ເຢເຣມີຢາ 22:1-30

  • ການ​ຕັດສິນ​ຕໍ່​ກະ⁠ສັດ​ຊົ່ວ (1-30)

    • ກ່ຽວ​ກັບ​ຊາລຶມ (10-12)

    • ກ່ຽວ​ກັບ​ເຢໂຮຢາກີມ (13-23)

    • ກ່ຽວ​ກັບ​ໂກນີຢາ (24-30)

22  ພະ​ເຢໂຫວາ​ເວົ້າ​ວ່າ: “ໃຫ້​ເຈົ້າ​ໄປ​ວັງ​ຂອງ​ກະສັດ​ຢູດາ​ແລະ​ປະກາດ​ຂ່າວ​ສານ​ນີ້​ກັບ​ລາວ.  ເຈົ້າ​ຕ້ອງ​ເວົ້າ​ວ່າ ‘ກະສັດ​ຢູດາ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ​ເອີ້ຍ ໃຫ້​ເຈົ້າ​ກັບ​ຄົນ​ຮັບ​ໃຊ້​ຂອງ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ທີ່​ຜ່ານ​ປະຕູ​ເຫຼົ່າ​ນີ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້.  ພະ​ເຢໂຫວາ​ບອກ​ວ່າ “ໃຫ້​ເປັນ​ຄົນ​ຍຸຕິທຳ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ໃຫ້​ຊ່ວຍ​ຄົນ​ທີ່​ຖືກ​ປຸ້ນ​ຈາກ​ມື​ຂອງ​ຄົນ​ຂີ້​ໂກງ. ຢ່າ​ຂົ່ມເຫງ​ຄົນ​ຕ່າງ​ຊາດ ຢ່າ​ທຳຮ້າຍ​ລູກ​ກຳພ້າ​ຫຼື​ແມ່​ໝ້າຍ+ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.+  ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ນີ້​ຢ່າງ​ເຄັ່ງ​ຄັດ ກະສັດ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ+​ຈະ​ໄດ້​ເຂົ້າ​ອອກ​ປະຕູ​ຂອງ​ວັງ​ນີ້. ເຂົາ​ເຈົ້າ​ຈະ​ໄດ້​ຂີ່​ລົດ​ຮົບ​ແລະ​ຂີ່​ມ້າ​ມາ​ກັບ​ຄົນ​ຮັບ​ໃຊ້​ແລະ​ປະຊາຊົນ​ຂອງ​ເຂົາ​ເຈົ້າ.”’+  ພະ​ເຢໂຫວາ​ບອກ​ວ່າ ‘ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ຄຳ​ສັ່ງ​ເຫຼົ່າ​ນີ້ ເຮົາ​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເຮົາ​ວ່າ​ວັງ​ນີ້​ຈະ​ກາຍ​ເປັນ​ວັງ​ຮ້າງ.’+  ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ວັງ​ຂອງ​ກະສັດ​ຢູດາ​ວ່າ‘ສຳລັບ​ເຮົາ ເຈົ້າ​ເປັນ​ຄື​ກັບ​ປ່າ​ຂອງ​ກິລຽດເປັນ​ຄື​ກັບ​ປ່າ​ທີ່​ຢູ່​ຈອມ​ພູ​ເລບານອນ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກາຍ​ເປັນ​ບ່ອນ​ກັນດານ.ເມືອງ​ຕ່າງ​ໆ​ຂອງ​ເຈົ້າ​ຈະ​ບໍ່​ມີ​ໃຜ​ອາໄສ​ຢູ່​ເລີຍ.+   ເຮົາ​ຈະ​ສົ່ງ​ພວກ​ຜູ້​ທຳລາຍ​ມາ​ຕໍ່ສູ້​ເຈົ້າ.ແຕ່​ລະ​ຄົນ​ຈະ​ເອົາ​ອາວຸດ​ຂອງ​ໂຕເອງ​ມາ.+ ເຂົາ​ເຈົ້າ​ຈະ​ຕັດ​ຕົ້ນ​ຊີດ້າ*​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າແລະ​ເອົາ​ໄປ​ຈູດ​ຖິ້ມ.+  ຄົນ​ຈາກ​ຊາດ​ຕ່າງ​ໆ​ທີ່​ຜ່ານ​ເມືອງ​ນີ້​ກໍ​ຈະ​ພາກັນ​ຖາມ​ວ່າ “ເປັນ​ຫຍັງ​ພະ​ເຢໂຫວາ​ຄື​ເຮັດ​ຈັ່ງ​ຊີ້​ກັບ​ເມືອງ​ໃຫຍ່​ນີ້?”+  ເຂົາ​ເຈົ້າ​ກໍ​ຈະ​ຕອບ​ວ່າ “ຍ້ອນ​ຄົນ​ເມືອງ​ນີ້​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ໄວ້​ກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ ແລ້ວ​ໄປ​ຂາບ​ໄຫວ້​ແລະ​ຮັບ​ໃຊ້​ພະເຈົ້າ​ອື່ນ.”’+ 10  ຢ່າ​ຮ້ອງໄຫ້​ໃຫ້​ຄົນ​ຕາຍແລະ​ຢ່າ​ໄວ້​ທຸກ​ໃຫ້​ເຂົາ​ເຈົ້າ ແຕ່​ໃຫ້​ຮ້ອງ​ໄຫ້​ໃຫ້​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍຍ້ອນ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ກັບ​ມາ​ເຫັນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ໂຕເອງ​ອີກ. 11  ພະ​ເຢໂຫວາ​ໄດ້​ເວົ້າ​ກ່ຽວ​ກັບ​ຊາລຶມ*+​ລູກ​ຊາຍ​ຂອງ​ໂຢ​ສີ​ຢາ​ກະສັດ​ຂອງ​ຢູດາ​ທີ່​ປົກຄອງ​ແທນ​ໂຢ​ສີ​ຢາ+​ພໍ່​ຂອງ​ລາວ​ເຊິ່ງ​ບໍ່​ໄດ້​ຢູ່​ບ່ອນ​ນີ້​ແລ້ວ. ເພິ່ນ​ເວົ້າ​ວ່າ ‘ລາວ​ຈະ​ບໍ່​ໄດ້​ກັບ​ມາ​ບ່ອນ​ນີ້​ອີກ 12  ຍ້ອນ​ລາວ​ຈະ​ຕາຍ​ຢູ່​ບ່ອນ​ທີ່​ລາວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ແລະ​ລາວ​ຈະ​ບໍ່​ໄດ້​ເຫັນ​ແຜ່ນດິນ​ນີ້​ອີກ.’+ 13  ຍ້ອນ​ເຈົ້າ*​ສ້າງ​ເຮືອນ​ແບບ​ບໍ່​ສັດຊື່ສ້າງ​ຫ້ອງ​ຊັ້ນ​ເທິງ​ແບບ​ສໍ້​ໂກງແລະ​ໃຫ້​ຄົນ​ອື່ນ​ເຮັດ​ວຽກ​ໃຫ້​ລ້າ​ໆ​ໂດຍ​ບໍ່​ຍອມ​ຈ່າຍ​ຄ່າ​ຈ້າງ ເຈົ້າ​ຈະ​ຕ້ອງ​ຈິບຫາຍ.+ 14  ເຈົ້າ​ເວົ້າ​ວ່າ ‘ຂ້ອຍ​ຈະ​ສ້າງ​ເຮືອນ​ຫຼັງ​ໃຫຍ່​ໆ​ທີ່​ມີ​ຫ້ອງ​ຊັ້ນ​ເທິງ​ກວ້າງ​ໆ​ໃຫ້​ໂຕເອງ. ຂ້ອຍ​ຈະ​ເຮັດ​ປ່ອງ​ຢ້ຽມ​ຫຼາຍ​ໆ​ປ່ອງແລະ​ເອົາ​ໄມ້​ຊີດ້າ​ມາ​ເຮັດ​ເປັນ​ຝາ​ແລ້ວ​ທາ​ສີ​ແດງ.’ 15  ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໄດ້​ປົກຄອງ​ຕໍ່​ໄປ​ຍ້ອນ​ເຈົ້າ​ໃຊ້​ໄມ້​ຊີດ້າ​ຫຼາຍ​ກວ່າ​ຄົນ​ອື່ນ​ບໍ? ພໍ່​ຂອງ​ເຈົ້າ​ເຄີຍ​ກິນ​ແລະ​ດື່ມ​ຢ່າງ​ມີ​ຄວາມ​ສຸກແຕ່​ລາວ​ກໍ​ຍັງ​ເປັນ​ຄົນ​ທີ່​ຍຸຕິທຳ​ແລະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ລາວ​ຈຶ່ງ​ມີ​ຊີວິດ​ທີ່​ດີ. 16  ລາວ​ຊ່ວຍ​ຄະດີ​ຂອງ​ຄົນ​ທີ່​ລຳບາກ​ແລະ​ຄົນ​ທຸກເຂົາ​ເຈົ້າ​ຈຶ່ງ​ຊະນະ​ຄະດີ. ‘ລາວ​ເຮັດ​ແນວ​ນັ້ນ​ຍ້ອນ​ລາວ​ຮູ້​ຈັກ​ເຮົາ​ບໍ່​ແມ່ນ​ບໍ?’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 17  ‘ແຕ່​ເຈົ້າ​ມັກ​ຊອກ​ຫາ​ວິທີ​ຫຼອກລວງ​ຄົນ​ອື່ນ​ແລະ​ມີ​ແຕ່​ຄິດ​ຢາກ​ໄດ້​ຜົນ​ປະໂຫຍດ​ແບບ​ບໍ່​ສັດຊື່ຄິດ​ແຕ່​ຢາກ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດແລະ​ຄິດ​ແຕ່​ຈະ​ສໍ້​ໂກງ​ຄົນ​ອື່ນ.’ 18  ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວ​ກັບ​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢ​ສີ​ຢາ​ກະສັດ​ຂອງ​ຢູດາ​ວ່າ‘ປົກກະຕິ​ແລ້ວ ຄົນ​ຈະ​ໄວ້ທຸກ​ໃຫ້​ຄົນ​ຕາຍ​ແລະ​ເວົ້າ​ວ່າ “ອ້າຍ​ເອີ້ຍ! ເອື້ອຍ​ເອີ້ຍ!” ແຕ່​ສຳລັບ​ເຢໂຮຢາກີມ ເຂົາ​ເຈົ້າ​ຈະ​ບໍ່​ໄວ້ທຸກ​ແລະ​ຈະ​ບໍ່​ເວົ້າ​ວ່າ “ນາຍ​ຂອງ​ຂ້ອຍ​ເອີ້ຍ! ເປັນ​ຫຍັງ​ຄື​ເປັນ​ຈັ່ງ​ຊີ້!” 19  ເມື່ອ​ລາວ​ຕາຍ ເຂົາ​ເຈົ້າ​ຈະ​ເຮັດ​ກັບ​ລາວ​ຄື​ກັບ​ທີ່​ເຮັດ​ກັບ​ໂຕລາ​ທີ່​ຕາຍ​ແລ້ວ.+ສົບ​ຂອງ​ລາວ​ຈະ​ຖືກ​ລາກ​ໄປ​ໂຍນ​ຖິ້ມຢູ່​ນອກ​ປະຕູ​ເມືອງ​ເຢຣູຊາເລັມ.’+ 20  ໃຫ້​ຂຶ້ນ​ໄປ​ເລບານອນ​ແລະ​ຮ້ອງ​ດັງ​ໆ​ໃຫ້​ໄປ​ຮ້ອງ​ສຸດ​ສຽງ​ຢູ່​ບາຊານແລະ​ໃຫ້​ໄປ​ຮ້ອງໄຫ້​ຢູ່​ອາບາຣີມ+ຍ້ອນ​ພວກ​ຊູ້​ຮັກ​ຂອງ​ເຈົ້າ​ຖືກ​ທຳລາຍ​ໝົດ​ແລ້ວ.+ 21  ເຮົາ​ໄດ້​ເຕືອນ​ເຈົ້າ​ຕອນ​ທີ່​ເຈົ້າ​ຢູ່​ຢ່າງ​ປອດໄພ ແຕ່​ເຈົ້າ​ພັດ​ເວົ້າ​ວ່າ ‘ຂ້ອຍ​ຈະ​ບໍ່​ຟັງ.’+ ເຈົ້າ​ເຮັດ​ແບບ​ນີ້​ຕັ້ງແຕ່​ເຈົ້າ​ຍັງ​ນ້ອຍ​ໆ​ແລ້ວ.ເຈົ້າ​ບໍ່​ເຄີຍ​ຟັງ​ຄວາມ​ເຮົາ​ເລີຍ.+ 22  ລົມ​ຈະ​ພັດ​ຜູ້​ລ້ຽງ​ແກະ​ຂອງ​ເຈົ້າ​ໄປ​ຈົນ​ໝົດ+ແລະ​ພວກ​ຊູ້​ຮັກ​ຂອງ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ແລ້ວ​ເຈົ້າ​ຈະ​ຕ້ອງ​ອັບອາຍ​ຂາຍ​ໜ້າ​ຍ້ອນ​ເຈົ້າ​ຈະ​ເຈິ​ຄວາມ​ຈິບຫາຍ. 23  ພວກ​ເຈົ້າ​ທີ່​ຢູ່​ເລບານອນ+ທີ່​ຢູ່​ກາງ​ປ່າ​ຕົ້ນ​ຊີດ້າ​ເອີ້ຍ+ພວກ​ເຈົ້າ​ຈະ​ຕ້ອງ​ຮ້ອງ​ຄາງ​ດ້ວຍ​ຄວາມ​ເຈັບ​ປວດຄື​ກັບ​ຜູ້​ຍິງ​ທີ່​ເຈັບ​ທ້ອງ​ເກີດ​ລູກ!+ 24  ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ເອງ​ສາບານ​ວ່າ​ເຖິງ​ວ່າ​ໂກນີຢາ*+​ລູກ​ຊາຍ​ຂອງ​ເຢໂຮຢາກີມ+​ກະສັດ​ຂອງ​ຢູດາ​ຈະ​ເປັນ​ແຫວນ​ຈ້ຳກາ​ຢູ່​ມື​ເບື້ອງ​ຂວາ​ຂອງ​ເຮົາ ເຮົາ​ກໍ​ຈະ​ຖອດ​ເຈົ້າ​ອອກ! 25  ເຮົາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າເຈົ້າ ໃນ​ມື​ຂອງ​ຄົນ​ທີ່​ເຈົ້າ​ຢ້ານ ໃນ​ມື​ຂອງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ແລະ​ໃນ​ມື​ຂອງ​ພວກ​ການເດອາ.+ 26  ເຮົາ​ຈະ​ໂຍນ​ເຈົ້າ​ກັບ​ແມ່​ຂອງ​ເຈົ້າ​ໄປ​ແຜ່ນດິນ​ທີ່​ບໍ່​ແມ່ນ​ບ້ານ​ເກີດ​ຂອງ​ເຈົ້າ​ແລະ​ເຈົ້າ​ຈະ​ຕາຍ​ຢູ່​ຫັ້ນ. 27  ເຈົ້າ​ຈະ​ບໍ່​ໄດ້​ກັບ​ມາ​ແຜ່ນດິນ​ທີ່​ເຈົ້າ​ຢາກ​ຢູ່​ອີກ​ເລີຍ.+ 28  ໂກນີຢາ​ຜູ້​ນີ້​ເປັນ​ຄື​ກັບ​ໝໍ້​ດິນ​ທີ່​ແຕກ​ແລ້ວແລະ​ບໍ່​ມີ​ໃຜ​ຢາກ​ໄດ້​ບໍ? ເປັນ​ຫຍັງ​ລາວ​ກັບ​ລູກ​ຫຼານ​ຂອງ​ລາວ​ຈຶ່ງ​ຖືກ​ໂຍນໄປ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ບໍ່​ຮູ້​ຈັກ?’+ 29  ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ເອີ້ຍ* ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້. 30  ພະ​ເຢໂຫວາ​ເວົ້າ​ວ່າ ‘ໃຫ້​ຂຽນ​ໄວ້​ວ່າ​ຜູ້​ຊາຍ​ຄົນ​ນີ້​ບໍ່​ມີ​ລູກແລະ​ບໍ່​ມີ​ຜູ້​ສືບ​ເຊື້ອສາຍ​ຕະຫຼອດ​ຊີວິດ​ຂອງ​ລາວຍ້ອນ​ຈະ​ບໍ່​ມີ​ລູກ​ຫຼານ​ຂອງ​ລາວ​ຈັກ​ຄົນ​ໄດ້​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດແລະ​ໄດ້​ປົກຄອງ​ຢູດາ.’”+

ຂໍຄວາມໄຂເງື່ອນ

ຕົ້ນ​ແປກ​ຊະນິດ​ໜຶ່ງ
ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເຢໂຮອາຮາດ
ຂໍ້ 13-17 ເວົ້າ​ເຖິງ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ
ລາວ​ມີ​ຊື່​ອື່ນ​ອີກ​ວ່າ​ເຢໂຮຢາກິນ​ແລະ​ເຢໂກນີຢາ
ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ໂລກ ໂລກ ໂລກ​ເອີ້ຍ”