ເພງຂອງໂຊໂລໂມນ 7:1-13

  • ກະສັດ (1-​9​ກ)

    • ‘ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ງາມ​ທັງ​ກາຍ​ແລະ​ໃຈ’ (6)

  • ສາວ​ເມືອງ​ຊູເລມ (9​ຂ-​13)

    • “ຂ້ອຍ​ເປັນ​ຂອງ​ຄົນ​ຮັກ​ຂອງ​ຂ້ອຍ ແລະ​ລາວ​ກໍ​ຕ້ອງການ​ຂ້ອຍ” (10)

7  “ຜູ້ຍິງ​ທີ່​ມີຄ່າ​ເອີ້ຍ!ຕີນ​ເຈົ້າ​ທີ່​ໃສ່​ເກີບ​ຢູ່​ນັ້ນ​ງາມ​ຫຼາຍ. ສະໂພກ​ຂອງ​ເຈົ້າ​ໂຄ້ງ​ຄື​ກັບ​ເຄື່ອງ​ປະດັບທີ່​ເປັນ​ຜົນ​ງານ​ຂອງ​ຊ່າງ​ທີ່​ມີ​ສີ​ມື.   ສາຍບື​ຂອງ​ເຈົ້າ​ຄື​ກັບ​ຈອກ​ທີ່​ມົນ​ໆ​. ຂໍ​ໃຫ້​ຈອກ​ນີ້​ມີ​ເຫຼົ້າແວງ​ຢູ່​ຕະຫຼອດ. ໜ້າ​ທ້ອງ​ຂອງ​ເຈົ້າ​ຄື​ກັບ​ກອງ​ເຂົ້າວີດ*ທີ່​ມີ​ດອກ​ລິນລີ້​ອ້ອມ​ໄວ້.   ໜ້າ​ເອິກ​ຂອງ​ເຈົ້າ​ຄື​ກັບ​ກວາງ​ນ້ອຍ​ສອງ​ໂຕເປັນ​ກວາງ​ນ້ອຍ​ຝາແຝດ.+   ຄໍ​ຂອງ​ເຈົ້າ+​ຄື​ກັບ​ປ້ອມ​ສູງ​ໆ​ທີ່​ເປັນ​ງາຊ້າງ.+ ຕາ​ຂອງ​ເຈົ້າ+​ຄື​ກັບສະຢູ່​ເມືອງ​ເຮັດຊະໂບນ+ທີ່​ຢູ່​ໃກ້​ປະຕູ​ບາດຣາບບີມ. ດັງ​ຂອງ​ເຈົ້າ​ຄື​ກັບ​ຫໍ​ຄອຍ​ຢູ່​ເລບານອນທີ່​ປິ່ນ​ໄປ​ທາງ​ເມືອງ​ດາມາເຊ.   ຫົວ​ຂອງ​ເຈົ້າ​ງາມ​ຄື​ກັບ​ພູ​ກາເມນ+ແລະ​ຜົມ​ຂອງ​ເຈົ້າ+​ຄື​ກັບ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ.+ ກະສັດ​ຫຼົງ​ໄຫຼ​ຜົມ​ທີ່​ຍາວ​ໆ​ງາມ​ໆ​ຂອງ​ເຈົ້າ.   ທີ່​ຮັກ​ຂອງ​ຂ້ອຍ ເຈົ້າ​ງາມ​ຫຼາຍ​ແທ້​ໆ​ ເຈົ້າ​ງາມ​ທັງ​ກາຍ​ແລະ​ໃຈແລະ​ບໍ່​ມີ​ສິ່ງ​ໃດ​ງາມ​ສ່ຳ​ເຈົ້າ.   ຮູບ​ຮ່າງ​ຂອງ​ເຈົ້າ​ສະຫງ່າ​ງາມ​ຄື​ກັບ​ຕົ້ນປາມແລະ​ໜ້າ​ເອິກ​ຂອງ​ເຈົ້າ​ຄື​ກັບ​ພວງ​ໝາກ​ອິນທະຜາລຳ.+   ຂ້ອຍ​ເວົ້າ​ວ່າ ‘ຂ້ອຍ​ຈະ​ປີນ​ຂຶ້ນ​ໄປ​ຕົ້ນປາມເພື່ອ​ຈັບ​ເອົາ​ງ່າ​ທີ່​ມີ​ໝາກ.’ ຂໍ​ໃຫ້​ໜ້າ​ເອິກ​ຂອງ​ເຈົ້າ​ເປັນ​ຄື​ກັບ​ພວງ​ໝາກ​ລະແຊັງຂໍ​ໃຫ້​ລົມ​ຫາຍ​ໃຈ​ຂອງ​ເຈົ້າ​ຫອມ​ຄື​ກັບ​ໝາກ​ແອັບເປິ້ນ   ແລະ​ຂໍ​ໃຫ້​ປາກ*​ຂອງ​ເຈົ້າ​ເປັນ​ຄື​ກັບ​ເຫຼົ້າແວງ​ທີ່​ດີ​ທີ່ສຸດ.” “ຂໍ​ໃຫ້​ເຫຼົ້າແວງ​ນີ້​ມ່ອນ​ຄໍ​ທີ່​ຮັກ​ຂອງ​ຂ້ອຍແລະ​ໃຫ້​ມັນ​ຄ່ອຍ​ໆ​ໄຫຼ​ຢູ່​ເທິງ​ປາກ​ເພື່ອ​ໃຫ້​ຄົນ​ນອນ​ຫຼັບ​ສະບາຍ. 10  ຂ້ອຍ​ເປັນ​ຂອງ​ຄົນ​ຮັກ​ຂອງ​ຂ້ອຍ+ແລະ​ລາວ​ກໍ​ຕ້ອງການ​ຂ້ອຍ. 11  ທີ່​ຮັກ​ຂອງ​ນ້ອງ​ເອີ້ຍ! ມາ​ແມ້!ໃຫ້​ພວກ​ເຮົາ​ອອກ​ໄປ​ທົ່ງ​ຫຍ້າ​ນຳ​ກັນໃຫ້​ພວກ​ເຮົາ​ໄປ​ຢູ່​ທ່າມກາງ​ພືດ​ທີ່​ມີ​ກິ່ນ​ຫອມ.*+ 12  ໃຫ້​ພວກ​ເຮົາ​ຕື່ນ​ແຕ່​ເຊົ້າ​ແລະ​ໄປ​ສວນ​ໝາກ​ລະແຊັງ​ນຳ​ກັນເພື່ອ​ໄປ​ເບິ່ງ​ວ່າ​ເຄືອ​ໝາກ​ລະແຊັງ​ແຕກ​ກິ່ງແລະ​ມີ​ດອກ​ບານ​ແລ້ວ​ບໍ່+ແລະ​ເພື່ອ​ໄປ​ເບິ່ງ​ວ່າ​ຕົ້ນ​ໝາກ​ພິລາ​ມີ​ດອກ​ແລ້ວ​ບໍ່.+ ຢູ່​ຫັ້ນ​ນ້ອງ​ຈະ​ເຮັດ​ໃຫ້​ອ້າຍ​ເຫັນ​ວ່າ​ນ້ອງ​ຮັກ​ອ້າຍ​ຫຼາຍ​ສ່ຳ​ໃດ.+ 13  ພວກ​ເຮົາ​ໄດ້​ກິ່ນ​ຫອມ​ຂອງ​ໝາກ​ດູດາອິມ.*+ຢູ່​ປະຕູ​ເຮືອນ​ຂອງ​ພວກ​ເຮົາ​ມີ​ໝາກ​ໄມ້​ດີ​ໆ​ທຸກ​ຊະນິດ+ ມີ​ທັງ​ໝາກ​ໄມ້​ສົດ​ແລະ​ໝາກ​ໄມ້​ແຫ້ງ.*ທີ່​ຮັກ​ຂອງ​ນ້ອງ ນ້ອງ​ເກັບ​ໝາກ​ໄມ້​ເຫຼົ່ານີ້​ໄວ້​ໃຫ້​ອ້າຍ.”

ຂໍຄວາມໄຂເງື່ອນ

ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ແປ​ຕາມ​ໂຕ​ວ່າ “ເພດານ​ປາກ”
ພືດ​ຊະນິດໜຶ່ງ​ທີ່​ມີ​ດອກ​ຫອມ​ແລະ​ໃບ​ຂອງ​ມັນ​ໃຊ້​ເຮັດ​ສີ​ຍ້ອມ​ສີ​ນ້ຳ​ຕານ​ແດງ
ສະໝຸນໄພ​ຊະນິດ​ໜຶ່ງ​ທີ່​ມີ​ໝາກ​ເຊິ່ງ​ຢູ່​ຕະກູນ​ດຽວ​ກັບ​ມັນ​ຝຣັ່ງ
ແປ​ຕາມ​ໂຕ​ວ່າ “ໝາກ​ໄມ້​ເກົ່າ”