ເຢເຣມີຢາ 2:1-37

  • ອິດສະຣາເອນ​ປະຖິ້ມ​ພະ​ເຢໂຫວາ​ໄປ​ຫາ​ພະເຈົ້າ​ອື່ນ (1-37)

    • ອິດສະຣາເອນ​ເປັນ​ຄື​ກັບ​ເຄືອ​ໝາກ​ລະແຊັງ​ປ່າ (21)

    • ເຄື່ອງ​ນຸ່ງ​ຂອງ​ອິດສະຣາເອນ​ເປື້ອນ​ເລືອດ (34)

2  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ:  “ໃຫ້​ເຈົ້າ​ໄປ​ປະກາດ​ໃຫ້​ເຢຣູຊາເລັມ​ຟັງ​ວ່າ ‘ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້ “ເຮົາ​ຈື່​ໄດ້​ດີ​ວ່າ​ຕອນ​ທີ່​ເຈົ້າ​ຍັງ​ນ້ອຍ+ ເຈົ້າ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຮົາຈື່​ວ່າ​ເຈົ້າ​ຮັກ​ເຮົາ​ຕອນ​ທີ່​ໝັ້ນ​ກັບ​ເຮົາ+ແລະ​ຈື່​ວ່າ​ເຈົ້າ​ນຳ​ເຮົາ​ໄປ​ໃນ​ບ່ອນ​ກັນດານໄປ​ແຜ່ນດິນ​ທີ່​ບໍ່​ມີ​ການ​ຫວ່ານ​ແນວ​ປູກ.+   ພະ​ເຢໂຫວາ​ເຄີຍ​ເບິ່ງ​ວ່າ​ອິດສະຣາເອນ​ບໍລິສຸດ+​ແລະ​ເປັນ​ຜົນລະປູກ​ຊຸດ​ທຳອິດ​ຈາກ​ການ​ເກັບ​ກ່ຽວ.” ໃຜ​ກໍ​ຕາມ​ທີ່​ມາ​ກັດ​ກິນ​ລາວ​ຈະ​ມີ​ຄວາມ​ຜິດ ແລະ​ຈະ​ເຈິ​ຄວາມ​ຈິບຫາຍ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”+   ລູກ​ຫຼານ​ຂອງ​ຢາໂຄບ​ແລະ​ທຸກ​ຄອບຄົວ​ຂອງ​ຄົນ​ອິດສະຣາເອນ​ເອີ້ຍໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້.   ພະ​ເຢໂຫວາ​ເວົ້າ​ວ່າ: “ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ​ເຫັນ​ວ່າ​ເຮົາ​ມີ​ຄວາມ​ຜິດ​ຫຍັງ+ເຂົາ​ເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄກ​ແທ້ແລະ​ໄປ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ຄ່າ+​ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ມີ​ຄ່າ​ໄປ​ນຳ?+   ເຂົາ​ເຈົ້າ​ບໍ່​ໄດ້​ຖາມ​ວ່າ ‘ພະ​ເຢໂຫວາ​ຢູ່​ໃສ?ຜູ້​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນດິນ​ຂອງ​ເອຢິບ+ຜູ້​ທີ່​ພາ​ພວກ​ເຮົາ​ຜ່ານ​ບ່ອນ​ກັນດານຜ່ານ​ແຜ່ນດິນ​ທີ່​ມີ​ທະເລ​ຊາຍ+​ແລະ​ຂຸມຜ່ານ​ແຜ່ນດິນ​ທີ່​ແຫ້ງ​ແລ້ງ+​ແລະ​ມືດ​ຫຼາຍຜ່ານ​ແຜ່ນດິນ​ທີ່​ບໍ່​ມີ​ຄົນ​ທຽວແລະ​ບໍ່​ມີ​ໃຜ​ອາໄສ​ຢູ່ ເພິ່ນ​ຢູ່​ໃສ?’   ແລ້ວ​ເຮົາ​ກໍ​ພາ​ເຈົ້າ​ເຂົ້າ​ມາ​ໃນ​ແຜ່ນດິນ​ທີ່​ມີ​ສວນ​ໝາກ​ໄມ້​ຫຼາຍ​ໆ​ເພື່ອ​ໃຫ້​ເຈົ້າ​ໄດ້​ກິນ​ໝາກ​ໄມ້​ແລະ​ສິ່ງ​ດີ​ຕ່າງ​ໆ​ໃນ​ແຜ່ນດິນ​ນີ້.+ ແຕ່​ເຈົ້າ​ພັດ​ເຂົ້າ​ມາ​ເຮັດ​ໃຫ້​ແຜ່ນດິນ​ນີ້​ບໍ່​ສະອາດແລະ​ເຮັດ​ໃຫ້​ມໍລະດົກ​ຂອງ​ເຮົາ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ.+   ພວກ​ປະໂລຫິດ​ກໍ​ບໍ່​ໄດ້​ຖາມ​ວ່າ ‘ພະ​ເຢໂຫວາ​ຢູ່​ໃສ?’+ ພວກ​ທີ່​ສອນ​ກົດໝາຍ​ບໍ່​ໄດ້​ຮູ້​ຈັກ​ເຮົາ​ເລີຍພວກ​ຜູ້​ລ້ຽງ​ແກະ​ກໍ​ກະບົດ​ຕໍ່​ເຮົາ+ພວກ​ຜູ້​ພະຍາກອນ​ກໍ​ພະຍາກອນ​ໂດຍ​ໃຊ້​ຊື່​ພະ​ບາອານ+ແລະ​ເຂົາ​ເຈົ້າ​ກໍ​ຕິດຕາມ​ພະ​ຕ່າງ​ໆ​ທີ່​ບໍ່​ໄດ້​ໃຫ້​ປະໂຫຍດ​ຫຍັງ.   ‘ດັ່ງ​ນັ້ນ ເຮົາ​ຈະ​ຕັ້ງ​ຂໍ້ຫາ​ເພີ່ມ​ໃຫ້​ເຈົ້າ+ແລະ​ເຮົາ​ຈະ​ຕັ້ງ​ຂໍ້ຫາ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ​ນຳ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 10  ‘ແຕ່​ໃຫ້​ເຈົ້າ​ຂ້າມ​ໄປ​ເກາະ​ຂອງ​ພວກ​ກິດຕີມ+​ແລະ​ເບິ່ງ​ໃຫ້​ດີ​ໆ​. ໃຫ້​ສົ່ງ​ຄົນ​ໄປ​ເກດາ+​ແລະ​ຄິດ​ໃຫ້​ຄັກ​ໆ​ເພື່ອ​ຈະ​ຮູ້​ວ່າ​ມີ​ເລື່ອງ​ແນວ​ນີ້​ເກີດ​ຂຶ້ນ​ບໍ່. 11  ເຄີຍ​ມີ​ຊາດ​ໃດ​ບໍ​ທີ່​ເອົາ​ສິ່ງ​ທີ່​ບໍ່​ແມ່ນ​ພະເຈົ້າ​ມາ​ແທນ​ພະເຈົ້າ​ຂອງ​ໂຕເອງ? ແຕ່​ປະຊາຊົນ​ຂອງ​ເຮົາ​ນີ້​ແຫຼະ​ທີ່​ເອົາ​ສິ່ງ​ທີ່​ບໍ່​ມີ​ຄ່າ​ມາ​ແທນ​ການ​ຍົກຍ້ອງ​ເຮົາ.’+ 12  ພະ​ເຢໂຫວາ​ເວົ້າ​ວ່າ ‘ໃຫ້​ເຈົ້າ​ຈ້ອງ​ເບິ່ງ ແລ້ວ​ເຈົ້າ​ຈະ​ງຶດແລະ​ເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ 13  ຍ້ອນ​ປະຊາຊົນ​ຂອງ​ເຮົາ​ໄດ້​ເຮັດ​ຊົ່ວ​ສອງ​ຢ່າງ. ເຂົາ​ເຈົ້າ​ໄດ້​ປະຖິ້ມ​ເຮົາ​ເຊິ່ງ​ເປັນ​ແຫຼ່ງ​ນ້ຳ​ທີ່​ໃຫ້​ຊີວິດ+ແລ້ວ​ໄປ​ຂຸດ​ຂຸມ*​ຫຼາຍ​ໆ​ສຳລັບ​ໂຕເອງແຕ່​ພວກ​ມັນ​ເປັນ​ຂຸມ​ທີ່​ເກັບ​ນ້ຳ​ໄວ້​ບໍ່​ຢູ່. 14  ອິດສະຣາເອນ​ເປັນ​ຄົນ​ຮັບ​ໃຊ້​ຫຼື​ເປັນ​ທາດ​ທີ່​ເກີດ​ຢູ່​ໃນ​ເຮືອນ​ບໍ? ຖ້າ​ເປັນ​ແນວ​ນັ້ນ ເປັນ​ຫຍັງ​ລາວ​ຈຶ່ງ​ຖືກ​ຈັບ​ໂຕ​ໄປ​ຄື​ກັບ​ເຄື່ອງ​ທີ່​ຖືກ​ປຸ້ນ? 15  ໂຕ​ສິງ​ເປັນ​ຝູງ​ແຜດ​ສຽງ​ຮ້ອງ​ໃສ່​ລາວ.+ພວກ​ມັນ​ພາ​ກັນ​ຮ້ອງ​ສຽງ​ດັງ. ພວກ​ມັນ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ລາວ​ຮ້າງ​ເປົ່າ. ເມືອງ​ຕ່າງ​ໆ​ຂອງ​ລາວ​ກໍ​ຖືກ​ໄຟ​ຈູດ​ຈົນ​ບໍ່​ມີ​ໃຜ​ອາໄສ​ຢູ່​ອີກ​ຕໍ່​ໄປ. 16  ຄົນ​ເມືອງ​ໂໜບ*+​ແລະ​ຄົນ​ຕະປັນເຂດ+​ກໍ​ປຸ້ນ​ແຜ່ນດິນ​ຂອງ​ເຈົ້າ.* 17  ເຈົ້າ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ກັບ​ໂຕເອງ​ບໍ່​ແມ່ນ​ບໍຍ້ອນ​ເຈົ້າ​ຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ຕອນ​ທີ່​ເພິ່ນ​ກຳລັງ​ນຳ​ໜ້າ​ເຈົ້າ​ຜ່ານ​ບ່ອນ​ກັນດານ? 18  ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ໄປ​ເອຢິບ+ເພື່ອ​ໄປ​ກິນ​ນ້ຳ​ຢູ່​ແມ່​ນ້ຳ​ຊີໂຮ?* ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຢາກ​ໄປ​ອັດຊີເຣຍ+ເພື່ອ​ໄປ​ກິນ​ນ້ຳ​ຢູ່​ແມ່​ນ້ຳ​ເອິຟາຣາດ? 19  ເຈົ້າ​ຄວນ​ໄດ້​ຮັບ​ບົດ​ຮຽນ​ຈາກ​ຄວາມ​ຊົ່ວ​ທີ່​ເຈົ້າ​ເຮັດ.ເຈົ້າ​ຄວນ​ຖືກ​ຕັກ​ເຕືອນ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່. ຂໍ​ໃຫ້​ຮູ້​ໄວ້​ວ່າ​ການ​ຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ເປັນ​ສິ່ງ​ທີ່​ຊົ່ວ​ແລະ​ເຮັດ​ໃຫ້​ເສົ້າ​ເສຍໃຈ.ເຈົ້າ​ບໍ່​ໄດ້​ຢ້ານຢຳ​ເຮົາ​ເລີຍ.’+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້. 20  ‘ດົນ​ແລ້ວ​ທີ່​ເຮົາ​ໄດ້​ຫັກ​ແອກ​ຂອງ​ເຈົ້າ+ແລະ​ໄດ້​ຕັດ​ໂສ້​ຂອງ​ເຈົ້າ​ອອກ ແຕ່​ເຈົ້າ​ພັດ​ເວົ້າ​ວ່າ “ຂ້ອຍ​ຈະ​ບໍ່​ຮັບ​ໃຊ້​ພະອົງ.” ຢູ່​ເທິງ​ໂນນ​ພູ​ສູງ​ທຸກ​ບ່ອນ​ແລະ​ຢູ່​ກ້ອງ​ຕົ້ນໄມ້​ໃຫຍ່​ທຸກ​ຕົ້ນ+ເຈົ້າ​ນອນ​ແຜ່​ຢູ່​ແລະ​ເຮັດ​ໂຕ​ຄື​ກັບ​ໂສເພນີ.+ 21  ເຮົາ​ປູກ​ເຈົ້າ​ໃຫ້​ເປັນ​ຄື​ກັບ​ເຄືອ​ໝາກ​ລະແຊັງ​ທີ່​ດີ​ໆ​+​ເຊິ່ງ​ປົ່ງ​ຢູ່​ບ່ອນ​ທີ່​ດີ​ທີ່​ສຸດແຕ່​ເຈົ້າ​ພັດ​ເສື່ອມ​ລົງ​ຕໍ່​ໜ້າ​ເຮົາ​ແລະ​ກາຍ​ເປັນ​ເຄືອ​ໝາກ​ລະແຊັງ​ປ່າ​ໄດ້​ແນວ​ໃດ?+ 22  ເຖິງ​ວ່າ​ເຈົ້າ​ຈະ​ຖືກ​ລ້າງ​ດ້ວຍ​ຜົງ​ໂຊ​ດາ*​ແລະ​ສະບູ​ບັກ​ຫຼາຍ​ໆ​ແຕ່​ສຳລັບ​ເຮົາ ຄວາມ​ຜິດ​ຂອງ​ເຈົ້າ​ກໍ​ຍັງ​ເປັນ​ຄື​ກັບ​ຮອຍ​ເປື້ອນ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້. 23  ເຈົ້າ​ເວົ້າ​ໄດ້​ແນວ​ໃດ​ວ່າ ‘ຂ້ອຍ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ. ຂ້ອຍ​ບໍ່​ໄດ້​ໄປ​ນະມັດສະການ​ພະ​ບາອານ’? ໃຫ້​ເບິ່ງ​ສິ່ງ​ເຈົ້າ​ໄດ້​ເຮັດ​ຢູ່​ຮ່ອມ​ພູ​ແມ້ ແລະ​ໃຫ້​ຄິດ​ຄັກ​ໆ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຈົ້າ​ເປັນ​ຄື​ກັບ​ອູດ​ໂຕ​ແມ່​ທີ່​ວ່ອງໄວ​ແລະ​ຫ້າວ​ຫຼາຍແລະ​ແລ່ນ​ໄປ​ທົ່ວ​ທີບ​ທົ່ວ​ແດນ. 24  ເຈົ້າ​ເປັນ​ຄື​ກັບ​ລາ​ປ່າ​ທີ່​ລຶ້ງ​ເຄີຍ​ກັບ​ບ່ອນ​ກັນດານທີ່​ສືບ​ດັງ​ຝຶດ​ໆ​ຍ້ອນ​ຢາກ​ປະສົມ​ພັນ. ເມື່ອ​ມັນ​ຕິດ​ເຊີງ ໃຜ​ຊິ​ລ່າມ​ມັນ​ໄວ້​ໄດ້? ບໍ່​ຕ້ອງ​ມີ​ໃຜ​ໄປ​ຊອກ​ຫາ​ມັນ​ໃຫ້​ເມື່ອຍ​ດອກ. ບາດ​ຮອດ​ເດືອນ​ປະສົມ​ພັນ​ກໍ​ຊິ​ເຈິ​ມັນ​ເອງ. 25  ໃຫ້​ເຈົ້າ​ຢຸດ​ແລ່ນ ຄັນ​ບໍ່​ຊັ້ນ ເຈົ້າ​ຈະ​ໄດ້​ແລ່ນ​ຕີນ​ເປົ່າແລະ​ເຈົ້າ​ຈະ​ຫິວ​ນ້ຳ. ແຕ່​ເຈົ້າ​ເວົ້າ​ວ່າ ‘ຂ້ອຍ​ຈະ​ບໍ່​ປ່ຽນ​ໃຈ.+ ຂ້ອຍ​ຫຼົງ​ຮັກ​ຄົນ​ແປກ​ໜ້າ*​ໄປ​ແລ້ວ+ແລະ​ຂ້ອຍ​ຈະ​ໄປ​ນຳ​ເຂົາ​ເຈົ້າ.’+ 26  ຄື​ກັບ​ຂີ້​ລັກ​ທີ່​ອັບອາຍ​ເມື່ອ​ຖືກ​ຈັບ​ໄດ້ພວກ​ອິດສະຣາເອນ​ກໍ​ຕ້ອງ​ອັບອາຍ​ຄື​ກັນເຂົາ​ເຈົ້າ​ທຸກ​ຄົນ ລວມ​ທັງ​ພວກ​ກະສັດ ພວກ​ເຈົ້າ​ນາຍພວກ​ປະໂລຫິດ ແລະ​ພວກ​ຜູ້​ພະຍາກອນ​ຂອງ​ເຂົາ​ເຈົ້າ.+ 27  ເຂົາ​ເຈົ້າ​ເວົ້າ​ກັບ​ຕົ້ນໄມ້​ວ່າ ‘ເຈົ້າ​ເປັນ​ພໍ່​ຂອງ​ຂ້ອຍ’+ ແລະ​ເວົ້າ​ກັບ​ກ້ອນ​ຫີນ​ວ່າ ‘ເຈົ້າ​ເປັນ​ຜູ້​ເກີດ​ຂ້ອຍ​ມາ.’ ແຕ່​ກັບ​ເຮົາ ເຂົາ​ເຈົ້າ​ພັດ​ປິ່ນ​ໜ້າ​ໜີ​ແລະ​ຫັນ​ຫຼັງ​ໃຫ້.+ ຕອນ​ທີ່​ເຂົາ​ເຈົ້າ​ເຈິ​ບັນຫາ ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ‘ຂໍ​ພະອົງ​ລຸກ​ຂຶ້ນ​ແລະ​ຊ່ວຍ​ພວກ​ເຮົາ​ແດ່.’+ 28  ຕອນນີ້​ພະເຈົ້າ​ຕ່າງ​ໆ​ທີ່​ເຈົ້າ​ເຮັດ​ຂຶ້ນ​ມາ​ໄປ​ໃສ​ໝົດ​ແລ້ວ?+ ໃຫ້​ພະເຈົ້າ​ເຫຼົ່າ​ນັ້ນ​ລຸກ​ຂຶ້ນ​ແລະ​ຊ່ວຍ​ເຈົ້າ​ຈາກ​ບັນຫາ​ແມ້!ຢູດາ​ເອີ້ຍ ພະເຈົ້າ​ຂອງ​ເຈົ້າ​ມີ​ຫຼາຍ​ສ່ຳ​ກັບ​ເມືອງ​ຂອງ​ເຈົ້າ​ແລ້ວ!+ 29  ພະ​ເຢໂຫວາ​ຖາມ​ວ່າ ‘ເປັນ​ຫຍັງ​ເຈົ້າ​ຕັ້ງ​ຂໍ້ຫາ​ໃຫ້​ເຮົາ​ຢູ່​ເລື້ອຍ​ໆ​? ເປັນ​ຫຍັງ​ພວກ​ເຈົ້າ​ທຸກ​ຄົນ​ກະບົດ​ຕໍ່​ເຮົາ?’+ 30  ເຮົາ​ໄດ້​ລົງໂທດ​ພວກ​ລູກ​ຊາຍ​ຂອງ​ເຈົ້າ ແຕ່​ມັນ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ.+ ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ​ຫຍັງ​ເລີຍ.+ດາບ​ຂອງ​ເຈົ້າ​ໄດ້​ຂ້າ​ຜູ້​ພະຍາກອນ​ຂອງ​ເຈົ້າ​ເອງ+ຄື​ກັບ​ໂຕ​ສິງ​ທີ່​ໃຈ​ຮ້າຍ​ແຮງ. 31  ປະຊາຊົນ​ຂອງ​ເຮົາ​ເອີ້ຍ ໃຫ້​ເຈົ້າ​ຄິດ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ດີ​ໆ​ເດີ້. ເຮົາ​ກາຍ​ເປັນ​ບ່ອນ​ກັນດານຫຼື​ແຜ່ນດິນ​ທີ່​ມືດ​ໆ​ແລະ​ເປັນ​ຕາ​ຢ້ານ​ສຳລັບ​ອິດສະຣາເອນ​ແລ້ວ​ບໍ? ເປັນ​ຫຍັງ​ປະຊາຊົນ​ຂອງ​ເຮົາ​ຈຶ່ງ​ເວົ້າ​ວ່າ ‘ພວກ​ເຮົາ​ເລາະ​ໄປ​ຕາມ​ໃຈ​ໂຕເອງ ພວກ​ເຮົາ​ຈະ​ບໍ່​ກັບມາ​ຫາ​ພະອົງ​ອີກ​ແລ້ວ’?+ 32  ຜູ້​ຍິງ​ບໍລິສຸດ​ຈະ​ລືມ​ເຄື່ອງ​ປະດັບ​ຂອງ​ລາວ​ບໍ?ເຈົ້າ​ສາວ​ຈະ​ລືມ​ສາຍ​ແອວ​ຂອງ​ລາວ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງ​ເຮົາ​ໄດ້​ລືມ​ເຮົາ​ແຕ່​ດົນ​ແລ້ວ.+ 33  ເຈົ້າ​ຈັ່ງ​ແມ່ນ​ຄິດ​ວິທີ​ຊອກ​ຫາ​ຄວາມ​ຮັກ​ເກັ່ງ​ເນາະ. ເຈົ້າ​ຝຶກ​ໂຕເອງ​ໃຫ້​ເຮັດ​ແນວ​ຊົ່ວ​ໆ​ເກັ່ງ​ຫຼາຍ.+ 34  ແມ່ນ​ແຕ່​ເຄື່ອງນຸ່ງ​ຂອງ​ເຈົ້າ​ກໍ​ຍັງ​ເປື້ອນ​ເລືອດ​ຂອງ​ຄົນ​ທຸກ​ທີ່​ບໍ່​ມີ​ຄວາມ​ຜິດ.+ເຖິງ​ວ່າ​ເຮົາ​ບໍ່​ໄດ້​ເຫັນ​ເຂົາ​ເຈົ້າ​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຈົ້າແຕ່​ເຮົາ​ກໍ​ຍັງ​ເຫັນ​ເລືອດ​ຂອງ​ເຂົາ​ເຈົ້າ​ຕິດ​ຢູ່​ເຄື່ອງ​ນຸ່ງ​ຂອງ​ເຈົ້າ.+ 35  ແຕ່​ເຈົ້າ​ບອກ​ວ່າ ‘ຂ້ອຍ​ບໍ່​ໄດ້​ຜິດ​ເດີ້. ເພິ່ນ​ເຊົາ​ໃຈ​ຮ້າຍ​ໃຫ້​ຂ້ອຍ​ແລ້ວ​ແນ່ນອນ.’ ບັດ​ນີ້​ເຮົາ​ຈະ​ຕັດສິນ​ເຈົ້າຍ້ອນ​ເຈົ້າ​ເວົ້າ​ວ່າ ‘ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.’ 36  ເປັນ​ຫຍັງ​ເຈົ້າ​ຄິດ​ວ່າ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ​ເປັນ​ເລື່ອງ​ທີ່​ບໍ່​ສຳຄັນ? ເຈົ້າ​ຈະ​ຕ້ອງ​ອັບອາຍ​ຍ້ອນ​ເອຢິບ+ຄື​ກັບ​ທີ່​ເຈົ້າ​ອັບອາຍ​ຍ້ອນ​ອັດຊີເຣຍ.+ 37  ຍ້ອນ​ແນວ​ນີ້ ເຈົ້າ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ອັບອາຍ*+ເພາະ​ພະ​ເຢໂຫວາ​ບໍ່​ຍອມຮັບ​ຄົນ​ທີ່​ເຈົ້າ​ໄວ້ໃຈ.ເຂົາ​ເຈົ້າ​ຈະ​ບໍ່​ຊ່ວຍ​ເຈົ້າ.”

ຂໍຄວາມໄຂເງື່ອນ

ຫຼື “ເຈາະ.” ໝາຍເຖິງ​ເຈາະ​ຫີນ.
ຫຼື “ເມມຟິດ”
ແປ​ຕາມ​ໂຕ​ວ່າ “ກິນ​ມົງກຸດ​ຢູ່​ຫົວ​ຂອງ​ເຈົ້າ”
ໝາຍເຖິງ​ແມ່​ນ້ຳ​ສາຍ​ໜຶ່ງ​ທີ່​ແຍກ​ອອກ​ມາ​ຈາກ​ແມ່​ນ້ຳ​ນິນ
ສານ​ເຄມີ​ຊະນິດ​ໜຶ່ງ​ທີ່​ເປັນ​ດ່າງ
ຫຼື “ພະເຈົ້າ​ຂອງ​ຄົນ​ຕ່າງ​ຊາດ”
ແປ​ຕາມ​ໂຕ​ວ່າ “ອອກ​ໄປ​ໂດຍ​ເອົາ​ມື​ເຈົ້າ​ວາງ​ໄວ້​ເທິງ​ຫົວ​ເຈົ້າ”