ເພງໂສກເສົ້າ 5:1-22

  • ປະຊາຊົນ​ອະທິດຖານ​ຂໍ​ເພື່ອ​ໃຫ້​ພະເຈົ້າ​ຍອມຮັບ​ເຂົາ​ເຈົ້າ​ອີກ​ເທື່ອ​ໜຶ່ງ

    • “ຂໍ​ພະອົງ​ຈື່​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ພວກ​ເຮົາ” (1)

    • “ພວກ​ເຮົາ​ຕ້ອງ​ຈິບຫາຍ​ຍ້ອນ​ພວກ​ເຮົາ​ເຮັດ​ຜິດ” (16)

    • “ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ພາ​ພວກ​ເຮົາ​ກັບມາ” (21)

    • “ຂໍ​ໃຫ້​ທຸກ​ສິ່ງ​ດີ​ຄື​ກັບ​ສະໄໝ​ແຕ່​ກີ້” (21)

5  ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຈື່​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ ແລະ​ຂໍ​ເບິ່ງ​ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຮົາ.+   ມໍລະດົກ​ຂອງ​ພວກເຮົາ​ຖືກ​ຍົກ​ໃຫ້​ຄົນ​ແປກໜ້າ​ແລະ​ເຮືອນ​ຂອງ​ພວກເຮົາ​ຖືກ​ຍົກ​ໃຫ້​ຄົນ​ຕ່າງຊາດ.+   ພວກເຮົາ​ກາຍ​ເປັນ​ລູກ​ກຳພ້າ​ພໍ່​ແລະ​ແມ່​ຂອງ​ພວກເຮົາ​ກໍ​ເປັນ​ຄື​ກັບ​ແມ່ໝ້າຍ.+   ພວກເຮົາ​ຕ້ອງ​ໄດ້​ຊື້​ນ້ຳ​ກິນ+​ແລະ​ຟືນ​ກໍ​ຕ້ອງ​ໄດ້​ຊື້​ຄື​ກັນ.   ຄົນ​ທີ່​ໄລ່ລ່າ​ພວກເຮົາ​ມາ​ໃກ້​ຫຼາຍ​ແລ້ວ​ແລະ​ຈະ​ຈັບ​ພວກເຮົາ​ໄດ້​ແລ້ວ.ພວກເຮົາ​ບໍ່ມີ​ເຫື່ອ​ບໍ່ມີ​ແຮງ ແຕ່​ກໍ​ບໍ່​ໄດ້​ພັກ​ເລີຍ.+   ພວກເຮົາ​ໄປ​ເພິ່ງ​ເອຢິບ+​ແລະ​ອັດຊີເຣຍ+​ເພື່ອ​ຈະ​ມີ​ອາຫານ​ພໍກິນ.   ປູ່ຍ່າຕານາຍ​ຂອງ​ພວກເຮົາ​ທີ່​ເຄີຍ​ເຮັດ​ຜິດ​ບໍ່​ຢູ່​ແລ້ວ ແຕ່​ພວກເຮົາ​ກຳລັງ​ຮັບ​ໂທດ​ແທນ​ເຂົາເຈົ້າ.   ພວກ​ຄົນ​ຮັບໃຊ້​ກໍ​ປົກຄອງ​ພວກເຮົາ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ພວກເຮົາ​ໃຫ້​ລອດ​ຈາກ​ເຂົາເຈົ້າ​ໄດ້​ເລີຍ.   ພວກເຮົາ​ຕ້ອງ​ສ່ຽງ​ຊີວິດ​ໄປ​ຊອກຫາ​ອາຫານ+ ຍ້ອນ​ມີ​ພວກ​ຄົນ​ຖື​ອາວຸດ​ຢູ່​ໃນ​ບ່ອນ​ກັນດານ. 10  ຜິວໜັງ​ຂອງ​ພວກເຮົາ​ຮ້ອນ​ຄື​ກັບ​ເຕົາ​ໄຟ ຍ້ອນ​ຄວາມ​ຫິວໂຫຍ.+ 11  ເຂົາເຈົ້າ​ຂົ່ມຂືນ​ເມຍ​ຂອງ​ພວກເຮົາ​ຢູ່​ຊີໂອນ​ແລະ​ຂົ່ມຂືນ​ພວກ​ຜູ້​ສາວ​ທີ່​ບໍລິສຸດ​ຢູ່​ເມືອງ​ຕ່າງ​ໆ​ຂອງ​ຢູດາ.+ 12  ພວກ​ເຈົ້າ​ນາຍ​ຖືກ​ເອົາ​ເຊືອກ​ມັດ​ມື​ເບື້ອງ​ໜຶ່ງ​ແລະ​ແຂວນ​ໄວ້+ ແລະ​ພວກ​ຜູ້ນຳ​ກໍ​ຖືກ​ດູຖູກ.+ 13  ພວກ​ຄົນໜຸ່ມ​ຕ້ອງ​ແບກ​ຫີນໂມ້​ແລະ​ພວກ​ເດັກນ້ອຍ​ຜູ້ຊາຍ​ກໍ​ສະດຸດ​ລົ້ມ​ຍ້ອນ​ແບກ​ຟືນ​ໜັກ. 14  ພວກ​ຜູ້ນຳ​ບໍ່​ໄດ້​ຢູ່​ປະຕູ​ເມືອງ​ແລ້ວ+​ແລະ​ພວກ​ຄົນໜຸ່ມ​ກໍ​ບໍ່​ໄດ້​ຫຼິ້ນ​ດົນຕີ​ແລ້ວ.+ 15  ພວກເຮົາ​ບໍ່​ມີ​ຄວາມສຸກ​ແລ້ວ. ແທນ​ທີ່​ພວກເຮົາ​ຈະ​ໄດ້​ເຕັ້ນລຳ ພວກເຮົາ​ພັດ​ຕ້ອງ​ໄວ້ທຸກ.+ 16  ມົງກຸດ​ຕົກ​ຈາກ​ຫົວ​ຂອງ​ພວກເຮົາ​ແລ້ວ. ພວກເຮົາ​ຕ້ອງ​ຈິບຫາຍ​ຍ້ອນ​ພວກເຮົາ​ເຮັດ​ຜິດ. 17  ຍ້ອນ​ສິ່ງ​ທັງໝົດ​ນີ້ ພວກເຮົາ​ຈຶ່ງ​ເຈັບ​ປວດ​ໃຈ​ຫຼາຍ+ແລະ​ຕາ​ຂອງ​ພວກເຮົາ​ກໍ​ມົວ.+ 18  ພູ​ຊີໂອນ​ຖືກ​ຖິ້ມ​ໃຫ້​ຮ້າງ​ເປົ່າ+ ພວກ​ໝາໄນ​ຈຶ່ງ​ໄປ​ຢູ່​ຫັ້ນ. 19  ພະ​ເຢໂຫວາ​ເອີ້ຍ ພະອົງ​ນັ່ງ​ເທິງ​ບັນລັງ​ຕະຫຼອດໄປ. ພະອົງ​ມີ​ສິດ​ປົກຄອງ​ເປັນ​ກະສັດ​ຕະຫຼອດໄປ.+ 20  ເປັນຫຍັງ​ພະອົງ​ລືມ​ພວກເຮົາ​ແລະ​ປະຖິ້ມ​ພວກເຮົາ​ດົນ​ປານ​ນີ້?+ 21  ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ພາ​ພວກເຮົາ​ກັບມາ​ຫາ​ພະອົງ​ແລະ​ພວກເຮົາ​ກໍ​ຈະ​ກັບມາ​ຫາ​ພະອົງ​ດ້ວຍ​ຄວາມ​ເຕັມໃຈ.+ ຂໍ​ໃຫ້​ທຸກ​ສິ່ງ​ດີ​ຄື​ກັບ​ສະໄໝ​ແຕ່​ກີ້.+ 22  ແຕ່​ພະອົງ​ຖິ້ມ​ພວກເຮົາ​ໄປ​ແລ້ວ ພະອົງ​ຍັງ​ໃຈຮ້າຍ​ໃຫ້​ພວກເຮົາ​ບໍ່​ເຊົາ.+

ຂໍຄວາມໄຂເງື່ອນ