ເນເຮມີຢາ 7:1-73

  • ປະຕູ​ເມືອງ​ແລະ​ຄົນຍາມ​ປະຕູ (1-​4)

  • ລາຍຊື່​ຊະເລີຍ​ທີ່​ກັບ​ມາ (5-​69)

    • ຄົນ​ຮັບ​ໃຊ້​ໃນ​ວິຫານ (46-​56)

    • ລູກ​ຫຼານ​ພວກ​ຄົນ​ຮັບໃຊ້​ຂອງ​ໂຊໂລໂມນ (57-​60)

  • ບໍລິຈາກ​ເຄື່ອງ​ເພື່ອ​ໂຄງການ​ກໍ່​ສ້າງ (70-​73)

7  ຫຼັງ​ຈາກ​ແປງ​ກຳແພງ​ແລ້ວ​ໆ​+ ຂ້ອຍ​ກໍເອົາ​ປະຕູ​ໄປ​ໃສ່.+ ຈາກ​ນັ້ນ ຂ້ອຍ​ກໍ​ແຕ່ງຕັ້ງ​ພວກ​ຄົນຍາມ​ປະຕູ+ ພວກ​ນັກຮ້ອງ+ ແລະ​ພວກ​ເລວີ.+  ຂ້ອຍ​ແຕ່ງຕັ້ງ​ຮານານີ+​ທີ່​ເປັນ​ອ້າຍ​ນ້ອງ​ຂອງ​ຂ້ອຍ​ໃຫ້​ເບິ່ງ​ແຍງ​ເມືອງ​ເຢຣູຊາເລັມ​ນຳ​ກັນ​ກັບ​ຮານານີຢາ. ຮານານີຢາ​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ປ້ອມ​ທີ່​ສູງ​ໆ​.+ ລາວ​ເປັນ​ຄົນ​ທີ່​ເຊື່ອ​ໃຈ​ໄດ້​ແລະ​ຢ້ານຢຳ​ພະເຈົ້າ​ທ່ຽງແທ້+​ຫຼາຍ​ກວ່າ​ຄົນ​ອື່ນ​ໆ​.  ຂ້ອຍ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ເປີດ​ປະຕູ​ເມືອງ​ເຢຣູຊາເລັມ​ໃນຕອນ​ກາງເວັນ*​ເທົ່າ​ນັ້ນ ແລະ​ເມື່ອ​ປິດ​ປະຕູ​ແລ້ວ ໃຫ້​ໃສ່​ລ໋ອກ​ໄວ້​ເຖິງ​ວ່າ​ຈະ​ມີ​ຄົນຍາມ​ຢູ່​ກໍ​ຕາມ. ໃຫ້​ບາງຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ຍາມ​ຢູ່ບ່ອນ​ທີ່​ໄດ້​ຮັບ​ມອບໝາຍ ແລະ​ໃຫ້​ຄົນ​ອື່ນ​ໆ​ຍາມ​ຢູ່​ຕໍ່​ໜ້າ​ເຮືອນ​ຂອງ​ໂຕເອງ.”  ເມືອງ​ເຢຣູຊາເລັມ​ທັງ​ກວ້າງ​ທັງ​ໃຫຍ່ ແຕ່​ຍັງ​ມີ​ຄົນ​ຢູ່​ໜ້ອຍ+​ແລະ​ເຮືອນ​ຊານ​ກໍ​ຍັງ​ບໍ່​ທັນ​ໄດ້​ປຸກ​ຄືນ​ໃໝ່.  ພະເຈົ້າ​ໄດ້​ກະຕຸ້ນ​ໃຈ​ຂ້ອຍ​ໃຫ້​ລວບລວມ​ພວກ​ຜູ້​ນຳ ພວກ​ຜູ້ປົກຄອງ​ກັບ​ປະຊາຊົນ​ໃຫ້​ມາ​ລົງ​ທະບຽນ​ຕາມ​ຈຸ້ມເຈື້ອຂອງ​ເຂົາ​ເຈົ້າ. ຫຼັງ​ຈາກ​ນັ້ນ ຂ້ອຍ​ກໍ​ເຫັນ​ປຶ້ມ​ລາຍຊື່+​ຂອງ​ຄົນ​ທີ່​ກັບມາ​ຈາກ​ການ​ເປັນ​ຊະເລີຍໃນ​ຊຸດ​ທຳອິດ. ໃນ​ປຶ້ມ​ນັ້ນ​ຂຽນ​ວ່າ:  “ບາງຄົນ​ທີ່​ກະສັດ​ເນບູກາດເນັດຊາ*+​ຈັບ​ໄປ​ເປັນ​ຊະເລີຍ+​ໄດ້​ອອກ​ຈາກ​ບາບີໂລນ​ແລະກັບ​ມາຢູ່​ເມືອງ​ເຢຣູຊາເລັມ​ແລະ​ຢູ່​ເມືອງ​ອື່ນ​ໆ​ຂອງ​ໂຕເອງ​ໃນ​ຢູດາ.+  ເຂົາ​ເຈົ້າ​ກັບ​ມາ​ພ້ອມ​ກັບ​ເຊຣູບາເບນ+ ເຢຊູອາ+ ເນເຮມີຢາ ອາຊາຣີຢາ ຣາອາມີ​ຢາ ນາຮາມານີ ມໍເດກາຍ ບິນຊານ ມິສະເປເຣດ ບິກວາຍ ເນຮູມ ແລະ​ບາອານ້າ. ຈຳນວນ​ຜູ້​ຊາຍ​ອິດສະຣາເອນ​ທີ່​ກັບ​ມາມີ:+  ລູກ​ຫຼານ​ຂອງ​ປາຣົດ 2.172 ຄົນ  ລູກ​ຫຼານ​ຂອງ​ເຊຟາຕີຢາ 372 ຄົນ 10  ລູກ​ຫຼານ​ຂອງ​ອາຣາກ+ 652 ຄົນ 11  ລູກ​ຫຼານ​ຂອງ​ປາຮາດໂມອາບ+​ທີ່​ເປັນ​ລູກ​ຫຼານ​ຂອງ​ເຢຊູອາ​ແລະ​ໂຢອາບ+ 2.818 ຄົນ 12  ລູກ​ຫຼານ​ຂອງ​ເອລາມ+ 1.254 ຄົນ 13  ລູກ​ຫຼານ​ຂອງ​ຊັດຕຸ 845 ຄົນ 14  ລູກ​ຫຼານ​ຂອງ​ຊັກກາຍ 760 ຄົນ 15  ລູກ​ຫຼານ​ຂອງ​ບິນນຸຍ 648 ຄົນ 16  ລູກ​ຫຼານ​ຂອງ​ເບບາຍ 628 ຄົນ 17  ລູກ​ຫຼານ​ຂອງ​ອາຊາກາດ 2.322 ຄົນ 18  ລູກ​ຫຼານ​ຂອງ​ອາໂດນີກາມ 667 ຄົນ 19  ລູກ​ຫຼານ​ຂອງ​ບິກວາຍ 2.067 ຄົນ 20  ລູກ​ຫຼານ​ຂອງ​ອາດິນ 655 ຄົນ 21  ລູກ​ຫຼານ​ຂອງ​ອາເຕ​ທີ່​ເປັນ​ລູກ​ຫຼານ​ຂອງ​ເຮເຊກີຢາ 98 ຄົນ 22  ລູກ​ຫຼານ​ຂອງ​ຮາຊຸມ 328 ຄົນ 23  ລູກ​ຫຼານ​ຂອງ​ເບຊາຍ 324 ຄົນ 24  ລູກ​ຫຼານ​ຂອງ​ຮາຣິບ 112 ຄົນ 25  ລູກ​ຫຼານ​ຂອງ​ກິເບໂອນ+ 95 ຄົນ 26  ຄົນ​ເບັດເລເຮັມ​ແລະ​ຄົນ​ເນໂຕຟາ 188 ຄົນ 27  ຄົນ​ອານາໂທດ+ 128 ຄົນ 28  ຄົນ​ເບັດ​ອາຊະມາເວດ 42 ຄົນ 29  ຄົນ​ກີຣິອາດເຢອາຣີມ+ ຄົນ​ເກຟີຣາ ແລະ​ຄົນ​ເບເອໂຣດ+ 743 ຄົນ 30  ຄົນ​ຣາມາ​ແລະ​ຄົນ​ເຄບາ+ 621 ຄົນ 31  ຄົນ​ມິກມາດ+ 122 ຄົນ 32  ຄົນ​ເບເທນ+​ແລະ​ຄົນ​ອາອີ+ 123 ຄົນ 33  ຄົນ​ເນໂບ* 52 ຄົນ 34  ລູກ​ຫຼານ​ຂອງ​ເອລາມ​ອີກ​ຜູ້​ໜຶ່ງ 1.254 ຄົນ 35  ລູກ​ຫຼານ​ຂອງ​ຮາຣີມ 320 ຄົນ 36  ຄົນ​ເຢຣິໂກ 345 ຄົນ 37  ຄົນ​ໂລດ ຄົນ​ຮາດິດ ແລະ​ຄົນ​ໂອໂນ+ 721 ຄົນ 38  ແລະ​ລູກ​ຫຼານ​ຂອງ​ເສນາອາ 3.930 ຄົນ. 39  ຈຳນວນ​ພວກ​ປະໂລຫິດ​ທີ່​ກັບ​ມາ​ມີ:+ ລູກ​ຫຼານ​ຂອງ​ເຢດາຢາ​ທີ່​ເປັນ​ລູກ​ຫຼານ​ຂອງ​ເຢຊູອາ 973 ຄົນ 40  ລູກ​ຫຼານ​ຂອງ​ອິມເມ 1.052 ຄົນ 41  ລູກ​ຫຼານ​ຂອງ​ປັດຊູ+ 1.247 ຄົນ 42  ແລະ​ລູກ​ຫຼານ​ຂອງ​ຮາຣີມ+ 1.017 ຄົນ. 43  ຈຳນວນ​ພວກ​ເລວີ+​ທີ່​ກັບ​ມາ​ມີ: ລູກ​ຫຼານ​ຂອງ​ເຢຊູອາ​ກັບ​ກັດມີເອນ+​ທີ່​ເປັນ​ລູກ​ຫຼານ​ຂອງ​ໂຫດວາ 74 ຄົນ. 44  ຈຳນວນ​ພວກ​ນັກຮ້ອງ+​ທີ່​ກັບ​ມາ​ມີ: ລູກ​ຫຼານ​ຂອງ​ອາສັບ+ 148 ຄົນ. 45  ຈຳນວນ​ພວກ​ລູກ​ຫຼານ​ຂອງ​ຄົນ​ຍາມ​ປະຕູ+​ທີ່​ກັບ​ມາ​ມີ: ລູກ​ຫຼານ​ຂອງ​ຊາລຶມ ລູກ​ຫຼານ​ຂອງ​ອາເຕ ລູກ​ຫຼານ​ຂອງ​ຕັນໂມນ ລູກ​ຫຼານ​ຂອງ​ອັກກຸບ+ ລູກ​ຫຼານ​ຂອງ​ຮາຕິຕາ ແລະ​ລູກ​ຫຼານ​ຂອງ​ໂຊບາຍ ລວມ​ທັງ​ໝົດ 138 ຄົນ. 46  ຄົນ​ຮັບ​ໃຊ້​ໃນ​ວິຫານ*+​ທີ່​ກັບ​ມາ​ມີ: ລູກ​ຫຼານ​ຂອງ​ຊີຮາ ລູກ​ຫຼານ​ຂອງ​ຮາສູຟາ ລູກ​ຫຼານ​ຂອງ​ຕັບບາໂອດ 47  ລູກ​ຫຼານ​ຂອງ​ເກໂຣດ ລູກ​ຫຼານ​ຂອງ​ສີອາ ລູກ​ຫຼານ​ຂອງ​ປາໂດນ 48  ລູກ​ຫຼານ​ຂອງ​ເລບານາ ລູກ​ຫຼານ​ຂອງ​ຮາກາບາ ລູກ​ຫຼານ​ຂອງ​ສັນມາຍ 49  ລູກ​ຫຼານ​ຂອງ​ຮານານ ລູກ​ຫຼານ​ຂອງ​ກິດເດນ ລູກ​ຫຼານ​ຂອງ​ກາຮາ 50  ລູກ​ຫຼານ​ຂອງ​ເຣອາຢາ ລູກ​ຫຼານ​ຂອງ​ເຣຊິນ ລູກ​ຫຼານ​ຂອງ​ເນໂກດາ 51  ລູກ​ຫຼານ​ຂອງ​ກັດຊຳ ລູກ​ຫຼານ​ຂອງ​ອຸດຊາ ລູກ​ຫຼານ​ຂອງ​ປາເສອາ 52  ລູກ​ຫຼານ​ຂອງ​ເບສາຍ ລູກ​ຫຼານ​ຂອງ​ເມອູນີມ ລູກ​ຫຼານ​ຂອງ​ເນຟຸເຊສີມ 53  ລູກ​ຫຼານ​ຂອງ​ບັກບຸກ ລູກ​ຫຼານ​ຂອງ​ຮາກູຟາ ລູກ​ຫຼານ​ຂອງ​ຮາຮູ 54  ລູກ​ຫຼານ​ຂອງ​ບັດຊະລີດ* ລູກ​ຫຼານ​ຂອງ​ເມຮີດາ ລູກ​ຫຼານ​ຂອງ​ຮາຊາ 55  ລູກ​ຫຼານ​ຂອງ​ບາໂກດ ລູກ​ຫຼານ​ຂອງ​ຊີເຊຣາ ລູກ​ຫຼານ​ຂອງ​ເຕມາ 56  ລູກ​ຫຼານ​ຂອງ​ເນຊີຢາ ແລະ​ລູກ​ຫຼານ​ຂອງ​ຮາຕິຟາ. 57  ລູກ​ຫຼານ​ພວກ​ຄົນ​ຮັບ​ໃຊ້​ຂອງ​ໂຊໂລໂມນ+​ທີ່​ກັບ​ມາ​ມີ: ລູກ​ຫຼານ​ຂອງ​ໂຊຕາຍ ລູກ​ຫຼານ​ຂອງ​ໂສເຟເຣັດ ລູກ​ຫຼານ​ຂອງ​ເປຣີດາ 58  ລູກ​ຫຼານ​ຂອງ​ຢາອາລາ ລູກ​ຫຼານ​ຂອງ​ດາໂກນ ລູກ​ຫຼານ​ຂອງ​ກິດເດນ 59  ລູກ​ຫຼານ​ຂອງ​ເຊຟາຕີຢາ ລູກ​ຫຼານ​ຂອງ​ຮັດຕິນ ລູກ​ຫຼານ​ຂອງ​ໂປເຄເຣັດຮັດເຊບາຢິມ ແລະ​ລູກ​ຫຼານ​ຂອງ​ອາໂມນ. 60  ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ+​ແລະ​ລູກ​ຫຼານ​ພວກ​ຄົນ​ຮັບ​ໃຊ້​ຂອງ​ໂຊໂລໂມນ​ທີ່​ກັບ​ມາ​ລວມ​ທັງ​ໝົດ​ມີ 392 ຄົນ. 61  ມີ​ບາງຄົນ​ທີ່​ມາ​ຈາກ​ເຕນເມລາ ເຕນຮາຊາ ເກຣຸບ ອັດໂດນ ແລະ​ອິມເມ​ທີ່​ພິສູດ​ບໍ່​ໄດ້​ວ່າ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ​ເປັນ​ຄົນ​ອິດສະຣາເອນ​ແທ້​ໆ​ຫຼື​ບໍ່.+ 62  ເຂົາ​ເຈົ້າ​ເປັນ​ລູກ​ຫຼານ​ຂອງ​ເດລາຢາ ລູກ​ຫຼານ​ຂອງ​ໂຕເບຍ ແລະ​ລູກ​ຫຼານ​ຂອງ​ເນໂກດາ ລວມ​ທັງ​ໝົດ​ມີ 642 ຄົນ. 63  ນອກ​ຈາກ​ນັ້ນ​ຍັງ​ມີ​ລູກ​ຫຼານ​ຂອງ​ພວກ​ປະໂລຫິດ​ບາງຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂຮບາຢາ+ ລູກ​ຫຼານ​ຂອງ​ຮັກກົດ ແລະ​ລູກ​ຫຼານ​ຂອງ​ບາຊິລາຍ+ (ລາວ​ຖືກ​ເອີ້ນ​ວ່າ​ບາຊິລາຍ​ຍ້ອນ​ລາວ​ແຕ່ງດອງ​ກັບ​ລູກສາວ​ຂອງ​ບາຊິລາຍ​ຄົນ​ກິລຽດ.) 64  ທີ່​ຊອກ​ຊື່​ຂອງ​ໂຕເອງ​ບໍ່​ເຫັນ​ໃນ​ປຶ້ມ​ບັນທຶກ​ລາຍຊື່​ຄອບຄົວ. ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ຮັບ​ໃຊ້​ເປັນ​ປະໂລຫິດ​ບໍ່​ໄດ້.*+ 65  ເຈົ້າ​ແຂວງ*+​ຈຶ່ງ​ບອກ​ເຂົາ​ເຈົ້າ​ບໍ່​ໃຫ້​ກິນ​ຂອງ​ກິນທີ່​ບໍລິສຸດ+​ຈົນ​ກວ່າ​ຈະ​ມີ​ປະໂລຫິດ​ທີ່​ຖາມ​ພະເຈົ້າ​ຜ່ານ​ທາງ​ອູຣີມ*​ແລະ​ທູມມີມ.*+ 66  ຄົນ​ທີ່​ກັບ​ມາ​ລວມ​ທັງ​ໝົດ​ມີ 42.360 ຄົນ.+ 67  ໃນ​ຈຳນວນ​ນີ້​ບໍ່​ໄດ້​ລວມ​ເອົາ​ທາດ​ຜູ້​ຊາຍ​ຜູ້​ຍິງ+ 7.337 ຄົນ ກັບ​ນັກຮ້ອງ​ຜູ້​ຊາຍ​ຜູ້​ຍິງ​ອີກ 245 ຄົນ.+ 68  ເຂົາ​ເຈົ້າ​ມີ​ມ້າ 736 ໂຕ ລໍ* 245 ໂຕ 69  ອູດ 435 ໂຕ ແລະ​ລາ 6.720 ໂຕ. 70  ບາງຄົນ​ທີ່​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ໄດ້​ບໍລິຈາກ​ເຄື່ອງ​ຂອງ​ເພື່ອ​ສ້າງ​ວິຫານ​ຄືນ​ໃໝ່.+ ພວກ​ເຈົ້າ​ແຂວງໄດ້​ສະໜັບສະໜູນ​ໂຄງການ​ນີ້​ໂດຍ​ໃຫ້​ຫຼຽນ​ດັກມາ​ທີ່​ເປັນ​ຄຳ 1.000 ຫຼຽນ* ຖ້ວຍ 50 ໃບ ແລະ​ຊຸດ​ສຳລັບ​ປະໂລຫິດ 50 ຊຸດ.+ 71  ບາງຄົນ​ທີ່​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ໄດ້​ສະໜັບສະໜູນ​ໂຄງການ​ນີ້ໂດຍ​ໃຫ້​ຫຼຽນ​ດັກມາ​ທີ່​ເປັນ​ຄຳ 20.000 ຫຼຽນ* ແລະ​ເງິນ 2.200 ມິນາ.* 72  ພວກ​ປະຊາຊົນ​ໄດ້​ບໍລິຈາກ​ຫຼຽນ​ດັກມາ​ທີ່​ເປັນ​ຄຳ 20.000 ຫຼຽນ* ເງິນ 2.000 ມິນາ* ແລະ​ຊຸດ​ສຳລັບ​ປະໂລຫິດ 67 ຊຸດ. 73  ພວກ​ປະໂລຫິດ ພວກ​ເລວີ ພວກ​ຄົນຍາມ​ປະຕູ ພວກ​ນັກຮ້ອງ+ ພວກ​ຄົນ​ຮັບ​ໃຊ້​ໃນ​ວິຫານ ແລະພວກ​ອິດສະຣາເອນ​ທຸກ​ຄົນກໍ​ໄດ້​ໄປ​ຢູ່​ໃນ​ເມືອງ​ຂອງ​ໂຕເອງ.+ ເມື່ອ​ຮອດ​ເດືອນ​ທີ 7+ ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ໄດ້​ໄປ​ຢູ່​ໃນ​ເມືອງ​ຂອງ​ໂຕເອງ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຕອນ​ທີ່​ແດດ​ຮ້ອນ”
ແປ​ຕາມ​ໂຕ​ວ່າ “ກະສັດ​ຂອງ​ບາບີໂລນ”
ແປ​ຕາມ​ໂຕ​ວ່າ “ເນໂບ​ອີກ​ບ່ອນ​ໜຶ່ງ.” ເນໂບ​ໃນ​ຂໍ້​ນີ້​ບໍ່​ແມ່ນ​ເນໂບ​ໃນ​ໂມອາບ.
ຫຼື “ພວກ​ເນທິນິມ.” ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ມອບ​ໄວ້.”
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ບັດຊະລູດ​ໃນ ອຊຣ 2:52
ຫຼື “ເຂົາເຈົ້າ​ຈຶ່ງ​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ”
ຫຼື “ທີຊາທາ.” ນີ້​ແມ່ນ​ຕຳແໜ່ງ​ເຈົ້າແຂວງ​ຂອງ​ເປີເຊຍ.
ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ
8,4 ກິໂລກຣາມ. ຫຼຽນ​ດັກມາ​ທີ່​ເປັນ​ຄຳ​ມີຄ່າ​ເທົ່າ​ກັບ​ຫຼຽນ​ດາຣິກ​ທີ່​ເປັນ​ຄຳ​ຂອງ​ເປີເຊຍ. ຫຼຽນ​ດັກມາ​ທີ່​ເວົ້າ​ເຖິງ​ໃນ​ນີ້​ບໍ່​ແມ່ນ​ຫຼຽນ​ດັກມາ​ໃນ​ພະຄຳພີ​ພາກພາສາກຣີກ. ເບິ່ງ​ພາກ​ຜະໜວກ ຂ14.
168 ກິໂລກຣາມ
1.254 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
168 ກິໂລກຣາມ
1.140 ກິໂລກຣາມ