ເພງຂອງໂຊໂລໂມນ 1:1-17

  • ເພງ​ທີ່​ມ່ວນ​ທີ່ສຸດ (1)

  • ສາວ​ເມືອງ​ຊູເລມ (2-​7)

  • ຜູ້ຍິງ​ເມືອງ​ເຢຣູຊາເລັມ (8)

  • ກະສັດ (9-​11)

    • ‘ພວກ​ເຮົາ​ຈະ​ເຮັດ​ຜ້າ​ມັດ​ຫົວ​ທີ່​ເປັນ​ຄຳ​ໃຫ້​ເຈົ້າ’ (11)

  • ສາວ​ເມືອງ​ຊູເລມ (12-​14)

    • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຖົງ​ມົດຍອບ​ທີ່​ຫອມ​ໆ​” (13)

  • ຄົນ​ລ້ຽງ​ແກະ (15)

    • “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ”

  • ສາວ​ເມືອງ​ຊູເລມ (16, 17)

    • ‘ທີ່​ຮັກ​ຂອງ​ນ້ອງ ອ້າຍ​ເປັນ​ຄົນ​ຫຼໍ່​ຫຼາຍ’ (16)

1  ນີ້​ແມ່ນ​ເພງ​ທີ່​ມ່ວນ​ທີ່ສຸດ​ທີ່​ໂຊໂລໂມນ​ແຕ່ງ.+   “ຈູບ​ນ້ອງ​ແມ້ ເອົາ​ປາກ​ຂອງ​ອ້າຍ​ມາ​ຈູບ​ນ້ອງ​ແມ້.ຄວາມ​ຮັກ​ທີ່​ອ້າຍ​ມີ​ຕໍ່​ນ້ອງ​ນັ້ນ​ດີ​ກວ່າ​ເຫຼົ້າແວງ​ອີກ.+   ກິ່ນ​ນ້ຳມັນ​ຫອມ​ຂອງ​ອ້າຍ​ເຮັດ​ໃຫ້​ສົດ​ຊື່ນ.+ ຊື່​ຂອງ​ອ້າຍ​ເປັນ​ຄື​ກັບ​ນ້ຳມັນ​ຫອມ​ທີ່​ຖືກ​ເທ​ໃສ່​ຫົວ.+ ສົມ​ພໍ​ພວກ​ຜູ້​ສາວ​ຈຶ່ງ​ມັກ​ອ້າຍ​ຫຼາຍ.   ກະສັດ​ໄດ້​ພາ​ນ້ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ລາວ​ແລ້ວ. ໃຫ້​ອ້າຍ​ມາ​ພາ​ນ້ອງ​ໜີ​ໄປ. ໃຫ້​ພວກ​ເຮົາ​ໄປ​ມີ​ຄວາມສຸກ​ນຳ​ກັນ ແລະ​ເວົ້າ​ເຖິງ​ຄວາມ​ຮັກ​ທີ່​ອ້າຍ​ມີ​ຕໍ່​ນ້ອງ​ເຊິ່ງ​ເຮັດ​ໃຫ້​ສົດ​ຊື່ນ​ຫຼາຍ​ກວ່າ​ໄດ້​ກິນ​ເຫຼົ້າແວງ. ຍ້ອນ​ແນວ​ນີ້ ພວກ​ຜູ້​ສາວ​ຈຶ່ງ​ມັກ​ອ້າຍ​ຫຼາຍ.   ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ເຖິງ​ວ່າ​ຂ້ອຍ​ຈະ​ດຳ​ແຕ່​ຂ້ອຍ​ກໍ​ງາມ.ຂ້ອຍ​ງາມ​ຄື​ກັບ​ເຕັ້ນ​ຂອງ​ຄົນ​ເກດາ+​ແລະ​ງາມ​ຄື​ກັບ​ຜ້າ​ເຕັ້ນ+​ຂອງ​ໂຊໂລໂມນ.   ຢ່າ​ແນມ​ເບິ່ງ​ຂ້ອຍ​ຍ້ອນ​ວ່າ​ຂ້ອຍ​ດຳ.ຂ້ອຍ​ດຳ​ກໍ​ຍ້ອນ​ຕາກ​ແດດ. ພວກ​ອ້າຍ​ຂອງ​ຂ້ອຍ​ໃຈຮ້າຍ​ໃຫ້​ຂ້ອຍເຂົາເຈົ້າ​ຈຶ່ງ​ໃຫ້​ຂ້ອຍ​ໄປເບິ່ງແຍງສວນ​ໝາກ​ລະແຊັງແຕ່​ສວນ​ໝາກ​ລະແຊັງ​ຂອງ​ຂ້ອຍ ຂ້ອຍ​ພັດ​ບໍ່​ໄດ້​ເບິ່ງແຍງ.   ສຸດ​ທີ່​ຮັກ​ຂອງ​ນ້ອງ ບອກ​ນ້ອງ​ແດ່​ວ່າອ້າຍ​ພາ​ຝູງ​ແກະ​ໄປ​ກິນ​ຫຍ້າ​ຢູ່​ໃສ?+ຕອນ​ສວາຍ​ອ້າຍ​ໃຫ້​ພວກ​ມັນ​ໄປ​ນອນ​ຢູ່​ໃສ? ເປັນຫຍັງ​ນ້ອງ​ຕ້ອງ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ເອົາ​ຜ້າ​ປົກ​ໜ້າ*ທີ່​ຍ່າງ​ຢູ່​ທ່າມກາງ​ຝູງ​ແກະ​ຂອງ​ໝູ່​ອ້າຍ?”   “ຜູ້ຍິງ​ທີ່​ງາມ​ທີ່ສຸດ​ເອີ້ຍຖ້າ​ເຈົ້າ​ບໍ່​ຮູ້ ໃຫ້​ເຈົ້າ​ຍ່າງ​ນຳ​ຮອຍ​ຕີນ​ຝູງ​ແກະ​ໄປແລະ​ເອົາ​ແບ້​ນ້ອຍ​ຂອງ​ເຈົ້າ​ໄປ​ກິນ​ຫຍ້າ​ຢູ່​ໃກ້​ໆ​ເຕັ້ນ​ຂອງ​ຄົນ​ລ້ຽງ​ແກະ​ແມ້.”   “ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ເປັນ​ຄື​ກັບ​ມ້າງາມ​ໆ​ໃນ​ທ່າມກາງ​ມ້າທີ່ແກ່​ລົດ​ຮົບ​ຂອງ​ຟາໂຣ.*+ 10  ແກ້ມ​ຂອງ​ເຈົ້າ​ງາມ​ດ້ວຍ​ເຄື່ອງ​ປະດັບ*ແລະ​ຄໍ​ຂອງ​ເຈົ້າ​ງາມ​ດ້ວຍ​ສາຍ​ຄໍ​ໝາກ​ຕຸ້ມ. 11  ພວກ​ເຮົາ​ຈະ​ເຮັດ​ຜ້າ​ມັດ​ຫົວ​ທີ່​ເປັນ​ຄຳເຊິ່ງ​ປະດັບ​ດ້ວຍ​ໝາກ​ຕຸ້ມ​ເງິນ​ໃຫ້​ເຈົ້າ.” 12  “ເຖິງ​ວ່າ​ຂ້ອຍ​ຈະ​ນັ່ງ​ຢູ່​ໂຕະ​ນຳ​ກະສັດແຕ່​ກິ່ນ​ນ້ຳ​ຫອມ​ຂອງ​ຂ້ອຍ+​ກໍ​ແມ່ນ​ສຳລັບ​ຄົນ​ທີ່​ຂ້ອຍ​ຮັກ. 13  ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ຖົງ​ມົດຍອບ*​ທີ່​ຫອມ​ໆ​+ທີ່​ວາງ​ໄວ້​ຢູ່​ເທິງ​ເອິກ​ຂ້ອຍ​ໝົດ​ຄືນ. 14  ຄົນ​ຮັກ​ຂອງ​ຂ້ອຍ​ຫອມ​ຄື​ກັບ​ຕົ້ນ​ເຮນນາ*+ເຊິ່ງ​ຢູ່​ກາງ​ສວນ​ໝາກ​ລະແຊັງ​ໃນ​ເມືອງ​ເອັນເກດີ.”+ 15  “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ. ນ້ອງ​ງາມ​ແທ້​ໆ​ ຕາ​ຂອງ​ນ້ອງ​ຄື​ກັບ​ຕາ​ຂອງ​ນົກ​ເຂົາ.”+ 16  “ທີ່​ຮັກ​ຂອງ​ນ້ອງ ອ້າຍ​ເປັນ​ຄົນ​ຫຼໍ່​ແລະ​ມີ​ສະເໜ່​ຫຼາຍ.+ ຫຍ້າ​ສີ​ຂຽວ​ເປັນ​ບ່ອນ​ນອນ​ຂອງ​ພວກ​ເຮົາ. 17  ໄມ້​ຊີດ້າ*​ເປັນ​ຄື​ເຮືອນ​ຂອງ​ພວກ​ເຮົາແລະ​ໄມ້​ຈູນິເປີ້*​ເປັນ​ເພດານ​ເຮືອນ​ຂອງ​ພວກ​ເຮົາ.”

ຂໍຄວາມໄຂເງື່ອນ

ຫຼື “ເອົາ​ຜ້າ​ປົກ​ໜ້າ​ໄວ້ທຸກ​ມາ​ໃສ່”
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ຫຼື​ອາດ​ແປ​ວ່າ “ທ່າມກາງ​ຜົມ​ທີ່​ເປຍ”
ພືດ​ຊະນິດ​ໜຶ່ງ​ທີ່​ມີ​ດອກ​ຫອມ​ແລະ​ໃບ​ຂອງ​ມັນ​ໃຊ້​ເຮັດ​ສີ​ຍ້ອມ​ສີ​ນ້ຳ​ຕານ​ແດງ
ໄມ້​ແປກ​ຊະນິດ​ໜຶ່ງ
ໄມ້​ແປກ​ຊະນິດ​ໜຶ່ງ