ເພງໂສກເສົ້າ 4:1-22

  • ຜົນ​ກະທົບ​ຮ້າຍ​ແຮງ​ເມື່ອ​ເມືອງ​ເຢຣູຊາເລັມ​ຖືກ​ລ້ອມ

    • ບໍ່​ມີ​ອາຫານ​ກິນ (4, 5, 9)

    • ຜູ້​ຍິງ​ຕົ້ມ​ລູກ​ຂອງ​ໂຕເອງ​ກິນ (10)

    • ພະ​ເຢໂຫວາ​ເທ​ຄວາມ​ໃຈ​ຮ້າຍ​ຂອງ​ເພິ່ນ​ອອກ​ມາ (11)

א [ອາເລບ]* 4  ຄຳ​ຢ່າງດີ​ທີ່​ເຫຼື້ອມ​ໆ​ກາຍ​ເປັນ​ຄຳ​ສີເສົ້າ​ແລ້ວ.+ ຫີນ​ຂອງ​ບ່ອນ​ບໍລິສຸດ+​ກໍ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທຸກຈອກ​ທຸກແຈ.+ ב [ເບດ]   ພວກ​ຄົນ​ໃນ​ເມືອງ​ຊີໂອນ​ທີ່​ມີຄ່າ​ສ່ຳ​ກັບ​ຄຳ​ຢ່າງດີຕອນນີ້​ພັດ​ຖືກ​ເບິ່ງ​ວ່າ​ເປັນ​ຄື​ກັບ​ໝໍ້ດິນທີ່​ເປັນ​ຜົນງານ​ຂອງ​ຊ່າງ​ປັ້ນໝໍ້. ג [ກີເມວ]   ແມ່ນແຕ່​ໝາໄນ​ກໍ​ຍັງ​ເອົາ​ນົມ​ໃຫ້​ລູກ​ມັນ​ກິນແຕ່​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ​ນິຕີ້​ພັດ​ໂຫດ​ຮ້າຍ+​ຄື​ກັບ​ນົກ​ກະຈອກເທດ​ຢູ່​ໃນ​ບ່ອນ​ກັນດານ.+ ד [ດາເລດ]   ລີ້ນ​ຂອງ​ແອນ້ອຍ​ທີ່​ຍັງ​ບໍ່​ທັນ​ໄດ້​ເຊົາ​ນົມ​ຕິດ​ກັບ​ເພດານ​ປາກ​ຍ້ອນ​ວ່າ​ຫິວ​ນ້ຳ. ເດັກນ້ອຍ​ຮ້ອງ​ຂໍ​ອາຫານ+ ແຕ່​ກໍ​ບໍ່​ມີ​ຜູ້​ໃດ​ເອົາ​ໃຫ້.+ ה [ເຮ]   ຄົນ​ທີ່​ເຄີຍ​ກິນ​ອາຫານ​ດີ​ໆ​ນອນ​ຫິວ​ຢູ່​ຕາມ​ຫົນທາງ.+ ຄົນ​ທີ່​ເຄີຍ​ນຸ່ງ​ເຄື່ອງ​ແພງ​ໆ​*​ຕັ້ງແຕ່​ຍັງ​ນ້ອຍ+​ກໍ​ນອນ​ຢູ່​ກອງ​ຂີ້ເທົ່າ. ו [ວາວ]   ໂທດ*​ຂອງ​ຄົນ​ຊາດ​ດຽວ​ກັບ​ຂ້ອຍ​ໜັກ​ກວ່າ​ໂທດ*​ຂອງ​ເມືອງ​ໂຊໂດມ+ເຊິ່ງ​ຖືກ​ທຳລາຍ​ບາດ​ດຽວ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ໄດ້.+ ז [ຊາຢິນ]   ພວກ​ນາຊີຣີ​ຂອງ​ຊີໂອນ+​ເຄີຍ​ບໍລິສຸດ​ກວ່າ​ຫິມະ​ແລະ​ຂາວ​ກວ່າ​ນ້ຳນົມ. ເຂົາເຈົ້າ​ແດງ​ກວ່າ​ປະກາລັງ*​ແລະ​ເປັນ​ຄື​ກັບ​ແກ້ວໄພລິນ​ທີ່​ເຫຼື້ອມ​ໆ​. ח [ເຮດ]   ແຕ່​ຕອນນີ້​ເຂົາເຈົ້າ​ພັດ​ດຳ​ກວ່າ​ຂີ້ໝິ້ນໝໍ້.ຄົນ​ທີ່​ເຫັນ​ເຂົາເຈົ້າ​ຕາມ​ຫົນ​ທາງ​ກໍ​ຈື່​ບໍ່​ໄດ້. ເຂົາເຈົ້າ​ຈ່ອຍ​ຈົນ​ເຫຼືອ​ແຕ່​ໜັງ​ຫຸ້ມ​ກະດູກ.+ ຜິວ​ໜັງ​ຂອງ​ເຂົາເຈົ້າ​ເປັນ​ຄື​ກັບ​ໄມ້​ແຫ້ງ​ໆ​. ט [ເທດ]   ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ​ກໍ​ດີ​ກວ່າ​ຄົນ​ທີ່​ຕາຍ​ດ້ວຍ​ຄວາມ​ອຶດຢາກ+ແລະ​ກໍ​ດີ​ກວ່າ​ຄົນ​ທີ່​ຄ່ອຍ​ໆ​ໝົດ​ເຫື່ອ​ໝົດ​ແຮງ​ຍ້ອນ​ບໍ່​ມີ​ອາຫານ​ກິນ. י [ໂຢດ] 10  ຜູ້ຍິງ​ທີ່​ໃຈດີ*​ພາກັນ​ຕົ້ມ​ລູກ​ຂອງ​ໂຕເອງ​ກິນ.+ ລູກ​ຂອງ​ເຂົາເຈົ້າ​ກາຍ​ເປັນ​ອາຫານ*​ໃນ​ໄລຍະ​ທີ່​ຄົນ​ຊາດດຽວກັນ​ກັບ​ຂ້ອຍ​ເຈິ​ຄວາມ​ຈິບຫາຍ.+ כ [ຄາບ] 11  ພະ​ເຢໂຫວາ​ສະແດງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ.ເພິ່ນ​ເທ​ຄວາມ​ໃຈຮ້າຍ​ແຮງ​ຂອງ​ເພິ່ນ​ອອກ​ມາ+ ແລະ​ເພິ່ນ​ເປັນ​ຜູ້​ຈູດ​ໄຟ​ເຜົາ​ຖານຮາກ​ຂອງ​ຊີໂອນ.+ ל [ລາ​ເມດ] 12  ພວກ​ກະສັດ​ໃນ​ໂລກ​ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ອຸດົມ​ສົມບູນ​ບໍ່​ເຊື່ອ​ວ່າພວກ​ສັດຕູ​ຈະ​ບຸກ​ເຂົ້າ​ໄປ​ປະຕູ​ເມືອງ​ເຢຣູຊາເລັມ.+ מ [ເມັມ] 13  ມັນ​ເປັນ​ຍ້ອນ​ພວກ​ປະໂລຫິດ​ໄດ້​ເຮັດ​ຜິດ​ແລະ​ພວກ​ຜູ້ພະຍາກອນ​ໄດ້​ເຮັດ​ບາບ.+ເຂົາເຈົ້າ​ໄດ້​ເທ​ເລືອດ​ຂອງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຢູ່​ກາງ​ເມືອງ.+ נ [ນູນ] 14  ເຂົາເຈົ້າ​ຍ່າງ​ໄປ​ຕາມ​ຫົນທາງ​ຄື​ກັບ​ຄົນ​ຕາບອດ.+ ເຂົາເຈົ້າ​ເປື້ອນ​ເລືອດ+ຈົນ​ບໍ່​ມີ​ໃຜ​ຈັບ​ເຄື່ອງນຸ່ງ​ຂອງ​ເຂົາເຈົ້າ​ໄດ້. ס [ຊາເມກ] 15  ເຂົາເຈົ້າ​ຮ້ອງ​ບອກ​ຄົນອື່ນ​ວ່າ: “ຢ່າມາໃກ້ ພວກເຮົາ​ບໍ່​ສະອາດ! ຢ່າມາໃກ້ຢ່າມາໃກ້! ຢ່າມາຈັບ​ຢ່າມາບາຍ​ພວກເຮົາ!” ຍ້ອນ​ເຂົາເຈົ້າ​ກາຍ​ເປັນ​ຄົນ​ທີ່​ບໍ່​ມີ​ບ່ອນ​ຢູ່​ແລະ​ຍ່າງ​ເລາະ​ໄປ​ເລື້ອຍ​ໆ​. ຄົນ​ຈາກ​ຊາດ​ຕ່າງ​ໆ​ກໍ​ພາກັນ​ເວົ້າ​ວ່າ: “ເຂົາເຈົ້າ​ຢູ່​ນີ້​ກັບ​ພວກເຮົາ*​ບໍ່​ໄດ້​ເດີ້.+ פ [ເພ] 16  ພະ​ເຢໂຫວາ​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ໄປ.+ເພິ່ນ​ບໍ່​ພໍໃຈ​ເຂົາເຈົ້າ​ອີກ​ຕໍ່ໄປ. ຄົນອື່ນ​ໆ​ກໍ​ຈະ​ບໍ່​ນັບຖື​ພວກ​ປະໂລຫິດ+​ແລະ​ບໍ່​ສົນໃຈ​ພວກ​ຜູ້ນຳ​ອີກ.”+ ע [ອາຢິນ] 17  ພວກເຮົາ​ຊອກຫາ​ຄົນ​ທີ່​ຈະ​ຊ່ວຍ​ພວກເຮົາ​ຈົນ​ເມື່ອຍ​ຕາ​ແຕ່​ກໍ​ບໍ່​ໄດ້​ຫຍັງ.+ ພວກເຮົາ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຊາດ​ທີ່​ຊ່ວຍ​ພວກເຮົາ​ບໍ່​ໄດ້.+ צ [ຊາເດ] 18  ສັດຕູ​ຂອງ​ພວກເຮົາ​ໄລ່ລ່າ​ພວກເຮົາ+​ຈົນ​ພວກເຮົາ​ຍ່າງ​ຕາມ​ຫົນທາງ​ບໍ່​ໄດ້. ຈຸດຈົບ​ຂອງ​ພວກເຮົາ​ມາ​ໃກ້​ແລ້ວ. ຈຸດຈົບ​ຂອງ​ຊີວິດ​ພວກເຮົາ​ມາ​ຮອດ​ແລ້ວ. ק [ໂຄບ] 19  ຜູ້​ທີ່​ໄລ່ລ່າ​ພວກເຮົາ​ໄວ​ກວ່າ​ນົກ​ອິນຊີ​ທີ່​ບິນ​ຢູ່​ເທິງ​ຟ້າ.+ ເຂົາເຈົ້າ​ໄລ່​ນຳ​ພວກເຮົາ​ຢູ່​ເທິງ​ພູ​ຕ່າງ​ໆ​ແລະ​ດັກຊຸ້ມ​ໂຈມຕີ​ພວກເຮົາ​ຢູ່​ໃນ​ບ່ອນ​ກັນດານ. ר [ເຣດ] 20  ຜູ້​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ+​ເຊິ່ງ​ເປັນ​ຄື​ກັບ​ລົມ​ຫາຍໃຈ​ຂອງ​ພວກເຮົາ​ຖືກ​ຈັບ​ຂັງ​ໄວ້​ໃນ​ຂຸມ​ໃຫຍ່​ຂອງ​ເຂົາເຈົ້າ.+ພວກເຮົາ​ເຄີຍ​ເວົ້າ​ກ່ຽວກັບ​ຜູ້​ນີ້​ວ່າ: “ຍ້ອນ​ລາວ​ປົກປ້ອງ​ພວກເຮົາ ພວກເຮົາ​ກໍ​ຈະ​ຢູ່​ລອດ​ເມື່ອ​ຢູ່​ນຳ​ຊາດ​ຕ່າງ​ໆ​.” ש [ຊິນ] 21  ລູກສາວ​ຂອງ​ເອໂດມ​ເອີ້ຍ+ ໃຫ້​ເຈົ້າ​ດີໃຈ​ແລະ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມສຸກ​ໃນ​ແຜ່ນດິນ​ອູເຊ. ແຕ່​ເຈົ້າ​ກໍ​ຈະ​ໄດ້​ຮັບ​ຈອກ​ຂອງ​ຄວາມ​ຈິບຫາຍ​ຄືກັນ.+ ເຈົ້າ​ຈະ​ເມົາ​ແລະ​ປະໂປ້.+ ת [ເທົາ] 22  ລູກສາວ​ຂອງ​ຊີໂອນ​ເອີ້ຍ ການ​ລົງໂທດ​ສຳລັບ​ຄວາມ​ຜິດ​ຂອງ​ເຈົ້າ​ຈົບລົງ​ແລ້ວ. ເພິ່ນ​ຈະ​ບໍ່​ເຮັດ​ໃຫ້​ເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ອີກ.+ ແຕ່​ລູກສາວ​ຂອງ​ເອໂດມ​ເອີ້ຍ ເພິ່ນ​ຈະ​ລົງໂທດ​ເຈົ້າ​ສຳລັບ​ຄວາມ​ຜິດ​ຂອງ​ເຈົ້າ. ເພິ່ນ​ຈະ​ເປີດໂປງ​ຄວາມ​ບາບ​ຂອງ​ເຈົ້າ.+

ຂໍຄວາມໄຂເງື່ອນ

ເພງ​ນີ້​ແຕ່ງ​ແບບ​ລຽງ​ລຳດັບ​ຕາມ​ໂຕ​ອັກສອນ​ໃນ​ພາສາ​ເຮັບເຣີ. ເບິ່ງ​ຄຳ​ວ່າ “ລຽງ​ລຳດັບ​ຕາມ​ໂຕ​ອັກສອນ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ສີ​ແດງ​ສົດ”
ແປ​ຕາມ​ໂຕ​ວ່າ “ບາບ”
ແປ​ຕາມ​ໂຕ​ວ່າ “ຄວາມ​ຜິດ”
ຫຼື “ມີ​ຄວາມ​ອີ່ຕົນ”
ຫຼື “ອາຫານ​ສຳລັບ​ການ​ໄວ້ອາໄລ”
ຫຼື “ຢູ່​ນີ້​ຄື​ກັບ​ຄົນ​ຕ່າງ​ຊາດ