ເພງສັນລະເສີນ 104:1-35
104 ຂ້ອຍຂໍສັນລະເສີນພະເຢໂຫວາ.+
ພະເຢໂຫວາພະເຈົ້າຂອງລູກເອີ້ຍ ພະອົງຍິ່ງໃຫຍ່ຫຼາຍ.+
ສະຫງ່າລາສີ*ຂອງພະອົງເປັນຄືກັບເຄື່ອງນຸ່ງທີ່ງາມໆ.+
2 ພະອົງຖືກແສງສະຫວ່າງຫຸ້ມໄວ້+ຄືກັບເຄື່ອງນຸ່ງ.ພະອົງພືທ້ອງຟ້າອອກຄືກັບພືຜ້າເຕັ້ນ.+
3 ເພິ່ນສ້າງບ່ອນຢູ່ຂອງເພິ່ນໃນນ້ຳທີ່ຢູ່ເທິງຟ້າ.*+ເພິ່ນເອົາຂີ້ເຝື້ອເປັນລົດມ້າຂອງເພິ່ນ.+ເພິ່ນໃຊ້ລົມພາເພິ່ນໄປບ່ອນຕ່າງໆ.+
4 ເພິ່ນເຮັດໃຫ້ທູດສະຫວັນມີລິດເດດຫຼາຍ.*ແລະເຮັດໃຫ້ພວກຜູ້ຮັບໃຊ້ຂອງເພິ່ນເປັນໄຟທີ່ເຜົາໄໝ້.+
5 ເພິ່ນຕັ້ງໂລກໄວ້ຢູ່ເທິງຮາກຖານຂອງມັນ.+ມັນຈະຢູ່ຫັ້ນຕະຫຼອດໄປ.+
6 ພະອົງເອົານ້ຳເລິກຫຸ້ມມັນໄວ້ຄືກັບເຄື່ອງນຸ່ງ+
ແລະນ້ຳກໍປົກຄຸມພູຕ່າງໆ.
7 ເມື່ອພະອົງຂຶ້ນສຽງໃສ່ ນ້ຳເຫຼົ່ານັ້ນກໍໜີໄປ.+ເມື່ອພະອົງເຮັດສຽງຟ້າຮ້ອງ ພວກມັນກໍຕື່ນແລະແລ່ນໜີ.
8 ພູຕ່າງໆໂຜ່ຂຶ້ນມາ+ແລະຮ່ອມພູຕ່າງໆກໍຍຸບລົງໄປຕາມບ່ອນທີ່ພະອົງຈັດບ່ອນໄວ້ໃຫ້ພວກມັນ.
9 ພະອົງກຳນົດຂອບເຂດເພື່ອບໍ່ໃຫ້ນ້ຳຜ່ານໄປໄດ້+ເພື່ອນ້ຳຈະບໍ່ຖ້ວມໂລກອີກ.
10 ເພິ່ນສົ່ງນ້ຳອອກບໍ່ໄປຕາມຮ່ອມພູ*ຕ່າງໆແລະນ້ຳກໍໄຫຼໄປລະຫວ່າງພູຕ່າງໆ
11 ສັດປ່າທັງໝົດໃນທົ່ງຫຍ້າແລະລາປ່າຈຶ່ງມີນ້ຳກິນ.
12 ພວກນົກເຮັດຮັງຢູ່ເທິງຕົ້ນໄມ້ທີ່ຢູ່ແຄມນ້ຳ.ພວກມັນຮ້ອງເພງຢູ່ເທິງຕົ້ນໄມ້ທີ່ຕຶບໜາ.
13 ເພິ່ນຫົດນ້ຳໃສ່ພູຈາກຫ້ອງຊັ້ນເທິງຂອງເພິ່ນ.+
ຜົນງານຂອງເພິ່ນກໍມີຢູ່ເຕັມໂລກ.+
14 ເພິ່ນເຮັດໃຫ້ມີຫຍ້າເກີດຂຶ້ນສຳລັບຝູງສັດແລະເຮັດໃຫ້ມີພືດຜັກສຳລັບມະນຸດ+ເພື່ອເຂົາເຈົ້າຈະມີອາຫານກິນຈາກແຜ່ນດິນ
15 ເພື່ອຈະມີເຫຼົ້າແວງທີ່ເຮັດໃຫ້ມີຄວາມມ່ວນຊື່ນ+ເພື່ອຈະມີນ້ຳມັນທີ່ເຮັດໃຫ້ໜ້ານຽນເພື່ອຈະມີເຂົ້າຈີ່ທີ່ເຮັດໃຫ້ມີຄວາມສຸກ.+
16 ຕົ້ນໄມ້ຕ່າງໆຂອງພະເຢໂຫວາໄດ້ຮັບນ້ຳຢ່າງພຽງພໍເຊິ່ງກໍຄືຕົ້ນຊີດ້າ*ທີ່ເພິ່ນປູກໄວ້ຢູ່ເລບານອນ
17 ແລະເປັນບ່ອນທີ່ນົກໄປເຮັດຮັງ.
ຕົ້ນຈູນິເປີ້*ກໍເປັນເຮືອນຂອງນົກກະສາ.+
18 ພູສູງເປັນບ່ອນຢູ່ຂອງແບ້ປ່າ+ແລະຫຼືບຫີນເປັນບ່ອນລີ້ຂອງໂຕຣັອກແບດເຈີ້.*+
19 ເພິ່ນສ້າງດວງເດືອນເພື່ອກຳນົດເວລາແລະດວງຕາເວັນກໍຮູ້ດີວ່າມັນຄວນຕົກຕອນໃດ.+
20 ພະອົງໃຫ້ມີຄວາມມືດແລະຕອນກາງຄືນ+ເຊິ່ງເປັນຕອນທີ່ສັດປ່າທັງໝົດຍ່າງເລາະໄປມາ.
21 ໂຕສິງແຜດສຽງຮ້ອງເມື່ອຊອກຫາເຫຍື່ອ.+ພວກມັນຊອກຫາອາຫານທີ່ພະເຈົ້າກຽມໄວ້ໃຫ້.+
22 ເມື່ອຕາເວັນຂຶ້ນພວກມັນກໍກັບໄປນອນຢູ່ໃນຖ້ຳ.
23 ມະນຸດອອກໄປເຮັດວຽກແລະເຂົາເຈົ້າເຮັດວຽກຈົນຮອດຕອນແລງ.
24 ພະເຢໂຫວາເອີ້ຍ ຜົນງານຂອງພະອົງມີຫຼາຍແທ້ໆ.+
ພະອົງສ້າງທຸກສິ່ງທຸກຢ່າງດ້ວຍສະຕິປັນຍາຂອງພະອົງ.+
ຢູ່ໃນໂລກກໍເຕັມແຕ່ສິ່ງທີ່ພະອົງສ້າງ.
25 ພະອົງສ້າງທະເລທີ່ກວ້າງໃຫຍ່ເຊິ່ງມີສິ່ງທີ່ມີຊີວິດນ້ອຍໃຫຍ່ນັບບໍ່ຫຼ້ອນ.+
26 ມີເຮືອທຽວໄປທຽວມາແລະມີເລວີອາທານ*+ທີ່ພະອົງສ້າງໃຫ້ຫຼິ້ນນ້ຳຢູ່ຫັ້ນ.
27 ພວກມັນທັງໝົດລໍຖ້າພະອົງຢູ່ເພື່ອພະອົງຈະເອົາອາຫານໃຫ້ພວກມັນຕາມລະດູ.+
28 ບໍ່ວ່າພະອົງຈະໃຫ້ຫຍັງ ພວກມັນກໍສະສົມໄວ້.+
ເມື່ອພະອົງແບມືອອກ ພວກມັນກໍໄດ້ສິ່ງດີໆຈົນພໍໃຈ.+
29 ເມື່ອພະອົງປິ່ນໜ້າໜີ ພວກມັນກໍຢູ່ບໍ່ເປັນສຸກ.
ຖ້າພະອົງເອົາລົມຫາຍໃຈ*ຂອງພວກມັນໄປ ພວກມັນກໍຕາຍແລະກັບໄປເປັນດິນ.+
30 ເມື່ອພະອົງໃຊ້ພະລັງຂອງພະອົງ ພວກມັນກໍເກີດຂຶ້ນມາ.+ພະອົງໃຫ້ມີຊີວິດໃໝ່ເກີດຂຶ້ນມາເທິງໂລກ.
31 ສະຫງ່າລາສີຂອງພະເຢໂຫວາຈະຢູ່ຕະຫຼອດໄປ.
ພະເຢໂຫວາຈະມີຄວາມສຸກຍ້ອນຜົນງານຂອງເພິ່ນ.+
32 ເມື່ອເພິ່ນແນມເບິ່ງໂລກ ໂລກກໍສັ່ນສະເທືອນເມື່ອເພິ່ນບາຍພູຕ່າງໆ ກໍມີຄວັນອອກມາຈາກພວກມັນ.+
33 ຂ້ອຍຈະຮ້ອງເພງໃຫ້ພະເຢໂຫວາ+ຕະຫຼອດຊີວິດຂອງຂ້ອຍ.ຂ້ອຍຈະຮ້ອງເພງ*ສັນລະເສີນພະເຈົ້າຂອງຂ້ອຍຕະຫຼອດໄລຍະເວລາທີ່ຂ້ອຍຍັງມີຊີວິດຢູ່.+
34 ຂໍໃຫ້ຂ້ອຍຄິດແຕ່ສິ່ງທີ່ເພິ່ນພໍໃຈ.*
ຂ້ອຍຈະມີຄວາມສຸກຍ້ອນພະເຢໂຫວາ.
35 ຄົນບາບຈະໝົດໄປຈາກໂລກນີ້ແລະຄົນຊົ່ວຈະບໍ່ມີອີກຕໍ່ໄປ.+
ຂ້ອຍຂໍສັນລະເສີນພະເຢໂຫວາ. ໃຫ້ສັນລະເສີນພະເຢໂຫວາ*ເດີ້!
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ກຽດ”
^ ຫຼື “ເພິ່ນສ້າງບ່ອນຢູ່ຂອງເພິ່ນດ້ວຍຄານ”
^ ຫຼື “ມີຮ່າງກາຍທີ່ເບິ່ງບໍ່ເຫັນ”
^ ຫຼື “ວາດີ.” ເບິ່ງສ່ວນອະທິບາຍຄຳສັບ.
^ ຕົ້ນແປກຊະນິດໜຶ່ງ
^ ຕົ້ນແປກຊະນິດໜຶ່ງ
^ ຮູບຮ່າງຄ້າຍຄືໂຕໜູ ແຕ່ມີຂະໜາດໃຫຍ່ຫຼາຍແລະບໍ່ມີຫາງ ອາໄສຢູ່ຕາມຫີນຜາ
^ ເບິ່ງສ່ວນອະທິບາຍຄຳສັບ
^ ຫຼື “ພະລັງຊີວິດ”
^ ຫຼື “ຫຼິ້ນດົນຕີ”
^ ຫຼືອາດແປວ່າ “ຂໍໃຫ້ການຄິດຕຶກຕອງກ່ຽວກັບເພິ່ນເປັນສິ່ງທີ່ໜ້າພໍໃຈ”
^ ແປຕາມໂຕວ່າ “ໃຫ້ສັນລະເສີນຢາ.” ຫຼື “ອາເລລູຢາ.” ຄຳວ່າ ຢາ ແມ່ນຊື່ຫຍໍ້ຂອງພະເຢໂຫວາ.