຣາເອນ​ຢູ່​ກັບ​ເຈົ້າ.+ ເຈົ້າ​ຈະ​ບໍ່​ຕ້ອງ​ຢ້ານ​ຄວາມ​ຈິບຫາຍ​ອີກ​ຕໍ່ໄປ.+ 16  ໃນ​ມື້​ນັ້ນ​ຈະ​ມີ​ການ​ເວົ້າ​ກັບ​ເຢຣູຊາເລັມ​ວ່າ: “ຊີໂອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້.+ ບໍ່​ຕ້ອງ​ທໍ້ໃຈ*​ເດີ້. 17  ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ.+ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ. ເພິ່ນ​ຈະ​ຍົກຍ້ອງ​ເຈົ້າ​ດ້ວຍ​ຄວາມ​ດີໃຈ.+ ເພິ່ນ​ຈະ​ມີ​ຄວາມສຸກ*​ທີ່​ໄດ້​ຮັກ​ເຈົ້າ. ເພິ່ນ​ຈະ​ມີ​ຄວາມສຸກ​ຍ້ອນ​ເຈົ້າ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ. 18  ເຮົາ​ຈະ​ລວບລວມ​ຄົນ​ທີ່​ໂສກເສົ້າ​ເສຍໃຈ​ທີ່​ໄປ​ຮ່ວມ​ເທດສະການ​ຂອງ​ເຈົ້າ​ບໍ່​ໄດ້.+ເຂົາ​ເຈົ້າ​ບໍ່​ໄດ້​ໄປ​ຍ້ອນ​ເຂົາ​ເຈົ້າ​ຖືກ​ດູຖູກ​ຢູ່​ຕ່າງ​ປະເທດ.+ 19  ໃນ​ມື້​ນັ້ນ ເຮົາ​ຈະ​ຈັດການ​ທຸກ​ຄົນ​ທີ່​ຂົ່ມເຫງ​ເຈົ້າ.+ເຮົາ​ຈະ​ຊ່ວຍ​ຄົນ​ທີ່​ຍ່າງ​ຂາເຢັກ.+ເຮົາ​ຈະ​ລວບລວມ​ຄົນ​ທີ່​ກະຈັດ​ກະຈາຍ​ໄປ.+ ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຍົກຍ້ອງ​ແລະ​ມີ​ຊື່ສຽງໃນ​ທຸກ​ປະເທດ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ອັບອາຍ. 20  ໃນ​ມື້​ນັ້ນ ເຮົາ​ຈະ​ພາ​ພວກເຈົ້າ​ກັບມາ.ໃນ​ມື້​ນັ້ນ ເຮົາ​ຈະ​ລວບລວມ​ພວກເຈົ້າ​ໃຫ້​ມາ​ຢູ່​ນຳ​ກັນ. ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ຊື່ສຽງ​ແລະ​ໄດ້​ຮັບ​ການ​ຍົກຍ້ອງ+​ຈາກ​ທຸກ​ປະເທດ​ໃນ​ໂລກ​ນີ້.ແລ້ວ​ພວກເຈົ້າ​ຈະ​ເຫັນ ເມື່ອ​ເຮົາ​ລວບລວມ​ຄົນ​ທີ່​ເປັນ​ຊະເລີຍ​ກັບມາ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

ຂໍຄວາມໄຂເງື່ອນ

ຫຼື “ການ​ແກ້ໄຂ”
ຫຼື​ອາດ​ແປ​ວ່າ “ລຸກ​ຂຶ້ນ​ເປັນ​ພະຍານ”
ຫຼື “ນະມັດສະການ​ເຮົາ​ແບບ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ”
ໝາຍເຖິງ​ເຢຣູຊາເລັມ
ແປ​ຕາມ​ໂຕ​ວ່າ “ເພິ່ງ​ຊື່​ຂອງ​ພະ​ເຢໂຫວາ”
ແປ​ຕາມ​ໂຕ​ວ່າ “ຢ່າ​ໃຫ້​ມື​ຂອງ​ເຈົ້າ​ຕົກ”
ຫຼື “ອີ່ມ​ໃຈ​ພໍ​ໃຈ; ສະບາຍ​ໃຈ”