ເພງຂອງໂຊໂລໂມນ 4:1-16

  • ຄົນ​ລ້ຽງ​ແກະ (1-​5)

    • “ທີ່​ຮັກ​ຂອງ​ອ້າຍ​ເອີ້ຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ” (1)

  • ສາວ​ເມືອງ​ຊູເລມ (6)

  • ຄົນ​ລ້ຽງ​ແກະ (7-​16​ກ)

    • “ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ນ້ອງ​ໄດ້​ປຸ້ນ​ເອົາ​ຫົວໃຈ​ຂອງ​ອ້າຍ​ໄປ​ແລ້ວ” (9)

  • ສາວ​ເມືອງ​ຊູເລມ (16​ຂ)

4  “ທີ່​ຮັກ​ຂອງ​ອ້າຍ​ເອີ້ຍ ນ້ອງ​ເປັນ​ຄົນ​ງາມ​ຫຼາຍ. ນ້ອງ​ງາມ​ແທ້​ໆ​. ຕາ​ຂອງ​ນ້ອງ​ທີ່​ຢູ່​ທາງ​ໃນ​ຜ້າ​ປົກ​ໜ້າ​ຄື​ກັບ​ຕາ​ຂອງ​ນົກ​ເຂົາ. ຜົມ​ຂອງ​ນ້ອງ​ຄື​ກັບ​ຝູງ​ແບ້ທີ່​ລົງ​ມາ​ຈາກ​ພູ​ຕ່າງ​ໆ​ຂອງ​ເມືອງ​ກິລຽດ.+   ແຂ້ວ​ນ້ອງ​ຂາວ​ແລະ​ງາມ​ຄື​ກັບ​ຝູງ​ແກະ​ທີ່​ຫາກໍ​ຕັດ​ຂົນຄື​ກັບ​ຝູງ​ແກະ​ທີ່​ຫາກໍ​ອາບ​ນ້ຳ​ແລ້ວ.ແຂ້ວ​ຂອງ​ນ້ອງ​ທຸກ​ເຫຼັ້ມ​ລຽນ​ເປັນ​ລະບຽບ​ແລະ​ຊື່​ກັນ​ດີມັນ​ຢູ່​ຄົບ​ທຸກ​ເຫຼັ້ມ.   ສົບ​ຂອງ​ນ້ອງ​ແດງ​ຄື​ກັບ​ດ້າຍ​ສີ​ແດງ​ສົດແລະ​ຄຳເວົ້າ​ຂອງ​ນ້ອງ​ກໍ​ມ່ວນ​ຫຼາຍ. ແກ້ມ​ຂອງ​ນ້ອງ​ທີ່​ຢູ່​ທາງ​ໃນ​ຜ້າ​ປົກ​ໜ້າຄື​ກັບ​ໝາກ​ພິລາ​ຜ່າ​ເຄິ່ງ.   ຄໍ​ຂອງ​ນ້ອງ+​ຄື​ກັບ​ປ້ອມ​ທີ່​ສູງ​ໆ​ຂອງ​ດາວິດ+ທີ່​ສ້າງ​ດ້ວຍ​ຫີນ​ທີ່​ຢອງ​ກັນ​ຂຶ້ນ​ຢ່າງ​ເປັນ​ລະບຽບແລະ​ມີ​ໂລ້​ມົນ​ໆ​ໜຶ່ງ​ພັນ​ອັນ​ຫ້ອຍໃສ່ເຊິ່ງ​ທັງໝົດ​ເປັນ​ໂລ້​ຂອງ​ພວກ​ທະຫານ​ທີ່​ເກັ່ງ​ໆ​.+   ໜ້າ​ເອິກ​ຂອງ​ນ້ອງ​ຄື​ກັບ​ກວາງ​ນ້ອຍ​ສອງ​ໂຕເປັນ​ກວາງ​ນ້ອຍ​ຝາແຝດ+ທີ່​ກິນ​ຫຍ້າ​ຢູ່​ທ່າມກາງ​ຕົ້ນ​ດອກ​ລິນລີ້.   “ຕອນ​ທີ່​ຍັງ​ມີ​ລົມ​ພັດ​ຄ່ອຍ​ໆ​ແລະ​ຍັງບໍ່​ທັນ​ແຈ້ງຂ້ອຍ​ຈະ​ໄປ​ໂນນ​ພູ​ມົດຍອບແລະ​ຈະ​ໄປ​ໂນນ​ພູ​ກຳຍານ.”+   “ທີ່​ຮັກ​ຂອງ​ອ້າຍ ນ້ອງ​ງາມ​ຫຼາຍ​ແທ້​ໆ​.+ນ້ອງ​ງາມ​ບໍ່​ມີ​ບ່ອນ​ຕິ​ເລີຍ.   ເຈົ້າ​ສາວ​ຂອງ​ອ້າຍ ອອກ​ມາ​ຈາກ​ເລບານອນ+​ນຳ​ອ້າຍອອກ​ມາ​ຈາກ​ເລບານອນ​ນຳ​ອ້າຍ​ແມ້. ລົງ​ມາ​ຈາກ​ຈອມພູ​ອາ​ມານາ*ຈອມພູ​ເສນີ​ແລະ​ຈອມພູ​ເຮີໂມນ.+ອອກ​ມາ​ຈາກ​ຖ້ຳ​ທີ່​ສິງ​ຢູ່​ແລະ​ອອກ​ມາ​ຈາກ​ພູ​ທີ່​ເສືອ​ດາວ​ຢູ່.   ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ນ້ອງ​ໄດ້​ປຸ້ນ​ເອົາ​ຫົວໃຈ​ຂອງ​ອ້າຍ​ໄປ​ແລ້ວ.+ນ້ອງ​ປຸ້ນ​ເອົາ​ຫົວໃຈ​ຂອງ​ອ້າຍ​ໄປ​ດ້ວຍ​ສາຍ​ຕາ​ພຽງ​ແວັບດຽວ​ເທົ່າ​ນັ້ນ.ພຽງ​ແຕ່​ເຫັນ​ກີ້​ສາຍ​ຂໍ​ຂອງ​ນ້ອງ ຫົວໃຈ​ອ້າຍ​ກໍ​ເຕັ້ນ​ແຮງ​ແລ້ວ. 10  ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ຄວາມ​ຮັກ​ຂອງ​ນ້ອງ​ເຮັດ​ໃຫ້​ອ້າຍ​ສົດ​ຊື່ນ​ແທ້​ໆ​.+ ຄວາມ​ຮັກ​ຂອງ​ນ້ອງ​ເຮັດ​ໃຫ້​ອ້າຍ​ສົດ​ຊື່ນ​ຫຼາຍ​ກວ່າ​ເຫຼົ້າແວງ​ອີກ+ແລະ​ກິ່ນ​ນ້ຳ​ຫອມ​ຂອງ​ນ້ອງ​ກໍ​ຫອມ​ກວ່າ​ເຄື່ອງ​ເທດ​ທຸກ​ຊະນິດ.+ 11  ທີ່​ຮັກ​ຂອງ​ອ້າຍ ປາກ​ຂອງ​ນ້ອງ​ຫວານ​ຄື​ກັບ​ນ້ຳ​ເຜີ້ງ​ທີ່​ຍ້ອຍ​ຈາກ​ຮັງ.+ ລີ້ນ​ຂອງ​ນ້ອງ​ຫວານ​ຄື​ກັບ​ນົມ​ແລະ​ນ້ຳ​ເຜີ້ງ.+ເຄື່ອງນຸ່ງ​ຂອງ​ນ້ອງ​ຫອມ​ຄື​ກັບ​ກິ່ນ​ຫອມ​ຈາກ​ປ່າ​ເລບານອນ. 12  ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ! ນ້ອງ​ເປັນ​ຄື​ກັບ​ສວນ​ທີ່​ມີ​ຮົ້ວ​ອ້ອມ​ໄວ້.ນ້ອງ​ເປັນ​ຄື​ກັບ​ສວນ​ທີ່​ມີ​ຮົ້ວ​ອ້ອມ​ໄວ້​ແລະ​ເປັນ​ຄື​ກັບ​ນ້ຳ​ອອກ​ບໍ່​ທີ່​ສະຫງວນ​ໄວ້. 13  ນ້ອງ*​ເປັນ​ຄື​ກັບ​ສວນ​ທີ່​ມີ​ຕົ້ນ​ໝາກ​ພິລາ​ທີ່​ເປັນ​ໝາກ​ດົກ​ແລະ​ແຊບມີ​ຕົ້ນ​ເຮນນາ* ມີ​ພືດ​ທີ່​ມີ​ກິ່ນ​ຫອມ* 14  ມີ​ດອກໄມ້​ທີ່​ຫອມ*+ ຕົ້ນ​ອໍ້​ຫອມ+ ຕົ້ນ​ອົບເຊີຍ*+ຕົ້ນ​ກຳຍານ*​ທຸກ​ຊະນິດ ຕົ້ນ​ມົດຍອບ* ຕົ້ນ​ເກດ​ສະໜາ+ແລະ​ຍັງ​ມີ​ຕົ້ນ​ພືດ​ຕ່າງ​ໆ​ທີ່​ມີ​ກິ່ນ​ຫອມ​ທີ່ສຸດ.+ 15  ນ້ອງ​ເປັນ​ຄື​ກັບ​ນ້ຳ​ອອກ​ບໍ່​ທີ່​ຢູ່​ໃນ​ສວນ ເປັນ​ຄື​ກັບ​ນ້ຳ​ສ້າງ​ທີ່​ສະອາດແລະ​ເປັນ​ຄື​ກັບ​ແມ່​ນ້ຳ​ທີ່​ໄຫຼ​ມາ​ຈາກ​ເລບານອນ.+ 16  ລົມ​ຈາກ​ທິດເໜືອ​ເອີ້ຍ ຕື່ນ​ແມ້!ລົມ​ຈາກ​ທິດໃຕ້​ເອີ້ຍ ມາ​ແມ້! ໃຫ້​ພັດ​ຄ່ອຍ​ໆ​ມາ​ສວນ​ຂອງ​ຂ້ອຍ ໃຫ້​ກິ່ນ​ຫອມ​ໆ​ທີ່​ຢູ່​ສວນ​ລອຍ​ໄປ.” “ຂ້ອຍ​ຢາກ​ໃຫ້​ຄົນ​ຮັກ​ຂອງ​ຂ້ອຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ລາວແລະ​ກິນ​ໝາກ​ໄມ້​ທີ່​ແຊບ​ທີ່ສຸດ.”

ຂໍຄວາມໄຂເງື່ອນ

ຫຼື “ແອນ​ຕິ​ເລບານອນ”
ຫຼື​ອາດ​ແປ​ວ່າ “ຜິວ​ຂອງ​ນ້ອງ”
ພືດ​ຊະນິດໜຶ່ງ​ທີ່​ມີ​ດອກ​ຫອມ​ແລະ​ໃບ​ຂອງ​ມັນ​ໃຊ້​ເຮັດ​ສີ​ຍ້ອມ​ສີ​ນ້ຳ​ຕານ​ແດງ
ຕົ້ນໄມ້​ທີ່​ໃຊ້​ເຮັດ​ນ້ຳມັນ​ຫອມ​ນາຣະດາ. ເບິ່ງ​ຄຳ​ວ່າ “ນາຣະດາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ດອກ​ແຊັບຟ໋ອນ”
ຕົ້ນໄມ້​ຊະນິດໜຶ່ງ​ທີ່​ເປືອກ​ມີ​ກິ່ນ​ຫອມ​ແລະ​ໃຊ້​ແຕ່ງ​ກິນ​ໄດ້