ເນເຮມີຢາ 11:1-36

  • ມີ​ຄົນ​ມາ​ຢູ່​ເມືອງ​ເຢຣູຊາເລັມ​ຫຼາຍ​ຂຶ້ນ (1-​36)

11  ພວກ​ເຈົ້າ​ນາຍ​ຂອງ​ປະຊາຊົນ​ອາໄສ​ຢູ່​ໃນ​ເມືອງ​ເຢຣູຊາເລັມ.+ ສ່ວນ​ປະຊາຊົນ​ໄດ້​ຈົກ​ສະຫຼາກ+​ເພື່ອ​ເລືອກ​ເອົາ​ຜູ້​ໜຶ່ງ​ໃນ​ທຸກ​ໆ​ 10 ຄົນ​ໃຫ້​ມາ​ຢູ່​ເມືອງ​ເຢຣູຊາເລັມ​ທີ່​ເປັນ​ເມືອງ​ບໍລິສຸດ ແລະ​ອີກ 9 ຄົນ​ໃຫ້​ໄປ​ຢູ່​ໃນ​ເມືອງ​ອື່ນ​ໆ​.  ບາງຄົນ​ສະໝັກ​ໃຈ​ຍ້າຍ​ໄປ​ຢູ່​ເມືອງ​ເຢຣູຊາເລັມ ແລະ​ປະຊາຊົນ​ໄດ້ຊົມເຊີຍເຂົາ​ເຈົ້າ.  ຕໍ່​ໄປ​ນີ້​ແມ່ນ​ພວກ​ຄົນ​ສຳຄັນ​ຂອງ​ແຂວງ​ຢູດາ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຢຣູຊາເລັມ. (ສ່ວນ​ຄົນ​ອື່ນ​ໆ​ທີ່​ເປັນ​ພວກ​ປະໂລຫິດ ພວກ​ເລວີ ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ*+ ແລະ​ລູກ​ຫຼານ​ພວກ​ຄົນ​ຮັບ​ໃຊ້​ຂອງ​ໂຊໂລໂມນ+​ກັບ​ພວກ​ອິດສະຣາເອນ​ຄົນ​ອື່ນ​ໆ​ໄດ້​ອາໄສ​ຢູ່​ເມືອງ​ຂອງ​ໂຕເອງ​ໃນ​ເຂດ​ຂອງ​ຢູດາ.+  ມີ​ບາງຄົນ​ຈາກ​ຕະກູນ​ຢູດາແລະ​ຕະກູນ​ເບັນຢາມິນ​ອາໄສ​ຢູ່​ເມືອງ​ເຢຣູຊາເລັມ.) ຄົນ​ສຳຄັນ​ຜູ້​ໜຶ່ງ​ຈາກ​ຕະກູນ​ຢູດາ​ແມ່ນ​ອາທາຢາ​ລູກ​ຊາຍ​ຂອງ​ອຸດຊີຢາ. ອຸດຊີຢາ​ເປັນ​ລູກ​ຊາຍ​ຂອງ​ເຊຄາຣີຢາ ເຊຄາຣີຢາ​ເປັນ​ລູກ​ຊາຍ​ຂອງ​ອາມາຣີຢາ ອາມາຣີຢາ​ເປັນ​ລູກ​ຊາຍ​ຂອງ​ເຊຟາຕີຢາ ເຊຟາຕີຢາ​ເປັນ​ລູກ​ຊາຍ​ຂອງ​ມາຮາລາເລນ ມາຮາລາເລນ​ເປັນ​ລູກ​ຫຼານ​ຂອງ​ເປເຣດ.+  ນອກ​ຈາກ​ນັ້ນ​ຍັງ​ມີ​ມາອາເສຢາ​ລູກ​ຊາຍ​ຂອງ​ບາຣຸກ. ບາຣຸກ​ເປັນ​ລູກ​ຊາຍ​ຂອງ​ໂກນໂຮເຊ ໂກນໂຮເຊ​ເປັນ​ລູກ​ຊາຍ​ຂອງ​ຮາຊາຢາ ຮາຊາຢາ​ເປັນ​ລູກ​ຊາຍ​ຂອງ​ອາດາຢາ ອາດາຢາ​ເປັນ​ລູກ​ຊາຍ​ຂອງ​ໂຢຢາຣິບ ໂຢຢາຣິບ​ເປັນ​ລູກ​ຊາຍ​ຂອງ​ເຊຄາຣີຢາ ເຊຄາຣີຢາ​ເປັນລູກ​ຫຼານ​ຂອງ​ເຊລາ.  ລູກ​ຫຼານ​ຂອງ​ເປເຣດ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ມີ​ທັງ​ໝົດ 468 ຄົນ. ເຂົາ​ເຈົ້າ​ເປັນ​ຄົນກ້າຫານ.  ຄົນ​ສຳຄັນ​ຜູ້​ໜຶ່ງ​ຈາກ​ຕະກູນ​ເບັນຢາມິນ​ແມ່ນ​ສັນລູ+​ລູກ​ຊາຍ​ຂອງ​ເມຊຸນລຳ. ເມຊຸນລຳ​ເປັນ​ລູກ​ຊາຍ​ຂອງ​ໂຢເອັດ ໂຢເອັດ​ເປັນ​ລູກ​ຊາຍ​ຂອງ​ເປດາຢາ ເປດາຢາ​ເປັນ​ລູກ​ຊາຍ​ຂອງ​ໂກລາຢາ ໂກລາຢາ​ເປັນ​ລູກ​ຊາຍ​ຂອງ​ມາອາເສຢາ ມາອາເສຢາ​ເປັນ​ລູກ​ຊາຍ​ຂອງ​ອີທິເອນ ອີທິເອນ​ເປັນ​ລູກ​ຊາຍ​ຂອງ​ເຢຊາຢາ.  ນອກ​ຈາກ​ນັ້ນ​ຍັງ​ມີກັບບາຍ​ແລະ​ຊັນລາຍ. ຈາກ​ຕະກູນ​ນີ້​ລວມ​ທັງ​ໝົດ​ມີ 928 ຄົນ.  ໂຢເອນ​ລູກ​ຊາຍ​ຂອງ​ຊິກຣີ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ ແລະ​ຢູດາ​ລູກ​ຊາຍ​ຂອງ​ຮັດເສນູອາ​ເປັນ​ຜູ້​ຮອງ​ຈາກ​ລາວ. 10  ປະໂລຫິດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ມີ: ເຢດາຢາ​ລູກ​ຊາຍ​ຂອງ​ໂຢຢາຣິບ ຢາກິນ+ 11  ແລະ​ເສຣາຢາ​ລູກ​ຊາຍ​ຂອງ​ຮິນກີຢາ. ຮິນກີຢາ​ເປັນ​ລູກ​ຊາຍ​ຂອງ​ເມຊຸນລຳ ເມຊຸນລຳ​ເປັນ​ລູກ​ຊາຍ​ຂອງ​ຊາໂດກ ຊາໂດກ​ເປັນ​ລູກ​ຊາຍ​ຂອງ​ເມຣາໂຢດ ເມຣາໂຢດ​ເປັນ​ລູກ​ຊາຍ​ຂອງ​ອາຮີຕຸບ+​ທີ່​ເປັນ​ຫົວ​ໜ້າ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 12  ເຂົາ​ເຈົ້າ​ກັບ​ພວກ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ເຮັດ​ວຽກ​ຢູ່​ວິຫານ​ມີ​ທັງ​ໝົດ 822 ຄົນ. ປະໂລຫິດ​ອີກ​ຜູ້​ໜຶ່ງ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ແມ່ນ​ອາດາຢາ​ລູກ​ຊາຍ​ຂອງ​ເຢໂຣຮາມ. ເຢໂຣຮາມ​ເປັນ​ລູກ​ຊາຍ​ຂອງ​ເປລາອີຢາ ເປລາອີຢາ​ເປັນ​ລູກ​ຊາຍ​ຂອງ​ອາມຊີ ອາມຊີ​ເປັນ​ລູກ​ຊາຍ​ຂອງ​ເຊຄາຣີຢາ ເຊຄາຣີຢາ​ເປັນ​ລູກ​ຊາຍ​ຂອງ​ປັດຊູ+ ປັດຊູ​ເປັນ​ລູກ​ຊາຍ​ຂອງ​ມັນກີຢາ. 13  ລາວ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ທີ່​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ມີ​ທັງ​ໝົດ 242 ຄົນ. ນອກ​ຈາກ​ນັ້ນ​ຍັງ​ມີ​ອາມັດໄຊ​ລູກ​ຊາຍ​ຂອງ​ອັດຊາເຣນ. ອັດຊາເຣນ​ເປັນ​ລູກ​ຊາຍ​ຂອງ​ອາຮະຊາຍ ອາຮະຊາຍ​ເປັນ​ລູກ​ຊາຍ​ຂອງ​ເມຊິນເລໂມດ ເມຊິນເລໂມດ​ເປັນ​ລູກ​ຊາຍ​ຂອງ​ອິມເມ. 14  ລາວ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວທີ່​ເປັນ​ຄົນ​ກ້າຫານ​ມີ​ທັງ​ໝົດ 128 ຄົນ. ຊັບດີເອນ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ​ແລະ​ລາວ​ມາ​ຈາກ​ຄອບຄົວ​ທີ່ມີ​ຊື່ສຽງ. 15  ໃນ​ພວກເລວີ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ມີ​ຜູ້​ໜຶ່ງ​ຊື່​ເຊມາຢາ.+ ລາວ​ເປັນ​ລູກ​ຊາຍ​ຂອງ​ຮັດຊຸບ​ເປັນ​ຫຼານ​ຂອງ​ອັດຊະຣິກາມ​ແລະ​ເປັນ​ເຫຼນ​ຂອງ​ຮາຊາບີຢາ​ທີ່​ເປັນ​ລູກ​ຊາຍ​ຂອງ​ບຸນນີ. 16  ມີ​ຫົວ​ໜ້າ​ຂອງ​ພວກ​ເລວີ​ອີກ 2 ຄົນ​ຊື່​ຊັບເບທາຍ+​ກັບ​ໂຢຊາບັດ+​ທີ່​ເບິ່ງ​ແຍງ​ວຽກ​ຢູ່​ທາງ​ນອກ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 17  ນອກ​ຈາກ​ນັ້ນ​ກໍ​ຍັງ​ມີ​ມັດຕານີຢາ+​ທີ່​ເປັນ​ຜູ້​ນຳ​ກຸ່ມ​ທີ່​ຮ້ອງ​ເພງ​ສັນລະເສີນ​ຕອນ​ອະທິດຖານ.+ ລາວ​ເປັນ​ລູກ​ຊາຍ​ຂອງ​ມີກາ​ເປັນ​ຫຼານ​ຂອງ​ຊັບດີ​ແລະ​ເປັນ​ເຫຼນ​ຂອງ​ອາສັບ.+ ບັກບຸກີຢາ​ເປັນ​ຜູ້​ຮອງ​ຈາກ​ລາວ ແລະ​ອັບດາ​ເປັນຜູ້​ຊ່ວຍເຂົາ​ເຈົ້າ. ອັບດາ​ເປັນ​ລູກ​ຊາຍ​ຂອງ​ຊາມມູອາ​ເປັນ​ຫຼານ​ຂອງ​ກາລັນ​ແລະ​ເປັນ​ເຫຼນ​ຂອງ​ເຢດູທູນ.+ 18  ພວກ​ເລວີ​ທີ່​ຢູ່​ໃນ​ເມືອງ​ບໍລິສຸດ​ມີ​ທັງ​ໝົດ 284 ຄົນ. 19  ພວກ​ຄົນຍາມ​ປະຕູ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ມີ: ອັກກຸບ ຕັນໂມນ+ ແລະພວກ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ ລວມ​ທັງ​ໝົດ​ມີ 172 ຄົນ. 20  ພວກ​ອິດສະຣາເອນ ພວກ​ປະໂລຫິດ ແລະ​ພວກ​ເລວີ​ທີ່​ເຫຼືອກໍ​ອາໄສ​ຢູ່​ໃນ​ເມືອງ​ອື່ນ​ໆ​ຂອງ​ຢູດາ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ເປັນ​ມໍລະດົກ. 21  ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ+​ອາໄສ​ຢູ່​ໂອເຟນ.+ ຊີຮາ​ກັບ​ກິດຊະປາ​ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. 22  ຜູ້​ທີ່​ເບິ່ງ​ແຍງ​ພວກ​ເລວີ​ໃນ​ເມືອງ​ເຢຣູຊາເລັມ​ແມ່ນ​ອຸດຊີ​ລູກ​ຊາຍ​ຂອງ​ບານີ. ບານີ​ເປັນ​ລູກ​ຊາຍ​ຂອງ​ຮາຊາບີຢາ ຮາຊາບີຢາ​ເປັນ​ລູກ​ຊາຍ​ຂອງ​ມັດຕານີຢາ ມັດຕານີຢາ​ເປັນ​ລູກ​ຊາຍ​ຂອງ​ມິກາ+ ມິກາ​ເປັນ​ລູກ​ຫຼານ​ຂອງ​ອາສັບ​ທີ່​ເປັນ​ນັກຮ້ອງ. ລາວ​ເບິ່ງ​ແຍງ​ວຽກ​ຢູ່​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. 23  ກະສັດ*​ໄດ້ອອກ​ຄຳ​ສັ່ງ+​ໃຫ້​ເບິ່ງ​ແຍງ​ພວກ​ນັກຮ້ອງ ເຊິ່ງ​ລວມ​ເຖິງ​ການ​ຈັດ​ຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ເຂົາ​ເຈົ້າ​ໃນ​ແຕ່ລະມື້. 24  ເປທາຮີຢາ​ເປັນ​ທີ່​ປຶກສາ​ຂອງ​ກະສັດ​ກ່ຽວ​ກັບ​ທຸກ​ເລື່ອງ​ຂອງ​ປະຊາຊົນ. ລາວ​ເປັນ​ລູກ​ຊາຍ​ຂອງ​ເມເຊດຊາເບນ. ເມເຊດຊາເບນ​ເປັນ​ລູກ​ຫຼານ​ຂອງ​ເຊຣາ ເຊຣາ​ເປັນ​ລູກ​ຊາຍ​ຂອງ​ຢູດາ. 25  ເມືອງ​ນ້ອຍ​ໆ​ທີ່​ມີທົ່ງ​ຫຍ້າ​ທີ່​ບາງຄົນ​ໃນ​ຕະກູນ​ຢູດາ​ໄປ​ອາໄສ​ຢູ່​ມີ: ເມືອງ​ກີຣິອາດອາຣະບາ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ດີໂບນ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ເຢກັບເຊເອນ+​ກັບ​ບ້ານ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ 26  ເມືອງ​ເຢຊູອາ ເມືອງ​ໂມລາດາ+ ເມືອງ​ເບັດເປເລັດ+ 27  ເມືອງ​ຮາຊາຊູອານ+ ເມືອງ​ເບເອເຊບາ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ 28  ເມືອງ​ຊິກລັກ+ ເມືອງ​ເມໂກນາ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ 29  ເມືອງ​ເອັນ​ຣິມໂມນ+ ເມືອງ​ໂຊຣາ+ ເມືອງ​ຢາຣະມຸດ 30  ເມືອງ​ຊາໂນອາ+ ເມືອງ​ອະດຸລາມ​ກັບ​ບ້ານ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ເມືອງ​ລາກິດ+​ກັບເຂດ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລະ​ເມືອງ​ອາເຊກາ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ. ເຂົາ​ເຈົ້າ​ຢູ່​ຕັ້ງ​ແຕ່​ເມືອງ​ເບເອເຊບາ​ໄປ​ຈົນ​ຮອດ​ຮ່ອມພູ​ຮິນໂນມ.+ 31  ເມືອງ​ຕ່າງ​ໆ​ທີ່​ຄົນ​ໃນ​ຕະກູນ​ເບັນຢາມິນ​ໄປ​ຢູ່ມີ: ເມືອງ​ເຄບາ+ ມິກມາດ ເມືອງ​ອາຢາ ເມືອງ​ເບເທນ+​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ 32  ເມືອງ​ອານາໂທດ+ ເມືອງ​ໂນບ+ ເມືອງ​ອານານີຢາ 33  ເມືອງ​ຮາໂສ ເມືອງ​ຣາມາ+ ກິດຕາຢິມ 34  ເມືອງ​ຮາດິດ ເມືອງ​ເຊໂບຢິມ ນາບາລາດ 35  ເມືອງ​ໂລດ ແລະ​ເມືອງ​ໂອໂນ+​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ຮ່ອມ​ພູ​ຂອງ​ຄົນ​ທີ່​ເກັ່ງ​ດ້ານ​ສີ​ໄມ້​ລາຍ​ມື. 36  ພວກ​ເລວີ​ບາງ​ກຸ່ມ​ຈາກ​ເຂດ​ຂອງ​ຕະກູນ​ຢູດາ​ຖືກ​ມອບໝາຍ​ໃຫ້​ໄປ​ຢູ່​ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ.

ຂໍຄວາມໄຂເງື່ອນ

ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”
ອາດ​ໝາຍເຖິງ​ກະສັດ​ອາຕາເຊເຊັດ