ເຢເຣມີຢາ 31:1-40

  • ຄົນ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຈະ​ກັບ​ມາ​ຢູ່​ແຜ່ນດິນ​ຂອງ​ໂຕເອງ (1-30)

    • ຣາເຄນ​ຮ້ອງໄຫ້​ຍ້ອນ​ພວກ​ລູກ​ຂອງ​ລາວ (15)

  • ສັນຍາ​ໃໝ່ (31-40)

31  ພະ​ເຢໂຫວາ​ບອກ​ວ່າ: “ໃນ​ຕອນ​ນັ້ນ ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ອິດສະຣາເອນ​ທັງໝົດ​ແລະ​ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.”+   ພະ​ເຢໂຫວາ​ບອກ​ວ່າ: “ຄົນ​ທີ່​ລອດ​ຈາກ​ດາບ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະເຈົ້າ​ຢູ່​ບ່ອນ​ກັນດານ.ຄົນ​ອິດສະຣາເອນ​ໄດ້​ຍ່າງ​ໄປ​ບ່ອນ​ພັກ​ຂອງ​ເຂົາ​ເຈົ້າ.”   ພະ​ເຢໂຫວາ​ມາ​ຫາ​ຂ້ອຍ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​ແລະ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຮົາ​ຮັກ​ເຈົ້າ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຢູ່​ຕະຫຼອດ​ໄປ ນີ້​ຈຶ່ງ​ເປັນ​ເຫດຜົນ​ທີ່​ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຈົ້າ​ສະເໝີ.*+   ເຮົາ​ຈະ​ສ້າງ​ເຈົ້າ​ຂຶ້ນ​ມາ​ອີກ​ແລະ​ພວກ​ເຈົ້າ​ຈະ​ກັບ​ມາ​ເປັນ​ຊາດ​ອີກ​ເທື່ອ​ໜຶ່ງ.+ ພວກ​ລູກ​ສາວ​ຂອງ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ຈະ​ຕີ​ກອງ​ແທມບູຣິນ*ແລະ​ຈະ​ອອກ​ໄປ​ເຕັ້ນ​ຢ່າງ​ມ່ວນ​ຊື່ນ​ອີກ​ເທື່ອ​ໜຶ່ງ.*+   ພວກ​ເຈົ້າ​ຈະ​ໄດ້​ເຮັດ​ສວນ​ໝາກ​ລະແຊັງ​ຢູ່​ພູ​ຕ່າງ​ໆ​ໃນ​ຊາມາເຣຍ​ອີກ​ເທື່ອ​ໜຶ່ງ.+ຄົນ​ທີ່​ເຮັດ​ສວນ​ໝາກ​ລະແຊັງ​ກໍ​ຈະ​ໄດ້​ກິນ​ໝາກ​ຂອງ​ມັນ.+   ຈະ​ມີ​ມື້​ໜຶ່ງ​ທີ່​ພວກ​ຄົນ​ຍາມ​ຢູ່​ພູ​ຕ່າງ​ໆ​ຂອງ​ເອຟຣາຢິມ​ຈະ​ຮ້ອງ​ຂຶ້ນ​ວ່າ ‘ໄປ໋ ລຸກ​ຂຶ້ນ! ໃຫ້​ພວກ​ເຮົາ​ພາກັນ​ໄປ​ພູ​ຊີໂອນ​ເພື່ອ​ໄປ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.’”+   ພະ​ເຢໂຫວາ​ບອກ​ວ່າ: “ຮ້ອງ​ອອກ​ມາ​ໂລດ ໃຫ້​ຢາໂຄບ​ຮູ້​ວ່າ​ພວກ​ເຈົ້າ​ດີໃຈ​ຫຼາຍ. ໃຫ້​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຍ້ອນ​ພວກ​ເຈົ້າ​ເໜືອ​ກວ່າ​ຊາດ​ຕ່າງ​ໆ​.+ ໃຫ້​ປະກາດ​ອອກ​ໄປ. ໃຫ້​ສັນລະເສີນ​ພະເຈົ້າ​ແລະ​ເວົ້າ​ວ່າ‘ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຊ່ວຍ​ພວກ​ອິດສະຣາເອນ​ທີ່​ເຫຼືອ​ຢູ່​ທີ່​ເປັນ​ປະຊາຊົນ​ຂອງ​ພະອົງ.’+   ເຮົາ​ຈະ​ພາ​ເຂົາ​ເຈົ້າ​ກັບ​ມາ​ຈາກ​ແຜ່ນດິນ​ທາງ​ເໜືອ.+ ເຮົາ​ຈະ​ລວບ​ລວມ​ເຂົາ​ເຈົ້າ​ຈາກ​ບ່ອນ​ທີ່​ໄກ​ທີ່​ສຸດ​ຂອງ​ໂລກ.+ ຈະ​ມີ​ທັງ​ຄົນ​ຕາບອດ​ແລະ​ຄົນ​ພິການ+ຄົນ​ທີ່​ຖື​ພາ​ແລະ​ຄົນ​ທີ່​ກຳລັງ​ຈະ​ເກີດ​ລູກ. ເຂົາ​ເຈົ້າ​ຈະ​ເປັນ​ຄົນ​ກຸ່ມ​ໃຫຍ່​ທີ່​ກັບ​ມາ​ບ່ອນ​ນີ້.+   ເຂົາ​ເຈົ້າ​ຈະ​ຮ້ອງໄຫ້​ມາ​ຕາມ​ທາງ.+ ເຮົາ​ຈະ​ພາ​ເຂົາ​ເຈົ້າ​ມາ​ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ຂໍ​ຄວາມ​ເມດຕາ. ເຮົາ​ຈະ​ພາ​ເຂົາ​ເຈົ້າ​ໄປ​ນ້ຳ​ຫ້ວຍ*+ແລະ​ພາ​ເຂົາ​ເຈົ້າ​ໄປ​ທາງ​ທີ່​ພຽງ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ສະດຸດ​ລົ້ມ ຍ້ອນ​ເຮົາ​ເປັນ​ພໍ່​ຂອງ​ອິດສະຣາເອນ​ແລະ​ເອຟຣາຢິມ​ເປັນ​ລູກ​ກົກ​ຂອງ​ເຮົາ.”+ 10  ຊາດ​ຕ່າງ​ໆ​ເອີ້ຍ ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາແລະ​ປະກາດ​ໄປ​ຕາມ​ເກາະ​ຕ່າງ​ໆ​ທີ່​ຢູ່​ໄກ​ໆ​ວ່າ:+ “ຜູ້​ທີ່​ເຮັດ​ໃຫ້​ອິດສະຣາເອນ​ກະຈັດກະຈາຍ​ໄປ​ຈະ​ລວບ​ລວມ​ເຂົາ​ເຈົ້າ​ກັບຄືນມາ. ເພິ່ນ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ​ຄື​ກັບ​ຜູ້​ລ້ຽງ​ແກະ​ເບິ່ງ​ແຍງ​ຝູງ​ແກະ.+ 11  ພະ​ເຢໂຫວາ​ຈະ​ຊ່ວຍ​ຢາໂຄບ+ແລະ​ຊ່ວຍ​ລາວ​ໃຫ້​ລອດ*​ຈາກ​ມື​ຂອງ​ຄົນ​ທີ່​ແຂງ​ແຮງ​ກວ່າ​ລາວ.+ 12  ເຂົາ​ເຈົ້າ​ຈະ​ມາ​ແລະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຢູ່​ເທິງ​ພູ​ຊີໂອນ.+ເຂົາ​ເຈົ້າ​ຈະ​ມີ​ແຕ່​ຄວາມ​ຍິນດີ ຍ້ອນ​ຄວາມ​ດີ​ຂອງ​ພະ​ເຢໂຫວາຍ້ອນ​ເຂົ້າ ນ້ຳມັນ ແລະ​ເຫຼົ້າແວງ​ໃໝ່+ແລະ​ຍ້ອນ​ແກະ​ນ້ອຍ​ກັບ​ງົວ​ນ້ອຍ.+ ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ສວນ​ທີ່​ຖືກ​ຫົດນ້ຳ​ຕະຫຼອດ+ແລະ​ເຂົາ​ເຈົ້າ​ຈະ​ບໍ່​ໝົດ​ແຮງ​ອີກ​ເລີຍ.+ 13  ຕອນ​ນັ້ນ ພວກ​ຜູ້​ສາວ​ບໍລິສຸດ​ຈະ​ເຕັ້ນ​ຢ່າງ​ມ່ວນ​ຊື່ນແລະ​ຄົນ​ໜຸ່ມ​ກັບ​ຄົນ​ເຖົ້າ​ກໍ​ຈະ​ເຮັດ​ຄື​ກັນ.+ ເຮົາ​ຈະ​ປ່ຽນ​ສຽງ​ຮ້ອງ​ໄຫ້​ໄວ້ທຸກ​ຂອງ​ເຂົາ​ເຈົ້າ​ເປັນ​ສຽງ​ໂຫ່​ຮ້ອງ​ດີໃຈ.+ ເຮົາ​ຈະ​ປອບ​ໃຈ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ແລະ​ບໍ່​ໂສກ​ເສົ້າ.+ 14  ເຮົາ​ຈະ​ໃຫ້​ພວກ​ປະໂລຫິດ​ມີ​ອາຫານ​ກິນ​ຫຼາຍ​ໆ​ແລະ​ປະຊາຊົນ​ຂອງ​ເຮົາ​ຈະ​ພໍໃຈ​ກັບ​ສິ່ງ​ດີ​ຕ່າງ​ໆ​ທີ່​ເຮົາ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 15  ພະ​ເຢໂຫວາ​ເວົ້າ​ວ່າ: “ມີ​ສຽງ​ຮ້ອງໄຫ້​ໂສກ​ເສົ້າ​ຢູ່​ເມືອງ​ຣາມາ.+ ຣາເຄນ​ກຳລັງ​ຮ້ອງໄຫ້​ຍ້ອນ​ພວກ​ລູກ​ຂອງ​ລາວ.+ ບໍ່​ມີ​ຫຍັງ​ປອບ​ໃຈ​ລາວ​ໄດ້​ເລີຍຍ້ອນ​ພວກ​ລູກ​ຂອງ​ລາວ​ຕາຍ​ໝົດ​ແລ້ວ.”+ 16  ພະ​ເຢໂຫວາ​ບອກ​ວ່າ: “ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນ້ຳ​ຕາ​ຂອງ​ເຈົ້າ​ສະຍ້ອນ​ເຮົາ​ຈະ​ໃຫ້​ລາງວັນ​ກັບ​ເຈົ້າ​ສຳລັບ​ສິ່ງ​ທີ່​ເຈົ້າ​ເຮັດ. ພວກ​ລູກ​ຂອງ​ເຈົ້າ​ຈະ​ກັບ​ມາ​ຈາກ​ແຜ່ນດິນ​ຂອງ​ສັດຕູ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 17  ພະ​ເຢໂຫວາ​ບອກ​ວ່າ: “ອະນາຄົດ​ຂອງ​ເຈົ້າ​ຍັງ​ມີ​ຄວາມ​ຫວັງ​ຢູ່.+ ພວກ​ລູກ​ຂອງ​ເຈົ້າ​ຈະ​ໄດ້​ກັບ​ມາ​ແຜ່ນດິນ​ຂອງ​ໂຕເອງ.+ 18  ເຮົາ​ໄດ້​ຍິນ​ເອຟຣາຢິມ​ຮ້ອງໄຫ້​ແລະ​ເວົ້າ​ວ່າ‘ພະອົງ​ໄດ້​ລົງໂທດ​ລູກ​ແລະ​ລູກ​ກໍ​ຖືກ​ສັ່ງ​ສອນ​ແລ້ວຄື​ກັບ​ງົວ​ນ້ອຍ​ທີ່​ຍັງ​ບໍ່​ທັນ​ຖືກ​ຝຶກ. ຂໍ​ພະອົງ​ພາ​ລູກ​ກັບ​ມາ​ແລະ​ລູກ​ຈະ​ກັບ​ມາ​ຢ່າງ​ເຕັມໃຈຍ້ອນ​ພະອົງ​ແມ່ນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລູກ. 19  ລູກ​ສຳນຶກ​ຜິດ​ແລະ​ລູກ​ກໍ​ກັບ​ມາ.+ເມື່ອ​ພະອົງ​ເຮັດ​ໃຫ້​ລູກ​ເຂົ້າ​ໃຈ ລູກ​ກໍ​ເສົ້າໃຈ​ຫຼາຍ.* ລູກ​ອັບອາຍ​ຂາຍ​ໜ້າ​ຫຼາຍ+ຍ້ອນ​ສິ່ງ​ທີ່​ລູກ​ເຮັດ​ຕອນ​ທີ່​ລູກ​ຍັງ​ນ້ອຍ.’ 20  ເອຟຣາຢິມ​ເປັນ​ລູກ​ຮັກ​ຂອງ​ເຮົາ​ບໍ່​ແມ່ນ​ບໍ?+ ເຖິງ​ວ່າ​ເຮົາ​ຈະ​ຕຳໜິ​ລາວ​ຫຼາຍ​ເທື່ອ ເຮົາ​ກໍ​ຍັງ​ຄິດ​ເຖິງ​ລາວ​ຢູ່. ຍ້ອນ​ແນວ​ນີ້​ເຮົາ​ຈຶ່ງ​ເຈັບ​ປວດ​ໃຈ​ຍ້ອນ​ລາວ+ ແລະ​ເຮົາ​ຈະ​ອີ່ຕົນ​ລາວ​ແນ່ນອນ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+ 21  “ໃຫ້​ພວກ​ເຈົ້າ​ຕັ້ງ​ເສົາ​ຫີນ​ຂຶ້ນ​ມາ​ສຳລັບ​ໂຕເອງ.ໃຫ້​ຕັ້ງ​ຢູ່​ຕາມ​ທາງ​ທີ່​ພວກ​ເຈົ້າ​ຈະ​ໄປ.+ ໃຫ້​ເບິ່ງ​ເສັ້ນ​ທາງ​ຫຼັກ​ແລະ​ຫົນ​ທາງ​ທີ່​ພວກ​ເຈົ້າ​ຈະ​ໄປ​ດີ​ໆ​ເດີ້.+ ພວກ​ລູກ​ສາວ​ຂອງ​ອິດສະຣາເອນ​ເອີ້ຍ ກັບ​ມາ​ແມ້! ໃຫ້​ກັບ​ມາ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຈົ້າ. 22  ພວກ​ລູກ​ສາວ​ທີ່​ບໍ່​ສັດຊື່​ເອີ້ຍ ພວກ​ເຈົ້າ​ຈະ​ໄປ​ທາງ​ນັ້ນ​ທາງ​ນີ້​ອີກ​ດົນ​ປານ​ໃດ? ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ສິ່ງ​ໃໝ່​ເກີດ​ຂຶ້ນ​ໃນ​ໂລກ​ເຊິ່ງ​ກໍ​ຄື ຜູ້​ຍິງ​ຈະ​ພະຍາຍາມ​ຫຼາຍ​ເພື່ອ​ເຮັດ​ໃຫ້​ຜົວ*​ຂອງ​ລາວ​ພໍໃຈ.” 23  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ: “ເມື່ອ​ເຮົາ​ລວບ​ລວມ​ຄົນ​ທີ່​ເປັນ​ຊະເລີຍ​ກັບ​ມາ ເຂົາ​ເຈົ້າ​ຈະ​ເວົ້າ​ໃນ​ແຜ່ນດິນ​ຢູດາ​ແລະ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ອີກ​ເທື່ອ​ໜຶ່ງ​ວ່າ ‘ເມືອງ​ທີ່​ມີ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ເອີ້ຍ+ ພູ​ທີ່​ບໍລິສຸດ​ເອີ້ຍ+ ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ເຈົ້າ.’ 24  ຄົນ​ທີ່​ຢູ່​ໃນ​ເມືອງ ຊາວນາ​ກັບ​ຄົນ​ລ້ຽງ​ແກະ​ຈະ​ຢູ່​ນຳ​ກັນ​ໃນ​ຢູດາ. ແຕ່​ລະ​ຄົນ​ຈະ​ໄດ້​ຢູ່​ໃນ​ບ່ອນ​ຂອງ​ໂຕເອງ.+ 25  ເຮົາ​ຈະ​ໃຫ້​ກຳລັງ​ກັບ​ຄົນ​ທີ່​ເມື່ອຍ​ແລະ​ຈະ​ໃຫ້​ສິ່ງ​ຈຳເປັນ​ກັບ​ຄົນ​ທີ່​ໝົດ​ແຮງ.”+ 26  ຕອນ​ນັ້ນ ຂ້ອຍ​ກໍ​ຕື່ນ​ແລະ​ມືນ​ຕາ​ຂຶ້ນ. ຂ້ອຍ​ໄດ້​ນອນ​ຫຼັບ​ດີ​ແທ້​ໆ​. 27  ພະ​ເຢໂຫວາ​ບອກ​ວ່າ: “ອີກ​ບໍ່​ດົນ ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ​ມີ​ຈຳນວນ​ຫຼາຍ​ຂຶ້ນ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ມີ​ຫຼາຍ​ຂຶ້ນ​ຄື​ກັນ.”+ 28  ພະ​ເຢໂຫວາ​ບອກ​ວ່າ: “ຄື​ກັບ​ທີ່​ເຮົາ​ໄດ້​ເຝົ້າ​ເບິ່ງ​ເຂົາ​ເຈົ້າ​ເພື່ອ​ຈະ​ຫຼົກ​ເຂົາ​ເຈົ້າ​ໝົດ​ຮາກ​ໝົດ​ເຫງົ້າ ເພື່ອ​ຈະ​ຮື້ ເພື່ອ​ຈະ​ທຳຮ້າຍ+ ແລະ​ເພື່ອ​ຈະ​ທຳລາຍ ເຮົາ​ກໍ​ເຝົ້າ​ເບິ່ງ​ເຂົາ​ເຈົ້າ​ເພື່ອ​ຈະ​ສ້າງ​ແລະ​ເພື່ອ​ຈະ​ປູກ​ຄື​ກັນ.+ 29  ເມື່ອ​ຮອດ​ຕອນ​ນັ້ນ ເຂົາ​ເຈົ້າ​ຈະ​ບໍ່​ເວົ້າ​ອີກ​ຕໍ່​ໄປ​ວ່າ ‘ພໍ່​ກິນ​ໝາກ​ລະແຊັງ​ສົ້ມ ແຕ່​ລູກ​ພັດ​ເຂັດ​ແຂ້ວ.’*+ 30  ແຕ່​ລະ​ຄົນ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ. ຜູ້​ໃດ​ກິນ​ໝາກ​ລະແຊັງ​ສົ້ມ ຜູ້​ນັ້ນ​ກໍ​ຈະ​ເຂັດ​ແຂ້ວ​ເອງ.” 31  ພະ​ເຢໂຫວາ​ເວົ້າ​ວ່າ: “ອີກ​ຈັກ​ໜ້ອຍ ເຮົາ​ຈະ​ເຮັດ​ສັນຍາ​ໃໝ່​ກັບ​ຄົນ​ອິດສະຣາເອນ​ແລະ​ຄົນ​ຢູດາ.+ 32  ສັນຍາ​ນີ້​ຈະ​ບໍ່​ຄື​ກັບ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ຕອນ​ທີ່​ເຮົາ​ຈູງ​ມື​ຄົນ​ເຫຼົ່າ​ນັ້ນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ.+ ຄົນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສັນຍາ+​ກັບ​ເຮົາ ທັງ​ໆ​ທີ່​ເຮົາ​ເປັນ​ເຈົ້າ​ນາຍ​ພຽງ​ຜູ້​ດຽວ​ຂອງ​ເຂົາ​ເຈົ້າ.”* ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 33  ພະ​ເຢໂຫວາ​ບອກ​ວ່າ: “ນີ້​ແມ່ນ​ຄຳ​ສັນຍາ​ທີ່​ເຮົາ​ຈະ​ເຮັດ​ກັບ​ຄົນ​ອິດສະຣາເອນ​ຫຼັງ​ຈາກ​ຄຳ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ແຕ່​ກີ້. ເຮົາ​ຈະ​ເອົາ​ກົດໝາຍ​ຂອງ​ເຮົາ​ໃສ່​ໄວ້​ໃນ​ໂຕ​ຂອງ​ເຂົາ​ເຈົ້າ+​ແລະ​ເຮົາ​ຈະ​ຂຽນ​ໄວ້​ໃນ​ໃຈ​ຂອງ​ເຂົາ​ເຈົ້າ.+ ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ແລະ​ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.”+ 34  ພະ​ເຢໂຫວາ​ບອກ​ວ່າ: “ເຂົາ​ເຈົ້າ​ຈະ​ບໍ່​ຕ້ອງ​ສອນ​ໝູ່​ຫຼື​ອ້າຍ​ນ້ອງ​ຂອງ​ໂຕເອງ​ໃຫ້​ຮູ້​ຈັກ​ພະ​ເຢໂຫວາ​ອີກ+ ຍ້ອນ​ເຂົາ​ເຈົ້າ​ທຸກ​ຄົນ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ຈະ​ຮູ້​ຈັກ​ເຮົາ.+ ເຮົາ​ຈະ​ຍົກ​ໂທດ​ໃຫ້​ເຂົາ​ເຈົ້າ​ແລະ​ຈະ​ບໍ່​ຈື່​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ​ອີກ​ຕໍ່​ໄປ.”+ 35  ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາຜູ້​ທີ່​ຕັ້ງ​ກົດ​ໃຫ້​ດວງ​ຕາເວັນ​ສ່ອງ​ແສງ​ໃນ​ຕອນ​ກາງ​ເວັນຜູ້​ທີ່​ຕັ້ງ​ກົດ​ໃຫ້​ດວງ​ເດືອນ​ກັບ​ດວງ​ດາວ​ສ່ອງ​ແສງ​ໃນ​ຕອນ​ກາງ​ຄືນຜູ້​ທີ່​ເຮັດ​ໃຫ້​ທະເລ​ປັ່ນປ່ວນ​ແລະ​ເຮັດ​ໃຫ້​ມີ​ຄື້ນ​ແຮງ​ໆ​ຜູ້​ທີ່​ຊື່​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ. ເພິ່ນ​ເວົ້າ​ວ່າ:+ 36  “ກົດ​ເຫຼົ່າ​ນີ້​ໃຊ້​ໄດ້​ສະເໝີດັ່ງ​ນັ້ນ ລູກ​ຫຼານ​ຂອງ​ອິດສະຣາເອນ​ກໍ​ຈະ​ເປັນ​ຊາດ​ໜຶ່ງ​ທີ່​ຢູ່​ຕໍ່​ໜ້າ​ເຮົາ​ຕະຫຼອດ​ໄປ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 37  ພະ​ເຢໂຫວາ​ເວົ້າ​ວ່າ: “ຄື​ກັບ​ທີ່​ບໍ່​ມີ​ໃຜ​ແທກ​ສະຫວັນ​ໄດ້​ແລະ​ບໍ່​ມີ​ໃຜ​ໄປ​ກວດ​ເບິ່ງ​ຮາກ​ຖານ​ຂອງ​ໂລກ​ໄດ້ ເຮົາ​ກໍ​ຈະ​ບໍ່​ມີ​ວັນ​ປະຖິ້ມ​ລູກ​ຫຼານ​ຂອງ​ອິດສະຣາເອນ​ທັງ​ໆ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ຜິດ​ຫຼາຍ​ຢ່າງ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+ 38  ພະ​ເຢໂຫວາ​ບອກ​ວ່າ: “ອີກ​ຈັກ​ໜ້ອຍ ເມືອງ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ອີກ​ເທື່ອ​ໜຶ່ງ+​ໃຫ້​ພະ​ເຢໂຫວາ​ເຊິ່ງ​ຈະ​ມີ​ພື້ນ​ທີ່​ຕັ້ງແຕ່​ປ້ອມ​ຮານາເນນ+​ໄປ​ຈົນ​ຮອດ​ປະຕູ​ແຈ.+ 39  ສາຍ​ແທກ+​ຈະ​ຍາວ​ໄປ​ຮອດ​ໂນນ​ພູ​ກາເຣບ ໄປ​ທາງ​ໂຄອາດ 40  ໄປ​ທົ່ວ​ຮ່ອມພູ*​ທີ່​ມີ​ຊາກ​ສົບ​ກັບ​ຂີ້ເທົ່າ* ໄປ​ທົ່ວ​ສັນ​ພູ​ທັງໝົດ ໄປ​ໄກ​ຈົນ​ຮອດ​ຮ່ອມ​ພູ​ກິດໂຣນ+ ແລະ​ໄປ​ໄກ​ຈົນ​ຮອດ​ແຈ​ຂອງ​ປະຕູ​ມ້າ+​ເຊິ່ງ​ຢູ່​ທາງ​ທິດ​ຕາເວັນ​ອອກ. ພະ​ເຢໂຫວາ​ຈະ​ຖື​ວ່າ​ພື້ນ​ທີ່​ທັງໝົດ​ນີ້​ເປັນ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ+​ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ທຳລາຍ​ອີກ​ເລີຍ.”

ຂໍຄວາມໄຂເງື່ອນ

ຫຼື “ເຮົາ​ຊັກ​ນຳ​ເຈົ້າ​ມາ​ຫາ​ເຮົາ​ດ້ວຍ​ຄວາມ​ຮັກ​ທີ່​ໝັ້ນຄົງ”
ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ
ຫຼື “ຈະ​ອອກ​ໄປ​ເຕັ້ນ​ນຳ​ຄົນ​ທີ່​ກຳລັງ​ຫົວ”
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ເອົາ​ລາວ​ຄືນ​ມາ”
ຫຼື “ຕີ​ກົກ​ຂາ​ຂອງ​ໂຕເອງ”
ແປ​ຕາມ​ໂຕ​ວ່າ “ຜູ້​ຊາຍ”
ແປ​ຕາມ​ໂຕ​ວ່າ “ແຂ້ວ​ປູ້”
ຫຼື​ອາດ​ແປ​ວ່າ “ຜົວ​ຂອງ​ເຂົາເຈົ້າ”
ຫຼື “ທົ່ງພຽງ”
ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ