ເພງຂອງໂຊໂລໂມນ 6:1-13

  • ຜູ້ຍິງ​ເມືອງ​ເຢຣູຊາເລັມ (1)

  • ສາວ​ເມືອງ​ຊູເລມ (2, 3)

    • “ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຂອງ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ຂອງ​ລາວ” (3)

  • ກະສັດ (4-​10)

    • “ເຈົ້າ​ງາມ​ຄື​ກັບ​ເມືອງ​ຕີຣະຊາ” (4)

    • ຄຳເວົ້າ​ຂອງ​ພວກ​ຜູ້ຍິງ (10)

  • ສາວ​ເມືອງ​ຊູເລມ (11, 12)

  • ກະສັດ​ແລະ​ຄົນອື່ນ​ໆ​ (13​ກ)

  • ສາວ​ເມືອງ​ຊູເລມ (13​ຂ)

  • ກະສັດ​ແລະ​ຄົນອື່ນ​ໆ​ (13​ຄ)

6  “ຜູ້ຍິງ​ທີ່​ງາມ​ທີ່ສຸດ​ເອີ້ຍ!ຄົນ​ຮັກ​ຂອງ​ເຈົ້າ​ໄປ​ໃສ? ລາວ​ໄປ​ທາງ​ໃດ? ພວກ​ເຮົາ​ຊິ​ໄປ​ຊອກ​ລາວ​ນຳ​ເຈົ້າ.”   “ຄົນ​ຮັກ​ຂອງ​ຂ້ອຍ​ລົງ​ໄປ​ສວນ​ຂອງ​ລາວ.ລາວ​ໄປ​ໜານ​ຕົ້ນ​ເຄື່ອງ​ເທດໄປ​ລ້ຽງ​ສັດ​ຢູ່​ທົ່ງ​ຫຍ້າ​ທີ່​ງາມ​ໆ​ແລະ​ໄປ​ເກັບ​ດອກ​ລິນລີ້.+   ຄົນ​ຮັກ​ຂອງ​ຂ້ອຍ​ເປັນ​ຂອງ​ຂ້ອຍແລະ​ຂ້ອຍ​ກໍ​ເປັນ​ຂອງ​ລາວ.+ ລາວ​ກຳລັງ​ລ້ຽງ​ແກະ​ຢູ່​ທ່າມກາງ​ດອກ​ລິນລີ້.”+   “ທີ່​ຮັກ​ຂອງ​ຂ້ອຍ+ ເຈົ້າ​ງາມ​ຄື​ກັບ​ເມືອງ​ຕີຣະຊາ*+ເຈົ້າ​ໜ້າ​ຮັກ​ຄື​ກັບ​ເມືອງ​ເຢຣູຊາເລັມ+ແລະ​ເຈົ້າ​ເປັນ​ຕາ​ງຶດ​ຄື​ກັບ​ກອງ​ທັບ​ໃຫຍ່​ອະລັງການ​ທີ່​ຖື​ທຸງ.+   ເຊົາ​ແນມ​ເບິ່ງ​ຂ້ອຍ​ແມ້+ຍ້ອນ​ວ່າ​ມັນ​ເຮັດ​ໃຫ້​ໃຈ​ຂ້ອຍ​ສັ່ນ. ຜົມ​ຂອງ​ເຈົ້າ​ຄື​ກັບ​ຝູງ​ແບ້ທີ່​ລົງ​ມາ​ຈາກ​ເນີນ​ພູ​ຕ່າງ​ໆ​ຂອງ​ເມືອງ​ກິລຽດ.+   ແຂ້ວ​ເຈົ້າ​ຂາວ​ແລະ​ງາມ​ຄື​ກັບ​ຝູງ​ແກະຄື​ກັບ​ຝູງ​ແກະ​ທີ່​ຫາກໍ​ອາບ​ນ້ຳ​ແລ້ວ.ແຂ້ວ​ຂອງ​ເຈົ້າ​ທຸກ​ເຫຼັ້ມ​ລຽນ​ເປັນ​ລະບຽບ​ແລະ​ຊື່​ກັນ​ດີມັນ​ຢູ່​ຄົບ​ທຸກ​ເຫຼັ້ມ.   ແກ້ມ​ຂອງ​ເຈົ້າ​ທີ່​ຢູ່​ທາງ​ໃນ​ຜ້າ​ປົກ​ໜ້າຄື​ກັບ​ໝາກ​ພິລາ​ຜ່າ​ເຄິ່ງ.   ເຖິງ​ຂ້ອຍ​ຈະ​ມີ​ລາຊີນີ​ຫົກ​ສິບ​ຄົນເມຍ​ນ້ອຍ*​ແປດ​ສິບ​ຄົນແລະ​ມີ​ຜູ້​ສາວ​ອີກ​ບັກ​ຫຼາຍ​ໆ​+   ແຕ່​ມີ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ເປັນ​ຄື​ກັບ​ນົກ​ເຂົາ​ຂອງ​ຂ້ອຍ+ ລາວ​ບໍ່​ມີ​ບ່ອນ​ຕິ​ເລີຍ. ລາວ​ເປັນ​ລູກສາວ​ຜູ້​ດຽວ​ຂອງ​ແມ່ ແລະ​ເປັນ​ລູກ​ທີ່​ແມ່​ຮັກ​ຫຼາຍ. ພວກ​ຜູ້​ສາວ​ທີ່​ເຫັນ​ລາວ​ກໍ​ຊົມເຊີຍ​ລາວ.ພວກ​ລາຊີນີ​ກັບ​ພວກ​ເມຍ​ນ້ອຍ​ທີ່​ເຫັນ​ລາວ​ກໍ​ຍ້ອງ​ລາວ. 10  ‘ຜູ້ຍິງ​ທີ່​ເປັນ​ຄື​ກັບ​ແສງ​ຕອນ​ໃກ້​ຊິ​ແຈ້ງ​ແມ່ນ​ໃຜ​ນໍ?ລາວ​ງາມ​ຄື​ກັບ​ເດືອນ​ເຕັມ​ດວງບໍລິສຸດ​ຄື​ກັບ​ແສງ​ຕາເວັນ.ລາວ​ເປັນ​ຕາ​ງຶດ​ຄື​ກັບ​ກອງ​ທັບ​ໃຫຍ່​ອະລັງການ​ທີ່​ຖື​ທຸງ.’”+ 11  “ຂ້ອຍ​ໄດ້​ລົງ​ໄປ​ສວນ​ທີ່​ມີ​ຕົ້ນ​ໝາກ​ຖົ່ວ*+ເພື່ອ​ໄປ​ເບິ່ງ​ດອກ​ຈູມ​ທີ່​ຫາກໍ​ອອກ​ໃນ​ຮ່ອມພູ*ເພື່ອ​ໄປ​ເບິ່ງ​ວ່າ​ເຄືອ​ໝາກ​ລະແຊັງ​ແຕກ​ກິ່ງ​ແລ້ວ​ບໍ່ແລະ​ເບິ່ງ​ວ່າ​ຕົ້ນ​ໝາກ​ພິລາ​ມີ​ດອກ​ບານ​ແລ້ວ​ບໍ່. 12  ກ່ອນ​ຂ້ອຍ​ຈະ​ຮູ້​ໂຕຄວາມ​ຕ້ອງການ​ຢາກ​ເຫັນ​ສິ່ງ​ເຫຼົ່ານີ້ກໍ​ເຮັດ​ໃຫ້​ຂ້ອຍ​ໄປ​ເຈິ​ກັບ​ລົດ​ມ້າ​ຂອງ​ຄົນ​ຂອງ​ຂ້ອຍ​ທີ່​ມີ​ຕຳແໜ່ງ​ສູງ.”* 13  ສາວ​ເມືອງ​ຊູເລມ​ເອີ້ຍ! ກັບ​ມາ ກັບ​ມາ​ແມ້! ກັບ​ມາ ກັບ​ມາ​ແມ້!ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຫັນ​ຄວາມ​ງາມ​ຂອງ​ເຈົ້າ​ອີກ.” “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ເຫັນ​ສາວ​ເມືອງ​ຊູເລມ?”+ “ຍ້ອນ​ລາວ​ເປັນ​ຄື​ກັບ​ຄົນ​ສອງ​ກຸ່ມ​ທີ່​ກຳລັງ​ຟ້ອນ​ນຳ​ກັນ.”*

ຂໍຄວາມໄຂເງື່ອນ

ຫຼື “ເມືອງ​ທີ່​ເປັນ​ຕາ​ຢູ່”
ຕົ້ນ​ຄ້າຍຄື​ກັບ​ຕົ້ນ​ໝາກ​ມ່ວງ​ຫິມະພານ​ທີ່​ເກີດ​ຢູ່​ປະເທດ​ອິດສະຣາເອນ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ຄົນ​ຂອງ​ຂ້ອຍ​ທີ່​ເຕັມໃຈ​ຮັບໃຊ້​ຂ້ອຍ”
ຫຼື “ການ​ຟ້ອນ​ຂອງ​ມາຫານາຢິມ”