ເຢເຣມີຢາ 11:1-23

  • ຢູດາ​ບໍ່​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ກັບ​ພະເຈົ້າ (1-17)

    • ມີ​ພະເຈົ້າ​ຫຼາຍ​ສ່ຳ​ກັບ​ເມືອງ (13)

  • ເຢເຣມີຢາ​ເປັນ​ຄື​ກັບ​ແກະ​ນ້ອຍ​ທີ່​ຈະ​ຖືກ​ພາ​ໄປ​ຂ້າ (18-20)

  • ເຢເຣມີຢາ​ຖືກ​ຄົນ​ບ້ານ​ດຽວ​ກັນ​ຕໍ່ຕ້ານ (21-23)

11  ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ວ່າ:  “ໃຫ້​ທຸກ​ຄົນ​ຟັງ​ເນື້ອ​ໃນ​ຂອງ​ຄຳ​ສັນຍາ​ນີ້! ໃຫ້​ເຈົ້າ*​ໄປ​ເວົ້າ​ກັບ​ຄົນ​ຢູດາ​ແລະ​ຄົນ​ຢູ່​ໃນ​ເມືອງ​ເຢຣູຊາເລັມ  ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ຄົນ​ທີ່​ບໍ່​ເຊື່ອຟັງ​ເນື້ອ​ໃນ​ຂອງ​ຄຳ​ສັນຍາ​ນີ້​ຈະ​ຖືກ​ສາບແຊ່ງ.+  ເຮົາ​ເຄີຍ​ສັ່ງ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ເຫຼົ່າ​ນີ້​ໃນ​ມື້​ທີ່​ເຮົາ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ+ ເຊິ່ງ​ເປັນ​ບ່ອນ​ທີ່​ເຮັດ​ໃຫ້​ທຸກ​ລຳບາກ​ຫຼາຍ​ຄື​ກັບ​ຢູ່​ໃນ​ເຕົາ​ຫຼອມ​ເຫຼັກ.+ ເຮົາ​ບອກ​ເຂົາ​ເຈົ້າ​ວ່າ ‘ໃຫ້​ເຊື່ອຟັງ​ເຮົາ​ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສັ່ງ​ພວກ​ເຈົ້າ ແລ້ວ​ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.+  ຖ້າ​ພວກ​ເຈົ້າ​ເຮັດ​ແນວ​ນີ້ ເຮົາ​ຈະ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໄດ້​ສາບານ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ວ່າ​ເຮົາ​ຈະ​ເອົາ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ​ໃຫ້​ເຂົາ​ເຈົ້າ+ ແມ່ນ​ແຕ່​ໃນ​ມື້​ນີ້​ຄຳ​ສັນຍາ​ນັ້ນ​ກໍ​ຍັງ​ໃຊ້​ໄດ້​ຢູ່.’”’” ແລ້ວ​ຂ້ອຍ​ກໍ​ຕອບ​ວ່າ: “ອາແມນ* ພະ​ເຢໂຫວາ.”  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ປະກາດ​ຢູ່​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ແລະ​ຢູ່​ຕາມ​ຫົນ​ທາງ​ໃນ​ເມືອງ​ເຢຣູຊາເລັມ​ວ່າ ‘ໃຫ້​ທຸກ​ຄົນ​ຟັງ​ເນື້ອ​ໃນ​ຂອງ​ຄຳ​ສັນຍາ​ນີ້​ແລະ​ເຮັດ​ຕາມ.  ເຮົາ​ໄດ້​ເຕືອນ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ຢ່າງ​ໜັກແໜ້ນ​ໃນ​ມື້​ທີ່​ເຮົາ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ໂດຍ​ບອກ​ວ່າ “ໃຫ້​ເຊື່ອຟັງ​ເຮົາ”+ ແລະ​ເຮົາ​ກໍ​ເຕືອນ​ແລ້ວ​ເຕືອນ​ອີກ*​ຈົນ​ຮອດ​ທຸກ​ມື້​ນີ້ ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ເຊື່ອຟັງ​ເຮົາ​ແລະ​ບໍ່​ສົນໃຈ​ເລີຍ.  ເຂົາ​ເຈົ້າ​ແຕ່​ລະ​ຄົນ​ເປັນ​ຄົນ​ຫົວ​ແຂງ​ແລະ​ເຮັດ​ຕາມ​ໃຈ​ຊົ່ວ​ໆ​ຂອງ​ໂຕເອງ​ຕະຫຼອດ.+ ເຂົາ​ເຈົ້າ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ດັ່ງ​ນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ທຸກ​ສິ່ງ​ໃນ​ຄຳ​ສັນຍາ​ນີ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ.’”  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ຄົນ​ຢູ​ດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໄດ້​ລວມ​ຫົວ​ກັນ​ກະບົດ​ຕໍ່​ເຮົາ. 10  ເຂົາ​ເຈົ້າ​ເຮັດ​ຜິດ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ທີ່​ບໍ່​ຍອມ​ເຊື່ອຟັງ​ເຮົາ+ ແລະ​ເຂົາ​ເຈົ້າ​ກໍ​ໄດ້​ໄປ​ນະມັດສະການ​ແລະ​ຮັບ​ໃຊ້​ພະເຈົ້າ​ອື່ນ​ຄື​ກັນ.+ ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.+ 11  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ+​ທີ່​ເຂົາ​ເຈົ້າ​ຈະ​ບໍ່​ມີ​ທາງ​ໜີ​ລອດ​ໄດ້. ເມື່ອ​ເຂົາ​ເຈົ້າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ ເຮົາ​ກໍ​ຈະ​ບໍ່​ຟັງ.+ 12  ແລ້ວ​ຄົນ​ຢູ່​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ແລະ​ຄົນ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ຈະ​ໄປ​ຫາ​ພະເຈົ້າ​ຕ່າງ​ໆ​ທີ່​ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ*​ໃຫ້​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ+ ແຕ່​ພະເຈົ້າ​ເຫຼົ່າ​ນັ້ນ​ຈະ​ບໍ່​ມີ​ທາງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ​ຈາກ​ຄວາມ​ຈິບຫາຍ​ໄດ້. 13  ຢູດາ​ເອີ້ຍ ພະເຈົ້າ​ຂອງ​ເຈົ້າ​ມີ​ຫຼາຍ​ສ່ຳ​ກັບ​ເມືອງ​ຂອງ​ເຈົ້າ​ແລ້ວ ແລະ​ແທ່ນ​ບູຊາ​ທີ່​ເປັນ​ຕາ​ອາຍ*​ທີ່​ເຈົ້າ​ຕັ້ງ​ໄວ້ ເຊິ່ງ​ກໍ​ຄື​ແທ່ນ​ທີ່​ໃຊ້​ເພື່ອ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະ​ບາອານ​ກໍ​ມີ​ຫຼາຍ​ສ່ຳ​ກັບ​ຫົນ​ທາງ​ໃນ​ເມືອງ​ເຢຣູຊາເລັມ​ແລ້ວ.’+ 14  ສ່ວນ​ເຈົ້າ*​ກໍ​ຢ່າ​ອະທິດຖານ​ເພື່ອ​ຄົນ​ເຫຼົ່າ​ນີ້. ຢ່າ​ຮ້ອງໄຫ້​ເພື່ອ​ເຂົາ​ເຈົ້າ​ຫຼື​ອະທິດຖານ​ເພື່ອ​ເຂົາ​ເຈົ້າ+ ຍ້ອນ​ຕອນ​ທີ່​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ແລະ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ ເຮົາ​ຈະ​ບໍ່​ຟັງ​ເຂົາ​ເຈົ້າ. 15  ເປັນ​ຫຍັງ​ປະຊາຊົນ​ທີ່​ເຮົາ​ຮັກ​ຍັງ​ຢູ່​ໃນ​ວິຫານ​ຂອງ​ເຮົາທັງ​ໆ​ທີ່​ເຂົາ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ຢ່າງ? ເມື່ອ​ເຈົ້າ​ເຈິ​ຄວາມ​ຈິບຫາຍ ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ຄວາມ​ຈິບຫາຍ​ນັ້ນ​ໄດ້​ບໍ? ເຈົ້າ​ຈະ​ມີ​ຄວາມ​ສຸກ​ໃນ​ຕອນ​ນັ້ນ​ບໍ? 16  ພະ​ເຢໂຫວາ​ເຄີຍ​ເອີ້ນ​ເຈົ້າ​ວ່າ​ຕົ້ນ​ໝາກ​ກອກ​ທີ່​ກຳລັງ​ໃຫຍ່ທັງ​ງາມ​ແລະ​ເປັນ​ໝາກ​ດົກ ແຕ່​ເພິ່ນ​ໄດ້​ເອົາ​ໄຟ​ຈູດ​ມັນ​ເຊິ່ງ​ເຮັດ​ໃຫ້​ມີ​ສຽງ​ດັງ​ແຮງແລະ​ເຂົາ​ເຈົ້າ​ໄດ້​ຫັກ​ງ່າ​ຂອງ​ມັນ. 17  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເຊິ່ງ​ເປັນ​ຜູ້​ທີ່​ປູກ​ເຈົ້າ​ໄວ້+​ໄດ້​ບອກ​ວ່າ ເຈົ້າ​ຈະ​ເຈິ​ຄວາມ​ຈິບຫາຍ​ຍ້ອນ​ຄວາມ​ຊົ່ວ​ທີ່​ພວກ​ອິດສະຣາເອນ​ແລະ​ພວກ​ຢູດາ​ໄດ້​ເຮັດ. ຄົນ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ໂດຍ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະ​ບາອານ.”+ 18  ພະ​ເຢໂຫວາ​ເອີ້ຍ ພະອົງ​ບອກ​ໃຫ້​ລູກ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ.ໃນ​ຕອນ​ນັ້ນ ພະອົງ​ເຮັດ​ໃຫ້​ລູກ​ເຫັນ​ວ່າ​ເຂົາ​ເຈົ້າ​ກຳລັງ​ເຮັດ​ຫຍັງ. 19  ລູກ​ເປັນ​ຄື​ກັບ​ແກະ​ນ້ອຍ​ທີ່​ຮູ້​ຄວາມ​ທີ່​ຖືກ​ພາ​ໄປ​ຂ້າ. ລູກ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ກຳລັງ​ວາງແຜນ​ຮ້າຍ​ຈັດການ​ລູກ​ແລະ​ເວົ້າ​ກັນ​ວ່າ:+ “ໃຫ້​ພວກ​ເຮົາ​ຕັດ​ຕົ້ນໄມ້ ແລ້ວ​ທຳ​ລາຍ​ໝາກ​ຂອງ​ມັນ.ໃຫ້​ພວກ​ເຮົາ​ຂ້າ​ລາວ​ສະຈະ​ໄດ້​ບໍ່​ມີ​ໃຜ​ຈື່​ຊື່​ລາວ​ອີກ.” 20  ແຕ່​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຕັດສິນ​ຢ່າງ​ຍຸຕິທຳ.ເພິ່ນ​ກວດ​ເບິ່ງ​ຄວາມ​ຮູ້ສຶກ​ທີ່​ເລິກ​ທີ່​ສຸດ*​ແລະ​ກວດ​ເບິ່ງ​ຫົວໃຈ.+ ຂໍ​ໃຫ້​ລູກ​ໄດ້​ເຫັນ​ພະອົງ​ແກ້ແຄ້ນ​ສັດຕູ​ຂອງ​ລູກຍ້ອນ​ລູກ​ໄດ້​ມອບ​ຄະດີ​ຂອງ​ລູກ​ໃຫ້​ພະອົງ​ຈັດການ​ແລ້ວ. 21  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວ​ກັບ​ຄົນ​ອານາໂທດ+​ທີ່​ພະຍາຍາມ​ຂ້າ​ຂ້ອຍ​ແລະ​ເວົ້າ​ໃຫ້​ຂ້ອຍ​ວ່າ: “ຫ້າມ​ເຈົ້າ​ພະຍາກອນ​ໂດຍ​ໃຊ້​ຊື່​ພະ​ເຢໂຫວາ.+ ຄັນ​ບໍ່​ຊັ້ນ ພວກ​ເຮົາ​ຈະ​ຂ້າເຈົ້າ.” 22  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ: “ເຮົາ​ຈະ​ລົງໂທດ​ເຂົາ​ເຈົ້າ. ພວກ​ຄົນ​ໜຸ່ມ​ຈະ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ+ ແລະ​ພວກ​ລູກ​ຊາຍ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ.+ 23  ຈະ​ບໍ່​ມີ​ຜູ້​ໃດ​ລອດ​ຈັກ​ຄົນ​ຍ້ອນ​ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອານາໂທດ​ເຈິ​ຄວາມ​ຈິບຫາຍ+​ໃນ​ປີ​ທີ່​ເຮົາ​ຈະ​ລົງໂທດ​ເຂົາ​ເຈົ້າ.”

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ເຢເຣມີຢາ
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”
ແປ​ຕາມ​ໂຕ​ວ່າ “ຕື່ນ​ແຕ່​ເຊົ້າ​ແລະ​ເຕືອນ”
ຫຼື “ຄວັນ​ຂອງ​ເຄື່ອງ​ບູຊາ”
ຫຼື “ພະເຈົ້າ​ທີ່​ເປັນ​ຕາ​ອາຍ”
ໝາຍເຖິງ​ເຢເຣມີຢາ
ຫຼື “ຄວາມ​ຄິດ​ທີ່​ເລິກ​ທີ່​ສຸດ.” ແປ​ຕາມ​ໂຕ​ວ່າ “ໝາກ​ໄຂ່​ຫຼັງ.”