ເຢເຣມີຢາ 3:1-25

  • ອິດສະຣາເອນ​ທໍລະຍົດ​ພະເຈົ້າ (1-5)

  • ອິດສະຣາເອນ​ກັບ​ຢູດາ​ມີ​ຄວາມ​ຜິດ​ຍ້ອນ​ຫຼິ້ນ​ຊູ້ (6-11)

  • ພະເຈົ້າ​ຂໍ​ຮ້ອງ​ໃຫ້​ກັບ​ໃຈ (12-25)

3  ມີ​ຄົນ​ຖາມ​ວ່າ: “ຖ້າ​ຜູ້​ຊາຍ​ຄົນ​ໜຶ່ງ​ຢ່າຮ້າງ​ກັບ​ເມຍ​ຂອງ​ລາວ​ແລະ​ເມຍ​ຂອງ​ລາວ​ກໍ​ໄປ​ຈາກ​ລາວ ແລ້ວ​ໄປ​ເປັນ​ເມຍ​ຂອງ​ຜູ້​ຊາຍ​ຄົນ​ອື່ນ ລາວ​ຄວນ​ຈະ​ກັບ​ໄປ​ຫາ​ຜູ້​ຍິງ​ຄົນ​ນັ້ນ​ບໍ?” ແຜ່ນດິນ​ນັ້ນ​ເປື້ອນ​ຫຼາຍ​ແລ້ວ​ບໍ່​ແມ່ນ​ບໍ?+ “ເຈົ້າ​ໄດ້​ຂາຍ​ໂຕ​ໃຫ້​ຜູ້​ຊາຍ​ຫຼາຍ​ຄົນ​ແລ້ວ+ເຈົ້າ​ຍັງ​ຊິ​ກັບ​ມາ​ຫາ​ເຮົາ​ອີກ​ບໍ?” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.   “ເງີຍ​ໜ້າ​ຂຶ້ນ​ແລະ​ແນມ​ເບິ່ງ​ໂນນ​ພູ​ຫົວ​ໂລ້ນ​ຕ່າງ​ໆ​ແມ້! ມີ​ບ່ອນ​ໃດ​ແດ່​ທີ່​ເຈົ້າ​ບໍ່​ເຄີຍ​ເອົາ​ຜູ້​ຊາຍ​ໄປ​ນອນ​ນຳ? ເຈົ້າ​ນັ່ງ​ລໍ​ຖ້າ​ເຂົາ​ເຈົ້າ​ຢູ່​ຕາມ​ຫົນ​ທາງຄື​ກັບ​ຄົນ​ທີ່​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​*​ໃນ​ບ່ອນ​ກັນດານ. ເຈົ້າ​ເຮັດ​ໃຫ້​ແຜ່ນດິນ​ເປື້ອນ​ຢູ່​ເລື້ອຍ​ໆ​ດ້ວຍ​ການ​ຂາຍ​ໂຕ​ແລະ​ການ​ເຮັດ​ຊົ່ວ​ຂອງ​ເຈົ້າ.+   ຍ້ອນ​ແນວ​ນີ້ ຝົນ​ຈຶ່ງ​ບໍ່​ຕົກ+ແລະ​ບໍ່​ມີ​ຝົນ​ໃນ​ລະດູ​ໃບ​ໄມ້​ປົ່ງ. ເຈົ້າ​ໜ້າ​ດ້ານ​ຄື​ກັບ​ເມຍ​ທີ່​ຂາຍ​ໂຕ.ເຈົ້າ​ບໍ່​ມີ​ຢາງ​ອາຍ​ເລີຍ.+   ແຕ່​ຕອນນີ້ ເຈົ້າ​ພັດ​ຮ້ອງ​ຫາ​ເຮົາ​ວ່າ‘ພໍ່​ຂອງ​ລູກ​ເອີ້ຍ ພະອົງ​ເປັນ​ໝູ່​ສະໜິດ​ຂອງ​ລູກ​ຕັ້ງແຕ່​ລູກ​ຍັງ​ນ້ອຍ​ໆ​.+   ພະອົງ​ຈະ​ຄຽດ​ຕະຫຼອດ​ໄປ​ເລີຍ​ບໍ?ພະອົງ​ຈະ​ບໍ່​ເຊົາ​ໃຈ​ຮ້າຍ​ເລີຍ​ບໍ?’ ເຈົ້າ​ຖາມ​ເຮົາ​ແນວ​ນີ້ແຕ່​ເຈົ້າ​ກໍ​ຍັງ​ເຮັດ​ຊົ່ວ​ທຸກ​ຢ່າງ​ເທົ່າ​ທີ່​ເຈົ້າ​ຈະ​ເຮັດ​ໄດ້.”+  ຕອນ​ທີ່​ໂຢສີຢາ​ເປັນ​ກະສັດ+ ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “‘ເຈົ້າ​ເຫັນ​ບໍ​ວ່າ​ອິດສະຣາເອນ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ຫຍັງ? ລາວ​ຂຶ້ນ​ໄປ​ເທິງ​ພູ​ສູງ​ທຸກ​ໜ່ວຍ​ແລະ​ໄປ​ກ້ອງ​ຕົ້ນໄມ້​ໃຫຍ່​ທຸກ​ຕົ້ນ​ເພື່ອ​ຂາຍ​ໂຕ.+  ເຖິງ​ວ່າ​ລາວ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ເຮົາ​ກໍ​ຍັງ​ບອກ​ລາວ​ຢູ່​ເລື້ອຍ​ໆ​ວ່າ​ໃຫ້​ກັບມາ​ຫາ​ເຮົາ+ ແຕ່​ລາວ​ກໍ​ບໍ່​ກັບ​ມາ ແລະ​ຢູດາ​ກໍ​ແນມ​ເບິ່ງ​ເອື້ອຍ​ຂອງ​ລາວ​ທີ່​ເປັນ​ຄົນ​ທໍລະຍົດ.+  ເມື່ອ​ເຮົາ​ເຫັນ​ແນວ​ນີ້ ເຮົາ​ກໍ​ເຮັດ​ໃບ​ຢ່າຮ້າງ​ໃຫ້​ອິດສະຣາເອນ​ທີ່​ບໍ່​ສັດຊື່​ແລະ​ໃຫ້​ລາວ​ອອກ​ໄປ+​ຍ້ອນ​ວ່າ​ລາວ​ຫຼິ້ນຊູ້.+ ແຕ່​ຢູດາ​ນ້ອງ​ສາວ​ທີ່​ທໍລະຍົດ​ຂອງ​ລາວ​ກໍ​ບໍ່​ຮູ້ສຶກ​ຢ້ານ​ແລະ​ກໍ​ອອກ​ໄປ​ຂາຍ​ໂຕ​ຄື​ກັນ.+  ລາວ​ເບິ່ງ​ວ່າ​ການ​ຂາຍ​ໂຕ​ຂອງ​ລາວ​ເປັນ​ເລື່ອງ​ທຳມະດາ ແລະ​ລາວ​ກໍ​ເຮັດ​ໃຫ້​ແຜ່ນດິນ​ເປື້ອນ​ຢູ່​ຕະຫຼອດ​ໂດຍ​ການ​ຫຼິ້ນຊູ້​ກັບ​ກ້ອນ​ຫີນ​ແລະ​ຕົ້ນໄມ້.+ 10  ເຖິງ​ວ່າ​ເລື່ອງ​ທັງໝົດ​ນີ້​ຈະ​ເກີດ​ຂຶ້ນ ແຕ່​ຢູດາ​ນ້ອງ​ສາວ​ທີ່​ທໍລະຍົດ​ຂອງ​ລາວ​ກໍ​ບໍ່​ໄດ້​ກັບມາ​ຫາ​ເຮົາ​ສຸດ​ຫົວໃຈ ລາວ​ເຮັດ​ທຳທ່າ​ຊື່​ໆ​.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.” 11  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ອິດສະຣາເອນ​ທີ່​ບໍ່​ສັດຊື່​ເຮັດ​ໃຫ້​ເຫັນ​ວ່າ​ລາວ​ກໍ​ຍັງ​ດີ​ກວ່າ​ຢູດາ​ທີ່​ທໍລະຍົດ.+ 12  ໃຫ້​ເຈົ້າ​ໄປ​ແລະ​ປະກາດ​ຄຳ​ເວົ້າ​ເຫຼົ່າ​ນີ້​ກັບ​ທາງ​ເໜືອ.+ ‘ພະ​ເຢໂຫວາ​ເວົ້າ​ວ່າ “ອິດສະຣາເອນ​ທີ່​ຫັກ​ຫຼັງ​ເຮົາ​ເອີ້ຍ ໃຫ້​ກັບ​ມາ​ສະ.+ ເຮົາ​ຈະ​ບໍ່​ເບິ່ງ​ເຈົ້າ​ແບບ​ໃຈ​ຮ້າຍ​ແລ້ວ+ ຍ້ອນ​ເຮົາ​ສັດຊື່​ຕໍ່​ເຈົ້າ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. “ເຮົາ​ຈະ​ບໍ່​ຄຽດ​ໃຫ້​ເຈົ້າ​ຕະຫຼອດ​ໄປ 13  ຂໍ​ພຽງ​ແຕ່​ເຈົ້າ​ຍອມ​ຮັບ​ວ່າ​ໄດ້​ເຮັດ​ຜິດ ຍ້ອນ​ເຈົ້າ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ເຈົ້າ​ໄປ​ນອນ​ນຳ​ຄົນ​ແປກ​ໜ້າ*​ຢູ່​ກ້ອງ​ຕົ້ນໄມ້​ໃຫຍ່​ທຸກ​ຕົ້ນ ແຕ່​ເຈົ້າ​ບໍ່​ໄດ້​ເຊື່ອຟັງ​ເຮົາ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.’” 14  ພະ​ເຢໂຫວາ​ເວົ້າ​ວ່າ: “ລູກ​ຊາຍ​ທີ່​ຫັກ​ຫຼັງ​ເຮົາ ໃຫ້​ກັບມາ​ຫາ​ເຮົາ ຍ້ອນ​ເຮົາ​ໄດ້​ກາຍ​ມາ​ເປັນ​ເຈົ້າ​ນາຍ​ພຽງ​ຜູ້​ດຽວ​ຂອງ​ເຈົ້າ.* ເຮົາ​ຈະ​ລວບລວມ​ເຈົ້າ​ໜຶ່ງ​ຄົນ​ຈາກ​ບ່ອນ​ນີ້​ແລະ​ອີກ​ສອງ​ຄົນ​ຈາກ​ບ່ອນ​ນັ້ນ* ແລະ​ເຮົາ​ຈະ​ພາ​ເຈົ້າ​ໄປ​ຊີໂອນ.+ 15  ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຜູ້​ລ້ຽງ​ແກະ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງ​ການ*​ຂອງ​ເຮົາ.+ ເຂົາ​ເຈົ້າ​ຈະ​ລ້ຽງ​ເຈົ້າ​ດ້ວຍ​ຄວາມ​ຮູ້​ແລະ​ຄວາມ​ເຂົ້າ​ໃຈ​ຂອງ​ເຈົ້າ. 16  ຕອນ​ນັ້ນ ເຈົ້າ​ຈະ​ມີ​ລູກ​ມີ​ຫຼານ​ແລະ​ມີ​ຈຳນວນ​ຫຼາຍ​ຂຶ້ນ​ໃນ​ແຜ່ນດິນ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+ “ເຈົ້າ​ຈະ​ບໍ່​ເວົ້າ​ກ່ຽວ​ກັບ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ອີກ​ຕໍ່​ໄປ. ເຈົ້າ​ຈະ​ບໍ່​ນຶກ​ເຖິງ​ຫີບ​ນັ້ນ ຈະ​ບໍ່​ຈື່​ແລະ​ບໍ່​ຄິດ​ຮອດ​ຫີບ​ນັ້ນ​ເລີຍ ແລະ​ຫີບ​ນັ້ນ​ຈະ​ບໍ່​ຖືກ​ເຮັດ​ຂຶ້ນ​ມາ​ອີກ. 17  ໃນ​ຕອນ​ນັ້ນ ເຢຣູຊາເລັມ​ຈະ​ຖືກ​ເອີ້ນ​ວ່າ​ບັນລັງ​ຂອງ​ພະ​ເຢໂຫວາ+ ແລະ​ທຸກ​ຊາດ​ຈະ​ພາກັນ​ມາ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ.+ ເຈົ້າ​ຈະ​ບໍ່​ດື້​ແລະ​ບໍ່​ເຮັດ​ຊົ່ວ​ຕາມ​ໃຈ​ໂຕເອງ​ອີກ​ຕໍ່​ໄປ. 18  ໃນ​ຕອນ​ນັ້ນ ຄົນ​ຢູດາ​ແລະ​ຄົນ​ອິດສະຣາເອນ​ຈະ​ຍ່າງ​ມາ​ນຳ​ກັນ+ ແລະ​ເຂົາ​ເຈົ້າ​ຈະ​ພາກັນ​ມາ​ຈາກ​ແຜ່ນດິນ​ທີ່​ຢູ່​ທາງ​ເໜືອ ເພື່ອ​ມາ​ຢູ່​ແຜ່ນດິນ​ທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ເປັນ​ມໍລະດົກ.+ 19  ແລ້ວ​ເຮົາ​ກໍ​ຄິດ​ວ່າ ‘ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ຄື​ກັບ​ລູກ​ຊາຍ​ຂອງ​ເຮົາ.* ເຮົາ​ໄດ້​ເອົາ​ແຜ່ນດິນ​ທີ່​ເປັນ​ຕາ​ຢູ່​ໃຫ້​ເຈົ້າ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ງາມ​ທີ່​ສຸດ​ເມື່ອ​ທຽບ​ກັບ​ແຜ່ນດິນ​ຂອງ​ຊາດ​ຕ່າງ​ໆ​.’*+ ເຮົາ​ຍັງ​ຄິດ​ອີກ​ວ່າ​ເຈົ້າ​ຈະ​ເອີ້ນ​ເຮົາ​ວ່າ ‘ພໍ່​ເອີ້ຍ’ ແລະ​ເຈົ້າ​ຈະ​ບໍ່​ປະຖິ້ມ​ເຮົາ. 20  ‘ອິດສະຣາເອນ​ເອີ້ຍ ເຈົ້າ​ໄດ້​ທໍລະຍົດ​ເຮົາ​ຄື​ກັບ​ເມຍ​ທີ່​ທໍລະຍົດ​ແລະ​ປະ​ຜົວ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.” 21  ມີ​ສຽງ​ດັງ​ຢູ່​ໂນນ​ພູ​ຫົວ​ໂລ້ນເປັນ​ສຽງ​ຮ້ອງໄຫ້​ແລະ​ສຽງ​ອ້ອນວອນ​ຂອງ​ອິດສະຣາເອນ.ເຂົາ​ເຈົ້າ​ເຮັດ​ໃຫ້​ທາງ​ຂອງ​ໂຕເອງ​ຄົດ​ບ້ຽວ.ເຂົາ​ເຈົ້າ​ລືມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ 22  “ລູກ​ຊາຍ​ທີ່​ຫັກ​ຫຼັງ​ເຮົາ​ເອີ້ຍ ໃຫ້​ກັບ​ມາ​ຫາ​ເຮົາ. ເຮົາ​ຈະ​ປົວ​ຫົວໃຈ​ທີ່​ທໍລະຍົດ​ຂອງ​ເຈົ້າ.”+ “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເອີ້ຍ ພວກ​ເຮົາ​ຢູ່​ນີ້​ແລ້ວ.ພວກ​ເຮົາ​ມາ​ຫາ​ພະອົງ​ແລ້ວ.+ 23  ພວກ​ເຮົາ​ຫຼອກ​ໂຕເອງ​ໂດຍ​ຈັດການ​ສະຫຼອງ​ສຽງ​ດັງ​ໃຫ້​ພະເຈົ້າ​ອື່ນ​ຢູ່​ໂນນ​ພູ​ແລະ​ພູ​ຕ່າງ​ໆ​.+ ແຕ່​ແທ້​ໆ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ອິດສະຣາເອນ.+ 24  ຕັ້ງແຕ່​ຍັງ​ນ້ອຍ ພະເຈົ້າ​ທີ່​ບໍ່​ມີ​ຄ່າ*​ໄດ້​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຮົາ​ຫາ​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ​ໄປ+ທັງ​ຝູງ​ແກະ​ແລະ​ຝູງ​ງົວທັງ​ລູກ​ຊາຍ​ແລະ​ລູກ​ສາວ​ຂອງ​ເຂົາ​ເຈົ້າ. 25  ໃຫ້​ພວກ​ເຮົາ​ນອນ​ລົງ​ດ້ວຍ​ຄວາມ​ອັບອາຍແລະ​ໃຫ້​ຄວາມ​ຂາຍ​ໜ້າ​ປົກ​ພວກ​ເຮົາ​ໄວ້ຍ້ອນ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.+ພວກ​ເຮົາ​ແລະ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕັ້ງແຕ່​ຕອນ​ທີ່​ພວກ​ເຮົາ​ຍັງ​ນ້ອຍ​ຈົນ​ຮອດ​ທຸກ​ມື້​ນີ້+ແລະ​ພວກ​ເຮົາ​ບໍ່​ໄດ້​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເລີຍ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຄົນ​ອາຣັບ”
ຫຼື “ພະເຈົ້າ​ຂອງ​ຄົນ​ຕ່າງ​ຊາດ”
ແປ​ຕາມ​ໂຕ​ວ່າ “ຄົນ​ໜຶ່ງ​ຈາກ​ເມືອງ​ໜຶ່ງ​ແລະ​ສອງ​ຄົນ​ຈາກ​ຄອບຄົວ​ໜຶ່ງ”
ຫຼື​ອາດ​ແປ​ວ່າ “ຜົວ​ຂອງ​ເຈົ້າ”
ແປ​ຕາມ​ໂຕ​ວ່າ “ໃຈ”
ແປ​ຕາມ​ໂຕ​ວ່າ “ກອງທັບ​ຂອງ​ຊາດ​ຕ່າງ​ໆ​”
ໝາຍເຖິງ​ໃຫ້​ເຈົ້າ​ໄດ້​ຮັບ​ມໍລະດົກ ເຊິ່ງ​ປົກກະຕິ​ແລ້ວ​ເອົາ​ໄວ້​ໃຫ້​ລູກ​ຊາຍ
ຫຼື “ສິ່ງ​ທີ່​ເປັນ​ຕາ​ອາຍ”