ເພງສັນລະເສີນ 30:1-12
-
ຈາກຮ້ອງໄຫ້ປ່ຽນມາຮ້ອງດີໃຈ
-
ພະເຈົ້າເມດຕາຄົນເຮົາຕະຫຼອດຊີວິດ (5)
-
ເພງສັນລະເສີນ. ເພງສະຫຼອງຕອນທີ່ສ້າງວັງ*ແລ້ວໆ. ເພງຂອງດາວິດ.
30 ພະເຢໂຫວາເອີ້ຍ ລູກຈະຍົກຍ້ອງພະອົງຍ້ອນພະອົງຍົກ*ລູກຂຶ້ນ.ພະອົງບໍ່ຍອມໃຫ້ສັດຕູຂອງລູກດີໃຈທີ່ເຫັນລູກທົນທຸກ.+
2 ພະເຢໂຫວາພະເຈົ້າຂອງລູກເອີ້ຍ ລູກຮ້ອງຂໍໃຫ້ພະອົງຊ່ວຍແລະພະອົງກໍໄດ້ປິ່ນປົວລູກໃຫ້ເຊົາ.+
3 ພະເຢໂຫວາເອີ້ຍ ພະອົງຍົກລູກຂຶ້ນຈາກບ່ອນຝັງສົບ.*+
ພະອົງຊ່ວຍລູກໃຫ້ມີຊີວິດຢູ່ຕໍ່ໄປແລະບໍ່ໃຫ້ຖືກຝັງຢູ່ໃນຂຸມ.*+
4 ພວກເຈົ້າທີ່ເປັນຄົນສັດຊື່ ໃຫ້ຮ້ອງເພງ*ສັນລະເສີນພະເຢໂຫວາ.+ໃຫ້ສັນລະເສີນຊື່ທີ່ບໍລິສຸດຂອງເພິ່ນ+
5 ຍ້ອນວ່າຖ້າເພິ່ນໃຈຮ້າຍໃຫ້ຜູ້ໃດ ເພິ່ນກໍໃຈຮ້າຍໃຫ້ບຶດດຽວ.+ແຕ່ຖ້າເພິ່ນເມດຕາຜູ້ໃດ ເພິ່ນກໍເມດຕາຜູ້ນັ້ນຕະຫຼອດຊີວິດຂອງລາວ.+
ເຖິງວ່າຕອນແລງຈະມີສຽງຮ້ອງໄຫ້ ແຕ່ຕອນເຊົ້າຈະມີສຽງຮ້ອງດີໃຈ.+
6 ຕອນທີ່ຂ້ອຍບໍ່ມີບັນຫາ ຂ້ອຍເວົ້າວ່າ:
“ຂ້ອຍຈະບໍ່ເຈິບັນຫາຫຍັງດອກ.”*
7 ພະເຢໂຫວາເອີ້ຍ ຕອນທີ່ພະອົງເມດຕາລູກ ລູກກໍໝັ້ນຄົງຄືກັບພູ+
ແຕ່ເມື່ອພະອົງປິ່ນໜ້າໜີຈາກລູກ ລູກກໍຢ້ານຫຼາຍ.+
8 ພະເຢໂຫວາເອີ້ຍ ລູກຮ້ອງຫາພະອົງບໍ່ຢຸດບໍ່ເຊົາ+ແລະລູກອ້ອນວອນຂໍຄວາມເມດຕາຈາກພະເຢໂຫວາຕະຫຼອດ.
9 ຄວາມຕາຍ*ແລະການລົງຂຸມຂອງລູກຈະມີປະໂຫຍດຫຍັງ.+
ຂີ້ດິນຈະສັນລະເສີນພະອົງໄດ້ບໍ?+ ມັນຈະເວົ້າກ່ຽວກັບຄວາມສັດຊື່ຂອງພະອົງໄດ້ບໍ?+
10 ພະເຢໂຫວາເອີ້ຍ ຂໍພະອົງຟັງລູກແລະອີ່ຕົນລູກແດ່.+
ພະເຢໂຫວາເອີ້ຍ ຂໍຊ່ວຍລູກແດ່ເດີ້.+
11 ພະອົງເຮັດໃຫ້ລູກເຕັ້ນຢ່າງມ່ວນຊື່ນແທນທີ່ຈະຮ້ອງໄຫ້ໄວ້ທຸກ.ພະອົງແກ້ຜ້າເນື້ອຫຍາບອອກໃຫ້ລູກແລະເອົາຄວາມສຸກມານຸ່ງໃຫ້ລູກແທນ.
12 ຍ້ອນແນວນີ້ ລູກຈຶ່ງສັນລະເສີນພະອົງແລະບໍ່ໄດ້ມິດຢູ່.
ພະເຢໂຫວາພະເຈົ້າຂອງລູກເອີ້ຍ ລູກຈະສັນລະເສີນພະອົງຕະຫຼອດໄປ.
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ວິຫານ”
^ ຫຼື “ດຶງ”
^ ເບິ່ງສ່ວນອະທິບາຍຄຳສັບ
^ ຫຼື “ບ່ອນຝັງສົບ”
^ ຫຼື “ຫຼິ້ນດົນຕີ”
^ ຫຼື “ຂ້ອຍຈະບໍ່ເຊໄປເຊມາ”
^ ແປຕາມໂຕວ່າ “ເລືອດ”