ເຢເຣມີຢາ 28:1-17

  • ເຢເຣມີຢາ​ກັບ​ຜູ້​ພະຍາກອນ​ປອມ​ຮານານີຢາ (1-17)

28  ໃນ​ປີ​ດຽວ​ກັນ​ນັ້ນ​ເຊິ່ງ​ເປັນ​ຊ່ວງ​ທຳອິດ​ທີ່​ເຊເດກີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ​ໃນ​ເດືອນ​ທີ 5 ຂອງ​ປີ​ທີ 4 ຜູ້​ພະຍາກອນ​ຮານານີຢາ​ລູກ​ຊາຍ​ຂອງ​ອັດຊູເຣ​ຈາກ​ເມືອງ​ກິເບໂອນ+​ໄດ້​ເວົ້າ​ກັບ​ເຢເຣມີຢາ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຕໍ່​ໜ້າ​ພວກ​ປະໂລຫິດ​ແລະ​ປະຊາຊົນ​ວ່າ:  “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ຫັກ​ແອກ​ຂອງ​ກະສັດ​ບາບີໂລນ.+  ພາຍ​ໃນ 2 ປີ ເຮົາ​ຈະ​ເອົາ​ເຄື່ອງໃຊ້​ທັງໝົດ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ທີ່​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ເອົາ​ໄປ​ບາບີໂລນ​ກັບ​ມາ​ບ່ອນ​ນີ້.’+  ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ພາ​ເຢໂກນີຢາ+​ລູກ​ຊາຍ​ຂອງ​ເຢໂຮຢາກີມ+​ກະສັດ​ຂອງ​ຢູດາ​ແລະ​ຄົນ​ຢູດາ​ທຸກ​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ+​ກັບ​ມາ​ບ່ອນ​ນີ້​ນຳ ຍ້ອນ​ເຮົາ​ຈະ​ຫັກ​ແອກ​ຂອງ​ກະສັດ​ບາບີໂລນ.’”  ຈາກ​ນັ້ນ ຜູ້​ພະຍາກອນ​ເຢເຣມີຢາ​ກໍ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ​ຕໍ່​ໜ້າ​ພວກ​ປະໂລຫິດ​ແລະ​ປະຊາຊົນ​ທຸກ​ຄົນ​ທີ່​ຢືນ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.  ຜູ້​ພະຍາກອນ​ເຢເຣມີຢາ​ເວົ້າ​ວ່າ: “ອາແມນ!* ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ແບບ​ນັ້ນ! ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ຄຳ​ພະຍາກອນ​ຂອງ​ເຈົ້າ​ເກີດ​ຂຶ້ນ​ແທ້​ໂດຍ​ເອົາ​ເຄື່ອງໃຊ້​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ປະຊາຊົນ​ທັງໝົດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ກັບ​ມາ​ບ່ອນ​ນີ້!  ແນວ​ໃດ​ກໍ​ຕາມ ຂໍ​ໃຫ້​ຟັງ​ສິ່ງ​ທີ່​ຂ້ອຍ​ຈະ​ເວົ້າ​ກັບ​ເຈົ້າ​ແລະ​ປະຊາຊົນ​ທັງໝົດ.  ດົນ​ນານ​ມາ​ແລ້ວ ພວກ​ຜູ້​ພະຍາກອນ​ທີ່​ຢູ່​ກ່ອນ​ເຈົ້າ​ແລະ​ຂ້ອຍ​ເຄີຍ​ພະຍາກອນ​ວ່າ​ແຜ່ນດິນ​ແລະ​ປະເທດ​ທີ່​ຍິ່ງ​ໃຫຍ່​ຕ່າງ​ໆ​ຈະ​ຕ້ອງ​ເຈິ​ກັບ​ສົງຄາມ ໄພພິບັດ ແລະ​ໂລກລະບາດ.*  ແຕ່​ຖ້າ​ຜູ້​ພະຍາກອນ​ຄົນ​ໃດ​ພະຍາກອນ​ວ່າ​ຈະ​ມີ​ສັນຕິສຸກ​ແລ້ວ​ກໍ​ມີ​ສັນຕິສຸກ​ເກີດ​ຂຶ້ນ​ແທ້​ຕາມ​ທີ່​ລາວ​ເວົ້າ ຄົນ​ອື່ນ​ກໍ​ຈະ​ຮູ້​ວ່າ​ຜູ້​ພະຍາກອນ​ຄົນ​ນັ້ນ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ສົ່ງ​ມາ​ແທ້​ໆ​.” 10  ແລ້ວ​ຜູ້​ພະຍາກອນ​ຮານານີຢາ​ກໍ​ເອົາ​ແອກ​ທີ່​ຢູ່​ຄໍ​ຂອງ​ຜູ້​ພະຍາກອນ​ເຢເຣມີຢາ​ມາ​ຫັກ​ຖິ້ມ.+ 11  ຈາກ​ນັ້ນ ຜູ້​ພະຍາກອນ​ຮານານີຢາ​ກໍ​ເວົ້າ​ຕໍ່​ໜ້າ​ປະຊາຊົນ​ທຸກ​ຄົນ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ພາຍ​ໃນ 2 ປີ ເຮົາ​ຈະ​ຫັກ​ແອກ​ຂອງ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຈາກ​ຄໍ​ຂອງ​ຊາດ​ທັງໝົດ​ແນວ​ນີ້​ແຫຼະ.’”+ ແລ້ວ​ຜູ້​ພະຍາກອນ​ເຢເຣມີຢາ​ກໍ​ໄປ​ຈາກ​ບ່ອນ​ນັ້ນ. 12  ຫຼັງ​ຈາກ​ຜູ້​ພະຍາກອນ​ຮານານີຢາ​ເອົາ​ແອກ​ຢູ່​ຄໍ​ຂອງ​ຜູ້​ພະຍາກອນ​ເຢເຣມີຢາ​ມາ​ຫັກ​ຖິ້ມ​ແລ້ວ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ເຢເຣມີຢາ​ວ່າ: 13  “ໃຫ້​ເຈົ້າ​ໄປ​ບອກ​ຮານານີຢາ​ແນວ​ນີ້ ‘ພະ​ເຢໂຫວາ​ບອກ​ວ່າ “ເຈົ້າ​ໄດ້​ຫັກ​ແອກ​ທີ່​ເປັນ​ໄມ້​ຖິ້ມ​ແລ້ວ+ ແຕ່​ເຈົ້າ​ຈະ​ຕ້ອງ​ເຮັດ​ແອກ​ທີ່​ເປັນ​ເຫຼັກ​ມາ​ແທນ​ແອກ​ນັ້ນ.” 14  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຮົາ​ຈະ​ເອົາ​ແອກ​ເຫຼັກ​ໃສ່​ຄໍ​ຂອງ​ຊາດ​ເຫຼົ່າ​ນີ້​ທັງໝົດ. ເຂົາ​ເຈົ້າ​ຈະ​ຕ້ອງ​ຮັບ​ໃຊ້​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ+​ແລະ​ເຮົາ​ຍັງ​ຈະ​ໃຫ້​ກະສັດ​ບາບີໂລນ​ມີ​ອຳນາດ​ເໜືອ​ສັດ​ປ່າ​ໃນ​ທົ່ງ​ຫຍ້າ​ນຳ​ອີກ.”’”+ 15  ຜູ້​ພະຍາກອນ​ເຢເຣມີຢາ​ຈຶ່ງ​ເວົ້າ​ກັບ​ຜູ້​ພະຍາກອນ​ຮານານີຢາ+​ວ່າ: “ຮານານີຢາ​ເອີ້ຍ ໃຫ້​ເຈົ້າ​ຟັງ​ເດີ້! ພະ​ເຢໂຫວາ​ບໍ່​ໄດ້​ສົ່ງ​ເຈົ້າ​ມາ ແຕ່​ເຈົ້າ​ເຮັດ​ໃຫ້​ຄົນ​ຊາດ​ນີ້​ເຊື່ອ​ຄຳ​ຕົວະ​ຂອງ​ເຈົ້າ.+ 16  ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ‘ເຮົາ​ຈະ​ກຳຈັດ​ເຈົ້າ​ອອກ​ຈາກ​ແຜ່ນດິນ. ປີ​ນີ້​ເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ເຈົ້າ​ໄດ້​ກະຕຸ້ນ​ປະຊາຊົນ​ໃຫ້​ກະບົດ​ຕໍ່​ພະ​ເຢໂຫວາ.’”+ 17  ແລ້ວ​ຜູ້​ພະຍາກອນ​ຮານານີຢາ​ກໍ​ຕາຍ​ໃນ​ເດືອນ​ທີ 7 ຂອງ​ປີ​ນັ້ນ.

ຂໍຄວາມໄຂເງື່ອນ

ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”
ຫຼື “ພະຍາດ”