ເພງໂສກເສົ້າ 2:1-22

  • ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ເຢຣູຊາເລັມ

    • ພະເຈົ້າ​ບໍ່​ອີ່ຕົນ (2)

    • ພະ​ເຢໂຫວາ​ກາຍ​ມາ​ເປັນ​ສັດຕູ​ຂອງ​ຊີໂອນ (5)

    • ຮ້ອງໄຫ້​ໃຫ້​ຊີໂອນ (11-13)

    • ຄົນ​ທີ່​ຍ່າງ​ຜ່ານ​ໄປ​ມາ​ເຍາະເຍີ້ຍ​ເມືອງ​ທີ່​ເຄີຍ​ງາມ​ແທ້​ງາມ​ວ່າ (15)

    • ສັດຕູ​ດີໃຈ​ທີ່​ຊີໂອນ​ຖືກ​ທຳລາຍ (17)

א [ອາເລບ]* 2  ຄວາມ​ໃຈຮ້າຍ​ຂອງ​ພະ​ເຢໂຫວາ​ປົກຄຸມ​ເມືອງ​ຊີໂອນ​ຄື​ກັບ​ຂີ້ເຝື້ອ​ທີ່​ຕຶບໜາ. ເພິ່ນ​ໄດ້​ໂຍນ​ຄວາມ​ງາມ​ຂອງ​ອິດສະຣາເອນ​ຈາກ​ສະຫວັນ​ລົງ​ມາ​ເທິງ​ໂລກ.+ ໃນ​ມື້​ທີ່​ເພິ່ນ​ໃຈຮ້າຍ ເພິ່ນ​ບໍ່​ໄດ້​ນຶກເຖິງ​ບ່ອນ​ວາງ​ຕີນ​ຂອງ​ເພິ່ນ​ເລີຍ.+ ב [ເບດ]   ພະ​ເຢໂຫວາ​ໄດ້​ທຳລາຍ​ບ່ອນ​ຢູ່​ທັງໝົດ​ຂອງ​ຢາໂຄບ​ແລະ​ບໍ່​ອີ່ຕົນ​ເລີຍ. ເພິ່ນ​ຮື້​ປ້ອມ​ສູງ​ຂອງ​ລູກສາວ​ຢູດາ​ດ້ວຍ​ຄວາມ​ໃຈຮ້າຍ.+ ເພິ່ນ​ເຮັດ​ໃຫ້​ເມືອງ​ນີ້​ແລະ​ພວກ​ເຈົ້ານາຍ​ເສຍກຽດ​ແລະ​ຈິບຫາຍ.+ ג [ກີເມວ]   ດ້ວຍ​ຄວາມ​ໃຈຮ້າຍ ເພິ່ນ​ເຮັດ​ໃຫ້​ອິດສະຣາເອນ​ໝົດ​ເຫື່ອ​ໝົດ​ແຮງ.* ເມື່ອ​ສັດຕູ​ເຂົ້າ​ມາ​ໃກ້ ເພິ່ນ​ກໍ​ຫົດ​ມື​ຂວາ​ຂອງ​ເພິ່ນ​ເຂົ້າ.+ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ຕໍ່​ຢາໂຄບ​ເປັນ​ຄື​ກັບ​ໄຟ​ທີ່​ເຜົາ​ໄໝ້​ທຸກ​ຢ່າງ​ທີ່​ຢູ່​ອ້ອມ​ຂ້າງ.+ ד [ດາເລດ]   ຄື​ກັບ​ສັດຕູ ເພິ່ນ​ຫ້າງ​ທະນູ​ແລະ​ຍົກ​ມື​ຂວາ​ຂອງ​ເພິ່ນ​ຂຶ້ນ​ຕໍ່ສູ້​ພວກເຮົາ.+ເພິ່ນ​ຂ້າ​ທຸກ​ຄົນ​ທີ່​ເປັນຕາຮັກ.+ ເພິ່ນ​ເທ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ທີ່​ເປັນ​ຄື​ກັບ​ໄຟ+​ໃສ່​ເຕັ້ນ​ຂອງ​ເມືອງ​ຊີໂອນ.+ ה [ເຮ]   ພະ​ເຢໂຫວາ​ກາຍ​ມາ​ເປັນ​ສັດຕູ.+ເພິ່ນ​ທຳລາຍ​ອິດສະຣາເອນ. ເພິ່ນ​ທຳລາຍ​ປ້ອມ​ສູງ​ທັງໝົດ.ເພິ່ນ​ທຳລາຍ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ. ເພິ່ນ​ເຮັດ​ໃຫ້​ລູກສາວ​ຂອງ​ຢູດາ​ຮ້ອງໄຫ້​ແລະ​ໂສກເສົ້າ​ເສຍໃຈ​ຫຼາຍ. ו [ວາວ]   ເພິ່ນ​ມ້າງ​ຕູບ​ຂອງ​ເພິ່ນ+​ຄື​ກັບ​ມ້າງ​ຕູບ​ຢູ່​ສວນ. ເພິ່ນ​ທຳລາຍ​ບ່ອນ​ທີ່​ໃຊ້​ສະຫຼອງ​ເທດສະການ​ຂອງ​ເພິ່ນ.+ ພະ​ເຢໂຫວາ​ເຮັດ​ໃຫ້​ຄົນ​ໃນ​ຊີໂອນ​ລືມ​ເທດສະການ​ແລະ​ວັນ​ຊະບາໂຕແລະ​ເພິ່ນ​ບໍ່​ຍອມຮັບ​ກະສັດ​ແລະ​ປະໂລຫິດ​ຍ້ອນ​ເພິ່ນ​ໃຈຮ້າຍ​ແຮງ.+ ז [ຊາຢິນ]   ພະ​ເຢໂຫວາ​ບໍ່​ຍອມຮັບ​ແທ່ນບູຊາ​ຂອງ​ເພິ່ນ.ເພິ່ນ​ບໍ່​ສົນໃຈ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ.+ ເພິ່ນ​ມອບ​ກຳແພງ​ກັບ​ປ້ອມ​ສູງ​ຕ່າງ​ໆ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ.+ ເຂົາເຈົ້າ​ຮ້ອງ​ສຽງ​ດັງ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+​ຄື​ກັບ​ມື້​ທີ່​ມີ​ການ​ສະຫຼອງ​ເທດສະການ. ח [ເຮດ]   ພະ​ເຢໂຫວາ​ຕັ້ງໃຈ​ທີ່​ຈະ​ທຳລາຍ​ກຳແພງ​ເມືອງ​ຊີໂອນ.+ ເພິ່ນ​ເນັ່ງ​ສາຍ​ແທກ​ອອກ​ໄປ​ແລ້ວ.+ ເພິ່ນ​ກຽມ​ພ້ອມ​ຢ່າງ​ເຕັມທີ​ທີ່​ຈະ​ທຳລາຍ. ເພິ່ນ​ເຮັດ​ໃຫ້​ກຳແພງ​ຮ້ອງໄຫ້ ແລະ​ກຳແພງ​ເມືອງ​ກໍ​ກາຍ​ເປັນ​ຊາກຫັກພັງ​ໝົດ​ແລ້ວ. ט [ເທດ]   ປະຕູ​ຕ່າງ​ໆ​ຂອງ​ເມືອງ​ພັງ​ລົງ​ແລະ​ກອງ​ຢູ່​ດິນ.+ ເພິ່ນ​ໄດ້​ທຳລາຍ​ປະຕູ​ແລະ​ກອນ​ປະຕູ​ເຫຼົ່ານັ້ນ. ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ເມືອງ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ຊາດ​ຕ່າງ​ໆ​.+ ບໍ່​ມີ​ໃຜ​ເຮັດ​ຕາມ​ກົດໝາຍ*​ອີກ​ແລ້ວ ແມ່ນ​ແຕ່​ພວກ​ຜູ້ພະຍາກອນ​ກໍ​ບໍ່​ໄດ້​ຮັບ​ນິມິດ​ຈາກ​ພະ​ເຢໂຫວາ.+ י [ໂຢດ] 10  ພວກ​ຜູ້ນຳ​ຂອງ​ເມືອງ​ຊີໂອນ​ນັ່ງ​ຢູ່​ພື້ນ​ແລະ​ມິດ​ຢູ່.+ ເຂົາເຈົ້າ​ນຸ່ງ​ຜ້າເນື້ອຫຍາບ​ແລະ​ເອົາ​ຂີ້​ດິນ​ໂຮຍ​ໃສ່​ຫົວ.+ ພວກ​ຜູ້​ສາວ​ທີ່​ບໍລິສຸດ*​ຂອງ​ເຢຣູຊາເລັມ​ພາກັນ​ໝູບ​ໜ້າ​ລົງ​ພື້ນ. כ [ຄາບ] 11  ຂ້ອຍ​ຮ້ອງໄຫ້​ຈົນ​ເມື່ອຍ​ຕາ.+ ຂ້ອຍ​ຮູ້ສຶກ​ກະວົນ​ກະວາຍ. ຫົວໃຈ​ຂອງ​ຂ້ອຍ​ແຕກສະຫຼາຍ​ແທ້​ໆ​* ຍ້ອນ​ຄວາມ​ຈິບຫາຍ​ຂອງ​ລູກສາວ​ຂອງ​ຂ້ອຍ ປະຊາຊົນ​ຂອງ​ຂ້ອຍ*+ຍ້ອນ​ເດັກນ້ອຍ​ແລະ​ແອນ້ອຍ​ເປັນ​ລົມ​ຢູ່​ຕາມ​ເດີ່ນ​ຕ່າງ​ໆ​ຂອງ​ເມືອງ.+ ל [ລາ​ເມດ] 12  ເຂົາເຈົ້າ​ເວົ້າ​ກັບ​ແມ່​ຂອງ​ເຂົາເຈົ້າ​ຕະຫຼອດ​ວ່າ: “ແມ່ ລູກ​ຫິວ​ເຂົ້າ​ຫິວ​ນ້ຳ”*+ ຕອນ​ທີ່​ເຂົາເຈົ້າ​ເປັນ​ລົມ​ຢູ່​ຕາມ​ເດີ່ນ​ຕ່າງ​ໆ​ຂອງ​ເມືອງ​ຄື​ກັບ​ຄົນ​ທີ່​ບາດເຈັບແລະ​ເຂົາເຈົ້າ​ກໍ​ຕາຍ​ຢູ່​ອ້ອມ​ກອດ​ຂອງ​ແມ່. מ [ເມັມ] 13  ເມືອງ​ເຢຣູຊາເລັມ​ເອີ້ຍ ຂ້ອຍ​ຈະ​ຍົກ​ຕົວຢ່າງ​ຫຍັງ​ໃຫ້​ເຈົ້າ​ຟັງ​ດີ?ຂ້ອຍ​ຈະ​ສົມທຽບ​ເຈົ້າ​ກັບ​ຫຍັງ​ດີ? ເມືອງ​ຊີໂອນ​ເອີ້ຍ ຂ້ອຍ​ຈະ​ເອົາ​ເຈົ້າ​ໄປ​ປຽບ​ກັບ​ຫຍັງ​ດີ? ຂ້ອຍ​ຈະ​ປອບໃຈ​ເຈົ້າ​ແນວໃດ​ດີ? ບາດ​ຂອງ​ເຈົ້າ​ໃຫຍ່​ສ່ຳ​ກັບ​ທະເລ+ ຜູ້​ໃດ​ຈະ​ປິ່ນປົວ​ເຈົ້າ​ໄດ້?+ נ [ນູນ] 14  ນິມິດ​ທີ່​ພວກ​ຜູ້ພະຍາກອນ​ບອກ​ເຈົ້າ​ເປັນ​ເລື່ອງ​ຕົວະ​ແລະ​ບໍ່​ມີ​ປະໂຫຍດ.+ເຂົາເຈົ້າ​ບໍ່​ໄດ້​ເປີດໂປງ​ຄວາມ​ຜິດ​ຂອງ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ການ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ+ແຕ່​ເຂົາເຈົ້າ​ພັດ​ເວົ້າ​ນິມິດ​ຕົວະ​ແລະ​ປະກາດ​ເລື່ອງ​ທີ່​ບໍ່​ຖືກຕ້ອງ​ໃຫ້​ເຈົ້າ​ຟັງ​ຕະຫຼອດ.+ ס [ຊາເມກ] 15  ທຸກ​ຄົນ​ທີ່​ຍ່າງ​ຜ່ານ​ຫົນ​ທາງ​ກໍ​ຕົບ​ມື​ແລະ​ເຍາະເຍີ້ຍ.+ ເຂົາເຈົ້າ​ຜິວ​ປາກ​ດ້ວຍ​ຄວາມ​ງຶດ+​ແລະ​ແກວ່ງ​ຫົວ​ໃສ່​ເມືອງ​ເຢຣູຊາເລັມ ແລ້ວ​ເວົ້າ​ວ່າ: “ນີ້​ບໍ​ເມືອງ​ທີ່​ເຂົາເຈົ້າ​ເວົ້າ​ວ່າ ‘ງາມແທ້​ງາມວ່າ​ແລະ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ມີ​ຄວາມສຸກ’?”+ פ [ເພ] 16  ພວກ​ສັດຕູ​ທຸກຄົນ​ໄດ້​ອ້າປາກ​ໃສ່​ເຈົ້າ. ເຂົາເຈົ້າ​ຜິວ​ປາກ ກັດ​ແຂ້ວ ແລະ​ເວົ້າ​ວ່າ: “ພວກເຮົາ​ກືນ​ເມືອງ​ນີ້​ໄດ້​ແລ້ວ.+ ພວກເຮົາ​ລໍ​ຖ້າ​ມື້​ນີ້​ມາ​ດົນ​ແລ້ວ.+ ມັນ​ມາ​ຮອດ​ແລ້ວ ແລະ​ພວກເຮົາ​ໄດ້​ເຫັນ​ແລ້ວ!”+ ע [ອາຢິນ] 17  ພະ​ເຢໂຫວາ​ໄດ້​ເຮັດ​ຕາມ​ທີ່​ເພິ່ນ​ຕັ້ງໃຈ​ໄວ້.+ ເພິ່ນ​ໄດ້​ເຮັດ​ຕາມ​ທີ່​ເພິ່ນ​ເວົ້າ+ຕາມ​ທີ່​ເພິ່ນ​ໄດ້​ສັ່ງ​ໄວ້​ດົນນານ​ມາ​ແລ້ວ.+ ເພິ່ນ​ທຳລາຍ​ເຈົ້າ​ແບບ​ບໍ່​ອີ່ຕົນ​ເລີຍ.+ ເພິ່ນ​ເຮັດ​ໃຫ້​ພວກ​ສັດຕູ​ມີ​ກຳລັງ​ຫຼາຍ​ຂຶ້ນ*​ແລະ​ເອົາ​ຊະນະ​ເຈົ້າ​ໄດ້. צ [ຊາເດ] 18  ກຳແພງ​ເມືອງ​ຊີໂອນ​ເອີ້ຍ ຫົວໃຈ​ຂອງ​ເຈົ້າ​ຮ້ອງຫາ​ພະ​ເຢໂຫວາ. ໃຫ້​ນ້ຳຕາ​ຂອງ​ເຈົ້າ​ໄຫຼ​ທັງເວັນ​ທັງຄືນ​ຄື​ກັບ​ແມ່ນ້ຳ. ໃຫ້​ເຈົ້າ​ຮ້ອງໄຫ້​ບໍ່​ເຊົາ. ຢ່າ​ໃຫ້​ຕາ​ຂອງ​ເຈົ້າ​ໄດ້​ພັກ. ק [ໂຄບ] 19  ລຸກ​ຂຶ້ນ​ແມ້! ໃຫ້​ເຈົ້າ​ຮ້ອງໄຫ້​ໝົດ​ຄືນ. ໃຫ້​ເຈົ້າ​ຮ້ອງໄຫ້​ແລະ​ບອກ​ທຸກ​ຢ່າງ​ທີ່​ຢູ່​ໃນ​ໃຈ​ເຈົ້າ​ໃຫ້​ພະ​ເຢໂຫວາ​ຟັງ. ໃຫ້​ຍົກ​ມື​ຂຶ້ນ​ແລະ​ອະທິດຖານ​ຫາ​ເພິ່ນ​ເພື່ອ​ຊີວິດ​ພວກ​ລູກ​ຂອງ​ເຈົ້າທີ່​ກຳລັງ​ເປັນ​ລົມ​ຢູ່​ທຸກຈອກ​ທຸກແຈ​ຍ້ອນ​ຄວາມ​ອຶດຢາກ.+ ר [ເຣດ] 20  ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເບິ່ງ​ຄົນ​ທີ່​ພະອົງ​ລົງໂທດ​ຢ່າງໜັກ. ພວກ​ຜູ້ຍິງ​ຄວນ​ຈະ​ກິນ​ລູກ​ທີ່​ແຂງແຮງ​ຂອງ​ໂຕເອງ ລູກ​ທີ່​ເຂົາເຈົ້າ​ລ້ຽງ​ມາ​ບໍ?+ພວກ​ປະໂລຫິດ​ກັບ​ພວກ​ຜູ້ພະຍາກອນ​ຄວນ​ຈະ​ຖືກ​ຂ້າ​ຢູ່​ບ່ອນ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ບໍ?+ ש [ຊິນ] 21  ເດັກນ້ອຍ​ແລະ​ຜູ້ເຖົ້າ​ນອນ​ຕາຍ​ຢູ່​ຕາມ​ຫົນທາງ.+ ພວກ​ຜູ້​ສາວ​ທີ່​ບໍລິສຸດ​ແລະ​ພວກ​ຊາຍ​ໜຸ່ມ​ກໍ​ຖືກ​ຂ້າ​ດ້ວຍ​ດາບ.+ ພະອົງ​ຂ້າ​ເຂົາ​ເຈົ້າ​ໃນ​ມື້​ທີ່​ພະອົງ​ໃຈຮ້າຍ​ແຮງ. ພະອົງ​ຂ້າ​ແບບ​ບໍ່​ອີ່ຕົນ​ເລີຍ.+ ת [ເທົາ] 22  ພະອົງ​ເອີ້ນ​ຄວາມ​ຢ້ານ​ມາ​ຈາກ​ທຸກ​ທິດ​ທຸກ​ທາງ​ຄື​ກັບ​ເອີ້ນ​ຄົນ​ມາ​ສະຫຼອງ​ເທດສະການ.+ ໃນ​ມື້​ທີ່​ພະ​ເຢໂຫວາ​ໃຈ​ຮ້າຍ ຈະບໍ່​ມີ​ຜູ້​ໃດ​ລອດ​ຊີວິດ​ຫຼື​ໜີ​ໄປ​ໄດ້.+ທຸກຄົນ​ທີ່​ຂ້ອຍ​ໄດ້​ເກີດ​ແລະ​ລ້ຽງ​ມາ​ກໍ​ຖືກ​ພວກ​ສັດຕູ​ຂ້າ​ຖິ້ມ.+

ຂໍຄວາມໄຂເງື່ອນ

ເພງ​ນີ້​ແຕ່ງ​ແບບ​ລຽງ​ລຳດັບ​ຕາມ​ໂຕ​ອັກສອນ​ໃນ​ພາສາ​ເຮັບເຣີ. ເບິ່ງ​ຄຳ​ວ່າ “ລຽງ​ລຳດັບ​ຕາມ​ໂຕ​ອັກສອນ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ຕັດ​ເຂົາ​ທຸກ​ເຂົາ”
ຫຼື “ຄຳສອນ”
ແປ​ຕາມ​ໂຕ​ວ່າ “ຜູ້​ຍິງ​ທີ່​ບໍ່​ເຄີຍ​ແຕ່ງດອງ​ແລະ​ບໍ່​ເຄີຍ​ມີ​ເພດ​ສຳພັນ”
ນີ້​ແມ່ນ​ການ​ສົມ​ທຽບ​ໃນ​ບົດ​ກອນ​ເຊິ່ງ​ອາດ​ໝາຍເຖິງ​ການ​ສະແດງ​ຄວາມ​ອີ່ຕົນ​ຫຼື​ເຫັນ​ອົກ​ເຫັນ​ໃຈ
ແປ​ຕາມ​ໂຕ​ວ່າ “ຕັບ​ຂອງ​ຂ້ອຍ​ຖືກ​ເທ​ອອກ​ມາ​ຢູ່​ເທິງ​ດິນ”
ແປ​ຕາມ​ໂຕ​ວ່າ “ເຂົ້າ​ແລະ​ເຫຼົ້າແວງ​ຢູ່​ໃສ”
ແປ​ຕາມ​ໂຕ​ວ່າ “ຍົກ​ເຂົາ”