ເພງໂສກເສົ້າ 1:1-22

  • ເຢຣູຊາເລັມ​ເປັນ​ຄື​ກັບ​ແມ່​ໝ້າຍ

    • ລາວ​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ (1)

    • ຊີໂອນ​ເຮັດ​ຜິດ​ຮ້າຍ​ແຮງ​ຫຼາຍ (8, 9)

    • ພະເຈົ້າ​ບໍ່​ຍອມຮັບ​ຊີໂອນ (12-15)

    • ບໍ່​ມີ​ໃຜ​ປອບ​ໃຈ​ຊີໂອນ (17)

א [ອາເລບ]* 1  ເຢຣູຊາເລັມ​ເຊິ່ງ​ເປັນ​ເມືອງ​ທີ່​ເຄີຍ​ມີ​ຄົນ​ຫຼາຍ+ ຕອນນີ້​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ​ແລ້ວ. ລາວ​ທີ່​ເຄີຍ​ເປັນ​ຂວັນໃຈ​ຂອງ​ຊາດ​ຕ່າງ​ໆ​+ ຕອນນີ້​ເປັນ​ຄື​ກັບ​ແມ່ໝ້າຍ​ແລ້ວ. ລາວ​ທີ່​ເຄີຍ​ເປັນ​ເຈົ້າຍິງ​ຂອງ​ແຂວງ​ຕ່າງ​ໆ​ກາຍ​ມາ​ເປັນ​ທາດ​ແລ້ວ.+ ב [ເບດ]   ໃນ​ຕອນ​ກາງ​ຄືນ ລາວ​ຮ້ອງໄຫ້​ໂສກເສົ້າ​ຫຼາຍ+​ແລະ​ນ້ຳຕາ​ກໍ​ໄຫຼ​ອາບ​ແກ້ມ. ບໍ່​ມີ​ຄົນ​ຮັກ​ຂອງ​ລາວ​ຈັກ​ຄົນ​ມາ​ປອບ​ໃຈ​ລາວ.+ ໝູ່​ຂອງ​ລາວ​ທຸກຄົນ​ກໍ​ທໍລະຍົດ​ລາວ+​ແລະ​ກາຍ​ມາ​ເປັນ​ສັດຕູ​ຂອງ​ລາວ. ג [ກີເມວ]   ລູກສາວ​ຂອງ​ຢູດາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ ລາວ​ຕ້ອງ​ທົນທຸກ​ແລະ​ຖືກ​ບັງຄັບ​ໃຫ້​ເປັນ​ທາດ.+ ລາວ​ຕ້ອງ​ໄປ​ຢູ່​ກັບ​ຊາດ​ຕ່າງ​ໆ​+​ແລະ​ບໍ່​ມີ​ຄວາມ​ສະຫງົບໃຈ​ເລີຍ. ພວກ​ສັດຕູ​ຂອງ​ລາວ*​ນຳທັນ​ລາວ​ຕອນ​ທີ່​ລາວ​ປົກປ້ອງ​ໂຕເອງ​ບໍ່​ໄດ້. ד [ດາເລດ]   ທາງ​ຕ່າງ​ໆ​ທີ່​ຈະ​ໄປ​ຊີໂອນ​ພາກັນ​ໂສກເສົ້າ​ຍ້ອນ​ບໍ່​ມີ​ໃຜ​ມາ​ຮ່ວມ​ສະຫຼອງ​ເທດສະການ.+ ປະຕູ​ເມືອງ​ທັງໝົດ​ເປ່ເພ​ໝົດ​ແລ້ວ.+ ພວກ​ປະໂລຫິດ​ກໍ​ຖອນ​ຫາຍໃຈ. ຜູ້​ສາວ​ທີ່​ບໍລິສຸດ*​ກໍ​ພາກັນ​ຮ້ອງໄຫ້​ທຸກໃຈ​ຫຼາຍ. ה [ເຮ]   ພວກ​ຜູ້​ທຳລາຍ​ລາວ​ກາຍ​ມາ​ເປັນ​ເຈົ້ານາຍ​ຂອງ​ລາວ​ແລະ​ພວກ​ສັດຕູ​ຂອງ​ລາວ​ບໍ່​ກັງວົນ​ຫຍັງ​ເລີຍ.+ ພະ​ເຢໂຫວາ​ເຮັດ​ໃຫ້​ລາວ​ໂສກເສົ້າ​ຍ້ອນ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ.+ ລູກ​ຂອງ​ລາວ​ຖືກ​ພວກ​ສັດຕູ​ຈັບ​ໄປ​ເປັນ​ຊະເລີຍ.+ ו [ວາວ]   ລູກສາວ​ຂອງ​ຊີໂອນ​ບໍ່​ມີ​ສະຫງ່າ​ລາສີ​ແລ້ວ.+ ພວກ​ເຈົ້ານາຍ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ກວາງ​ທີ່​ຊອກຫາ​ທົ່ງຫຍ້າ​ບໍ່​ເຫັນແລະ​ຍ່າງ​ແບບ​ໝົດ​ເຫື່ອ​ໝົດ​ແຮງ​ຕໍ່​ໜ້າ​ຜູ້​ທີ່​ໄລ່ລ່າ. ז [ຊາຢິນ]   ຕອນ​ທີ່​ເຢຣູຊາເລັມ​ທົນ​ທຸກ​ແລະ​ຄົນ​ໃນ​ເມືອງ​ບໍ່​ມີ​ບ່ອນ​ຢູ່ລາວ​ກໍ​ຄິດເຖິງ​ສິ່ງ​ທີ່​ມີຄ່າ​ທັງໝົດ​ທີ່​ລາວ​ເຄີຍ​ມີ​ໃນ​ສະໄໝ​ແຕ່​ກີ້.+ ຄົນ​ຂອງ​ລາວ​ຕົກ​ຢູ່​ໃນ​ມື​ຂອງ​ສັດຕູ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ລາວ+ແລະ​ເມື່ອ​ສັດຕູ​ເຫັນ​ແນວ​ນັ້ນ ເຂົາເຈົ້າ​ກໍ​ເຍາະເຍີ້ຍ​ລາວ​ທີ່​ລາວ​ຈິບຫາຍ.+ ח [ເຮດ]   ເຢຣູຊາເລັມ​ເຮັດ​ຜິດ​ຮ້າຍແຮງ​ຫຼາຍ+ ລາວ​ຈຶ່ງ​ໜ້າລັງກຽດ. ທຸກຄົນ​ທີ່​ເຄີຍ​ໃຫ້​ກຽດ​ລາວ​ກໍ​ດູຖູກ​ລາວ​ຍ້ອນ​ເຂົາເຈົ້າ​ເຫັນ​ລາວ​ປະໂປ້+ ລາວ​ຈຶ່ງ​ຮ້ອງຄາງ+​ແລະ​ປິ່ນ​ໜ້າ​ໜີ​ດ້ວຍ​ຄວາມ​ອັບອາຍ. ט [ເທດ]   ເຄື່ອງນຸ່ງ​ຂອງ​ລາວ​ມີ​ຮອຍ​ເປື້ອນ. ລາວ​ບໍ່​ໄດ້​ຄິດເຖິງ​ອະນາຄົດ​ຂອງ​ລາວ​ເລີຍ.+ ຄວາມ​ຈິບຫາຍ​ຂອງ​ລາວ​ເປັນ​ຕາ​ໜ້າ​ຕົກໃຈ​ຫຼາຍ​ແລະ​ບໍ່​ມີ​ໃຜ​ປອບໃຈ​ລາວ​ເລີຍ. ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເບິ່ງ​ຄວາມທຸກ​ຂອງ​ລູກ ຍ້ອນ​ສັດຕູ​ກຳລັງ​ເວົ້າ​ອວດ​ເລື່ອງ​ໄຊຊະນະ​ຂອງ​ໂຕເອງ.”+ י [ໂຢດ] 10  ພວກ​ສັດຕູ​ໄດ້​ປຸ້ນ​ເອົາ​ຊັບສົມບັດ​ທັງໝົດ​ຂອງ​ລາວ​ໄປ.+ ລາວ​ເຫັນ​ຊາດ​ຕ່າງ​ໆ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ​ຂອງ​ລາວ+ທັງ​ໆ​ທີ່​ພະອົງ​ໄດ້​ສັ່ງ​ໄວ້​ແລ້ວ​ວ່າ ຫ້າມ​ເຂົາເຈົ້າ​ໄປ​ລວມ​ໂຕ​ກັບ​ປະຊາຊົນ​ຂອງ​ພະອົງ. כ [ຄາບ] 11  ຄົນ​ຂອງ​ລາວ​ພາກັນ​ຖອນ​ຫາຍໃຈ. ເຂົາເຈົ້າ​ກຳລັງ​ຊອກຫາ​ແນວກິນ.+ ເຂົາເຈົ້າ​ເອົາ​ຂອງ​ມີຄ່າ​ໄປ​ແລກ​ເອົາ​ອາຫານ​ມາ​ກິນ​ເພື່ອ​ຈະ​ລອດ​ຕາຍ ແຕ່​ກໍ​ໄດ້​ມາ​ໜ້ອຍ​ດຽວ. ພະ​ເຢໂຫວາ​ເອີ້ຍ ເບິ່ງ​ແມ້! ລູກ​ກາຍ​ເປັນ​ຜູ້ຍິງ​ທີ່​ບໍ່​ມີຄ່າ​ແລ້ວ. ל [ລາ​ເມດ] 12  ພວກເຈົ້າ​ທີ່​ກຳລັງ​ຍ່າງ​ໄປ​ຕາມ​ຫົນທາງ​ບໍ່​ຮູ້ສຶກ​ຫຍັງ​ເລີຍບໍ? ເບິ່ງ​ແມ້! ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ຂ້ອຍ​ໃນ​ມື້​ທີ່​ເພິ່ນ​ໃຈຮ້າຍ.+ມີ​ຄວາມ​ເຈັບປວດ​ແບບ​ໃດ​ຄື​ກັບ​ຄວາມ​ເຈັບປວດ​ຂອງ​ຂ້ອຍ​ບໍ? מ [ເມັມ] 13  ເພິ່ນ​ສົ່ງ​ໄຟ​ຈາກ​ຟ້າ​ມາ​ຈູດ​ກະດູກ​ຂອງ​ຂ້ອຍ+​ທຸກອັນ. ເພິ່ນ​ກາງ​ຕານ່າງ​ໄວ້​ດັກ​ຕີນ​ຂ້ອຍ​ແລະ​ບັງຄັບ​ຂ້ອຍ​ໃຫ້​ຖອຍ​ກັບ​ໄປ. ເພິ່ນ​ເຮັດ​ໃຫ້​ຂ້ອຍ​ກາຍ​ເປັນ​ຜູ້ຍິງ​ທີ່​ຖືກ​ຖິ້ມ. ຂ້ອຍ​ບໍ່​ສະບາຍ​ໝົດມື້​ໝົດເວັນ. נ [ນູນ] 14  ຄວາມ​ຜິດ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ແອກ​ທີ່​ເພິ່ນ​ມັດ​ໃສ່​ຂ້ອຍ. ມັນ​ຢູ່​ເທິງ​ຄໍ​ຂອງ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ໝົດ​ເຫື່ອ​ໝົດ​ແຮງ. ພະ​ເຢໂຫວາ​ມອບ​ຂ້ອຍ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຂ້ອຍ​ສູ້​ບໍ່​ໄດ້.+ ס [ຊາເມກ] 15  ພະ​ເຢໂຫວາ​ໂຍນ​ຄົນ​ເກັ່ງ​ໆ​ທີ່​ຢູ່​ນຳ​ຂ້ອຍ​ອອກ​ໄປ​ຈົນ​ໝົດ.+ ເພິ່ນ​ເອີ້ນ​ຄົນ​ມາ​ລວມໂຕ​ກັນ​ເພື່ອ​ຕໍ່ສູ້​ຂ້ອຍ​ແລະ​ທຳລາຍ​ຄົນໜຸ່ມ​ຂອງ​ຂ້ອຍ.+ ພະ​ເຢໂຫວາ​ໄດ້​ຢຽບ​ລູກສາວ​ທີ່​ບໍລິສຸດ​ຂອງ​ຢູດາ​ໃນ​ອ່າງ​ຢຽບ​ໝາກ​ລະແຊັງ.+ ע [ອາຢິນ] 16  ຂ້ອຍ​ຮ້ອງໄຫ້​ຍ້ອນ​ສິ່ງ​ເຫຼົ່ານີ້.+ ຕາ​ຂອງ​ຂ້ອຍ​ມີ​ແຕ່​ນ້ຳຕາ ຍ້ອນ​ຄົນ​ທີ່​ຈະ​ປອບ​ໃຈ​ຂ້ອຍ​ແລະ​ເຮັດ​ໃຫ້​ຂ້ອຍ​ສົດ​ຊື່ນ​ກໍ​ຢູ່​ໄກ​ຈາກ​ຂ້ອຍ. ພວກ​ລູກຊາຍ​ຂອງ​ຂ້ອຍ​ຖືກ​ປະຖິ້ມ​ຍ້ອນ​ສັດຕູ​ຊະນະ​ແລ້ວ. פ [ເພ] 17  ຊີໂອນ​ເດ່​ມື​ອອກ​ໄປ+ ແຕ່​ກໍ​ບໍ່​ມີ​ໃຜ​ປອບໃຈ​ລາວ. ພະ​ເຢໂຫວາ​ສັ່ງ​ທຸກຄົນ​ທີ່​ຢູ່​ອ້ອມຂ້າງ​ຢາໂຄບ​ໃຫ້​ເຮັດໂຕ​ເປັນ​ສັດຕູ​ກັບ​ລາວ.+ ເຢຣູຊາເລັມ​ກາຍ​ເປັນ​ສິ່ງ​ທີ່​ໜ້າລັງກຽດ​ສຳລັບ​ເຂົາເຈົ້າ.+ צ [ຊາເດ] 18  ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຍຸຕິທຳ.+ ຍ້ອນ​ຂ້ອຍ​ບໍ່​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ເພິ່ນ​ຈຶ່ງ​ລົງໂທດ​ຂ້ອຍ.+ ຊາດ​ຕ່າງ​ໆ​ເອີ້ຍ ຂໍ​ໃຫ້​ຟັງ​ແລະ​ເບິ່ງ​ວ່າ​ຂ້ອຍ​ເຈັບປວດ​ສ່ຳໃດ. ພວກ​ຜູ້​ສາວ​ທີ່​ບໍລິສຸດ​ແລະ​ພວກ​ຊາຍໜຸ່ມ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ແລ້ວ.+ ק [ໂຄບ] 19  ຂ້ອຍ​ເອີ້ນ​ຫາ​ພວກ​ຄົນຮັກ​ຂອງ​ຂ້ອຍ ແຕ່​ເຂົາເຈົ້າ​ຫັກຫຼັງ​ຂ້ອຍ​ໝົດ​ແລ້ວ.+ ພວກ​ປະໂລຫິດ​ແລະ​ພວກ​ຜູ້ນຳ​ໃນ​ເມືອງ​ຂອງ​ຂ້ອຍ​ກໍ​ຕາຍຕອນ​ທີ່​ເຂົາເຈົ້າ​ໄປ​ຊອກຫາ​ແນວກິນ​ເພື່ອ​ຈະ​ລອດ​ຊີວິດ.+ ר [ເຣດ] 20  ພະ​ເຢໂຫວາ​ເອີ້ຍ ເບິ່ງແມ້! ລູກ​ທຸກໃຈ​ຫຼາຍ. ລູກ​ຮູ້ສຶກ​ກະວົນ​ກະວາຍ. ຫົວໃຈ​ຂອງ​ລູກ​ແຕກສະຫຼາຍ ຍ້ອນ​ລູກ​ໄດ້​ກະບົດ​ຕໍ່​ພະອົງ.+ ຢູ່​ນອກ​ເຮືອນ​ກໍ​ມີ​ດາບ​ທີ່​ຂ້າ​ລູກ​ຂອງ​ລູກ+​ແລະ​ຢູ່​ໃນ​ເຮືອນ​ກໍ​ມີ​ຄົນ​ຕາຍ. ש [ຊິນ] 21  ຄົນອື່ນ​ໆ​ໄດ້​ຍິນ​ສຽງ​ຖອນ​ຫາຍໃຈ​ຂອງ​ລູກ ແຕ່​ພັດ​ບໍ່​ມີ​ໃຜ​ຈັກ​ຄົນ​ປອບໃຈ​ລູກ. ສັດຕູ​ທັງໝົດ​ຂອງ​ລູກ​ໄດ້​ຍິນ​ເລື່ອງ​ຄວາມ​ຈິບຫາຍ​ຂອງ​ລູກ. ເຂົາເຈົ້າ​ພາກັນ​ດີໃຈ ຍ້ອນ​ພະອົງ​ເຮັດ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ກັບ​ລູກ.+ ແຕ່​ຈະ​ມີ​ມື້​ໜຶ່ງ​ທີ່​ພະອົງ​ຈະ​ເຮັດ​ກັບ​ເຂົາເຈົ້າ​ຄື​ກັບ​ທີ່​ພະອົງ​ໄດ້​ສັນຍາ​ໄວ້.+ ໃນ​ມື້​ນັ້ນ​ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ລູກ.+ ת [ເທົາ] 22  ຂໍ​ໃຫ້​ພະອົງ​ເຫັນ​ຄວາມ​ຊົ່ວ​ທັງໝົດ​ຂອງ​ເຂົາເຈົ້າ​ແລະ​ຂໍ​ພະອົງ​ລົງໂທດ​ເຂົາເຈົ້າ​ໃຫ້​ໜັກ​ໆ​ໂລດ+ຄື​ກັບ​ທີ່​ພະອົງ​ໄດ້​ລົງໂທດ​ລູກ​ໜັກ​ໆ​ຍ້ອນ​ຄວາມ​ຜິດ​ທັງໝົດ​ຂອງ​ລູກ. ລູກ​ຖອນ​ຫາຍໃຈ​ບໍ່​ເຊົາ​ແລະ​ລູກ​ເຈັບປວດ​ໃຈ​ຫຼາຍ.

ຂໍຄວາມໄຂເງື່ອນ

ເພງ​ນີ້​ແຕ່ງ​ແບບ​ລຽງ​ລຳດັບ​ຕາມ​ໂຕ​ອັກສອນ​ໃນ​ພາສາ​ເຮັບເຣີ. ເບິ່ງ​ຄຳ​ວ່າ “ລຽງ​ລຳດັບ​ຕາມ​ໂຕ​ອັກສອນ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ພວກ​ທີ່​ຂົ່ມເຫງ​ລາ​ວ”
ແປ​ຕາມ​ໂຕ​ວ່າ “ຜູ້​ຍິງ​ທີ່​ບໍ່​ເຄີຍ​ແຕ່ງດອງ​ແລະ​ບໍ່​ເຄີຍ​ມີ​ເພດ​ສຳພັນ”