ເພງຂອງໂຊໂລໂມນ 8:1-14

  • ສາວ​ເມືອງ​ຊູເລມ (1-​4)

    • “ນ້ອງ​ຢາກ​ໃຫ້​ອ້າຍ​ເປັນ​ຄື​ກັບ​ອ້າຍ​ຄີງ​ໆ​” (1)

  • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (5​ກ)

    • ‘ຜູ້ຍິງ​ທີ່​ອີງ​ຄົນ​ຮັກ​ຢູ່ ລາວ​ແມ່ນ​ໃຜ?’

  • ສາວ​ເມືອງ​ຊູເລມ (5​ຂ-​7)

    • “ຄວາມ​ຮັກ​ມີ​ອຳນາດ​ຄື​ກັບ​ຄວາມ​ຕາຍ” (6)

  • ພວກ​ອ້າຍ​ຂອງ​ສາວ​ເມືອງ​ຊູເລມ (8, 9)

    • “ຖ້າ​ລາວ​ເປັນ​ກຳແພງ . . . ແຕ່​ຖ້າ​ລາວ​ເປັນ​ປະຕູ . . . ” (9)

  • ສາວ​ເມືອງ​ຊູເລມ (10-​12)

    • “ຂ້ອຍ​ເປັນ​ຄື​ກັບ​ກຳແພງ” (10)

  • ຄົນ​ລ້ຽງ​ແກະ (13)

    • “ຂໍ​ໃຫ້​ອ້າຍ​ໄດ້​ຟັງ​ສຽງ​ຂອງ​ນ້ອງ”

  • ສາວ​ເມືອງ​ຊູເລມ (14)

    • ‘ໃຫ້​ຟ້າວ​ມາ​ໄວ​ໆ​ຄື​ກັບ​ໂຕ​ກວາງ’

8  “ນ້ອງ​ຢາກ​ໃຫ້​ອ້າຍ​ເປັນ​ຄື​ກັບ​ອ້າຍ​ຄີງ​ໆ​ທີ່​ເຄີຍ​ກິນ​ນົມແມ່​ຂອງ​ນ້ອງ. ຖ້າ​ນ້ອງ​ເຈິ​ອ້າຍ​ຢູ່​ທາງ​ນອກ ນ້ອງ​ກໍ​ຈະ​ຈູບ​ອ້າຍ​ໄດ້+ແລະ​ຈະ​ບໍ່​ມີ​ໃຜ​ເວົ້າ​ໃຫ້​ນ້ອງ.   ນ້ອງ​ຈະ​ນຳ​ທາງ​ອ້າຍ.ນ້ອງ​ຈະ​ພາ​ອ້າຍ​ໄປ​ເຮືອນ​ແມ່​ຂອງ​ນ້ອງ+ຜູ້​ທີ່​ສອນ​ນ້ອງ. ນ້ອງ​ຈະ​ເອົາ​ເຫຼົ້າແວງ​ທີ່​ແຊບ​ໆ​ແລະ​ນ້ຳ​ໝາກ​ພິລາ​ສົດ​ໃຫ້​ອ້າຍ​ກິນ.   ລາວ​ເອົາ​ແຂນ​ເບື້ອງ​ຊ້າຍ​ໃຫ້​ຂ້ອຍ​ໝູນແລະ​ເອົາ​ແຂນ​ເບື້ອງ​ຂວາ​ກອດ​ຂ້ອຍ​ໄວ້.+   ຜູ້ຍິງ​ເມືອງ​ເຢຣູຊາເລັມ​ເອີ້ຍ ຂ້ອຍ​ຂໍ​ໃຫ້​ພວກເຈົ້າ​ສາບານ​ວ່າ ພວກເຈົ້າ​ຈະ​ບໍ່​ຍົວະ​ຂ້ອຍ​ໃຫ້​ຮັກ​ຜູ້​ໃດ​ຜູ້​ໜຶ່ງ ແຕ່​ປ່ອຍ​ໃຫ້​ຄວາມ​ຮັກ​ເກີດ​ຂຶ້ນ​ເອງ.”+   “ຜູ້ຍິງ​ທີ່​ຂຶ້ນ​ມາ​ຈາກ​ບ່ອນ​ກັນດານແລະ​ອີງ​ຄົນ​ຮັກ​ຂອງ​ລາວ​ຢູ່ ລາວ​ແມ່ນ​ໃຜ?” “ນ້ອງ​ໄດ້​ປຸກ​ອ້າຍ​ຢູ່​ກ້ອງ​ຕົ້ນ​ໝາກ​ແອັບເປິ້ນ. ຢູ່​ຫັ້ນ​ແມ່​ອ້າຍ​ໄດ້​ເຈັບ​ທ້ອງ​ເກີດ​ອ້າຍ ແລະ​ເພິ່ນ​ໄດ້​ເກີດ​ອ້າຍ​ດ້ວຍ​ຄວາມ​ເຈັບ​ປວດ.   ນ້ອງ​ເປັນ​ກາ​ຈ້ຳ​ຢູ່​ຫົວໃຈ​ຂອງ​ອ້າຍແລະ​ເປັນ​ກາ​ຈ້ຳ​ຢູ່​ແຂນ​ຂອງ​ອ້າຍ.ຄວາມ​ຮັກ​ມີ​ອຳນາດ​ຄື​ກັບ​ຄວາມ​ຕາຍ+ແລະ​ຄວາມ​ຮັກ​ກໍ​ໝັ້ນຄົງ​ຄື​ກັບ​ບ່ອນ​ຝັງ​ສົບ.* ຄວາມ​ຮັກ​ລຸກ​ໄໝ້​ແຮງ​ຄື​ກັບ​ແປວ​ໄຟ ນັ້ນ​ແມ່ນ​ແປວ​ໄຟ​ຂອງ​ເຢໂຫວາ.*+   ນ້ຳ​ທີ່​ໄຫຼ​ແຮງ​ໆ​ບໍ່​ສາມາດ​ມອດ​ໄຟ​ຂອງ​ຄວາມ​ຮັກ​ໄດ້+ແລະ​ແມ່​ນ້ຳ​ຕ່າງ​ໆ​ກໍ​ບໍ່​ສາມາດ​ພັດ​ເອົາ​ຄວາມ​ຮັກ​ໄປ​ໄດ້​ຄື​ກັນ.+ ຖ້າ​ຜູ້​ໃດ​ເອົາ​ຊັບ​ສົມບັດ​ທັງໝົດ​ຂອງ​ໂຕເອງ​ໄປ​ແລກ​ກັບ​ຄວາມ​ຮັກຄົນ​ກໍ​ຈະ​ຊັງ​ຊັບ​ສົມບັດ​ເຫຼົ່າ​ນັ້ນ*​ແນ່ນອນ.”   “ພວກ​ເຮົາ​ມີ​ນ້ອງ​ສາວ​ຜູ້​ໜຶ່ງ+ລາວ​ຍັງ​ບໍ່​ທັນ​ມີ​ໜ້າ​ເອິກ​ຊ້ຳ. ໃນ​ມື້​ທີ່​ມີ​ຄົນ​ມາ​ຂໍ​ລາວ​ໄປ​ເປັນ​ເມຍພວກ​ເຮົາ​ຈະ​ເຮັດ​ແນວໃດ?”   “ຖ້າ​ລາວ​ເປັນ​ກຳແພງພວກ​ເຮົາ​ຈະ​ສ້າງ​ປ້ອມ​ທີ່​ເປັນ​ເງິນ​ຢູ່​ເທິງ​ລາວແຕ່​ຖ້າ​ລາວ​ເປັນ​ປະຕູພວກ​ເຮົາ​ຈະ​ເອົາ​ໄມ້​ແປ້ນ​ທີ່​ເປັນ​ໄມ້​ຊີດ້າ*​ມາ​ອັດ​ໄວ້.” 10  “ຂ້ອຍ​ເປັນ​ຄື​ກັບ​ກຳແພງແລະ​ໜ້າ​ເອິກ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ປ້ອມ​ສູງ​ໆ​. ໃນ​ສາຍ​ຕາ​ຄົນ​ຮັກ​ຂອງ​ຂ້ອຍຂ້ອຍ​ເປັນ​ຄົນ​ທີ່​ມີ​ຄວາມ​ສະຫງົບສຸກ. 11  ໂຊໂລໂມນ​ມີ​ສວນ​ໝາກ​ລະແຊັງ+​ຢູ່​ບາອານຮາໂມນ ລາວ​ຝາກ​ສວນ​ນີ້​ໄວ້​ໃຫ້​ຄົນ​ເບິ່ງແຍງ. ແຕ່​ລະ​ຄົນ​ຈະ​ເອົາ​ເງິນ​ໜຶ່ງ​ພັນ​ເຊເກນ*​ມາ​ໃຫ້​ເພື່ອ​ເປັນ​ຄ່າ​ໝາກ​ລະແຊັງ​ໃນ​ສວນ​ນັ້ນ. 12  ໂຊໂລໂມນ​ເອີ້ຍ ເງິນ​ໜຶ່ງ​ພັນ​ເຊເກນ*​ເປັນ​ຂອງ​ທ່ານ ແລະ​ເງິນ​ສອງ​ຮ້ອຍ​ເຊເກນ*​ເປັນ​ຂອງ​ຜູ້​ເບິ່ງແຍງ​ສວນ​ໝາກ​ລະແຊັງ.ແຕ່​ສຳລັບ​ຂ້ອຍ ຂ້ອຍ​ຢາກ​ເບິ່ງແຍງ​ສວນ​ໝາກ​ລະແຊັງ​ຂອງ​ໂຕເອງ.” 13  “ທີ່​ຮັກ​ຂອງ​ອ້າຍ​ທີ່​ກຳລັງ​ນັ່ງ​ຢູ່​ໃນ​ສວນ+ພວກ​ໝູ່​ຂອງ​ອ້າຍ*​ຖ້າ​ຟັງ​ສຽງ​ຂອງ​ນ້ອງ​ຢູ່. ຂໍ​ໃຫ້​ອ້າຍ​ໄດ້​ຟັງ​ສຽງ​ຂອງ​ນ້ອງ​ນຳ​ແດ່.”+ 14  “ທີ່​ຮັກ​ຂອງ​ນ້ອງ ໃຫ້​ຟ້າວ​ມາ​ຫາ​ນ້ອງ​ໄວ​ໆ​.ມາ​ໄວ​ໆ​ຄື​ກັບ​ໂຕ​ກວາງ+ຄື​ກັບ​ກວາງ​ນ້ອຍທີ່​ຢູ່​ເທິງ​ພູ​ທີ່​ມີ​ຕົ້ນ​ພືດ​ຫອມ​ໆ​.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ
ຫຼື​ອາດ​ແປ​ວ່າ “ລາວ”
ໄມ້​ແປກ​ຊະນິດໜຶ່ງ
11,4 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
11,4 ກິໂລກຣາມ
2,28 ກິໂລກຣາມ
ຫຼື​ອາດ​ແປ​ວ່າ “ພວກ​ໝູ່​ຂອງ​ນ້ອງ”