ເພງສັນລະເສີນ 115:1-18

  • ພະເຈົ້າ​ຜູ້​ດຽວ​ສົມຄວນ​ໄດ້​ຮັບ​ກຽດ​ແລະ​ການ​ຍົກຍ້ອງ

    • ຮູບ​ບູຊາ​ທີ່​ບໍ່​ມີ​ຊີວິດ (4-8)

    • ພະເຈົ້າ​ເອົາ​ໂລກ​ໃຫ້​ມະນຸດ​ຢູ່ (16)

    • “ຄົນ​ຕາຍ​ສັນລະເສີນ​ພະເຢໂຫວາ​ບໍ່​ໄດ້” (17)

115  ພະ​ເຢໂຫວາ​ເອີ້ຍ ພວກເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຫຍັງ ພວກເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຫຍັງ​ເລີຍ.*ແຕ່​ຊື່​ຂອງ​ພະອົງ​ສົມຄວນ​ໄດ້​ຮັບ​ກຽດ​ແລະ​ການ​ຍົກຍ້ອງ+ຍ້ອນ​ພະອົງ​ສັດຊື່​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ.+   ເປັນຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຊາດ​ຕ່າງ​ໆ​ເວົ້າ​ວ່າ: “ຢູ່​ໃສ​ພະເຈົ້າ​ຂອງ​ເຂົາເຈົ້າ?”+   ພະເຈົ້າ​ຂອງ​ພວກເຮົາ​ຢູ່​ເທິງ​ສະຫວັນ.ເພິ່ນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ທີ່​ເພິ່ນ​ພໍໃຈ.   ຮູບ​ບູຊາ​ຂອງ​ເຂົາເຈົ້າ​ເຮັດ​ຈາກ​ເງິນ​ຈາກ​ຄຳແລະ​ເປັນ​ສິ່ງ​ທີ່​ມະນຸດ​ເຮັດ​ຂຶ້ນ​ມາ.+   ຮູບ​ບູຊາ​ເຫຼົ່າ​ນັ້ນ​ມີ​ປາກ​ແຕ່​ເວົ້າ​ບໍ່​ໄດ້+ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ   ມີ​ຫູ​ແຕ່​ບໍ່​ໄດ້​ຍິນມີ​ດັງ​ແຕ່​ດົມ​ກິ່ນ​ບໍ່​ໄດ້   ມີ​ມື​ແຕ່​ຈັບ​ຫຍັງ​ບໍ່​ໄດ້ມີ​ຕີນ​ແຕ່​ຍ່າງ​ບໍ່​ໄດ້+ແລະ​ບໍ່​ມີ​ສຽງ​ອອກ​ຈາກ​ລຳ​ຄໍ​ເລີຍ.+   ຄົນ​ທີ່​ເຮັດ​ພວກ​ມັນ​ຂຶ້ນ​ມາ​ແລະ​ຄົນ​ທີ່​ໄວ້​ວາງໃຈ​ພວກ​ມັນກໍ​ຈະ​ເປັນ​ຄື​ກັບ​ພວກ​ມັນ​ຫັ້ນ​ແຫຼະ.+   ພວກ​ອິດສະຣາເອນ​ເອີ້ຍ ໃຫ້​ໄວ້ໃຈ​ພະ​ເຢໂຫວາ.+ເພິ່ນ​ເປັນ​ຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກເຈົ້າ.+ 10  ລູກ​ຫຼານ​ຂອງ​ອາໂຣນ​ເອີ້ຍ+ ໃຫ້​ໄວ້ໃຈ​ພະ​ເຢໂຫວາ.ເພິ່ນ​ເປັນ​ຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກເຈົ້າ. 11  ພວກເຈົ້າ​ທີ່​ນັບຖື*​ພະ​ເຢໂຫວາ ໃຫ້​ໄວ້ໃຈ​ພະ​ເຢໂຫວາ.+ເພິ່ນ​ເປັນ​ຜູ້​ຊ່ວຍ​ແລະ​ເປັນ​ໂລ້​ຂອງ​ພວກເຈົ້າ.+ 12  ພະ​ເຢໂຫວາ​ບໍ່​ລືມ​ພວກເຮົາ​ແລະ​ຈະ​ອວຍພອນ​ພວກເຮົາ.ເພິ່ນ​ຈະ​ອວຍພອນ​ລູກ​ຫຼານ​ຂອງ​ອິດສະຣາເອນ.+ເພິ່ນ​ຈະ​ອວຍພອນ​ລູກ​ຫຼານ​ຂອງ​ຂອງ​ອາໂຣນ. 13  ເພິ່ນ​ຈະ​ອວຍພອນ​ຄົນ​ທີ່​ນັບຖື​ພະ​ເຢໂຫວາທັງ​ຄົນ​ທີ່​ສຳຄັນ​ແລະ​ຄົນ​ທີ່​ບໍ່​ສຳຄັນ. 14  ພະ​ເຢໂຫວາ​ຈະ​ໃຫ້​ເຈົ້າ​ມີ​ລູກ​ຫຼານ​ຫຼາຍ​ໆ​ທັງ​ເຈົ້າ​ແລະ​ລູກ*​ຂອງ​ເຈົ້າ.+ 15  ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ+ຜູ້​ສ້າງ​ຟ້າ​ແລະ​ໂລກ.+ 16  ສະຫວັນ​ເປັນ​ຂອງ​ພະ​ເຢໂຫວາ+ແຕ່​ເພິ່ນ​ເອົາ​ໂລກ​ໃຫ້​ມະນຸດ​ຢູ່.+ 17  ຄົນ​ຕາຍ​ສັນລະເສີນ​ພະ​ເຢໂຫວາ*​ບໍ່​ໄດ້+ແລະ​ຄົນ​ທີ່​ລົງ​ໄປ​ຂຸມ​ຝັງ​ສົບ​ກໍ​ສັນລະເສີນ​ເພິ່ນ​ບໍ່​ໄດ້​ຄື​ກັນ.+ 18  ແຕ່​ພວກເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ*ຕັ້ງແຕ່​ຕອນນີ້​ຈົນ​ຕະຫຼອດໄປ. ໃຫ້​ສັນລະເສີນ​ພະ​ເຢໂຫວາ.*

ຂໍຄວາມໄຂເງື່ອນ

ຫຼື “ພະ​ເຢໂຫວາ​ເອີ້ຍ ບໍ່​ມີ​ຫຍັງ​ເປັນ​ຂອງ​ພວກ​ເຮົາ ບໍ່​ມີ​ຫຍັງ​ເປັນ​ຂອງ​ພວກ​ເຮົາ​ເລີຍ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ”
ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ
ແປ​ຕາມ​ໂຕ​ວ່າ “ຢາ” ເຊິ່ງ​ເປັນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ
ແປ​ຕາມ​ໂຕ​ວ່າ “ໃຫ້​ສັນລະເສີນ​ຢາ.” ຫຼື “ອາເລລູຢາ.” ຄຳ​ວ່າ ຢາ ແມ່ນ​ຊື່​ຫຍໍ້​ຂອງ​ພະ​ເຢໂຫວາ.