ເພງຂອງໂຊໂລໂມນ 5:1-16

  • ຄົນ​ລ້ຽງ​ແກະ (1​ກ)

  • ຜູ້ຍິງ​ເມືອງ​ເຢຣູຊາເລັມ (1​ຂ)

    • ‘ໃຫ້​ພວກເຈົ້າ​ເມົາ​ໃນ​ຄວາມ​ຮັກ’

  • ສາວ​ເມືອງ​ຊູເລມ (2-​8)

    • ເລົ່າ​ຄວາມ​ຝັນ

  • ຜູ້ຍິງ​ເມືອງ​ເຢຣູຊາເລັມ (9)

    • “ຄົນ​ຮັກ​ຂອງ​ເຈົ້າ​ດີ​ກວ່າ​ຜູ້​ຊາຍ​ຄົນອື່ນ​ແນວໃດ?”

  • ສາວ​ເມືອງ​ຊູເລມ (10-​16)

    • “ລາວ​ເດັ່ນ​ທີ່ສຸດ​ໃນ​ພວກ​ຜູ້​ຊາຍ​ສິບ​ພັນ​ຄົນ” (10)

5  “ທີ່​ຮັກ​ຂອງ​ອ້າຍ ເຈົ້າ​ສາວ​ຂອງ​ອ້າຍ​ເອີ້ຍ!ອ້າຍ​ເຂົ້າ​ມາ​ໃນ​ສວນ​ຂອງ​ອ້າຍ​ແລ້ວ.+ ອ້າຍ​ໄດ້​ເກັບ​ມົດຍອບ*​ແລະ​ເຄື່ອງ​ເທດ+ ອ້າຍ​ໄດ້​ກິນ​ຮັງ​ເຜີ້ງ​ກັບ​ນ້ຳ​ເຜີ້ງອ້າຍ​ໄດ້​ກິນ​ເຫຼົ້າແວງ​ແລະ​ນ້ຳ​ນົມ​ແລ້ວ.”+ “ພວກເຈົ້າ​ສອງ​ຄົນ​ພາກັນ​ກິນ​ໂລດ ໃຫ້​ພວກເຈົ້າ​ດື່ມ​ແລະ​ເມົາ​ໃນ​ຄວາມ​ຮັກ.”+   ຂ້ອຍ​ນອນ​ຫຼັບ ແຕ່​ໃຈ​ຍັງ​ຕື່ນ​ຢູ່.+ ຂ້ອຍ​ໄດ້​ຍິນ​ສຽງ​ຄົນ​ຮັກ​ຂອງ​ຂ້ອຍ​ເຄາະ​ປະຕູ​ແລະ​ເວົ້າ​ວ່າ: “ນ້ອງ​ສາວ​ຂອງ​ອ້າຍ ທີ່​ຮັກ​ຂອງ​ອ້າຍ ເປີດປະຕູ​ໃຫ້​ອ້າຍ​ແດ່.ນົກ​ເຂົາ​ຂອງ​ອ້າຍ ນ້ອງ​ບໍ່​ມີ​ບ່ອນ​ຕິ​ເລີຍ. ຫົວ​ຂອງ​ອ້າຍ​ປຽກ​ນ້ຳ​ຄ້າງແລະ​ຜົມ​ຂອງ​ອ້າຍ​ປຽກ​ຍ້ອນ​ຄວາມ​ຊຸ່ມ​ຕອນ​ກາງຄືນ.”+   ຂ້ອຍ​ແກ້​ເສື້ອ​ຄຸມ​ອອກ​ແລ້ວ ຊິ​ໃຫ້​ຂ້ອຍ​ໃສ່​ຄືນ​ອີກ​ບໍ? ຂ້ອຍ​ລ້າງ​ຕີນ​ແລ້ວ ຊິ​ໃຫ້​ມັນ​ເປື້ອນ​ຂີ້​ດິນ​ອີກ​ບໍ?   ທີ່​ຮັກ​ຂອງ​ຂ້ອຍ​ເອົາ​ມື​ອອກ​ຈາກ​ປ່ອງ​ທີ່​ຢູ່​ປະຕູ​ແລ້ວແລະ​ໃຈ​ຂອງ​ຂ້ອຍ​ເຕັ້ນ​ແຮງ ຍ້ອນ​ຢາກ​ເຈິ​ລາວ​ຫຼາຍ.   ຂ້ອຍ​ລຸກ​ໄປ​ເປີດ​ປະຕູ​ໃຫ້​ຄົນ​ຮັກ​ຂອງ​ຂ້ອຍ.ນ້ຳມັນ​ຈາກ​ມົດຍອບທີ່​ຢູ່​ມື​ແລະ​ນິ້ວ​ມື​ຂອງ​ຂ້ອຍກໍ​ຍ້ອຍ​ລົງ​ໃສ່​ກອນ​ປະຕູ.   ຂ້ອຍ​ເປີດ​ປະຕູ​ໃຫ້​ຄົນ​ຮັກ​ຂອງ​ຂ້ອຍແຕ່​ລາວ​ບໍ່​ຢູ່​ແລ້ວ ລາວ​ໄປ​ແລ້ວ. ໃຈ​ຂ້ອຍ​ເກືອບ​ຂາດ​ທີ່​ລາວ​ໄປ​ແລ້ວ.* ຂ້ອຍ​ຊອກ​ຫາ​ລາວ ແຕ່​ກໍ​ບໍ່​ເຫັນ.+ ຂ້ອຍ​ຮ້ອງ​ຫາ​ລາວ ແຕ່​ລາວ​ກໍ​ບໍ່​ຕອບ.   ເມື່ອ​ພວກ​ຄົນຍາມ​ທີ່​ຍ່າງ​ກວດ​ຢູ່​ອ້ອມ​ເມືອງ​ເຫັນ​ຂ້ອຍ ເຂົາເຈົ້າ​ກໍ​ຕີ​ຂ້ອຍ​ຈົນເປັນ​ບາດ. ພວກ​ທີ່​ຍາມ​ກຳແພງ​ເມືອງ​ເອົາ​ຜ້າ​ປົກ​ຫົວ​ຂອງ​ຂ້ອຍ​ໄປ.   ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ວ່າ ຖ້າ​ພວກເຈົ້າ​ເຫັນ​ຄົນ​ຮັກ​ຂອງ​ຂ້ອຍພວກເຈົ້າ​ຈະ​ບອກ​ລາວ​ວ່າ​ຂ້ອຍ​ເປັນ​ໄຂ້​ໃຈ.”   “ຜູ້ຍິງ​ທີ່​ງາມ​ທີ່ສຸດ​ເອີ້ຍຄົນ​ຮັກ​ຂອງ​ເຈົ້າ​ດີ​ກວ່າ​ຜູ້​ຊາຍ​ຄົນອື່ນ​ແນວໃດ? ລາວ​ດີ​ກວ່າ​ຜູ້​ຊາຍ​ຄົນອື່ນ​ບ່ອນ​ໃດເຈົ້າ​ຈຶ່ງ​ໃຫ້​ພວກ​ເຮົາ​ສາບານ​ແບບ​ນີ້?” 10  “ຄົນ​ຮັກ​ຂອງ​ຂ້ອຍ​ຫຼໍ່​ແລະ​ແຂງແຮງ.*ລາວ​ເດັ່ນ​ທີ່ສຸດ​ໃນ​ພວກ​ຜູ້​ຊາຍ​ສິບ​ພັນ​ຄົນ. 11  ຫົວ​ຂອງ​ລາວ​ເປັນ​ຄື​ກັບ​ຄຳ​ເຊິ່ງ​ເປັນ​ຄຳ​ທີ່​ດີ​ທີ່ສຸດ. ຜົມ​ຂອງ​ລາວ​ເປັນ​ຄື​ກັບ​ໃບ​ປາມ*​ທີ່ປິວ​ໄປ​ປິວ​ມາແລະ​ດຳ​ຄື​ກັບ​ຂົນ​ກາ. 12  ຕາ​ຂອງ​ລາວ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ຢູ່​ແຄມ​ຫ້ວຍເປັນ​ຄື​ກັບ​ນົກ​ເຂົາ​ທີ່​ອາບ​ນ້ຳ​ນົມ​ຢູ່ແລະ​ນັ່ງ​ຢູ່​ແຄມ​ສະ​ທີ່​ມີ​ນ້ຳ​ເຕັມ.* 13  ແກ້ມ​ຂອງ​ລາວ​ເປັນ​ຄື​ກັບ​ໜານ​ຕົ້ນ​ເຄື່ອງ​ເທດ+ແລະ​ເປັນ​ຄື​ກັບ​ໂນນ​ທີ່​ປູກ​ສະໝຸນໄພ​ຫອມ​ໆ​. ປາກ​ຂອງ​ລາວ​ເປັນ​ຄື​ກັບ​ດອກ​ລິນລີ້​ທີ່​ມີ​ນ້ຳມັນ​ມົດຍອບ​ຍ້ອຍ​ລົງ​ມາ.+ 14  ນິ້ວ​ມື​ຂອງ​ລາວ​ເປັນ​ຄື​ກັບ​ຄຳ ແລະ​ເລັບ​ມື​ຂອງ​ລາວ​ເປັນ​ຄື​ກັບ​ແກ້ວ​ຄຣິດໂຊໄລທ໌. ທ້ອງ​ຂອງ​ລາວ​ເປັນ​ຄື​ກັບ​ງາຊ້າງ​ທີ່​ຂັດ​ເປັນ​ເງົາ​ແລະ​ຕົກ​ແຕ່ງ​ດ້ວຍ​ແກ້ວ​ໄພ​ລິນ. 15  ຂາ​ຂອງ​ລາວ​ເປັນ​ຄື​ກັບ​ເສົາ​ຫີນ​ອ່ອນ​ເຊິ່ງ​ຕັ້ງ​ຢູ່​ຖານ​ຮອງ​ທີ່​ເຮັດ​ຈາກ​ຄຳ​ທີ່​ດີ​ທີ່ສຸດ. ຮູບ​ຮ່າງ​ໜ້າ​ຕາ​ຂອງ​ລາວ​ງາມ​ຄື​ກັບ​ແຜ່ນດິນ​ເລບານອນ​ແລະ​ເປັນ​ຄື​ກັບ​ຕົ້ນ​ຊີດ້າ*​ທີ່​ບໍ່​ມີ​ຫຍັງ​ທຽບ​ໄດ້.+ 16  ປາກ*​ຂອງ​ລາວ​ຫວານ​ຫຼາຍ.ຂ້ອຍ​ມັກ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວກັບ​ລາວ.+ ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ຄົນ​ຮັກ​ຂອງ​ຂ້ອຍ ສຸດ​ທີ່​ຮັກ​ຂອງ​ຂ້ອຍ​ເປັນ​ແບບ​ນີ້​ແຫຼະ.”

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຕອນ​ທີ່​ລາວ​ເວົ້າ”
ຫຼື “ສຸຂະພາບ​ດີ”
ຫຼື​ອາດ​ແປ​ວ່າ “ຄື​ກັບ​ພວງ​ໝາກ​ອິນທະຜາລຳ”
ຫຼື​ອາດ​ແປ​ວ່າ “ແຄມ​ນ້ຳ​ພຸ”
ຕົ້ນ​ແປກ​ຊະນິດ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ເພດານ​ປາກ”