ເຢເຣມີຢາ 16:1-21

  • ເຢເຣມີຢາ​ຕ້ອງ​ບໍ່​ແຕ່ງດອງ ບໍ່​ໄວ້ທຸກ ແລະ​ບໍ່​ໄປ​ງານ​ລ້ຽງ (1-9)

  • ການ​ລົງໂທດ​ແລະ​ການ​ກັບ​ມາ​ເປັນ​ຄື​ເກົ່າ (10-21)

16  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ:  “ຫ້າມ​ເຈົ້າ​ເອົາ​ເມຍ​ແລະ​ຫ້າມ​ເຈົ້າ​ເອົາ​ລູກ​ຊາຍ​ແລະ​ລູກ​ສາວ​ຢູ່​ແຜ່ນດິນ​ນີ້  ຍ້ອນ​ພະ​ເຢໂຫວາ​ບອກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ລູກ​ຊາຍ​ແລະ​ລູກ​ສາວ​ທີ່​ເກີດ​ຢູ່​ນີ້ ແລະ​ບອກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ພໍ່​ແມ່​ທີ່​ໃຫ້​ເຂົາ​ເຈົ້າ​ເກີດ​ມາ​ໃນ​ແຜ່ນດິນ​ນີ້​ວ່າ  ‘ເຂົາ​ເຈົ້າ​ຈະ​ເປັນ​ພະຍາດ​ຮ້າຍ​ແຮງ​ຕາຍ+ ແຕ່​ຈະ​ບໍ່​ມີ​ໃຜ​ໄວ້ທຸກ​ຫຼື​ຝັງ​ເຂົາ​ເຈົ້າ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຂີ້​ສັດ​ຢູ່​ດິນ.+ ເຂົາ​ເຈົ້າ​ຈະ​ຕາຍ​ດ້ວຍ​ດາບ​ແລະ​ຄວາມ​ອຶດຢາກ.+ ສົບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ອາຫານ​ຂອງ​ນົກ​ຢູ່​ເທິງ​ທ້ອງຟ້າ​ແລະ​ສັດ​ປ່າ​ຢູ່​ເທິງ​ແຜ່ນດິນ.’   ພະ​ເຢໂຫວາ​ເວົ້າ​ວ່າ‘ຢ່າ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ມີ​ງານ​ສົບແລະ​ຢ່າ​ຮ້ອງ​ໄຫ້​ຫຼື​ສະແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.’+ ພະ​ເຢໂຫວາ​ບອກ​ວ່າ ‘ຍ້ອນ​ເຮົາ​ໄດ້​ເອົາ​ສັນຕິສຸກຄວາມ​ຮັກ​ທີ່​ໝັ້ນຄົງ ແລະ​ຄວາມ​ເມດຕາ​ຂອງ​ເຮົາ​ໄປ​ຈາກ​ຄົນ​ເຫຼົ່າ​ນີ້​ແລ້ວ.+   ທັງ​ຄົນ​ລວຍ​ທີ່​ສຳຄັນ​ແລະ​ຄົນ​ທຸກ​ທີ່​ບໍ່​ສຳຄັນ​ຈະ​ຕາຍ​ໃນ​ແຜ່ນດິນ​ນີ້. ຈະ​ບໍ່​ມີ​ໃຜ​ຝັງ​ເຂົາ​ເຈົ້າຈະ​ບໍ່​ມີ​ໃຜ​ໄວ້ທຸກ​ໃຫ້​ເຂົາ​ເຈົ້າແລະ​ຈະ​ບໍ່​ມີ​ໃຜ​ປາດ​ໂຕເອງ​ຫຼື​ແຖ​ຫົວ​ເພື່ອ​ເຂົາ​ເຈົ້າ.*   ຈະ​ບໍ່​ມີ​ໃຜ​ເອົາ​ອາຫານ​ໃຫ້​ຄົນ​ທີ່​ໄວ້ທຸກ​ກິນເພື່ອ​ປອບ​ໃຈ​ເຂົາ​ເຈົ້າ​ຍ້ອນ​ມີ​ຄົນ​ຕາຍ.ຈະ​ບໍ່​ມີ​ໃຜ​ເອົາ​ຈອກ​ເຫຼົ້າແວງ​ໃຫ້​ເຂົາ​ເຈົ້າ​ກິນເພື່ອ​ປອບ​ໃຈ​ເຂົາ​ເຈົ້າ​ຍ້ອນ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ຕາຍ.   ຢ່າ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ມີ​ງານ​ລ້ຽງເພື່ອ​ນັ່ງ​ກິນ​ນັ່ງ​ດື່ມ​ກັບ​ເຂົາ​ເຈົ້າ.’  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ໃນ​ສະໄໝ​ຂອງ​ພວກ​ເຈົ້າ ພວກ​ເຈົ້າ​ຈະ​ເຫັນ​ກັບ​ຕາ​ວ່າ​ເຮົາ​ຈະ​ເຮັດ​ໃຫ້​ສຽງ​ຂອງ​ຄວາມ​ຍິນດີ​ແລະ​ຄວາມ​ສຸກ ສຽງ​ຂອງ​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ​ໃນ​ແຜ່ນ​ດິນ​ນີ້​ບໍ່​ມີ​ອີກ​ຕໍ່​ໄປ.’+ 10  ເມື່ອ​ເຈົ້າ​ບອກ​ເລື່ອງ​ທັງໝົດ​ນີ້​ໃຫ້​ຄົນ​ເຫຼົ່າ​ນີ້​ຟັງ ເຂົາ​ເຈົ້າ​ກໍ​ຈະ​ຖາມ​ເຈົ້າ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ​ຈະ​ໃຫ້​ພວກ​ເຮົາ​ເຈິ​ຄວາມ​ຈິບຫາຍ​ຄັ້ງ​ໃຫຍ່? ພວກ​ເຮົາ​ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ?’+ 11  ເຈົ້າ​ຕ້ອງ​ຕອບ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ບອກ​ວ່າ “ຍ້ອນ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ໄດ້​ຖິ້ມ​ເຮົາ.+ ເຂົາ​ເຈົ້າ​ໄປ​ຕິດຕາມ ຮັບ​ໃຊ້ ແລະ​ກົ້ມ​ກາບ​ພະເຈົ້າ​ອື່ນ​ໆ​.+ ເຂົາ​ເຈົ້າ​ປະຖິ້ມ​ເຮົາ​ແລະ​ເຊົາ​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ.+ 12  ແຕ່​ພວກ​ເຈົ້າ​ພັດ​ແຮ່ງ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ອີກ.+ ພວກ​ເຈົ້າ​ທຸກ​ຄົນ​ເປັນ​ຄົນ​ຫົວ​ແຂງ​ແລະ​ເຮັດ​ຕາມ​ໃຈ​ຊົ່ວ​ໆ​ຂອງ​ໂຕເອງ​ແທນ​ທີ່​ຈະ​ເຊື່ອ​ຟັງ​ເຮົາ.+ 13  ຍ້ອນ​ແນວ​ນີ້ ເຮົາ​ຈະ​ໂຍນ​ພວກ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ນີ້​ໄປ​ແຜ່ນດິນ​ທີ່​ພວກ​ເຈົ້າ​ແລະ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ບໍ່​ຮູ້​ຈັກ+ ແລະ​ຢູ່​ຫັ້ນ​ພວກ​ເຈົ້າ​ຕ້ອງ​ຮັບ​ໃຊ້​ພະເຈົ້າ​ອື່ນ​ໝົດ​ມື້​ໝົດ​ຄືນ+ ຍ້ອນ​ເຮົາ​ຈະ​ບໍ່​ອີ່ຕົນ​ພວກ​ເຈົ້າ​ແລ້ວ.”’ 14  ພະ​ເຢໂຫວາ​ບອກ​ວ່າ ‘ແຕ່​ຈະ​ມີ​ມື້​ໜຶ່ງ​ທີ່​ເຂົາ​ເຈົ້າ​ຈະ​ບໍ່​ເວົ້າ​ວ່າ “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ພາ​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ!”+ 15  ແຕ່​ຈະ​ເວົ້າ​ວ່າ “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ ຜູ້​ທີ່​ພາ​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ແຜ່ນດິນ​ທາງ​ເໜືອ​ແລະ​ແຜ່ນດິນ​ທັງໝົດ​ທີ່​ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຢູ່!” ແລະ​ເມື່ອ​ຮອດ​ຕອນ​ນັ້ນ ເຮົາ​ຈະ​ພາ​ເຂົາ​ເຈົ້າ​ກັບ​ມາ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ ເຊິ່ງ​ເຮົາ​ໄດ້​ຍົກ​ໃຫ້​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ.’+ 16  ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ກຳລັງ​ເອີ້ນ​ພວກ​ຄົນ​ຫາ​ປາ​ມາ​ນີ້.ພວກ​ນັ້ນ​ຈະ​ຈັບ​ເຂົາ​ເຈົ້າ​ຄື​ກັບ​ຈັບ​ປາ. ຫຼັງ​ຈາກ​ນັ້ນ ເຮົາ​ກໍ​ຈະ​ເອີ້ນ​ພວກ​ນາຍ​ພານ​ມາ.ພວກ​ນັ້ນ​ຈະ​ລ່າ​ເຂົາ​ເຈົ້າ​ຢູ່​ເທິງ​ພູ​ທຸກ​ໜ່ວຍ ຢູ່​ຕາມ​ໂນນ​ພູ​ທຸກ​ບ່ອນແລະ​ຢູ່​ຕາມ​ຫຼືບ​ຫີນ​ທຸກ​ຫຼືບ. 17  ເຮົາ​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ເຮັດ.* ເຂົາ​ເຈົ້າ​ເຊື່ອງ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ​ຈາກ​ເຮົາ​ບໍ່​ໄດ້ແລະ​ເຊື່ອງ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ຈາກ​ເຮົາ​ກໍ​ບໍ່​ໄດ້. 18  ເຮົາ​ຈະ​ຕອບ​ແທນ​ເຂົາ​ເຈົ້າ​ໃຫ້​ສົມ​ກັບ​ຄວາມ​ຜິດ​ຄວາມ​ບາບ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ+ຍ້ອນ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຮົາ​ບໍ່​ສະ​ອາດ​ດ້ວຍ​ຮູບ​ບູຊາ​ທີ່​ບໍ່​ມີ​ຊີວິດ*​ແລະ​ເປັນ​ຕາ​ຂີ້ດຽດແລະ​ເຮັດ​ໃຫ້​ມໍລະດົກ​ຂອງ​ເຮົາ​ມີ​ແຕ່​ສິ່ງ​ທີ່​ເປັນ​ຕາ​ຊັງ.’”+ 19  ພະ​ເຢໂຫວາ​ຜູ້​ເປັນ​ກຳລັງ ເປັນ​ປ້ອມ​ທີ່​ແຂງ​ແຮງ​ຂອງ​ລູກແລະ​ເປັນ​ບ່ອນ​ທີ່​ລູກ​ໜີ​ເຂົ້າ​ໄປ​ລີ້​ໄດ້​ຕອນ​ທີ່​ລູກ​ລຳບາກ+ຊາດ​ຕ່າງ​ໆ​ຈາກ​ສຸດ​ຂອບ​ໂລກ​ຈະ​ມາ​ຫາ​ພະອົງແລະ​ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ: “ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ການ​ນະມັດສະການ​ພະເຈົ້າ​ປອມ*ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ມີ​ຄ່າ​ແລະ​ບໍ່​ມີ​ປະໂຫຍດ​ຫຍັງ.”+ 20  ມະນຸດ​ຈະ​ສ້າງ​ພະເຈົ້າ​ຂຶ້ນ​ມາ​ເອງ​ໄດ້​ບໍ?ສິ່ງ​ທີ່​ເຂົາ​ເຈົ້າ​ສ້າງ​ບໍ່​ແມ່ນ​ພະເຈົ້າ​ແທ້​ໆ​.+ 21  “ດັ່ງ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ໃນ​ຕອນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ອຳນາດ​ແລະ​ລິດເດດ​ຂອງ​ເຮົາແລະ​ເຂົາ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ຊື່​ຂອງ​ເຮົາ​ແມ່ນ​ເຢໂຫວາ.”

ຂໍຄວາມໄຂເງື່ອນ

ເປັນ​ທຳນຽມ​ການ​ໄວ້ທຸກ​ແບບ​ສາສະໜາ​ປອມ​ທີ່​ພວກ​ອິດສະຣາເອນ​ເຮັດ​ຫຼັງ​ຈາກ​ຖິ້ມ​ພະເຈົ້າ​ແລ້ວ
ແປ​ຕາມ​ໂຕ​ວ່າ “ທາງ​ທັງໝົດ​ຂອງ​ເຂົາເຈົ້າ”
ແປ​ຕາມ​ໂຕ​ວ່າ “ສົບ”
ແປ​ຕາມ​ໂຕ​ວ່າ “ໄດ້​ຮັບ​ຄວາມ​ຕົວະ​ເປັນ​ມໍລະດົກ”