ເພງສັນລະເສີນ 22:1-31
ເຖິງຜູ້ຄວບຄຸມດົນຕີ ເພງນີ້ຕັ້ງຕາມເພງ “ກວາງໂຕແມ່ໃນຍາມເຊົ້າ.”* ເພງຂອງດາວິດ.
22 ພະເຈົ້າ ພະເຈົ້າຂອງລູກ ເປັນຫຍັງຈຶ່ງຖິ້ມລູກໄປ?+
ເປັນຫຍັງພະອົງບໍ່ມາຊ່ວຍລູກ?ເປັນຫຍັງພະອົງບໍ່ໄດ້ຍິນສຽງຮ້ອງໄຫ້ດ້ວຍຄວາມທຸກໃຈຂອງລູກ?+
2 ພະເຈົ້າຂອງລູກ ລູກຮ້ອງຫາພະອົງໝົດມື້ໝົດເວັນແລະໃນຕອນກາງຄືນລູກຮ້ອງຫາພະອົງບໍ່ຢຸດບໍ່ເຊົາ ແຕ່ພະອົງກໍບໍ່ຕອບລູກ.+
3 ແຕ່ພະອົງເປັນອົງບໍລິສຸດ+ພະອົງນັ່ງເທິງບັນລັງທີ່ຢູ່ເໜືອ*ພວກອິດສະຣາເອນທີ່ສັນລະເສີນພະອົງ.
4 ປູ່ຍ່າຕານາຍຂອງພວກເຮົາໄວ້ວາງໃຈພະອົງ.+ຍ້ອນເຂົາເຈົ້າໄວ້ວາງໃຈພະອົງ ພະອົງຈຶ່ງຊ່ວຍເຂົາເຈົ້າໃຫ້ລອດຕະຫຼອດ.+
5 ເຂົາເຈົ້າຮ້ອງຫາພະອົງແລະກໍໄດ້ຮັບການຊ່ວຍເຫຼືອ.ເຂົາເຈົ້າໄວ້ວາງໃຈພະອົງແລະກໍບໍ່ຜິດຫວັງ.*+
6 ແຕ່ລູກເປັນພຽງບົ້ງໂຕໜຶ່ງ ບໍ່ແມ່ນມະນຸດ.ຄົນອື່ນມັກດູຖູກແລະກຽດຊັງລູກ.+
7 ທຸກຄົນທີ່ເຫັນລູກກໍເຍາະເຍີ້ຍລູກ.+ເຂົາເຈົ້າຫົວຂວັນ ແກວ່ງຫົວໃສ່ລູກ ແລະເວົ້າວ່າ:+
8 “ລາວເພິ່ງພະເຢໂຫວາຕົ໋ວ! ຖ້າເບິ່ງດຸວ່າເພິ່ນຈະຊ່ວຍລາວບໍ່?
ລາວຮັກເພິ່ນຫຼາຍຕົ໋ວ ກະໃຫ້ເພິ່ນຊ່ວຍລາວທະແມ້!”+
9 ພະອົງເປັນຜູ້ພາລູກອອກມາຈາກທ້ອງແມ່+ແລະພະອົງເປັນຜູ້ເຮັດໃຫ້ລູກຮູ້ສຶກປອດໄພຢູ່ໃນເອິກຂອງແມ່.
10 ພະອົງເບິ່ງແຍງລູກຕັ້ງແຕ່ລູກເກີດ.ພະອົງເປັນພະເຈົ້າຂອງລູກຕັ້ງແຕ່ລູກຍັງຢູ່ໃນທ້ອງແມ່.
11 ຂໍພະອົງຢ່າຢູ່ໄກຈາກລູກເພາະບັນຫາຢູ່ໃກ້ລູກຫຼາຍ+ແລະບໍ່ມີໃຜທີ່ຈະຊ່ວຍລູກໄດ້ອີກແລ້ວ.+
12 ສັດຕູຂອງລູກຫຼາຍຄົນໄດ້ມາອ້ອມລູກໄວ້.ເຂົາເຈົ້າເປັນຄືກັບງົວທີ່ແຂງແຮງຈາກແຜ່ນດິນບາຊານ.+
13 ເຂົາເຈົ້າຂົ່ມຂູ່ແລະຈະທຳຮ້າຍລູກ*+ຄືກັບໂຕສິງທີ່ແຜດສຽງຮ້ອງແລະຈີກເຫຍື່ອຂອງມັນເປັນຕ່ອນໆ.+
14 ລູກຖືກເທຖິ້ມຄືກັບນ້ຳ.ກະດູກທັງໝົດຂອງລູກຫຼຸດອອກຈາກຂໍ້ກະດູກ.
ຫົວໃຈຂອງລູກເປັນຄືກັບຂີ້ເຜີ້ງ+ທີ່ເປື່ອຍຢູ່ໃນໂຕຂອງລູກ.+
15 ລູກບໍ່ມີແຮງເຫຼືອແລ້ວແລະເປັນຄືກັບເສດໝໍ້ດິນປ່ຽງໜຶ່ງ.+ລີ້ນຂອງລູກກໍຕິດຢູ່ກັບເຫືອກ.+ພະອົງກຳລັງພາລູກລົງໄປໃນຂຸມຂອງຄວາມຕາຍ.+
16 ສັດຕູຂອງລູກມາອ້ອມລູກຄືກັບຝູງໝາ.+ພວກຄົນຊົ່ວຫຍັບເຂົ້າມາໃກ້ລູກເລື້ອຍໆ.+ເຂົາເຈົ້າເປັນຄືກັບໂຕສິງທີ່ກັດມືກັດຕີນຂອງລູກ.+
17 ລູກນັບກະດູກຂອງລູກໄດ້ທັງໝົດ.+
ເຂົາເຈົ້າກຶ້ງຕາເບິ່ງລູກ.
18 ເຂົາເຈົ້າເອົາເຄື່ອງນຸ່ງຂອງລູກມາແບ່ງກັນແລະເອົາເສື້ອຜ້າຂອງລູກມາຈົກສະຫຼາກ.+
19 ພະເຢໂຫວາ ຂໍພະອົງຢ່າຢູ່ໄກຈາກລູກ.+
ພະອົງເປັນກຳລັງຂອງລູກ ຂໍມາຊ່ວຍລູກໄວໆແດ່.+
20 ຂໍຊ່ວຍລູກໃຫ້ລອດຈາກດາບແລະຂໍຊ່ວຍຊີວິດທີ່ມີຄ່າຂອງລູກໃຫ້ລອດຈາກການໂຈມຕີຂອງຝູງໝາ.+
21 ຂໍຊ່ວຍລູກໃຫ້ລອດຈາກປາກໂຕສິງ+ແລະຈາກເຂົາຂອງງົວປ່າ.ຂໍພະອົງຕອບລູກແລະຊ່ວຍລູກແດ່.
22 ລູກຈະປະກາດຊື່ຂອງພະອົງໃຫ້ອ້າຍນ້ອງ*ຂອງລູກຮູ້.+ລູກຈະສັນລະເສີນພະອົງໃນບ່ອນທີ່ມີຜູ້ຮັບໃຊ້ຂອງພະອົງຫຼາຍໆ.+
23 ພວກເຈົ້າທີ່ນັບຖື*ພະເຢໂຫວາ ໃຫ້ສັນລະເສີນເພິ່ນ.
ພວກເຈົ້າທີ່ເປັນລູກຫຼານຢາໂຄບ ໃຫ້ຍົກຍ້ອງເພິ່ນ.+
ພວກເຈົ້າທີ່ເປັນລູກຫຼານຂອງອິດສະຣາເອນ ໃຫ້ນັບຖືເພິ່ນຢ່າງສູງ.
24 ເພິ່ນບໍ່ໄດ້ເມີນເສີຍເມື່ອເຫັນຄວາມທຸກຂອງຄົນທີ່ຖືກກົດຂີ່+ແລະເພິ່ນກໍບໍ່ໄດ້ປິ່ນໜ້າໜີຈາກລາວ.+
ເມື່ອລາວຮ້ອງຂໍຄວາມຊ່ວຍເຫຼືອຈາກເພິ່ນ ເພິ່ນກໍຟັງ.+
25 ລູກຈະສັນລະເສີນພະອົງຕອນທີ່ປະຊຸມຢູ່ກັບຜູ້ຮັບໃຊ້ຂອງພະອົງ.+ລູກຈະເຮັດຕາມຄຳສາບານຂອງລູກຕໍ່ໜ້າຄົນທີ່ນັບຖືພະອົງ.
26 ຄົນຖ່ອມຈະໄດ້ກິນອີ່ມແລະມ່ວນຊື່ນ.+ຄົນທີ່ຊອກຫາພະເຢໂຫວາຈະສັນລະເສີນເພິ່ນ.+
ຂໍໃຫ້ພວກເຈົ້າມີຄວາມສຸກກັບຊີວິດຕະຫຼອດໄປ.*
27 ທຸກຄົນທີ່ຢູ່ສຸດຂອບໂລກຈະຈື່ໄດ້ແລະກັບມາຫາພະເຢໂຫວາ.
ຄົນຈາກທຸກຊາດຈະໝູບໜ້າລົງຕໍ່ໜ້າເພິ່ນ.+
28 ອຳນາດການປົກຄອງເປັນຂອງພະເຢໂຫວາ.+ເພິ່ນປົກຄອງຊາດຕ່າງໆ.
29 ຄົນລວຍທີ່ຈອງຫອງ*ໃນໂລກນີ້ຈະຕ້ອງກິນແລະໝູບໜ້າລົງຕໍ່ໜ້າພະເຈົ້າ.ຄົນທີ່ຈະກັບໄປເປັນດິນຈະຕ້ອງຄູ້ເຂົ່າລົງຕໍ່ໜ້າເພິ່ນແລະບໍ່ມີໃຜຈັກຄົນທີ່ຈະຊ່ວຍຊີວິດໂຕເອງໃຫ້ລອດໄດ້.
30 ລູກຫຼານຂອງເຂົາເຈົ້າຈະຮັບໃຊ້ພະເຢໂຫວາແລະຄົນລຸ້ນຕໍ່ໆໄປຈະໄດ້ຍິນເລື່ອງຂອງເພິ່ນ.
31 ເຂົາເຈົ້າຈະເລົ່າເລື່ອງຄວາມຍຸຕິທຳຂອງເພິ່ນ.
ເຂົາເຈົ້າຈະບອກຄົນທີ່ຈະເກີດມາກ່ຽວກັບສິ່ງດີໆທີ່ເພິ່ນເຄີຍເຮັດ.
ຂໍ ຄວາມ ໄຂ ເງື່ອນ
^ ອາດເປັນທຳນອງຫຼືຮູບແບບເພງ
^ ຫຼື “ພະອົງຖືກອ້ອມຮອບດ້ວຍ”
^ ຫຼື “ບໍ່ອັບອາຍ”
^ ແປຕາມໂຕວ່າ “ເຂົາເຈົ້າອ້າປາກກວ້າງຕໍ່ສູ້ລູກ”
^ ຄຳນີ້ໃນພາສາເຮັບເຣີອາດໝາຍເຖິງຄົນໃນຄອບຄົວ ຫຼືອາດໃຊ້ໃນຄວາມໝາຍກວ້າງກວ່າເພື່ອໝາຍເຖິງຄົນອິດສະຣາເອນຄືກັນ
^ ແປຕາມໂຕວ່າ “ຢ້ານຢຳ”
^ ແປຕາມໂຕວ່າ “ຂໍໃຫ້ຫົວໃຈຂອງພວກເຈົ້າເຕັ້ນຕະຫຼອດໄປ”
^ ແປຕາມໂຕວ່າ “ຄົນຕຸ້ຍ”