ເຢເຣມີຢາ 29:1-32

  • ເຢເຣມີຢາ​ຂຽນ​ຈົດໝາຍ​ຫາ​ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ (1-23)

    • ອິດສະຣາເອນ​ຈະ​ກັບ​ມາ​ຫຼັງ​ຈາກ 70 ປີ (10)

  • ຂ່າວ​ສານ​ເຖິງ​ເຊມາຢາ (24-32)

29  ນີ້​ແມ່ນ​ຈົດໝາຍ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ສົ່ງ​ຈາກ​ເຢຣູຊາເລັມ​ໄປ​ຫາ​ພວກ​ຜູ້​ນຳ​ຂອງ​ປະຊາຊົນ ພວກ​ປະໂລຫິດ ພວກ​ຜູ້​ພະຍາກອນ ແລະ​ປະຊາຊົນ​ທັງໝົດ​ທີ່​ຖືກ​ກະສັດ​ເນບູກາດເນັດຊາ​ຈັບ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ  ຫຼັງ​ຈາກ​ທີ່​ກະສັດ​ເຢໂກນີຢາ+ ແມ່​ຂອງ​ກະສັດ+ ພວກ​ຂ້າລາຊະການ ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ແລະ​ເຢຣູຊາເລັມ ພວກ​ຊ່າງ​ທີ່​ມີ​ສີ​ໄມ້​ລາຍ​ມື ແລະ​ພວກ​ຊ່າງ​ເຫຼັກ*​ໄດ້​ອອກ​ຈາກ​ເຢຣູຊາເລັມ​ໄປ​ແລ້ວ.+  ຄົນ​ທີ່​ເຢເຣມີຢາ​ໃຊ້​ໃຫ້​ໄປ​ບາບີໂລນ​ເພື່ອ​ສົ່ງ​ຈົດໝາຍ​ນີ້​ແມ່ນ​ເອລາສາ​ລູກ​ຊາຍ​ຂອງ​ຊາຟານ+​ແລະ​ເກ​ມາຣີ​ຢາ​ລູກ​ຊາຍ​ຂອງ​ຮິນກີຢາ​ຜູ້​ທີ່​ເຊເດກີຢາ+​ກະສັດ​ຂອງ​ຢູດາ​ສົ່ງ​ໄປ​ຫາ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ. ເນື້ອ​ໃນ​ຈົດໝາຍ​ນັ້ນ​ບອກ​ວ່າ:  “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກັບ​ປະຊາຊົນ​ທຸກ​ຄົນ​ທີ່​ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຖືກ​ຈັບ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ວ່າ  ‘ໃຫ້​ປຸກ​ເຮືອນ​ແລະ​ອາໄສ​ຢູ່​ບ່ອນ​ນີ້. ໃຫ້​ເຮັດ​ສວນ​ແລະ​ກິນ​ໝາກ​ໄມ້​ຈາກ​ສວນ.  ໃຫ້​ພວກ​ເຈົ້າ​ເອົາ​ເມຍ​ແລະ​ມີ​ລູກ​ຊາຍ​ລູກ​ສາວ. ໃຫ້​ພວກ​ເຈົ້າ​ຫາ​ເມຍ​ໃຫ້​ລູກ​ຊາຍ​ແລະ​ຫາ​ຜົວ​ໃຫ້​ລູກ​ສາວ​ເພື່ອ​ເຂົາ​ເຈົ້າ​ຊິ​ໄດ້​ມີ​ລູກ​ມີ​ຫຼານ​ຄື​ກັນ. ໃຫ້​ພວກ​ເຈົ້າ​ເພີ່ມ​ຈຳນວນ​ຫຼາຍ​ຂຶ້ນ​ຢູ່​ຫັ້ນ​ແລະ​ຢ່າ​ໃຫ້​ຫຼຸດ​ລົງ.  ໃຫ້​ຊອກ​ຫາ​ຄວາມ​ສະຫງົບ​ສຸກ​ໃນ​ເມືອງ​ທີ່​ເຮົາ​ໃຫ້​ພວກ​ເຈົ້າ​ໄປ​ຢູ່​ນັ້ນ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຂໍ​ໃຫ້​ເມືອງ​ນັ້ນ​ມີ​ຄວາມ​ສະຫງົບ​ສຸກ ຍ້ອນ​ຖ້າ​ເມືອງ​ນັ້ນ​ມີ​ຄວາມ​ສະຫງົບສຸກ ພວກ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສະຫງົບສຸກ​ຄື​ກັນ.+  ເຮົາ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ “ຢ່າ​ໃຫ້​ພວກ​ຜູ້​ພະຍາກອນ​ແລະ​ພວກ​ໝໍ​ມໍ​ຫຼອກ​ພວກ​ເຈົ້າ+ ແລະ​ຢ່າ​ໄປ​ຟັງ​ຄວາມ​ຝັນ​ທີ່​ເຂົາ​ເຈົ້າ​ເລົ່າ​ໃຫ້​ພວກ​ເຈົ້າ​ຟັງ  ‘ຍ້ອນ​ເຂົາ​ເຈົ້າ​ພະຍາກອນ​ເລື່ອງ​ຕົວະ​ໂດຍ​ອ້າງ​ຊື່​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ມາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”’ 10  ພະ​ເຢໂຫວາ​ເວົ້າ​ວ່າ ‘ເມື່ອ​ຄົບ​ໄລຍະ 70 ປີ​ໃນ​ບາບີໂລນ​ແລ້ວ ເຮົາ​ຈະ​ເບິ່ງແຍງ​ພວກ​ເຈົ້າ+​ແລະ​ເຮົາ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ເຮົາ​ໂດຍ​ພາ​ພວກ​ເຈົ້າ​ກັບ​ມາ​ບ່ອນ​ນີ້.’+ 11  ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ຮູ້​ວ່າ​ເຮົາ​ຕັ້ງໃຈ​ຈະ​ໃຫ້​ຫຍັງ​ກັບ​ພວກ​ເຈົ້າ. ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ທີ່​ສະຫງົບສຸກ​ແລະ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ເຈິ​ແນວ​ບໍ່​ດີ.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ຫວັງ.+ 12  ພວກ​ເຈົ້າ​ຈະ​ເອີ້ນ​ເຮົາ​ແລະ​ຈະ​ມາ​ອະທິດຖານ​ຫາ​ເຮົາ ແລະ​ເຮົາ​ຈະ​ຟັງ​ພວກ​ເຈົ້າ.+ 13  ພວກ​ເຈົ້າ​ຈະ​ຊອກ​ຫາ​ເຮົາ​ແລະ​ຈະ​ພົບ​ເຮົາ.+ ຍ້ອນ​ພວກ​ເຈົ້າ​ຊອກ​ຫາ​ເຮົາ​ດ້ວຍ​ສຸດ​ຫົວໃຈ+ 14  ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ພົບ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. ‘ເຮົາ​ຈະ​ລວບລວມ​ພວກ​ເຈົ້າ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ກັບ​ມາ​ຈາກ​ຊາດ​ທັງໝົດ​ແລະ​ຈາກ​ບ່ອນ​ຕ່າງ​ໆ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ.+ ແລ້ວ​ເຮົາ​ຈະ​ພາ​ພວກ​ເຈົ້າ​ກັບ​ມາ​ແຜ່ນດິນ​ທີ່​ພວກ​ເຈົ້າ​ເຄີຍ​ຢູ່​ກ່ອນ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+ 15  ແຕ່​ພວກ​ເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ພວກ​ຜູ້​ພະຍາກອນ​ເພື່ອ​ພວກ​ເຮົາ​ຢູ່​ບາບີໂລນ.’ 16  ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ກະສັດ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ+​ແລະ​ປະຊາຊົນ​ທັງໝົດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ນີ້​ເຊິ່ງ​ເປັນ​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ​ທີ່​ບໍ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. 17  ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕາຍ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກລະບາດ*+ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຄື​ກັບ​ໝາກ​ເດື່ອ​ທີ່​ເນົ່າ​ຈົນ​ກິນ​ບໍ່​ໄດ້.”+ 18  ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ຮູ້ສຶກ​ຢ້ານ​ເມື່ອ​ເຫັນ​ເຂົາ​ເຈົ້າ. ເຮົາ​ຈະ​ໂຈມຕີ​ເຂົາ​ເຈົ້າ​ດ້ວຍ​ດາບ+ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກລະບາດ. ເຂົາ​ເຈົ້າ​ຈະ​ຖືກ​ສາບແຊ່ງ​ແລະ​ຖືກ​ເຍາະເຍີ້ຍ*​ໃນ​ແຜ່ນດິນ​ທີ່​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນັ້ນ.+ ຊາດ​ຕ່າງ​ໆ​ທົ່ວ​ໂລກ​ຈະ​ຮູ້ສຶກ​ຢ້ານ+​ແລະ​ຮູ້ສຶກ​ຕົກໃຈ​ເມື່ອ​ເຫັນ​ເຂົາ​ເຈົ້າ+ 19  ຍ້ອນ​ເຂົາ​ເຈົ້າ​ບໍ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ເຮົາ​ທີ່​ເຮົາ​ໃຫ້​ພວກ​ຜູ້​ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ບອກ​ເຂົາ​ເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ.’*+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. ‘ພວກ​ເຈົ້າ​ບໍ່​ຟັງ​ຄວາມ​ເຮົາ​ເລີຍ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 20  ດັ່ງ​ນັ້ນ ພວກ​ເຈົ້າ​ທຸກ​ຄົນ​ທີ່​ເຮົາ​ເຮັດ​ໃຫ້​ອອກ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້. 21  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ເວົ້າ​ກ່ຽວ​ກັບ​ອາຮາບ​ລູກ​ຊາຍ​ຂອງ​ໂກລາຢາ​ແລະ​ເຊເດກີຢາ​ລູກ​ຊາຍ​ຂອງ​ມາອາເສຢາ ເຊິ່ງ​ພະຍາກອນ​ເລື່ອງ​ຕົວະ​ໃຫ້​ພວກ​ເຈົ້າ​ຟັງ​ໂດຍ​ອ້າງ​ຊື່​ຂອງ​ເຮົາ.+ ເພິ່ນ​ເວົ້າ​ວ່າ ‘ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ແລະ​ລາວ​ຈະ​ຂ້າ​ເຂົາ​ເຈົ້າ​ຕໍ່​ໜ້າ​ຕໍ່​ຕາ​ພວກ​ເຈົ້າ. 22  ເມື່ອ​ຄົນ​ຢູດາ​ທີ່​ເປັນ​ຊະເລີຍ​ໃນ​ບາບີໂລນ​ຢາກ​ສາບແຊ່ງ​ຜູ້​ໃດ ເຂົາ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ “ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ເຊເດກີຢາ​ແລະ​ເປັນ​ຄື​ກັບ​ອາຮາບ​ທີ່​ຖືກ​ກະສັດ​ບາບີໂລນ​ເອົາ​ໄຟ​ຈູດ!” 23  ຍ້ອນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ອາຍ​ໃນ​ອິດສະຣາເອນ.+ ເຂົາ​ເຈົ້າ​ຫຼິ້ນ​ຊູ້​ກັບ​ເມຍ​ຂອງ​ເພື່ອນ​ບ້ານ​ແລະ​ເວົ້າ​ເລື່ອງ​ຕົວະ​ໂດຍ​ອ້າງ​ຊື່​ຂອງ​ເຮົາ ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ.+ “ເຮົາ​ຮູ້​ເລື່ອງ​ນີ້​ແລະ​ເຮົາ​ເປັນ​ພະຍານ​ໄດ້.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.’ 24  ໃຫ້​ເຈົ້າ​ບອກ​ເຊມາຢາ+​ຄົນ​ເນ​ເຮລາມ​ວ່າ 25  ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຈົ້າ​ໄດ້​ສົ່ງ​ຈົດໝາຍ​ໃນ​ຊື່​ຂອງ​ເຈົ້າ​ເອງ​ໄປ​ຫາ​ປະໂລຫິດ​ເຊຟານີຢາ+​ລູກ​ຊາຍ​ຂອງ​ມາອາເສຢາ ພວກ​ປະໂລຫິດ​ທຸກ​ຄົນ ແລະ​ປະຊາຊົນ​ທຸກ​ຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ. ເຈົ້າ​ຂຽນ​ວ່າ 26  ‘ເຊຟານີຢາ ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເພື່ອ​ໃຫ້​ເບິ່ງແຍງ​ວິຫານ​ຂອງ​ພະ​ເຢໂຫວາ​ແທນ​ປະໂລຫິດ​ເຢໂຮຢາດາ. ເຈົ້າ​ຈະ​ຕ້ອງ​ຈັດການ​ຄົນ​ບ້າ​ທຸກ​ຄົນ​ທີ່​ອ້າງ​ວ່າ​ເປັນ​ຜູ້​ພະຍາກອນ​ແລະ​ຈັບ​ເຂົາ​ເຈົ້າ​ໃສ່​ຂື່​ຄາ​ໄວ້.*+ 27  ແຕ່​ເປັນ​ຫຍັງ​ເຈົ້າ​ບໍ່​ໄດ້​ລົງໂທດ​ເຢເຣມີຢາ​ຄົນ​ອານາໂທດ+​ທີ່​ອ້າງ​ວ່າ​ເປັນ​ຜູ້​ພະຍາກອນ?+ 28  ລາວ​ເຖິງຂັ້ນ​ສົ່ງ​ຈົດໝາຍ​ມາ​ຫາ​ພວກ​ເຮົາ​ຢູ່​ບາບີໂລນ​ແລະ​ບອກ​ວ່າ “ເຈົ້າ​ຈະ​ຢູ່​ນີ້​ອີກ​ດົນ! ໃຫ້​ປຸກ​ເຮືອນ​ແລະ​ອາໄສ​ຢູ່​ບ່ອນ​ນີ້. ໃຫ້​ເຮັດ​ສວນ​ແລະ​ກິນ​ໝາກ​ໄມ້​ຈາກ​ສວນ​ນັ້ນ+​ . . .”’”’” 29  ຕອນ​ທີ່​ປະໂລຫິດ​ເຊຟານີຢາ+​ອ່ານ​ຈົດໝາຍ​ນີ້ ຜູ້​ພະຍາກອນ​ເຢເຣມີຢາ​ກໍ​ຟັງ​ຢູ່​ນຳ. 30  ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ວ່າ: 31  “ໃຫ້​ເຈົ້າ​ສົ່ງ​ຂ່າວ​ໄປ​ບອກ​ທຸກ​ຄົນ​ທີ່​ເປັນ​ຊະເລີຍ​ວ່າ ‘ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ເຊມາຢາ​ຄົນ​ເນ​ເຮລາມ​ວ່າ “ຍ້ອນ​ເຊມາຢາ​ພະຍາກອນ​ໃຫ້​ພວກ​ເຈົ້າ​ຟັງ​ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ສົ່ງ​ລາວ​ມາ​ແລະ​ພະຍາຍາມ​ເຮັດ​ໃຫ້​ພວກ​ເຈົ້າ​ເຊື່ອ​ຄຳ​ຕົວະ​ຂອງ​ລາວ+ 32  ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ລົງໂທດ​ເຊມາຢາ​ຄົນ​ເນ​ເຮລາມ​ແລະ​ລູກ​ຫຼານ​ຂອງ​ລາວ. ລູກ​ຫຼານ​ຂອງ​ລາວ​ຈະ​ບໍ່​ມີ​ໃຜ​ລອດ​ຈັກ​ຄົນ​ແລະ​ຈະ​ບໍ່​ມີ​ໃຜ​ເຫັນ​ສິ່ງ​ດີ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ ຍ້ອນ​ເຊມາຢາ​ກະຕຸ້ນ​ປະຊາຊົນ​ໃຫ້​ກະບົດ​ຕໍ່​ພະ​ເຢໂຫວາ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”’”

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຊ່າງ​ກໍ່​ກຳແພງ​ປ້ອງກັນ​ສັດຕູ”
ຫຼື “ພະຍາດ”
ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ໃສ່.” ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ.
ແປ​ຕາມ​ໂຕ​ວ່າ “ຕື່ນ​ແຕ່​ເຊົ້າ​ແລະ​ສົ່ງ”
ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ໃສ່​ຂື່​ຄາ​ໄວ້​ແລະ​ເອົາ​ເຫຼັກ​ໃສ່​ຄໍ”