ເພງຂອງໂຊໂລໂມນ 3:1-11

  • ສາວ​ເມືອງ​ຊູເລມ (1-​5)

    • ‘ຕອນ​ກາງຄືນ​ຂ້ອຍ​ຢາກ​ເຈິ​ຄົນ​ຮັກ​ຂອງ​ຂ້ອຍ’ (1)

  • ຜູ້ຍິງ​ເມືອງ​ຊີໂອນ (6-​11)

    • ເວົ້າ​ເຖິງ​ຂະບວນ​ຂອງ​ໂຊໂລໂມນ

3  “ຂ້ອຍ​ນອນ​ຄິດ​ຮອດ​ຄົນ​ຮັກ​ຂອງ​ຂ້ອຍ​ໝົດ​ຄືນ.ຂ້ອຍ​ຢາກ​ເຈິ​ຄົນ​ຮັກ​ຂອງ​ຂ້ອຍ.+ ຂ້ອຍ​ຢາກ​ພົບ​ລາວ ແຕ່ຊອກ​ຫາ​ລາວ​ບໍ່​ເຫັນ.+   ຂ້ອຍ​ຈະ​ລຸກ​ຂຶ້ນ​ແລະ​ໄປ​ທົ່ວ​ເມືອງໄປ​ຕາມ​ຫົນ​ທາງ​ແລະ​ຕາມ​ເດີ່ນ​ຂອງ​ເມືອງ.ຂ້ອຍ​ຈະ​ຊອກ​ຫາ​ຄົນ​ຮັກ​ຂອງ​ຂ້ອຍ. ຂ້ອຍ​ຢາກ​ພົບ​ລາວ ແຕ່​ຊອກ​ຫາ​ລາວ​ບໍ່​ເຫັນ.   ພວກ​ຄົນຍາມ​ທີ່​ຍ່າງ​ກວດ​ເບິ່ງ​ຢູ່​ອ້ອມ​ເມືອງ​ເຫັນ​ຂ້ອຍ+ ຂ້ອຍ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ: ‘ພວກເຈົ້າ​ເຫັນ​ຄົນ​ຮັກ​ຂອງ​ຂ້ອຍ​ບໍ່?’   ເມື່ອ​ຍ່າງ​ກາຍ​ເຂົາເຈົ້າ​ໄປ​ໄດ້​ໜ້ອຍ​ໜຶ່ງຂ້ອຍ​ກໍ​ເຈິ​ຄົນ​ຮັກ​ຂອງ​ຂ້ອຍ. ຂ້ອຍ​ກອດ​ລາວ​ໄວ້​ແລະ​ບໍ່​ປ່ອຍ​ລາວ​ໄປ​ໃສຈົນ​ກວ່າ​ຂ້ອຍ​ຈະ​ພາ​ລາວ​ໄປ​ເຮືອນ​ແມ່​ຂອງ​ຂ້ອຍ+ແລະ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ຜູ້​ທີ່​ໄດ້​ເກີດ​ຂ້ອຍ.   ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ໂດຍ​ອ້າງ​ກວາງ​ໂຕ​ແມ່​ໃນ​ທົ່ງ​ຫຍ້າ​ວ່າ ພວກເຈົ້າ​ຈະ​ບໍ່​ຍົວະ​ຂ້ອຍ​ໃຫ້​ຮັກ​ຜູ້​ໃດ​ຜູ້​ໜຶ່ງ ແຕ່​ປ່ອຍ​ໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ເອງ.”+   “ແມ່ນ​ຫຍັງ​ທີ່​ລອຍ​ຂຶ້ນ​ມາ​ຈາກ​ບ່ອນ​ກັນດານ​ທີ່​ເປັນ​ຄືກັບຄວັນມັນ​ຫອມ​ຄື​ກັບ​ມົດຍອບ*​ແລະ​ຄື​ກັບ​ກຳຍານ*ແລະ​ຫອມ​ຄື​ກັບ​ນ້ຳ​ຫອມ​ທີ່​ພວກ​ພໍ່​ຄ້າ​ຂາຍ?”+   “ເບິ່ງກ້ຽວ​ນັ່ງ*​ຂອງ​ໂຊໂລໂມນ​ແມ້! ມີ​ທະຫານ​ທີ່​ເກັ່ງ​ໆ​ຫົກ​ສິບ​ຄົນ​ຢູ່​ອ້ອມ​ມັນ.ເຂົາເຈົ້າ​ເປັນ​ທະຫານ​ຂອງ​ອິດສະຣາເອນ​ທີ່​ເກັ່ງ​ຫຼາຍ.+   ເຂົາເຈົ້າ​ມີ​ດາບ​ເປັນ​ອາວຸດແລະ​ຖືກ​ຝຶກ​ໃຫ້​ເຮັດ​ສົງຄາມ.ທຸກ​ຄົນ​ມີ​ດາບ​ເໜັບ​ຢູ່​ແອວເພື່ອ​ເອົາ​ໄວ້​ປ້ອງກັນ​ໂຕເອງ​ຈາກ​ອັນຕະລາຍ​ໃນ​ຕອນ​ກາງຄືນ.”   “ນັ້ນ​ແມ່ນ​ກ້ຽວ​ນັ່ງ​ຂອງ​ກະສັດ​ໂຊໂລໂມນ.ລາວ​ເຮັດ​ຕັ່ງ​ນີ້​ສຳລັບ​ໂຕເອງ​ຈາກ​ໄມ້​ຢູ່​ເລບານອນ.+ 10  ຂາ​ຂອງ​ກ້ຽວ​ນັ່ງ​ເປັນ​ເງິນບ່ອນ​ອີງ​ເປັນ​ຄຳ ບ່ອນ​ນັ່ງ​ເປັນ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງແລະ​ທາງ​ໃນ​ຂອງ​ກ້ຽວ​ນັ່ງ​ນັ້ນ​ຕົກ​ແຕ່ງ​ດ້ວຍ​ຄວາມ​ຮັກໂດຍ​ພວກ​ຜູ້ຍິງ​ເມືອງ​ເຢຣູຊາເລັມ.” 11  “ຜູ້ຍິງ​ເມືອງ​ຊີໂອນ​ເອີ້ຍ ອອກ​ໄປ​ແມ້!ໄປ​ເບິ່ງ​ກະສັດ​ໂຊໂລໂມນ.ລາວ​ໃສ່​ມົງກຸດ*​ທີ່​ແມ່+​ເຮັດ​ໃຫ້ໃນ​ມື້​ທີ່​ລາວ​ແຕ່ງດອງ.ໃນ​ມື້​ນັ້ນ ລາວ​ມີ​ຄວາມສຸກ​ຫຼາຍ.”

ຂໍຄວາມໄຂເງື່ອນ

ຕັ່ງ​ນັ່ງ​ຫຼື​ຕຽງ​ນອນ​ທີ່​ມີ​ຫຼັງ​ຄາ​ແລະ​ໃຊ້​ຄົນ​ຫາມ. ຕັ່ງ​ນີ້​ແມ່ນ​ສຳລັບ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ.
ອາດ​ໝາຍເຖິງ​ມົງກຸດ​ທີ່​ເຮັດ​ຈາກ​ດອກ​ໄມ້​ຫຼື​ໃບ​ໄມ້