ເນເຮມີຢາ 12:1-47

  • ລາຍຊື່​ຂອງ​ພວກ​ປະໂລຫິດ​ແລະ​ພວກເລວີ (1-​26)

  • ການ​ອຸທິດ​ກຳແພງ (27-​43)

  • ການ​ສະໜັບສະໜູນ​ວຽກ​ຮັບ​ໃຊ້​ໃນ​ວິຫານ (44-​47)

12  ນີ້​ແມ່ນ​ລາຍ​ຊື່​ຂອງ​ພວກ​ປະໂລຫິດ​ແລະ​ພວກ​ເລວີ​ທີ່ກັບ​ມາ​ຈາກ​ບາບີໂລນ​ພ້ອມ​ກັບ​ເຊຣູບາເບນ+​ລູກ​ຊາຍ​ຂອງ​ເຊອານຕີເອນ+​ແລະ​ເຢຊູອາ.+ ພວກ​ປະໂລຫິດ​ມີ: ເສຣາຢາ ເຢເຣມີຢາ ເອັດຊະຣາ  ອາມາຣີຢາ ມັນລຸກ ຮັດຕຸຊະ  ເຊການີອາ ເຣຮູມ ເມເຣໂມດ  ອິດໂດ ກິນເນທອຍ ອາບີຢາ  ມິຢາມິນ ມາອາດີຢາ ບິນກາ  ເຊມາຢາ ໂຢຢາຣິບ ເຢດາຢາ  ສັນລູ ອາໂມກ ຮິນກີຢາ ແລະ​ເຢດາຢາ. ທັງ​ໝົດ​ນີ້​ເປັນ​ຫົວ​ໜ້າ​ຂອງ​ພວກ​ປະໂລຫິດ​ແລະ​ເປັນ​ຫົວ​ໜ້າ​ພວກ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ໃນ​ສະໄໝ​ຂອງ​ເຢຊູອາ.  ພວກ​ເລວີ​ມີ: ເຢຊູອາ ບິນນຸຍ ກັດມີເອນ+ ເຊເຣບີຢາ ຢູດາ ມັດຕານີຢາ+​ທີ່​ເປັນ​ຜູ້​ນຳ​ໃນ​ການ​ຮ້ອງ​ເພງ​ຂອບໃຈ​ພະເຈົ້າ​ນຳ​ກັນ​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ  ແລະ​ບັກບຸກີຢາ​ກັບ​ອຸນນີ​ທີ່​ເປັນ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ແລະ​ຢືນ​ຢູ່​ກົງ​ກັນ​ຂ້າມ​ກັບ​ເຂົາ​ເຈົ້າເພື່ອ​ຍາມ​ວິຫານ.* 10  ເຢຊູອາ​ເປັນ​ພໍ່​ຂອງ​ໂຢຢາກີມ ໂຢຢາກີມ​ເປັນ​ພໍ່​ຂອງ​ເອລີຢາຊິບ+ ເອລີຢາຊິບ​ເປັນ​ພໍ່​ຂອງ​ໂຢຢາດາ+ 11  ໂຢຢາດາ​ເປັນ​ພໍ່​ຂອງ​ໂຢນາທານ ໂຢນາທານ​ເປັນ​ພໍ່​ຂອງ​ຢັດດູອາ. 12  ພວກ​ປະໂລຫິດ​ແລະ​ພວກ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃນ​ສະໄໝ​ຂອງ​ໂຢຢາກີມ​ມີ: ເມຣາຢາຈາກ​ຄອບຄົວ​ເສຣາຢາ+ ຮານານີຢາ​ຈາກ​ຄອບຄົວ​ເຢເຣມີຢາ 13  ເມຊຸນລຳ​ຈາກ​ຄອບຄົວ​ເອັດຊະຣາ+ ເຢໂຮຮານັນ​ຈາກ​ຄອບຄົວ​ອາມາຣີຢາ 14  ໂຢນາທານ​ຈາກ​ຄອບຄົວ​ມັນລຸກີ ໂຢເຊັບ​ຈາກ​ຄອບຄົວ​ເຊບານີຢາ 15  ອັດນາ​ຈາກ​ຄອບຄົວ​ຮາຣີມ+ ເຮນກາຍ​ຈາກ​ຄອບຄົວ​ເມຣາໂຢດ 16  ເຊຄາຣີຢາ​ຈາກ​ຄອບຄົວ​ອິດໂດ ເມຊຸນລຳ​ຈາກ​ຄອບຄົວ​ກິນເນໂທນ 17  ຊິກຣີ​ຈາກ​ຄອບຄົວ​ອາບີຢາ+ . . .*​ຈາກ​ຄອບຄົວ​ມິນຢາມິນ ປິນຕາຍ​ຈາກ​ຄອບຄົວ​ໂມອາດີຢາ 18  ຊາມມູອາ​ຈາກ​ຄອບຄົວ​ບິນກາ+ ເຢໂຮນາທານ​ຈາກ​ຄອບຄົວ​ເຊມາຢາ 19  ມັດເຕນາຍ​ຈາກ​ຄອບຄົວ​ໂຢຢາຣິບ ອຸດຊີ​ຈາກ​ຄອບຄົວ​ເຢດາຢາ+ 20  ການລາຍ​ຈາກ​ຄອບຄົວ​ຊັນລາຍ ເຮເບ​ຈາກ​ຄອບຄົວ​ອາໂມກ 21  ຮາຊາບີຢາ​ຈາກ​ຄອບຄົວ​ຮິນກີຢາ ເນທາເນນ​ຈາກ​ຄອບຄົວ​ເຢດາຢາ. 22  ລາຍຊື່ຂອງ​ພວກ​ເລວີ​ກັບ​ພວກ​ປະໂລຫິດ​ທີ່​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ໃນ​ສະໄໝ​ຂອງ​ເອລີຢາຊິບ ໂຢຢາດາ ໂຢຮານານ ແລະ​ຢັດດູອາ+​ໄດ້ຂຽນ​ໄວ້​ຮອດ​ແຕ່​ສະໄໝ​ຂອງ​ດາຣິອຸດ*​ກະສັດ​ຂອງ​ເປີເຊຍ. 23  ລາຍຊື່​ຂອງ​ພວກ​ເລວີ​ທີ່​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຖືກ​ຂຽນ​ໄວ້​ໃນປຶ້ມ​ປະຫວັດສາດ​ຮອດ​ແຕ່​ສະໄໝ​ຂອງ​ໂຢຮານານ​ລູກ​ຊາຍ​ຂອງ​ເອລີຢາຊິບ. 24  ຫົວ​ໜ້າ​ພວກ​ເລວີ​ມີ: ຮາຊາບີຢາ ເຊເຣບີຢາ ເຢຊູອາ+​ລູກ​ຊາຍ​ຂອງ​ກັດມີເອນ+ ແລະ​ພວກ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າທີ່​ເປັນ​ຄົນ​ຍາມ​ເຊິ່ງ​ຢືນ​ເປັນ​ກຸ່ມ​ຢູ່​ກົງ​ກັນ​ຂ້າມ​ກັບ​ເຂົາ​ເຈົ້າ​ເພື່ອ​ສັນລະເສີນ​ແລະ​ຂອບໃຈ​ພະເຈົ້າ​ຕາມ​ທີ່​ດາວິດຜູ້​ຮັບ​ໃຊ້ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ສັ່ງ​ໄວ້.+ 25  ນອກ​ຈາກ​ນັ້ນ​ກໍ​ຍັງ​ມີ​ມັດຕານີຢາ+ ບັກບຸກີຢາ ໂອບາດີຢາ ເມຊຸນລຳ ຕັນໂມນ ແລະ​ອັກກຸບ.+ ເຂົາ​ເຈົ້າ​ຍາມ​ຢູ່​ໜ້າ​ຫ້ອງ​ມ້ຽນ​ເຄື່ອງ​ໃກ້​ກັບປະຕູ​ວິຫານ.+ 26  ຄົນ​ເຫຼົ່ານີ້​ຮັບ​ໃຊ້​ໃນ​ສະໄໝ​ຂອງ​ໂຢຢາກີມ​ລູກ​ຊາຍ​ຂອງ​ເຢຊູອາ+​ຫຼານ​ຂອງ​ໂຢດຊາດັກ ແລະ​ໃນ​ສະໄໝ​ທີ່​ເນເຮມີຢາ​ເປັນ​ເຈົ້າ​ແຂວງ​ແລະ​ໃນ​ສະໄໝ​ຂອງ​ປະໂລຫິດ​ເອັດຊະຣາ​ເຊິ່ງ​ເປັນ+​ຜູ້​ທີ່​ຊຳນານ​ໃນ​ການ​ຄັດ​ລອກ​ພະຄຳພີ. 27  ເມື່ອ​ໃກ້​ຊິ​ຮອດ​ມື້​ອຸທິດ​ກຳແພງ​ເມືອງ​ເຢຣູຊາເລັມ ເຂົາ​ເຈົ້າ​ກໍ​ໄປ​ຊອກ​ພວກ​ເລວີ​ຈາກ​ທຸກ​ບ່ອນ​ໃຫ້​ມາ​ເມືອງ​ເຢຣູຊາເລັມ​ເພື່ອ​ສະຫຼອງ​ການ​ອຸທິດ​ກຳແພງ ມາ​ມ່ວນ​ຊື່ນ​ນຳ​ກັນ ມາ​ຮ້ອງ​ເພງ​ຂອບໃຈ​ພະເຈົ້າ+ ມາ​ຕີ​ແສ່ງ ມາ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ແລະ​ດີດ​ພິນ. 28  ລູກ​ຫຼານ​ຂອງ​ພວກ​ນັກຮ້ອງ*​ໄດ້​ມາ​ລວມ​ກັນ. ເຂົາ​ເຈົ້າ​ມາ​ຈາກ​ເຂດ​ທີ່​ຢູ່​ໃກ້​ໆ​* ຈາກ​ແຖວ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຢຣູຊາເລັມ ຈາກ​ເມືອງ​ນ້ອຍ​ໆ​ທີ່​ພວກ​ເນໂຕຟາ​ຢູ່+ 29  ຈາກ​ເມືອງ​ເບັດກິນການ+ ຈາກເຂດ​ເມືອງ​ເຄບາ+ ແລະ​ເຂດ​ເມືອງ​ອາຊະມາເວດ.+ ພວກ​ນັກຮ້ອງ​ເຫຼົ່ານີ້​ອາໄສ​ຢູ່​ອ້ອມແອ້ມ​ເມືອງ​ເຢຣູຊາເລັມ. 30  ພວກ​ປະໂລຫິດ​ແລະ​ພວກ​ເລວີ​ໄດ້​ເຮັດ​ໃຫ້​ໂຕເອງ​ບໍລິສຸດ ແລະ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ປະຊາຊົນ+ ປະຕູ​ເມືອງ+ ແລະ​ກຳແພງ​ເມືອງ+​ບໍລິສຸດ. 31  ຈາກ​ນັ້ນ ຂ້ອຍ​ກໍ​ພາ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ຂຶ້ນ​ໄປ​ເທິງ​ກຳແພງ. ຂ້ອຍ​ຍັງ​ໄດ້ແບ່ງພວກ​ນັກຮ້ອງ​ທີ່​ຮ້ອງ​ເພງ​ຂອບໃຈ​ພະເຈົ້າ​ອອກ​ເປັນ 2 ກຸ່ມ​ໃຫຍ່ ແລະແຕ່​ລະ​ກຸ່ມມີ​ຄົນ​ແຫ່ນຳຫຼັງ​ເຂົາ​ເຈົ້າ​ໄປ. ກຸ່ມ​ທີ 1 ຍ່າງ​ໄປ​ເບື້ອງ​ຂວາ​ຂອງ​ກຳແພງ​ໄປ​ທາງ​ປະຕູ​ກອງ​ຂີ້ເທົ່າ.+ 32  ພວກ​ທີ່​ຍ່າງ​ນຳ​ຫຼັງເຂົາ​ເຈົ້າ​ແມ່ນ​ໂຮ​ຊາ​ອີ​ຢາ ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ເຄິ່ງ​ໜຶ່ງ 33  ອາຊາຣີຢາ ເອັດຊະຣາ ເມຊຸນລຳ 34  ຢູດາ ເບັນຢາມິນ ເຊມາຢາ ແລະ​ເຢເຣມີຢາ. 35  ມີປະໂລຫິດບາງຄົນ​ຖື​ແກ+​ແລະ​ຍ່າງ​ນຳ​ຫຼັງ​ເຂົາ​ເຈົ້າ. ຜູ້​ໜຶ່ງ​ໃນ​ນັ້ນ​ແມ່ນ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ໂຢນາທານ. ໂຢນາທານ​ເປັນ​ລູກ​ຊາຍ​ຂອງ​ເຊມາຢາ ເຊມາຢາ​ເປັນ​ລູກ​ຊາຍ​ຂອງ​ມັດຕານີຢາ ມັດຕານີຢາ​ເປັນ​ລູກ​ຊາຍ​ຂອງ​ມີກາຢາ ມີກາຢາ​ເປັນ​ລູກ​ຊາຍ​ຂອງ​ຊາກູເຣ ຊາກູເຣ​ເປັນ​ລູກ​ຊາຍ​ຂອງ​ອາສັບ.+ 36  ນອກ​ຈາກ​ນັ້ນ​ຍັງ​ມີ​ພວກ​ພີ່ນ້ອງ​ຂອງ​ລາວ​ທີ່​ຊື່​ເຊມາຢາ ອັດຊາເຣນ ມິລາລາຍ ກິລາລາຍ ມາອາຍ ເນທາເນນ ຢູດາ ແລະ​ຮານານີ. ເຂົາ​ເຈົ້າ​ຖື​ເຄື່ອງ​ດົນຕີ​ທີ່ຄ້າຍ​ຄື​ກັບ​ເຄື່ອງ​ດົນຕີ​ທີ່​ດາວິດ+​ຜູ້​ຮັບ​ໃຊ້​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ເຮັດ. ເອັດຊະຣາ+​ຜູ້​ທີ່​ຊຳນານ​ໃນ​ການ​ຄັດ​ລອກ​ພະຄຳພີ​ເປັນ​ຜູ້​ຍ່າງ​ອອກ​ໜ້າ​ເຂົາ​ເຈົ້າ. 37  ເມື່ອ​ມາ​ຮອດ​ປະຕູ​ນ້ຳ​ພຸ+ ເຂົາ​ເຈົ້າ​ຍ່າງ​ໄປ​ທາງ​ຂັ້ນໄດ+​ທີ່​ຂຶ້ນ​ໄປ​ເມືອງ​ຂອງ​ດາວິດ.+ ແລ້ວ​ເຂົາ​ເຈົ້າ​ກໍຍ່າງ​ຢູ່​ເທິງ​ກຳແພງແລະກາຍ​ວັງ​ຂອງ​ດາວິດ​ໄປ​ທາງ​ປະຕູ​ນ້ຳ+​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ. 38  ກຸ່ມ​ນັກຮ້ອງ​ທີ່​ຮ້ອງ​ເພງ​ຂອບໃຈ​ພະເຈົ້າ​ອີກ​ກຸ່ມ​ໜຶ່ງ​ກໍ​ຍ່າງ​ໄປ​ອີກ​ທາງ​ໜຶ່ງ. ຂ້ອຍ​ກັບ​ຄົນ​ອີກ​ເຄິ່ງ​ໜຶ່ງ​ຍ່າງ​ນຳ​ຫຼັງ​ເຂົາ​ເຈົ້າ. ພວກ​ເຮົາ​ຍ່າງ​ຢູ່​ເທິງ​ກຳແພງ​ກາຍ​ປ້ອມ​ເຕົາ​ອົບ+​ໄປ​ຫາ​ກຳແພງ​ທີ່​ຊື່​ວ່າ​ກຳແພງ​ກວ້າງ.+ 39  ແລ້ວ​ພວກ​ເຮົາ​ກໍ​ຍ່າງ​ໄປ​ທາງ​ປະຕູ​ເອຟຣາຢິມ+ ປະຕູ​ເມືອງ​ເກົ່າ+ ປະຕູ​ປາ+ ປ້ອມ​ຮານາເນນ+ ປ້ອມ​ເມອາ ປະຕູ​ແກະ+ ແລະພວກ​ເຮົາຢຸດ​ຢູ່​ປະຕູ​ທີ່​ຊື່​ວ່າ​ປະຕູ​ຄົນຍາມ. 40  ໃນ​ທີ່​ສຸດ ກຸ່ມ​ນັກຮ້ອງ​ທີ່​ຮ້ອງ​ເພງ​ຂອບໃຈ​ພະເຈົ້າ​ທັງ 2 ກຸ່ມ​ກໍ​ມາ​ຮອດ​ໜ້າ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ຂ້ອຍ​ກັບ​ພວກຜູ້ປົກຄອງ​ເຄິ່ງ​ໜຶ່ງ​ທີ່​ຢູ່​ນຳ​ຂ້ອຍກໍ​ຢືນ​ຢູ່​ຫັ້ນ​ນຳ​ເຂົາ​ເຈົ້າ​ຄື​ກັນ 41  ແລະ​ຍັງ​ມີ​ພວກ​ປະໂລຫິດ​ທີ່​ຖື​ແກ​ທີ່​ຊື່​ເອລີຢາກີມ ມາອາເສຢາ ມິນຢາມິນ ມີກາຢາ ເອລີໂອນາຍ ເຊຄາຣີຢາ ແລະ​ຮານານີຢາ. 42  ນອກ​ຈາກ​ນັ້ນ ຄົນ​ທີ່​ຢູ່​ນຳ​ຂ້ອຍ​ຍັງ​ມີ: ມາອາເສຢາ ເຊມາຢາ ເອເລອາຊາ ອຸດຊີ ເຢໂຮຮານັນ ມັນກີຢາ ເອລາມ ແລະ​ເອເຊ. ພວກ​ນັກຮ້ອງ​ໄດ້​ຮ້ອງ​ເພງ​ສຽງ​ດັງ ແລະ​ອິດຊະຣາຢາ​ເປັນ​ຜູ້​ນຳ​ເຂົາ​ເຈົ້າ. 43  ໃນ​ມື້​ນັ້ນ ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ຫຼາຍ​ແທ້​ຫຼາຍ​ວ່າ​ຢ່າງ​ມີ​ຄວາມ​ສຸກ+ ຍ້ອນ​ພະເຈົ້າ​ທ່ຽງແທ້​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ. ພວກ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ກໍ​ມີ​ຄວາມ​ສຸກ​ຄື​ກັນ.+ ໃນ​ເມືອງ​ເຢຣູຊາເລັມ​ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍ ຂະໜາດ​ຄົນ​ທີ່​ຢູ່​ບັກ​ໄກ​ໆ​ກໍ​ຍັງ​ໄດ້​ຍິນ​ສຽງ​ເຂົາ​ເຈົ້າ.+ 44  ໃນ​ມື້​ນັ້ນ​ມີ​ບາງຄົນ​ຖືກ​ແຕ່ງຕັ້ງ​ໃຫ້​ເບິ່ງ​ແຍງ​ຫ້ອງ​ຕ່າງ​ໆ​+​ທີ່ໃຊ້​ສຳລັບ​ມ້ຽນ​ເຄື່ອງ​ບໍລິຈາກ+ ຜົນລະປູກ​ຊຸດ​ທຳອິດ+ ແລະ​ເຄື່ອງ​ທີ່​ເປັນ 1 ສ່ວນ 10.+ ເຂົາ​ເຈົ້າ​ຕ້ອງ​ໄປ​ລວບລວມ​ເອົາ​ຜົນລະປູກ​ຈາກ​ໄຮ່​ຈາກ​ສວນ​ຂອງເມືອງ​ຕ່າງ​ໆ​ມາ​ໄວ້​ຢູ່​ຫ້ອງ​ເຫຼົ່ານີ້​ຕາມ​ທີ່​ກົດ​ໝາຍ​ກຳນົດ​ໄວ້+ ເພື່ອ​ເປັນ​ສ່ວນ​ແບ່ງ​ສຳລັບ​ພວກ​ປະໂລຫິດ​ແລະ​ພວກ​ເລວີ.+ ປະຊາຊົນ​ໃນ​ຢູດາ​ບໍລິຈາກ​ໃຫ້​ແບບ​ນີ້ຍ້ອນ​ເຂົາ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ມີ​ພວກ​ປະໂລຫິດ​ແລະ​ພວກ​ເລວີ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ວິຫານ. 45  ພວກ​ປະໂລຫິດ​ແລະ​ພວກເລວີເລີ່ມ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ຕາມ​ທີ່​ພະເຈົ້າ​ມອບໝາຍ​ໃຫ້​ແລະເຮັດ​ໃຫ້​ທຸກ​ສິ່ງ​ບໍລິສຸດ. ພວກ​ນັກຮ້ອງ​ແລະ​ພວກ​ຄົນຍາມ​ປະຕູ​ກໍ​ເຮັດ​ໜ້າ​ທີ່​ຂອງ​ໂຕເອງ​ຕາມ​ທີ່​ດາວິດ​ແລະ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ໄດ້​ສັ່ງ​ໄວ້. 46  ໃນ​ສະໄໝ​ຂອງ​ດາວິດ​ແລະ​ອາສັບ​ມີພວກ​ຫົວ​ໜ້າທີ່​ເບິ່ງ​ແຍງ​ພວກ​ນັກຮ້ອງ​ແລະ​ເບິ່ງ​ແຍງ​ເລື່ອງ​ເພງ​ສຳລັບ​ສັນລະເສີນ​ແລະ​ຂອບໃຈ​ພະເຈົ້າ.+ 47  ໃນ​ສະໄໝ​ຂອງ​ເຊຣູບາເບນ+​ແລະ​ໃນ​ສະໄໝ​ຂອງ​ເນເຮມີຢາ ພວກ​ອິດສະຣາເອນ​ທຸກ​ຄົນ​ຕ້ອງ​ໄດ້​ແບ່ງ​ບາງ​ສ່ວນ​ໃຫ້​ພວກ​ນັກຮ້ອງ+​ແລະ​ພວກ​ຄົນຍາມ​ປະຕູ+​ຕາມ​ທີ່​ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ໄດ້​ຮັບ​ໃນ​ແຕ່ລະມື້. ນອກ​ຈາກ​ນັ້ນ ພວກ​ອິດສະຣາເອນ​ຍັງ​ຕ້ອງ​ເອົາ 1 ສ່ວນ 10 ໃຫ້​ພວກ​ເລວີ+ ແລະ​ພວກ​ເລວີ​ຕ້ອງ​ເອົາ 1 ສ່ວນ 10 ຈາກ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ໃຫ້​ພວກ​ລູກ​ຫຼານ​ຂອງ​ອາໂຣນ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຢືນ​ຢູ່​ກົງ​ກັນ​ຂ້າມ​ກັນ​ຕອນ​ທີ່​ຮ້ອງ​ເພງ”
ເບິ່ງ​ຄື​ວ່າ​ໃນ​ສຳເນົາ​ເກົ່າ​ແກ່​ຂອງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ບໍ່​ມີ​ຊື່​ຢູ່​ບ່ອນ​ນີ້
ອາດ​ໝາຍເຖິງ​ກະສັດ​ດາຣິອຸດ​ທີ 2
ຫຼື “ພວກ​ນັກຮ້ອງ​ທີ່​ຖືກ​ຝຶກ​ມາ​ຢ່າງ​ດີ”
ໝາຍເຖິງ​ເຂດ​ທີ່​ຢູ່​ອ້ອມແອ້ມ​ແມ່​ນ້ຳ​ຈໍແດນ