ເຢເຣມີຢາ 14:1-22

  • ຄວາມ​ແຫ້ງ​ແລ້ງ ຄວາມ​ອຶດຢາກ ແລະ​ດາບ (1-12)

  • ຜູ້​ພະຍາກອນ​ປອມ​ຖືກ​ຕຳໜິ (13-18)

  • ເຢເຣມີຢາ​ຮູ້​ວ່າ​ປະຊາຊົນ​ໄດ້​ເຮັດ​ຜິດ (19-22)

14  ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ເລື່ອງ​ຄວາມ​ແຫ້ງ​ແລ້ງ​ວ່າ+   ເມືອງ​ຢູດາ​ຮ້ອງໄຫ້​ໄວ້ທຸກ+​ແລະ​ປະຕູ​ເມືອງ​ກໍ​ພັງ​ໝົດ​ແລ້ວ. ພວກ​ມັນ​ຟຸບ​ລົງ​ກັບ​ພື້ນ​ຍ້ອນ​ເສົ້າໃຈ​ຫຼາຍແລະ​ມີ​ສຽງ​ຮ້ອງໄຫ້​ດັງ​ອອກ​ມາ​ຈາກ​ເມືອງ​ເຢຣູຊາເລັມ.   ພວກ​ເຈົ້າ​ນາຍ​ໃຫ້​ພວກ​ຄົນ​ຮັບ​ໃຊ້​ໄປ​ເອົາ​ນ້ຳ. ເຂົາ​ເຈົ້າ​ໄປ​ນ້ຳ​ສ້າງ​ຫຼາຍ​ບ່ອນ ແຕ່​ກໍ​ບໍ່​ມີ​ນ້ຳ​ເລີຍ. ເຂົາ​ເຈົ້າ​ກັບ​ມາ​ພ້ອມ​ກັບ​ໄຫ​ເປົ່າ. ເຂົາ​ເຈົ້າ​ຮູ້ສຶກ​ອາຍ​ແລະ​ຜິດ​ຫວັງ​ຫຼາຍເຂົາ​ເຈົ້າ​ຈຶ່ງ​ປົກ​ຫົວ​ໂຕເອງ​ໄວ້.   ພື້ນ​ດິນ​ແຕກ​ແຫງຍ້ອນ​ໃນ​ແຜ່ນດິນ​ບໍ່​ມີ​ຝົນ​ຕົກ​ເລີຍ.+ຊາວນາ​ກໍ​ພາກັນ​ທຸກໃຈ​ແລະ​ປົກ​ຫົວ​ໂຕເອງ​ໄວ້.   ແມ່ນ​ແຕ່​ກວາງ​ທີ່​ຢູ່​ໃນ​ທົ່ງ​ກໍ​ຍັງ​ຖິ້ມ​ລູກ​ທີ່​ຫາກໍ​ເກີດຍ້ອນ​ບໍ່​ມີ​ຫຍ້າ​ກິນ.   ລາ​ປ່າ​ຢືນ​ຢູ່​ໂນນ​ພູ​ຫົວ​ໂລ້ນ. ພວກ​ມັນ​ຫາຍໃຈ​ຫອບ​ຄື​ກັບ​ໝາ​ໄນ.ພວກ​ມັນ​ຊອກ​ຫາ​ພືດ​ຜັກ​ຈົນ​ຕາ​ເມື່ອຍ ແຕ່​ກໍ​ບໍ່​ເຈິ​ຫຍັງ​ເລີຍ.+   ເຖິງ​ວ່າ​ຄວາມ​ຜິດ​ຂອງ​ພວກ​ເຮົາ​ໃຫ້​ຫຼັກຖານ​ວ່າ​ພວກ​ເຮົາ​ຜິດ​ແທ້​ໆ​ແຕ່​ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ເຮັດ​ຫຍັງ​ບາງ​ຢ່າງ​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ+ ຍ້ອນ​ພວກ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ຫຼາຍ​ຢ່າງ+ແລະ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ.   ພະເຈົ້າ​ຜູ້​ເປັນ​ຄວາມ​ຫວັງ​ຂອງ​ອິດສະຣາເອນ ຜູ້​ຊ່ວຍ​ໃຫ້​ລອດ+​ໃນ​ຍາມ​ທີ່​ຍາກ​ລຳບາກ​ເອີ້ຍເປັນ​ຫຍັງ​ພະອົງ​ເປັນ​ຄື​ກັບ​ຄົນ​ແປກ​ໜ້າ​ໃນ​ແຜ່ນດິນ​ນີ້ເປັນ​ຄື​ກັບ​ນັກ​ເດີນ​ທາງ​ທີ່​ແວ່​ມາ​ພັກ​ຄ້າງ​ຄືນ​ເທົ່າ​ນັ້ນ?   ເປັນ​ຫຍັງ​ພະອົງ​ເປັນ​ຄື​ກັບ​ຄົນ​ທີ່​ຕົກ​ສະເງີ້ເປັນ​ຄື​ກັບ​ຄົນ​ແຂງແຮງ​ທີ່​ຊ່ວຍ​ຄົນ​ອື່ນ​ບໍ່​ໄດ້? ພະ​ເຢໂຫວາ​ເອີ້ຍ ພະອົງ​ຢູ່​ກັບ​ພວກ​ເຮົາ+ແລະ​ພວກ​ເຮົາ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ.+ ຂໍ​ພະອົງ​ຢ່າ​ປະຖິ້ມ​ພວກ​ເຮົາ​ເດີ້. 10  ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ຄົນ​ເຫຼົ່າ​ນີ້​ວ່າ: “ເຂົາ​ເຈົ້າ​ມັກ​ເລາະ​ໄປ​ເລາະ​ມາ+ ຕີນ​ຂອງ​ເຂົາ​ເຈົ້າ​ຢູ່​ລ້າ​ບໍ່​ເປັນ+ ເຮົາ​ເຢໂຫວາ​ຈຶ່ງ​ບໍ່​ພໍໃຈ​ເຂົາ​ເຈົ້າ.+ ບັດ​ນີ້ ເຮົາ​ຈະ​ຄິດ​ເຖິງ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ແລະ​ເອີ້ນ​ເຂົາ​ເຈົ້າ​ມາ​ຮັບ​ໂທດ.”+ 11  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ຢ່າ​ອະທິດຖານ​ຂໍ​ໃຫ້​ມີ​ສິ່ງ​ດີ​ໆ​ເກີດ​ຂຶ້ນ​ກັບ​ຄົນ​ພວກ​ນີ້.+ 12  ເມື່ອ​ເຂົາ​ເຈົ້າ​ອົດ​ອາຫານ ເຮົາ​ຈະ​ບໍ່​ຟັງ​ຄຳ​ອ້ອນວອນ​ຂອງ​ເຂົາ​ເຈົ້າ+ ແລະ​ເມື່ອ​ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້ ເຮົາ​ກໍ​ຈະ​ບໍ່​ພໍ​ໃຈ.+ ເຮົາ​ຈະ​ກຳຈັດ​ເຂົາ​ເຈົ້າ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກ​ລະ​ບາດ.”+ 13  ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ ພວກ​ຜູ້​ພະຍາກອນ​ກຳລັງ​ບອກ​ເຂົາ​ເຈົ້າ​ວ່າ ‘ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ​ດອກ​ແລະ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ອຶດຢາກ ແຕ່​ພະເຈົ້າ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ​ແທ້​ໃນ​ບ່ອນ​ນີ້.’”+ 14  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ຜູ້​ພະຍາກອນ​ກຳລັງ​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ​ໃຫ້​ເວົ້າ​ແນວ​ນັ້ນ ແລະ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ເລີຍ.+ ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ເຈົ້າ​ເປັນ​ນິມິດ​ຂີ້​ຕົວະ ເປັນ​ຄຳ​ທຳນາຍ​ທີ່​ບໍ່​ມີ​ປະໂຫຍດ ແລະ​ເປັນ​ເລື່ອງ​ຫຼອກ​ລວງ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.*+ 15  ສຳລັບ​ພວກ​ຜູ້​ພະຍາກອນ​ທີ່​ພະຍາກອນ​ໂດຍ​ອ້າງ​ຊື່​ຂອງ​ເຮົາ​ແລະ​ເວົ້າ​ວ່າ​ຈະ​ບໍ່​ມີ​ໃຜ​ຖືກ​ຂ້າ​ດ້ວຍ​ດາບ​ແລະ​ຈະ​ບໍ່​ມີ​ຄວາມ​ອຶດຢາກ​ໃນ​ແຜ່ນດິນ​ນີ້​ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ເຂົາ​ເຈົ້າ​ວ່າ ‘ພວກ​ຜູ້​ພະຍາກອນ​ເຫຼົ່າ​ນີ້​ຈະ​ຕ້ອງ​ຕາຍ​ດ້ວຍ​ດາບ​ແລະ​ຄວາມ​ອຶດຢາກ.+ 16  ຄົນ​ທີ່​ເຂົາ​ເຈົ້າ​ພະຍາກອນ​ໃຫ້​ຟັງ​ກໍ​ຈະ​ຕ້ອງ​ຕາຍ​ດ້ວຍ​ດາບ​ແລະ​ຄວາມ​ອຶດຢາກ​ຄື​ກັນ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ໂຍນ​ຖິ້ມ​ໄປ​ຕາມ​ຫົນ​ທາງ​ຂອງ​ເມືອງ​ເຢຣູຊາເລັມ​ແລະ​ຈະ​ບໍ່​ມີ​ໃຜ​ຝັງ​ເຂົາ​ເຈົ້າ.+ ເມຍ ລູກ​ຊາຍ ແລະ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຝັງ​ຄື​ກັນ ຍ້ອນ​ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ທີ່​ເຂົາ​ເຈົ້າ​ສົມຄວນ​ໄດ້​ຮັບ.’+ 17  ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ‘ຂ້ອຍ​ຈະ​ຮ້ອງ​ໄຫ້​ໝົດ​ມື້​ໝົດ​ຄືນແລະ​ຈະ​ບໍ່​ເຊົາ​ຮ້ອງ​ໄຫ້+ ຍ້ອນ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ*​ຖືກ​ຕີ​ຢ່າງ​ຮຸນແຮງ+ຈົນ​ມີ​ບາດ​ແຜ​ທີ່​ສາຫັດ​ຫຼາຍ. 18  ເມື່ອ​ຂ້ອຍ​ອອກ​ໄປ​ທົ່ງ​ຫຍ້າ​ແລະ​ແນມ​ເບິ່ງຂ້ອຍ​ກໍ​ເຫັນ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ດາບ+ ແລະ​ເມື່ອ​ຂ້ອຍ​ເຂົ້າ​ໄປ​ໃນ​ເມືອງຂ້ອຍ​ກໍ​ເຫັນ​ຄົນ​ທີ່​ເຈັບ​ປ່ວຍ​ຍ້ອນ​ຄວາມ​ອຶດຢາກ.+ ພວກ​ຜູ້​ພະຍາກອນ​ແລະ​ພວກ​ປະໂລຫິດ​ໄດ້​ເດີນ​ທາງ​ໄປ​ທົ່ວ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ບໍ່​ຮູ້​ຈັກ.’”+ 19  ພະອົງ​ບໍ່​ຍອມ​ຮັບ​ຢູດາ​ແລ້ວ​ບໍ? ພະອົງ​ຊັງ​ຊີໂອນ​ແລ້ວ​ບໍ?+ ເປັນ​ຫຍັງ​ພະອົງ​ຕີ​ພວກ​ເຮົາ​ຈົນ​ປິ່ນປົວ​ບໍ່​ໄດ້?+ ພວກ​ເຮົາ​ລໍ​ຖ້າ​ຄວາມ​ສະຫງົບ​ສຸກ ແຕ່​ກໍ​ບໍ່​ມີ​ສິ່ງ​ດີ​ໆ​ມາ​ເລີຍ.ພວກ​ເຮົາ​ລໍ​ຖ້າ​ເວລາ​ທີ່​ຈະ​ຖືກ​ປິ່ນປົວ ແຕ່​ພັດ​ມີ​ແຕ່​ຄວາມ​ຢ້ານ.+ 20  ພະ​ເຢໂຫວາ​ເອີ້ຍ ພວກ​ເຮົາ​ຮູ້​ວ່າ​ພວກ​ເຮົາ​ເຮັດ​ຊົ່ວແລະ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຮົາ​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ.ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ.+ 21  ເພື່ອ​ເຫັນ​ແກ່​ຊື່​ຂອງ​ພະອົງ ຂໍ​ພະອົງ​ຢ່າ​ຖິ້ມ​ພວກ​ເຮົາ+ຂໍ​ພະອົງ​ຢ່າ​ດູຖູກ​ບັນລັງ​ທີ່​ມີ​ກຽດ​ຂອງ​ພະອົງ ຂໍ​ພະອົງ​ຄິດ​ເຖິງ​ສັນຍາ​ທີ່​ເຮັດ​ກັບ​ພວກ​ເຮົາ​ແລະ​ຢ່າ​ຍົກ​ເລີກ​ສັນຍາ​ນັ້ນ​ເລີຍ.+ 22  ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ​ຂອງ​ຊາດ​ຕ່າງ​ໆ​ຈະ​ເຮັດ​ໃຫ້​ຝົນ​ຕົກ​ໄດ້​ບໍ?ຫຼື​ທ້ອງ​ຟ້າ​ຈະ​ເຮັດ​ໃຫ້​ຝົນ​ຕົກ​ລົງ​ມາ​ເອງ​ໄດ້​ບໍ? ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເອີ້ຍ ພະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ບໍ່​ແມ່ນ​ບໍ​ທີ່​ເຮັດ​ໄດ້?+ ພວກ​ເຮົາ​ລໍ​ຖ້າ​ພະອົງຍ້ອນ​ພະອົງ​ຜູ້​ດຽວ​ທີ່​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ທັງໝົດ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເລື່ອງ​ຫຼອກລວງ​ໃນ​ໃຈ​ຂອງ​ເຂົາເຈົ້າ”
ແປ​ຕາມ​ໂຕ​ວ່າ “ລູກ​ສາວ​ທີ່​ຍັງ​ບໍລິສຸດ​ຂອງ​ປະຊາຊົນ​ຂອງ​ຂ້ອຍ”