ເນເຮມີຢາ 2:1-20

  • ເນເຮມີຢາ​ຖືກ​ສົ່ງ​ໄປ​ເມືອງ​ເຢຣູຊາເລັມ (1-​10)

  • ເນເຮມີຢາ​ກວດ​ເບິ່ງ​ກຳແພງ​ເມືອງ (11-​20)

2  ມີມື້ໜຶ່ງ​ໃນ​ເດືອນ​ນີຊານ*​ຂອງ​ປີ​ທີ 20+ ທີ່​ກະສັດອາຕາເຊເຊັດ*+​ປົກຄອງ ກະສັດ​ຢາກກິນເຫຼົ້າແວງ​ແລະ​ຂ້ອຍ​ກໍ​ເຫຍັ້ນ​ໃຫ້​ລາວ​ກິນ+​ຕາມ​ປົກກະຕິ. ຕອນ​ນັ້ນ ຂ້ອຍ​ໜ້າ​ຕາ​ເສົ້າ​ຫຼາຍ ແລະ​ກະສັດ​ບໍ່​ເຄີຍ​ເຫັນ​ຂ້ອຍ​ເປັນ​ແບບ​ນີ້​ຈັກ​ເທື່ອ  ກະສັດ​ຈຶ່ງ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ບໍ່​ສະບາຍບໍ​ຄື​ໜ້າ​ເສົ້າ​ແທ້ ຫຼື​ວ່າ​ເຈົ້າ​ອຸກໃຈ​ເລື່ອງ​ຫຍັງ​ບໍ?” ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ຂ້ອຍ​ກໍ​ຢ້ານ​ຫຼາຍ.  ຂ້ອຍ​ຕອບ​ກະສັດ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນຍາວ. ຂ້ອຍ​ໂສກເສົ້າ​ກໍ​ຍ້ອນ​ວ່າ​ເມືອງ​ທີ່​ເປັນ​ບ່ອນ​ຝັງ​ສົບ​ຂອງ​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເປ່ເພ​ແລະ​ປະຕູ​ເມືອງ​ກໍ​ຖືກ​ຈູດ.”+  ກະສັດ​ຈຶ່ງ​ຖາມ​ຂ້ອຍ​ວ່າ: “ແລ້ວ​ເຈົ້າ​ຈະ​ເຮັດ​ແນວ​ໃດ?” ຂ້ອຍ​ກໍ​ຟ້າວ​ອະທິດຖານ​ຫາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ທັນທີ.+  ຂ້ອຍ​ບອກ​ກະສັດ​ວ່າ: “ຖ້າ​ທ່ານ ເຫັນ​ດີ​ແລະ​ຖ້າ​ຂ້ອຍ​ເປັນ​ຜູ້​ຮັບ​ໃຊ້​ທີ່​ທ່ານ​ພໍ​ໃຈ ຂໍ​ທ່ານ​ສົ່ງ​ຂ້ອຍ​ໄປ​ຢູດາ​ເຊິ່ງ​ເປັນ​ບ່ອນ​ຝັງ​ສົບ​ຂອງ​ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເພື່ອ​ໄປ​ແປງ​ເມືອງ​ນັ້ນ​ຄືນ​ໃໝ່.”+  ແລ້ວ​ກະສັດ​ກໍ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ຊິ​ໄປ​ດົນ​ປານ​ໃດ ແລະ​ຊິ​ກັບ​ມາ​ມື້​ໃດ?” (ຕອນ​ນັ້ນ​ລາຊີນີ​ນັ່ງ​ຢູ່​ທາງ​ຂ້າງ​ລາວ.) ກະສັດເຫັນດີ​ທີ່​ຈະ​ໃຫ້​ຂ້ອຍ​ໄປ+ ແລະ​ຂ້ອຍ​ໄດ້​ບອກ​ກະສັດ​ວ່າ​ຈະ​ກັບ​ມາ​ມື້​ໃດ.+  ຂ້ອຍ​ຍັງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ: “ຖ້າ​ທ່ານ​ເຫັນ​ດີ ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ພວກ​ເຈົ້າ​ແຂວງ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ແລະ​ໃຫ້​ຂ້ອຍ​ຖື​ຈົດ​ໝາຍ​ໄປ+ ເພື່ອ​ເຂົາ​ເຈົ້າ​ຈະ​ໃຫ້​ຂ້ອຍ​ຜ່ານ​ເຂດ​ຂອງ​ເຂົາ​ເຈົ້າ​ແລະ​ຂ້ອຍ​ຈະ​ໄດ້​ໄປ​ຮອດ​ຢູດາ​ຢ່າງ​ປອດໄພ.  ຂໍ​ໃຫ້​ທ່ານ​ຂຽນ​ຈົດ​ໝາຍ​ໄປ​ຫາ​ອາສັບ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ປ່າ​ໄມ້​ຂອງ​ທ່ານ ເພື່ອ​ລາວ​ຈະ​ເອົາ​ໄມ້​ໃຫ້​ຂ້ອຍ​ໄປ​ເຮັດ​ປະຕູ​ປ້ອມ+​ທີ່​ຢູ່​ໃກ້ກັບ​ວິຫານ ເຮັດ​ກຳແພງ​ເມືອງ+ ແລະ​ປຸກ​ເຮືອນ​ທີ່​ຂ້ອຍ​ຈະ​ຢູ່.” ຍ້ອນພະເຈົ້າ​ຊ່ວຍ​ຂ້ອຍ+ ກະສັດ​ຈຶ່ງ​ຂຽນ​ຈົດ​ໝາຍ​ໃຫ້​ຂ້ອຍ.+  ຈາກ​ນັ້ນ ຂ້ອຍ​ກໍ​ອອກ​ເດີນ​ທາງ. ເມື່ອ​ເຈິ​ພວກ​ເຈົ້າ​ແຂວງ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ ຂ້ອຍ​ກໍ​ເອົາ​ຈົດ​ໝາຍ​ຂອງ​ກະສັດ​ໃຫ້​ເຂົາ​ເຈົ້າ. ກະສັດ​ໄດ້​ໃຫ້​ພວກ​ຫົວ​ໜ້າ​ກອງ​ທັບ​ກັບ​ພວກ​ທະຫານ​ມ້າ​ມາ​ນຳ​ຂ້ອຍ. 10  ເມື່ອ​ສັນບັນລັດ+​ຄົນ​ເບັດໂຮໂຣນ​ແລະ​ໂຕເບຍ+​ຄົນ​ອຳໂມນ+​ທີ່​ເປັນ​ຂ້າລາຊະການ​ຮູ້​ເລື່ອງ​ນີ້ ເຂົາ​ເຈົ້າ​ກໍ​ບໍ່​ພໍ​ໃຈ​ຫຼາຍ​ທີ່​ມີ​ຄົນ​ມາ​ເຮັດ​ສິ່ງ​ທີ່​ດີ​ໃຫ້​ພວກ​ອິດສະຣາເອນ. 11  ເມື່ອ​ຂ້ອຍ​ມາ​ຮອດ​ເມືອງ​ເຢຣູຊາເລັມ​ໄດ້ 3 ມື້ 12  ຂ້ອຍ​ກໍ​ພາສອງສາມ​ຄົນ​ອອກ​ໄປ​ຕອນ​ກາງຄືນ ແຕ່​ຂ້ອຍ​ບໍ່​ໄດ້​ບອກ​ໃຫ້​ໃຜ​ຮູ້​ວ່າ​ພະເຈົ້າ​ໄດ້ກະຕຸ້ນ​ໃຈ​ຂ້ອຍ​ໃຫ້​ເຮັດ​ຫຍັງ​ເພື່ອ​ເມືອງ​ເຢຣູຊາເລັມ. ພວກ​ເຮົາ​ບໍ່​ໄດ້​ເອົາ​ສັດ​ແນວ​ອື່ນ​ໄປ​ນຳ​ນອກ​ຈາກໂຕລາ​ທີ່​ຂ້ອຍ​ຂີ່. 13  ໃນ​ຄືນ​ມື້​ນັ້ນ ຂ້ອຍ​ອອກ​ຈາກ​ເມືອງ​ໄປ​ທາງ​ປະຕູ​ຮ່ອມພູ+ ຜ່ານ​ນ້ຳ​ພຸ​ງູ​ໃຫຍ່​ແລ້ວ​ໄປ​ທາງ​ປະຕູ​ກອງ​ຂີ້ເທົ່າ.+ ຂ້ອຍ​ໄດ້ກວດ​ເບິ່ງກຳແພງ​ເມືອງ​ເຢຣູຊາເລັມ​ທີ່​ເພ​ແລະ​ປະຕູ​ເມືອງ​ທີ່​ຖືກ​ຈູດ.+ 14  ຂ້ອຍ​ໄປ​ຮອດ​ປະຕູ​ນ້ຳ​ພຸ+​ແລະ​ໜອງ​ນ້ຳ​ຂອງ​ກະສັດ ແຕ່​ທາງ​ນັ້ນ​ແຄບ​ໂພດ​ຈົນ​ໂຕ​ລາ​ທີ່​ຂ້ອຍ​ຂີ່​ຍ່າງ​ຜ່ານ​ໄປ​ບໍ່​ໄດ້. 15  ຂ້ອຍ​ຈຶ່ງ​ຍ່າງ​ຂຶ້ນ​ໄປ​ຕາມ​ຮ່ອມພູ*+​ແລະ​ກວດ​ເບິ່ງ​ກຳແພງ. ຈາກ​ນັ້ນ ຂ້ອຍ​ກໍ​ກັບ​ມາ​ທາງ​ປະຕູ​ຮ່ອມພູ​ຄື​ເກົ່າ. 16  ພວກ​ຂ້າລາຊະການ+​ຄົນ​ອື່ນ​ໆ​ຍັງ​ບໍ່​ຮູ້​ວ່າ​ຂ້ອຍ​ໄປ​ໃສ​ແລະ​ໄປ​ເຮັດ​ຫຍັງ​ມາ​ແດ່ ເພາະ​ຂ້ອຍ​ຍັງ​ບໍ່​ໄດ້​ບອກ​ພວກ​ຢິວ ພວກ​ປະໂລຫິດ ພວກ​ຜູ້​ນຳ ພວກ​ຂ້າລາຊະການ ແລະ​ຄົນ​ອື່ນ​ໆ​ທີ່​ຈະເຮັດວຽກ​ໃຫ້​ຮູ້​ເລື່ອງ​ນີ້. 17  ສຸດທ້າຍ​ຂ້ອຍ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ພວກ​ເຮົາ​ຢູ່​ໃນ​ສະພາບ​ທີ່​ເປັນ​ຕາ​ອີ່ຕົນ​ຫຼາຍ​ສ່ຳ​ໃດ. ເມືອງ​ເຢຣູຊາເລັມ​ເປ່ເພ​ແລະ​ປະຕູ​ເມືອງ​ກໍ​ຖືກ​ຈູດ. ໃຫ້​ເຮົາ​ມາ​ຊ່ວຍ​ກັນ​ແປງ​ກຳແພງ​ເມືອງ​ເຢຣູຊາເລັມ​ຄືນ​ໃໝ່ເພື່ອ​ພວກ​ເຮົາ​ຈະ​ບໍ່​ຕ້ອງ​ອັບອາຍ​ອີກ​ຕໍ່​ໄປ.” 18  ຈາກ​ນັ້ນ ຂ້ອຍ​ກໍ​ເລົ່າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ພະເຈົ້າ​ເຄີຍ​ຊ່ວຍ​ຂ້ອຍ​ແນວ​ໃດ+ ແລະ​ກະສັດ​ເຄີຍ​ເວົ້າ​ຫຍັງ​ນຳ​ຂ້ອຍ​ແດ່.+ ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ໄປ໋ ພວກ​ເຮົາ​ພາກັນ​ໄປ​ແປງ.” ເຂົາ​ເຈົ້າ​ໄດ້​ໃຫ້​ກຳລັງໃຈ​ກັນ​ເພື່ອ​ຈະ​ເຮັດ​ວຽກ​ນີ້.+ 19  ເມື່ອ​ສັນບັນລັດ​ຄົນ​ເບັດໂຮໂຣນ ໂຕເບຍ+​ຄົນ​ອຳໂມນ+​ທີ່​ເປັນ​ຂ້າລາຊະການ ແລະ​ເກເຊມ​ຄົນ​ອາຣັບ+​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ມາ​ເຍາະເຍີ້ຍ ດູຖູກ+ ແລະ​ເວົ້າ​ໃຫ້​ວ່າ: “ພວກ​ເຈົ້າ​ກຳລັງ​ເຮັດ​ຫຍັງ​ນິ? ຊິ​ກະບົດ​ຕໍ່​ກະສັດ​ຫວາ?”+ 20  ແຕ່​ຂ້ອຍ​ຕອບ​ເຂົາ​ເຈົ້າ​ວ່າ: “ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ເຮັດ​ວຽກ​ນີ້​ສຳເລັດ+ ແລະ​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ຈະ​ເຮັດ​ວຽກ​ນີ້. ແຕ່​ພວກ​ເຈົ້າບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັບ​ເມືອງ​ເຢຣູຊາເລັມ ບໍ່​ມີສິດຫຍັງ​ແລະ​ບໍ່​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ຫຍັງ​ຢູ່​ນີ້.”+

ຂໍຄວາມໄຂເງື່ອນ

ອາຕາເຊເຊັດ​ທີ 1
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.