ເພງສັນລະເສີນ 32:1-11
ເພງຂອງດາວິດ. ມັດຄິວ.*
32 ຄົນທີ່ໄດ້ຮັບການໃຫ້ອະໄພແລະໄດ້ຮັບການຍົກໂທດກໍມີຄວາມສຸກ.+
2 ຄົນທີ່ພະເຢໂຫວາຖືວ່າບໍ່ມີຄວາມຜິດແລະຄົນທີ່ບໍ່ມີເລ່ລ່ຽມກໍມີຄວາມສຸກ.+
3 ເມື່ອລູກບໍ່ໄດ້ເວົ້າກ່ຽວກັບຄວາມຜິດຂອງໂຕເອງ ກະດູກຂອງລູກກໍຜ່ອຍຍ້ອນລູກເຈັບປວດທໍລະມານໝົດມື້.+
4 ຄວາມບໍ່ພໍໃຈຂອງພະອົງເປັນຄືກັບພາລະໜັກຂອງລູກທັງເວັນທັງຄືນ.+
ເຫື່ອແຮງຂອງລູກກໍໝົດໄປຄືກັບນ້ຳທີ່ລະເຫີຍໄປໃນລະດູຮ້ອນ. (ເຊລາ)*
5 ໃນທີ່ສຸດ ລູກກໍສາລະພາບຄວາມຜິດຂອງລູກໃຫ້ພະອົງຟັງ.ລູກບໍ່ໄດ້ປົກປິດຄວາມຜິດຂອງລູກເລີຍ.+
ລູກຄິດໃນໃຈວ່າ: “ຂ້ອຍຈະສາລະພາບຄວາມຜິດຂອງຂ້ອຍໃຫ້ພະເຢໂຫວາຟັງ”+
ແລະພະອົງກໍຍົກໂທດໃຫ້ລູກ.+ (ເຊລາ)
6 ຍ້ອນແນວນີ້ ທຸກຄົນທີ່ສັດຊື່ກໍຈະອະທິດຖານຫາພະອົງ+ຕອນທີ່ພະອົງຍັງຍອມຟັງຢູ່.+
ແລ້ວຕອນນັ້ນ ເຂົາເຈົ້າກໍຈະບໍ່ເຈິບັນຫາແລະການຕັດສິນທີ່ເປັນຄືກັບນ້ຳຖ້ວມ.
7 ພະອົງເປັນບ່ອນລີ້ໄພຂອງລູກ.ພະອົງຈະປົກປ້ອງລູກໃຫ້ພົ້ນຈາກຄວາມທຸກລຳບາກ.+
ພະອົງຈະເຮັດໃຫ້ອ້ອມໂຕລູກມີແຕ່ສຽງໂຫ່ຮ້ອງດີໃຈຂອງການຊ່ວຍໃຫ້ລອດ.+ (ເຊລາ)
8 ພະອົງເວົ້າວ່າ: “ເຮົາຈະໃຫ້ເຈົ້າມີຄວາມເຂົ້າໃຈແລະຊີ້ນຳເຈົ້າໃຫ້ໄປໃນທາງທີ່ເຈົ້າຄວນໄປ.+
ເຮົາຈະໃຫ້ຄຳແນະນຳເຈົ້າແລະເບິ່ງແຍງເຈົ້າສະເໝີ.+
9 ຢ່າເປັນຄືກັບໂຕມ້າຫຼືໂຕລໍ*ທີ່ບໍ່ມີຄວາມເຂົ້າໃຈຫຍັງ+ເຊິ່ງຕ້ອງຖືກຄວບຄຸມດ້ວຍເຊືອກ*ຄາດໃສ່ປາກກ່ອນທີ່ພວກມັນຈະຫຍັບເຂົ້າມາໃກ້ເຈົ້າໄດ້.”
10 ຄົນຊົ່ວຈະມີຄວາມເຈັບປວດຫຼາຍແຕ່ຄົນທີ່ໄວ້ໃຈພະເຢໂຫວາຈະໄດ້ຮັບຄວາມຮັກທີ່ໝັ້ນຄົງຈາກເພິ່ນ.+
11 ພວກເຈົ້າທີ່ເຮັດສິ່ງທີ່ຖືກຕ້ອງ ໃຫ້ດີໃຈຍ້ອນສິ່ງທີ່ພະເຢໂຫວາເຮັດ.ພວກເຈົ້າທຸກຄົນທີ່ມີໃຈສັດຊື່ ໃຫ້ພາກັນຮ້ອງດ້ວຍຄວາມມ່ວນຊື່ນ.
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງສ່ວນອະທິບາຍຄຳສັບ
^ ລໍມີພໍ່ເປັນລາແລະມີແມ່ເປັນມ້າ
^ ເຊືອກນີ້ມັດຢູ່ສອງສົ້ນຂອງເຫຼັກສຳລັບໃສ່ປາກມ້າເພື່ອຈະຄວບຄຸມມັນໄດ້