ເນເຮມີຢາ 5:1-19

  • ເນເຮມີຢາ​ສັ່ງ​ໃຫ້​ເຊົາ​ເອົາ​ປຽບ​ຄົນ​ອື່ນ (1-​13)

  • ເນເຮມີຢາ​ບໍ່​ເຫັນ​ແກ່​ໂຕ (14-​19)

5  ມີ​ພວກຜູ້​ຊາຍ​ກັບ​ເມຍມາ​ຟ້ອງ​ກ່ຽວ​ກັບຄົນ​ທີ່​ເປັນ​ຄົນ​ຢິວ​ນຳ​ກັນ.+  ບາງຄົນ​ເວົ້າ​ວ່າ: “ຄອບຄົວ​ເຮົາ​ມີລູກ​ຊາຍ​ແລະ​ລູກສາວ​ຫຼາຍ​ຄົນ ພວກ​ເຮົາ​ບໍ່​ມີ​ເຂົ້າ​ກິນ​ແລ້ວ. ພວກ​ເຮົາ​ຊິ​ຢູ່​ໄດ້​ແນວ​ໃດ?”  ບາງຄົນ​ກໍ​ເວົ້າ​ວ່າ: “ຕອນ​ທີ່​ມີ​ຄວາມ​ອຶດຢາກ ເພື່ອ​ຈະ​ມີ​ເຂົ້າ​ກິນ​ພວກ​ເຮົາ​ຕ້ອງ​ໄດ້​ເອົາ​ນາ ເອົາ​ສວນ​ໝາກ​ລະແຊັງ ແລະ​ເອົາ​ເຮືອນ​ໄປ​ຈຳ.”  ບາງຄົນ​ກໍ​ບອກ​ວ່າ: “ພວກ​ເຮົາ​ຕ້ອງ​ເອົາ​ນາ​ກັບ​ສວນ​ໝາກ​ລະແຊັງ​ໄປ​ຈຳ​ເພື່ອ​ຈະ​ມີ​ເງິນ​ໄປ​ເສຍ​ພາສີ*​ໃຫ້​ກະສັດ.+  ພວກ​ເຮົາ​ກັບ​ເຂົາ​ເຈົ້າ​ກໍເປັນ​ພີ່ນ້ອງ​ກັນ* ລູກ​ຂອງ​ພວກ​ເຮົາ​ກໍ​ເປັນ​ຄື​ກັບ​ລູກ​ຂອງ​ເຂົາ​ເຈົ້າ ແຕ່​ພວກ​ເຮົາ​ຕ້ອງ​ໃຫ້​ລູກ​ຊາຍ​ກັບ​ລູກສາວ​ໄປ​ເປັນ​ທາດ ແລະ​ລູກສາວ​ບາງຄົນ​ຂອງ​ພວກ​ເຮົາ​ກໍ​ໄປ​ເປັນ​ທາດ​ແລ້ວ.+ ພວກ​ເຮົາ​ເຮັດ​ຫຍັງ​ບໍ່​ໄດ້ເລີຍ ເພາະ​ວ່າ​ນາ​ກັບ​ສວນ​ໝາກ​ລະແຊັງ​ຂອງ​ພວກ​ເຮົາ​ກໍ​ເປັນ​ຂອງ​ຄົນ​ອື່ນ​ແລ້ວ.”  ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້ ຂ້ອຍ​ກໍ​ໃຈ​ຮ້າຍ​ຫຼາຍ.  ຂ້ອຍ​ໄດ້ຄິດ​ຄັກ​ໆ​ກ່ຽວ​ກັບ​ເລື່ອງ​ນີ້. ຈາກ​ນັ້ນ ຂ້ອຍ​ກໍ​ໄປ​ຮ້າຍ​ພວກ​ຜູ້​ນຳ​ກັບ​ພວກ​ຜູ້​ປົກຄອງ​ວ່າ: “ພວກ​ເຈົ້າ​ບໍ່​ຄວນ​ເອົາ​ດອກເບ້ຍ​ນຳ*​ພີ່ນ້ອງ​ຂອງ​ໂຕເອງ!”+ ຕໍ່ມາ​ຂ້ອຍ​ກໍ​ເອີ້ນ​ເຂົາ​ເຈົ້າ​ມາ​ປະຊຸມ​ເພື່ອ​ຈັດ​ການ​ກັບ​ບັນຫາ​ນີ້.  ຂ້ອຍ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຮົາ​ພະຍາຍາມ​ສຸດ​ຂີດ​ເພື່ອ​ໄຖ່​ຄົນ​ຢິວ​ທີ່​ເປັນ​ພີ່ນ້ອງ​ຂອງ​ພວກ​ເຮົາ​ຄືນ​ມາ​ຈາກ​ຊາດ​ຕ່າງ​ໆ​. ແຕ່​ຕອນ​ນີ້ ພວກ​ເຈົ້າ​ພັດ​ຂາຍ​ພີ່ນ້ອງ​ຂອງ​ໂຕເອງ​ອີກ+ ພວກ​ເຈົ້າ​ຈະ​ໃຫ້ພວກ​ເຮົາ​ໄຖ່ເຂົາ​ເຈົ້າ​ຄືນ​ມາ​ອີກ​ຫວະ?” ເມື່ອ​ໄດ້​ຍິນ​ຂ້ອຍ​ເວົ້າ​ແນວ​ນີ້ ເຂົາ​ເຈົ້າ​ກໍ​ປາກ​ບໍ່​ອອກ​ຈັກ​ຄຳ.  ຂ້ອຍ​ເວົ້າ​ຕໍ່​ອີກ​ວ່າ: “ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ຢູ່​ມັນ​ຜິດ. ພວກ​ເຈົ້າ​ບໍ່​ຢ້ານຢຳ​ພະເຈົ້າ​ຈັກ​ໜ້ອຍ.+ ພວກ​ເຈົ້າ​ເຮັດ​ແນວ​ນີ້ ຊາດ​ຕ່າງ​ໆ​ທີ່​ເປັນ​ສັດຕູ​ຂອງ​ພວກ​ເຮົາ​ຈະເວົ້າ​ໃຫ້ພວກ​ເຮົາ. 10  ຂ້ອຍ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຂ້ອຍ​ແລະ​ຄົນ​ຂອງ​ຂ້ອຍ​ຈະ​ເອົາ​ເງິນ​ເອົາ​ເຂົ້າ​ໃຫ້​ເຂົາ​ເຈົ້າ​ຢືມໂດຍ​ບໍ່​ເອົາ​ດອກ​ເບ້ຍ. ຂໍ​ໃຫ້​ພວກ​ເຮົາ​ເຊົາ​ເອົາ​ດອກ​ເບ້ຍ​ນຳ​ເຂົາ​ເຈົ້າ.+ 11  ມື້​ນີ້​ຂໍ​ໃຫ້​ພວກ​ເຈົ້າ​ເອົາ​ນາ+ ສວນ​ໝາກ​ລະແຊັງ ສວນ​ໝາກກອກ ແລະ​ເຮືອນ​ສົ່ງ​ຄືນ​ໃຫ້​ເຂົາ​ເຈົ້າ ແລະ​ໃຫ້​ເອົາ​ເງິນ ເຂົ້າ ເຫຼົ້າແວງ​ໃໝ່ ແລະ​ນ້ຳມັນ​ໝາກກອກ​ທີ່​ພວກ​ເຈົ້າ​ເກັບ​ເປັນ​ດອກເບ້ຍ*​ຈາກ​ເຂົາ​ເຈົ້າ​ສົ່ງ​ຄືນ​ໃຫ້​ເຂົາ​ເຈົ້າ​ນຳ.” 12  ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ເອົາ​ທຸກ​ຢ່າງ​ສົ່ງ​ຄືນ​ໃຫ້​ເຂົາ​ເຈົ້າ​ໂດຍ​ບໍ່​ມີ​ເງື່ອນໄຂ. ພວກ​ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ບອກ.” ຂ້ອຍ​ຈຶ່ງ​ເອີ້ນ​ພວກ​ປະໂລຫິດ​ມາ​ແລະ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ສາບານ​ຕໍ່​ໜ້າ​ພວກ​ປະໂລຫິດ​ວ່າ​ຈະ​ເຮັດ​ຕາມ​ທີ່​ສັນຍາ​ໄວ້. 13  ຂ້ອຍ​ໄດ້​ສັ່ນເສື້ອ*​ຂອງ​ໂຕເອງ​ແລະ​ເວົ້າ​ວ່າ: “ຖ້າ​ຜູ້​ໃດ​ບໍ່​ເຮັດ​ຕາມ​ທີ່​ສັນຍາ​ໄວ້ ຂໍ​ໃຫ້​ພະເຈົ້າ​ທ່ຽງແທ້​ສັ່ນ​ລາວ​ອອກ​ຈາກ​ເຮືອນແລະ​ສັ່ນ​ທຸກ​ສິ່ງ​ທີ່​ລາວ​ມີ. ຂໍ​ໃຫ້​ລາວ​ຖືກ​ສັ່ນ​ແບບ​ນີ້​ຈົນ​ບໍ່​ເຫຼືອ​ຫຍັງ​ເລີຍ.” ທຸກ​ຄົນ​ທີ່​ຢູ່​ຫັ້ນ​ກໍ​ເວົ້າ​ວ່າ: “ອາແມນ.”* ແລ້ວ​ສັນລະເສີນ​ພະ​ເຢໂຫວາ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ສັນຍາ​ໄວ້. 14  ກະສັດອາຕາເຊເຊັດ*+​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ເຈົ້າ​ແຂວງ+​ຢູດາ​ຕັ້ງ​ແຕ່​ປີ​ທີ 20+ ຈົນ​ຮອດ​ປີ​ທີ 32+ ທີ່​ລາວ​ປົກຄອງ. ຕະຫຼອດ 12 ປີ​ນັ້ນ ຂ້ອຍ​ກັບ​ພວກ​ອ້າຍນ້ອງ​ຂອງ​ຂ້ອຍ​ບໍ່​ເຄີຍ​ຮຽກ​ຮ້ອງ​ເອົາ​ຂອງກິນ​ທີ່​ເຈົ້າ​ແຂວງ​ຄວນ​ໄດ້​ຮັບ.+ 15  ແຕ່​ພວກ​ເຈົ້າ​ແຂວງ​ກ່ອນ​ໜ້າ​ນີ້​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ພາລະ​ໜັກ ໂດຍ​ໃຫ້​ປະຊາຊົນ​ຈ່າຍ​ເງິນ​ໜັກ 40 ເຊເກນ*​ຕໍ່​ມື້​ເພື່ອ​ເປັນ​ຄ່າຂອງກິນ​ແລະ​ຄ່າ​ເຫຼົ້າແວງ​ສຳລັບ​ເຈົ້າ​ແຂວງ. ພວກ​ທີ່​ເຮັດ​ວຽກ​ໃຫ້​ເຈົ້າ​ແຂວງ​ກໍ​ຍັງ​ໄດ້​ກົດຂີ່​ຂົ່ມເຫງ​ປະຊາຊົນ ແຕ່​ຂ້ອຍ​ບໍ່​ໄດ້​ເຮັດ​ແບບ​ນັ້ນ+​ເພາະ​ຂ້ອຍ​ຢ້ານຢຳ​ພະເຈົ້າ.+ 16  ຂ້ອຍ​ເຮັດ​ວຽກ​ແປງ​ກຳແພງ​ນຳກັນ​ກັບ​ທຸກ​ຄົນ​ແລະ​ຄົນ​ຂອງ​ຂ້ອຍ​ທັງ​ໝົດ​ກໍ​ຊ່ວຍ​ວຽກ​ນີ້​ຄື​ກັນ. ພວກ​ເຮົາ​ບໍ່​ໄດ້​ຍຶດເອົາ​ດິນ​ໄຮ່​ດິນ​ນາ​ຂອງ​ຄົນ​ທຸກ​ເລີຍ.+ 17  ທຸກ​ໆ​ມື້​ຂ້ອຍ​ລ້ຽງ​ເຂົ້າ​ຄົນ​ຢິວ​ກັບ​ພວກຜູ້ປົກຄອງ 150 ຄົນ ແລະ​ຍັງ​ໄດ້​ລ້ຽງ​ເຂົ້າຄົນ​ຕ່າງ​ຊາດ​ທີ່​ມາ​ແວ່ນຳ​ອີກ. 18  ແຕ່​ລະ​ມື້​ຂ້ອຍຈ່າຍ​ຄ່າ*​ງົວ​ໂຕ​ໜຶ່ງ ຄ່າ​ແກະ​ດີ​ໆ​ 6 ໂຕ​ກັບ​ຄ່າ​ນົກ​ເພື່ອ​ເປັນ​ຂອງກິນ​ສຳລັບ​ພວກ​ເຮົາ​ທຸກ​ຄົນ ແລະ​ທຸກ​ໆ​ 10 ມື້ ພວກ​ເຮົາ​ກິນ​ເຫຼົ້າແວງ​ຫຼາຍ​ຊະນິດ​ທີ່​ມີ​ບັກ​ຫຼາຍ​ໆ​. ແຕ່​ຂ້ອຍ​ເຮັດ​ທັງ​ໝົດ​ນີ້​ໂດຍ​ບໍ່​ໄດ້​ຮຽກ​ຮ້ອງ​ເອົາ​ຂອງກິນ​ທີ່​ເຈົ້າ​ແຂວງ​ຄວນ​ໄດ້​ຮັບ ຍ້ອນ​ຂ້ອຍ​ຮູ້​ວ່າ​ປະຊາຊົນ​ກໍ​ມີ​ພາລະ​ໜັກ​ຈາກ​ວຽກ​ຮັບ​ໃຊ້​ກະສັດ​ຢູ່​ແລ້ວ. 19  ຂ້ອຍ​ໄດ້​ອະທິດຖານ​ວ່າ: “ພະເຈົ້າ​ເອີ້ຍ ຂໍ​ພະອົງ​ຈື່​ສິ່ງ​ດີ​ໆ​ທຸກ​ຢ່າງ​ທີ່​ລູກ​ໄດ້​ເຮັດ​ເພື່ອ​ຄົນ​ເຫຼົ່າ​ນີ້.”+

ຂໍຄວາມໄຂເງື່ອນ

ຫຼື “ເສຍສ່ວຍ”
ແປ​ຕາມ​ໂຕ​ວ່າ “ເນື້ອ​ໜັງ​ຂອງ​ພວກເຮົາ​ກໍ​ເປັນ​ຄື​ກັບ​ເນື້ອ​ໜັງ​ຂອງ​ເຂົາເຈົ້າ”
ຫຼື “ຂູດ​ຮີດ”
ແປ​ຕາມ​ໂຕ​ວ່າ “1 ສ່ວນ 100.” ໝາຍເຖິງ​ດອກ​ເບ້ຍ​ໜຶ່ງ​ເປີເຊັນ​ຕໍ່​ເດືອນ.
ແປ​ຕາມ​ໂຕ​ວ່າ “ຂ້ອຍ​ສັ່ນ​ພົກ​ເສື້ອ​ຂອງ​ໂຕເອງ.” ພົກ​ເສື້ອ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ເຄື່ອງນຸ່ງ​ເຊິ່ງ​ໃຊ້​ເປັນ​ຖົງ​ໃນ​ສະໄໝ​ແຕ່​ກີ້.
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”
ອາຕາເຊເຊັດ​ທີ 1
456 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ສຳລັບ​ຂ້ອຍ”