ເນເຮມີຢາ 3:1-32

  • ແປງ​ກຳແພງ​ຄືນ​ໃໝ່ (1-​32)

3  ປະໂລຫິດ​ໃຫຍ່​ເອລີຢາຊິບ+​ກັບ​ພວກ​ປະໂລຫິດ​ຄົນ​ອື່ນ​ໆ​ທີ່​ເປັນ​ພີ່ນ້ອງ​ຂອງ​ລາວ​ໄດ້​ເຮັດ​ປະຕູ​ແກະ.+ ເຂົາ​ເຈົ້າ​ອຸທິດ​ປະຕູ​ນີ້+​ໃຫ້​ພະເຈົ້າ ແລ້ວ​ກໍ​ເອົາ​ບານ​ປະຕູ​ມາ​ໃສ່. ເຂົາ​ເຈົ້າ​ອຸທິດ​ຕັ້ງ​ແຕ່​ປະຕູ​ແກະ​ຈົນ​ຮອດ​ປ້ອມ​ເມອາ+​ແລະ​ປ້ອມ​ຮານາເນນ.+  ພວກ​ທີ່​ແປງ​ກຳແພງຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ຄົນ​ເມືອງ​ເຢຣິໂກ.+ ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ຄົນ​ເມືອງ​ເຢຣິໂກ​ແມ່ນ​ຊາກູເຣ​ລູກ​ຊາຍ​ຂອງ​ອິມຣີ.  ລູກ​ຫຼານ​ຂອງ​ຮັດ​ເສນາອາ​ໄດ້​ເຮັດ​ປະຕູ​ປາ.+ ເຂົາ​ເຈົ້າ​ຕັ້ງ​ວົງກົບ​ທີ່​ເປັນ​ໄມ້+ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່.  ພວກ​ທີ່ແປງ​ກຳແພງຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ເມເຣໂມດ+​ລູກ​ຊາຍ​ຂອງ​ອຸຣີຢາ​ຫຼານ​ຊາຍ​ຂອງ​ຮັກກົດ. ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເມຊຸນລຳ+​ລູກ​ຊາຍ​ຂອງ​ເບເຣກີຢາ​ຫຼານ​ຊາຍ​ຂອງ​ເມເຊດຊາເບນ. ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຊາໂດກ​ລູກ​ຊາຍ​ຂອງ​ບາອານາ.  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຄົນ​ເຕໂກອາ.+ ແຕ່​ພວກ​ທີ່​ມີ​ຕຳແໜ່ງ​ສູງບໍ່​ຍອມ​ເຮັດ​ວຽກຕາມ​ທີ່​ຜູ້​ເບິ່ງ​ແຍງ​ວຽກ​ສັ່ງ.  ໂຢຢາດາ​ລູກ​ຊາຍ​ຂອງ​ປາເສອາ​ແລະ​ເມຊຸນລຳ​ລູກ​ຊາຍ​ຂອງ​ເບໂສເດຢາ​ໄດ້​ແປງ​ປະຕູ​ເມືອງ​ເກົ່າ.+ ເຂົາ​ເຈົ້າ​ຕັ້ງ​ວົງກົບ​ທີ່​ເປັນ​ໄມ້ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່.  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ເມລາຕີຢາ​ທີ່​ມາ​ຈາກ​ກິເບໂອນ+​ແລະ​ຢາໂດນ​ທີ່​ມາ​ຈາກ​ເມໂຣໂນດ. ສອງ​ຄົນ​ນີ້​ເປັນ​ຄົນ​ກິເບໂອນ​ແລະ​ເປັນ​ຄົນ​ມິດຊະປາ+​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ເຈົ້າ​ແຂວງ​ໃນ​ເຂດ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ.+  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ອຸດຊີເອນ​ທີ່​ເປັນ​ຊ່າງ​ຕີ​ຄຳ​ແລະ​ເປັນ​ລູກ​ຊາຍ​ຂອງ​ຮາຮາຢາ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຮານານີຢາ​ທີ່​ເປັນ​ຊ່າງ​ປຸງ​ນ້ຳມັນ​ຫອມ. ສອງ​ຄົນ​ນີ້​ກັບ​ພວກ​ຄົນ​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ໄດ້​ເອົາ​ຫີນ​ກ້ອນ​ໃຫຍ່​ໆ​ມາ​ປູພື້ນ​ບ່ອນ​ໜຶ່ງຂອງ​ເມືອງ​ເຢຣູຊາເລັມ​ໄປ​ຈົນ​ຮອດ​ກຳແພງ​ທີ່​ຊື່​ວ່າ​ກຳແພງ​ກວ້າງ.+  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເຣຟາຢາ. ລາວ​ເປັນ​ລູກ​ຊາຍ​ຂອງ​ຮູເຣ​ແລະ​ລາວປົກຄອງເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເຢຣູຊາເລັມ. 10  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເຢດາຢາ​ລູກ​ຊາຍ​ຂອງ​ຮາຣຸມັບ. ເຢດາຢາ​ແປງ​ກຳແພງ​ສ່ວນ​ທີ່ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ລາວ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ຮັດຕຸຊະ​ລູກ​ຊາຍ​ຂອງ​ຮາຊັບເນຢາ. 11  ມັນກີຢາ​ລູກ​ຊາຍ​ຂອງ​ຮາຣີມ+​ແລະ​ຮັດຊຸບ​ລູກ​ຊາຍ​ຂອງ​ປາຮາດໂມອາບ+​ແປງ​ກຳແພງ​ອີກ​ສ່ວນ​ໜຶ່ງ​ກັບ​ແປງ​ປ້ອມ​ເຕົາອົບ.+ 12  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ຊາລຶມ. ລາວ​ເປັນ​ລູກ​ຊາຍ​ຂອງ​ຮັນໂລ​ແລະ​ລາວ​ປົກຄອງອີກ​ເຄິ່ງ​ໜຶ່ງຂອງ​ເຂດ​ທີ່​ຊື່​ເຢຣູຊາເລັມ. ພວກ​ລູກສາວ​ຂອງ​ລາວ​ກໍ​ຊ່ວຍ​ລາວ​ເຮັດ​ວຽກ. 13  ຮານຸນ​ກັບ​ຄົນ​ໃນ​ເມືອງ​ຊາໂນອາ+​ແປງ​ປະຕູ​ຮ່ອມພູ.+ ເຂົາ​ເຈົ້າ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. ເຂົາ​ເຈົ້າ​ແປງ​ກຳແພງ​ຈົນ​ຮອດ​ປະຕູ​ກອງ​ຂີ້ເທົ່າ. ກຳແພງ​ສ່ວນ​ທີ່​ເຂົາ​ເຈົ້າ​ແປງ​ນັ້ນ​ຍາວ 1.000 ສອກ.*+ 14  ມັນກີຢາ​ແປງ​ປະຕູ​ກອງ​ຂີ້ເທົ່າ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. ລາວ​ເປັນ​ລູກ​ຊາຍ​ຂອງ​ເຣກາບ​ແລະ​ລາວປົກຄອງເຂດ​ເບັດຮັກເຄເຣັມ.+ 15  ຊັນລູນ​ແປງ​ປະຕູ​ນ້ຳພຸ.+ ລາວ​ເປັນ​ລູກ​ຊາຍ​ຂອງ​ໂກນໂຮເຊ​ແລະ​ລາວ​ປົກຄອງ​ເຂດ​ມິດຊະປາ.+ ລາວ​ເຮັດ​ຫຼັງ​ຄາ​ໃສ່​ເທິງ​ປະຕູ ແລ້ວ​ເອົາ​ບານ​ປະຕູ ລ໋ອກ ແລະ​ກອນ​ປະຕູ​ມາ​ໃສ່. ລາວ​ຍັງ​ໄດ້​ແປງ​ກຳແພງ​ທີ່​ຢູ່​ໃກ້​ສະນ້ຳ​ເຊລາ*+​ໄປ​ຈົນ​ຮອດ​ສວນ​ຂອງ​ກະສັດ+ ແລະ​ຈົນ​ຮອດ​ຕີນ​ຂັ້ນໄດ+​ທີ່​ຂຶ້ນ​ໄປ​ເມືອງ​ຂອງ​ດາວິດ.+ 16  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເນເຮມີຢາ. ລາວ​ເປັນ​ລູກ​ຊາຍ​ຂອງ​ອັດຊະບຸກ​ແລະ​ລາວ​ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເບັດຊູຣາ.+ ເນເຮມີຢາ​ແປງ​ກຳແພງ​ຕັ້ງ​ແຕ່​ບ່ອນ​ຝັງ​ສົບ​ຂອງ​ດາວິດ+​ໄປ​ຈົນ​ຮອດ​ສະນ້ຳ+​ທີ່​ຂຸດ​ເອົາແລະ​ໄປ​ຈົນ​ຮອດ​ເຮືອນ​ພວກ​ນັກຮົບ. 17  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ພວກເລວີ. ເຣຮູມ​ລູກ​ຊາຍ​ຂອງ​ບານີ​ເປັນ​ຜູ້​ເບິ່ງແຍງ​ເຂົາ​ເຈົ້າ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຣຮູມ​ແມ່ນ​ຮາຊາບີຢາ. ລາວ​ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເກອີລາ+ ແລະ​ລາວ​ເປັນ​ຕົວແທນ​ຈາກ​ເຂດ​ນັ້ນ​ເພື່ອ​ມາ​ເຮັດ​ວຽກ​ນີ້. 18  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ພວກ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ. ບາວາຍ​ເປັນ​ຜູ້ເບິ່ງ​ແຍງຄົນ​ເຫຼົ່າ​ນັ້ນ. ລາວ​ເປັນ​ລູກ​ຊາຍ​ຂອງ​ເຮນາດາດ​ແລະ​ລາວ​ປົກຄອງ​ອີກ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ຊື່​ເກອີລາ. 19  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເອເຊ. ລາວ​ເປັນ​ລູກ​ຊາຍ​ຂອງ​ເຢຊູອາ+​ແລະ​ລາວ​ປົກຄອງ​ເມືອງ​ມິດຊະປາ. ເອເຊ​ແປງ​ກຳແພງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ທາງ​ຂຶ້ນ​ໄປ​ບ່ອນ​ມ້ຽນ​ອາວຸດ​ທີ່​ຢູ່​ແນວ​ຄ້ຳ​ກຳແພງ.+ 20  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ບາຣຸກ​ລູກ​ຊາຍ​ຂອງ​ຊັບບາຍ.+ ລາວ​ເຮັດ​ວຽກ​ຢ່າງ​ຫ້າວຫັນ. ບາຣຸກ​ແປງ​ຕັ້ງ​ແຕ່​ສ່ວນ​ທີ່​ເປັນ​ແນວ​ຄ້ຳ​ກຳແພງ​ໄປ​ຈົນ​ຮອດ​ທາງເຂົ້າ​ເຮືອນ​ຂອງ​ປະໂລຫິດ​ໃຫຍ່​ເອລີຢາຊິບ.+ 21  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ເມເຣໂມດ+​ລູກ​ຊາຍ​ຂອງ​ອຸຣີຢາ​ຫຼານ​ຊາຍ​ຂອງ​ຮັກກົດ. ລາວ​ແປງ​ກຳແພງ​ຕັ້ງ​ແຕ່​ສ່ວນ​ທີ່​ຢູ່​ທາງ​ເຂົ້າ​ເຮືອນ​ຂອງ​ເອລີຢາຊິບ​ໄປ​ຈົນ​ສຸດ​ເຮືອນ. 22  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ລາວ​ແມ່ນ​ພວກ​ປະໂລຫິດ​ທີ່​ຢູ່​ເຂດ​ແມ່​ນ້ຳ​ຈໍແດນ.*+ 23  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ເບັນຢາມິນ​ແລະ​ຮັດຊຸບ. ເຂົາ​ເຈົ້າ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ໂຕເອງ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ອາຊາຣີຢາ​ລູກ​ຊາຍ​ຂອງ​ມາອາເສຢາ​ຫຼານ​ຊາຍ​ຂອງ​ອານານີຢາ. ລາວ​ແປງ​ສ່ວນ​ທີ່​ຢູ່​ໃກ້​ເຮືອນ​ຂອງ​ລາວ. 24  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ອາຊາຣີຢາ​ແມ່ນ​ບິນນຸຍ​ລູກ​ຊາຍ​ຂອງ​ເຮນາດາດ. ລາວ​ແປງ​ຕັ້ງ​ແຕ່​ເຮືອນ​ຂອງ​ອາຊາຣີຢາ​ໄປ​ຈົນ​ຮອດແນວ​ຄ້ຳ​ກຳແພງ+​ແລະ​ຈົນ​ຮອດ​ແຈ​ກຳແພງ. 25  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ບິນນຸຍ​ແມ່ນ​ປາລານ​ລູກ​ຊາຍ​ຂອງ​ອູຊາຍ. ລາວ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ແນວ​ຄ້ຳ​ກຳແພງ​ແລະ​ປ້ອມ​ທີ່​ຕິດ​ຢູ່​ກັບ​ວັງ​ກະສັດ+​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ.+ ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ປາລານ​ແມ່ນ​ເປດາຢາ​ລູກ​ຊາຍ​ຂອງ​ປາຣົດ.+ 26  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເປດາຢາ​ແມ່ນ​ຄົນ​ຮັບ​ໃຊ້​ໃນ​ວິຫານ*+​ທີ່​ອາໄສ​ຢູ່​ໂອເຟນ.+ ເຂົາ​ເຈົ້າ​ແປງ​ໄປ​ຈົນ​ຮອດ​ທາງ​ໜ້າ​ຂອງ​ປະຕູ​ນ້ຳ+​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ແລະ​ຈົນ​ຮອດ​ປ້ອມ​ທີ່ກາຍ​ກຳແພງ​ອອກ​ມາ. 27  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ພວກ​ເຕໂກອາ.+ ເຂົາ​ເຈົ້າ​ແປງ​ຕັ້ງ​ແຕ່​ປ້ອມ​ໃຫຍ່​ທີ່​ກາຍ​ກຳແພງ​ອອກ​ມາ​ໄປ​ຈົນ​ຮອດ​ກຳແພງ​ໂອເຟນ. 28  ພວກ​ປະໂລຫິດ​ແປງ​ກຳແພງ​ທີ່​ຢູ່​ເທິງ​ປະຕູ​ມ້າ+ ແລະ​ແຕ່ລະຄົນ​ກໍ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ໂຕເອງ​ນຳ. 29  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຂົາ​ເຈົ້າ​ແມ່ນ​ຊາໂດກ+​ລູກ​ຊາຍ​ຂອງ​ອິມເມ. ລາວ​ແປງ​ສ່ວນ​ທີ່​ຢູ່​ໜ້າ​ເຮືອນ​ຂອງ​ໂຕເອງ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ຊາໂດກ​ແມ່ນ​ເຊມາຢາ. ລາວ​ເປັນ​ລູກ​ຊາຍ​ຂອງ​ເຊການີອາ​ແລະ​ເປັນ​ຄົນຍາມ​ປະຕູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ.+ 30  ພວກ​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເຊມາຢາ​ແມ່ນ​ຮານານີຢາ​ລູກ​ຊາຍ​ຂອງ​ເຊເລມີຢາ ແລະ​ຮານຸນ​ລູກ​ຊາຍ​ຜູ້​ທີ 6 ຂອງ​ຊາ​ລາບ. ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ຮານຸນ​ແມ່ນ​ເມຊຸນລຳ+​ລູກ​ຊາຍ​ຂອງ​ເບເຣກີຢາ. ລາວ​ແປງ​ສ່ວນ​ທີ່​ຢູ່​ຕໍ່​ໜ້າເຮືອນ*​ຂອງ​ໂຕເອງ. 31  ຜູ້​ທີ່​ແປງ​ກຳແພງ​ຢູ່​ທາງ​ຂ້າງ​ເມຊຸນລຳ​ແມ່ນ​ມັນກີຢາ​ທີ່​ເປັນຊ່າງ​ຕີ​ຄຳ. ລາວ​ແປງ​ຈົນ​ຮອດ​ໜ້າ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້​ໃນ​ວິຫານ+ ຮອດ​ໜ້າ​ເຮືອນ​ຂອງ​ພວກ​ພໍ່​ຄ້າ ຮອດ​ໜ້າ​ປະຕູ​ກວດ​ກາ ແລະ​ຈົນ​ຮອດຫ້ອງ​ທີ່​ຢູ່​ເທິງ​ແຈ​ກຳແພງ. 32  ພວກ​ຊ່າງ​ຕີ​ຄຳ​ກັບ​ພວກ​ພໍ່​ຄ້າ​ແປງ​ກຳແພງ​ຕັ້ງ​ແຕ່​ຫ້ອງ​ທີ່​ຢູ່​ເທິງ​ແຈ​ກຳແພງ​ຈົນ​ຮອດ​ປະຕູ​ແກະ.+

ຂໍຄວາມໄຂເງື່ອນ

445 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ວ່າ “ຮ່ອງ.” ນ້ຳ​ໃນ​ສະ​ນີ້​ໄຫຼ​ມາ​ຈາກ​ຮ່ອງ.
ຫຼື​ອາດ​ແປ​ວ່າ “ທີ່​ຢູ່​ເຂດ​ໃກ້​ໆ​”
ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”
ຫຼື “ຢູ່​ຕໍ່​ໜ້າ​ຫ້ອງ”