ເນເຮມີຢາ 1:1-11

  • ຂ່າວ​ຈາກ​ເມືອງ​ເຢຣູຊາເລັມ (1-​3)

  • ເນເຮມີຢາ​ອະທິດຖານ (4-​11)

1  ຕໍ່ໄປ​ນີ້​ແມ່ນ​ຄຳເວົ້າ​ຂອງ​ເນເຮມີຢາ*+​ລູກ​ຊາຍ​ຂອງ​ຮາກາລີຢາ. ໃນ​ເດືອນ​ກິດສະເລັບ* ປີ​ທີ 20* ຂ້ອຍ​ຢູ່​ໃນ​ວັງ​ທີ່​ຢູ່ເມືອງຊູຊາ.+  ຕອນ​ນັ້ນ ອ້າຍນ້ອງ​ຜູ້​ໜຶ່ງ​ຂອງ​ຂ້ອຍ​ຊື່​ຮານານີ+​ກັບ​ຄົນ​ອື່ນ​ໆ​ທີ່​ຢູ່​ຢູດາ​ໄດ້​ມາ​ຫາ​ຂ້ອຍ ຂ້ອຍ​ຈຶ່ງ​ຖາມ​ເຂົາ​ເຈົ້າ​ວ່າ: “ພວກ​ຢິວ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ເປັນ​ແນວ​ໃດ?+ ເມືອງ​ເຢຣູຊາເລັມ​ເດ​ເປັນ​ຈັ່ງ​ໃດ?”  ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ຢິວ​ທີ່​ກັບ​ມາ​ຈາກ​ບາບີໂລນ​ຢູ່​ໃນ​ສະພາບ​ທີ່​ເປັນ​ຕາ​ອີ່ຕົນ​ແລະເປັນ​ຕາ​ອາຍຫຼາຍ.+ ກຳແພງ​ເມືອງ​ທີ່​ເພ+​ແລະ​ປະຕູ​ເມືອງ​ທີ່​ຖືກ​ຈູດ​ກໍ​ຍັງເປັນຄື​ເກົ່າ.”+  ເມື່ອ​ໄດ້​ຍິນ​ແນວ​ນັ້ນ ຂ້ອຍ​ກໍ​ນັ່ງ​ລົງ​ແລະ​ຮ້ອງ​ໄຫ້. ຍ້ອນ​ຂ້ອຍ​ເສົ້າໃຈ​ຫຼາຍ ຂ້ອຍ​ຈຶ່ງ​ອົດ​ເຂົ້າ+​ແລະ​ອະທິດຖານ​ຫຼາຍ​ມື້​ຫາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ.  ຂ້ອຍ​ອະທິດຖານ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ ພະອົງ​ຍິ່ງ​ໃຫຍ່​ແລະ​ສົມຄວນ​ໄດ້ຮັບ​ຄວາມ​ນັບ​ຖື. ພະອົງ​ເຮັດ​ຕາມ​ສັນຍາ​ສະເໝີ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຄົນ​ທີ່​ຮັກ​ພະອົງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ.+  ຂໍ​ພະອົງ​ຕັ້ງ​ໃຈ​ຟັງ​ແລະ​ສົນໃຈ​ຄຳ​ອະທິດຖານ​ຂອງ​ລູກ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ທີ່​ອະທິດຖານ​ຫາ​ພະອົງ​ໃນ​ມື້​ນີ້. ລູກ​ອະທິດຖານ​ຫາ​ພະອົງ​ໝົດ​ມື້​ໝົດ​ຄືນ+​ເລື່ອງ​ພວກ​ອິດສະຣາເອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ ແລະ​ລູກ​ຂໍ​ສາລະພາບ​ຄວາມຜິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ຕໍ່​ພະອົງ ທັງ​ລູກ​ແລະຄົນ​ຂອງ​ລູກ*​ໄດ້​ເຮັດ​ຜິດ​ຕໍ່​ພະອົງ.+  ພວກ​ເຮົາ​ເຮັດ​ຊົ່ວ​ຕໍ່​ພະອົງ+​ໂດຍ​ບໍ່​ເຮັດ​ຕາມ​ກົດໝາຍ ຂໍ້​ກຳນົດ ແລະ​ການ​ຕັດສິນ​ທີ່​ພະອົງ​ໃຫ້​ໄວ້​ຜ່ານ​ທາງ​ໂມເຊ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ.+  ຂໍ​ພະອົງ​ຄິດເຖິງ​ສິ່ງ​ທີ່​ພະອົງ​ເຄີຍ​ເຕືອນ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ວ່າ ‘ຖ້າ​ພວກ​ເຈົ້າ​ບໍ່​ສັດຊື່ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​.+  ແຕ່​ຖ້າ​ພວກ​ເຈົ້າ​ກັບ​ມາ​ຫາ​ເຮົາ ແລ້ວ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ເຮົາ ເຖິງ​ວ່າ​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່ບ່ອນ​ທີ່​ໄກ​ໆ​ ເຮົາ​ກໍ​ຈະ​ລວບລວມ​ພວກ​ເຈົ້າ+​ໃຫ້​ກັບ​ມາ​ຢູ່​ບ່ອນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເຮົາ.’+ 10  ເຂົາ​ເຈົ້າ​ເປັນ​ຜູ້​ຮັບ​ໃຊ້​ແລະ​ເປັນ​ປະຊາຊົນ​ຂອງ​ພະອົງ ພະອົງ​ໄດ້​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ພະອົງ​ເພື່ອຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ.*+ 11  ພະ​ເຢໂຫວາ ຂໍ​ພະອົງ​ຕັ້ງ​ໃຈ​ຟັງ​ຄຳ​ອະທິດຖານ​ຂອງ​ລູກ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ ແລະ​ຟັງ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບ​ໃຊ້​ຄົນ​ອື່ນ​ໆ​ທີ່​ນັບຖື*​ຊື່​ຂອງ​ພະອົງ​ຈາກ​ໃຈ. ຂໍ​ໃຫ້​ກະສັດ​ອີ່ຕົນ​ລູກ​ແລະອະນຸຍາດ​ໃຫ້​ລູກ​ເຮັດ​ຕາມ​ສິ່ງ​ທີ່​ລູກ​ຂໍ​ໃນ​ມື້​ນີ້.”+ ຕອນນັ້ນ ຂ້ອຍ​ເຮັດ​ວຽກ​ເປັນ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ໃຫ້​ກະສັດ.+

ຂໍຄວາມໄຂເງື່ອນ

ແປ​ວ່າ “ພະ​ເຢໂຫວາ​ປອບ​ໃຈ.” ໃນ​ພາສາ​ຕົ້ນ​ສະບັບ​ໃຊ້​ຊື່​ຫຍໍ້​ຂອງ​ພະເຈົ້າ​ວ່າ “ຢາ.”
ໝາຍເຖິງ​ປີ​ທີ 20 ທີ່​ກະສັດ​ອາຕາເຊເຊັດ​ທີ 1 ປົກຄອງ
ແປ​ຕາມ​ໂຕ​ວ່າ “ຄອບຄົວ​ພໍ່​ຂອງ​ລູກ”
ແປ​ຕາມ​ໂຕ​ວ່າ “ໄຖ່”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”