ເຢເຣມີຢາ 34:1-22

  • ຄຳ​ຕັດສິນ​ຕໍ່​ເຊເດກີຢາ (1-7)

  • ຜິດ​ສັນຍາ​ເລື່ອງ​ການ​ປ່ອຍ​ທາດ (8-22)

34  ຕອນ​ທີ່​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ກອງທັບ​ຂອງ​ລາວ ອານາຈັກ​ຕ່າງ​ໆ​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ລາວ ແລະ​ຊາດ​ຕ່າງ​ໆ​ກຳລັງ​ຕໍ່ສູ້​ກັບ​ເມືອງ​ເຢຣູຊາເລັມ​ແລະ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຢເຣມີຢາ​ວ່າ:+  “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ໃຫ້​ເຈົ້າ​ໄປ​ບອກ​ເຊເດກີຢາ+​ກະສັດ​ຂອງ​ຢູດາ​ແນວ​ນີ້ “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ກະສັດ​ບາບີໂລນ ແລ້ວ​ລາວ​ຈະ​ຈູດ​ເມືອງ​ນີ້.+  ເຈົ້າ​ຈະ​ໜີ​ບໍ່​ລອດ. ເຈົ້າ​ຈະ​ຖືກ​ຈັບ​ແລະ​ຖືກ​ສົ່ງ​ໂຕ​ໄປ​ໃຫ້​ກະສັດ​ບາບີໂລນ.+ ເຈົ້າ​ຈະ​ໄດ້​ເຈິ​ກັບ​ລາວ​ແລະ​ລາວ​ຈະ​ລົມ​ກັບ​ເຈົ້າ​ແບບ​ໜ້າ​ຕໍ່​ໜ້າ ແລ້ວ​ເຈົ້າ​ຈະ​ຖືກ​ພາ​ໄປ​ບາບີໂລນ.’+  ແຕ່​ເຊເດກີຢາ​ກະສັດ​ຂອງ​ຢູດາ​ເອີ້ຍ ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້. ‘ພະ​ເຢໂຫວາ​ເວົ້າ​ເຖິງ​ເຈົ້າ​ວ່າ “ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ.  ເຈົ້າ​ຈະ​ໄດ້​ຕາຍ​ຢ່າງ​ສະຫງົບ.+ ເຂົາ​ເຈົ້າ​ຈະ​ຈັດ​ພິທີ​ເຜົາ​ເຄື່ອງຫອມ​ໃຫ້​ເຈົ້າ​ຄື​ກັບ​ທີ່​ເຄີຍ​ເຮັດ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ແລະ​ກະສັດ​ທີ່​ປົກຄອງ​ກ່ອນ​ເຈົ້າ. ເຂົາ​ເຈົ້າ​ຈະ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເຈົ້າ​ແລ້ວ​ເວົ້າ​ວ່າ ‘ກະສັດ​ຂອງ​ພວກ​ເຮົາ​ເອີ້ຍ ຄື​ຈາກ​ພວກ​ເຮົາ​ໄປ!’ ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ຍ້ອນ​ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.”’”’”  ຜູ້​ພະຍາກອນ​ເຢເຣມີຢາ​ໄດ້​ບອກ​ຄຳ​ເວົ້າ​ທັງໝົດ​ນີ້​ໃຫ້​ເຊເດກີຢາ​ກະສັດ​ຂອງ​ຢູດາ​ຟັງ​ຢູ່​ເຢຣູຊາເລັມ  ຕອນ​ທີ່​ກອງທັບ​ຂອງ​ກະສັດ​ບາບີໂລນ​ກຳລັງ​ຕໍ່ສູ້​ເມືອງ​ເຢຣູຊາເລັມ​ແລະ​ເມືອງ​ຂອງ​ຢູດາ​ທີ່​ຍັງ​ເຫຼືອ​ຢູ່+ ເຊິ່ງ​ກໍ​ຄື​ເມືອງ​ລາກິດ+​ແລະ​ເມືອງ​ອາເຊກາ.+ ໃນ​ພວກ​ເມືອງ​ທີ່​ມີ​ກຳແພງ​ສູງ​ອ້ອມ​ຮອບ ມີ​ແຕ່ 2 ເມືອງ​ນີ້​ເທົ່າ​ນັ້ນ​ທີ່​ຍັງ​ບໍ່​ທັນ​ຖືກ​ເອົາ​ຊະນະ.  ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ຫຼັງ​ຈາກ​ທີ່​ກະສັດ​ເຊເດກີຢາ​ເຮັດ​ສັນຍາ​ກັບ​ທຸກ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ວ່າ​ໃຫ້​ປ່ອຍ​ທາດ​ເປັນ​ອິດ​ສະຫຼະ.+  ທຸກ​ຄົນ​ຕ້ອງ​ປ່ອຍ​ທາດ​ຊາຍ​ຍິງ​ຄົນ​ເຮັບເຣີ​ໄປ​ແລະ​ບໍ່​ຄວນ​ມີ​ຄົນ​ຢິວ​ຄົນ​ໃດ​ເກັບ​ຄົນ​ຊາດ​ດຽວ​ກັນ​ໄວ້​ເປັນ​ທາດ​ອີກ. 10  ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ທັງໝົດ​ກໍ​ເຊື່ອ​ຟັງ. ເຂົາ​ເຈົ້າ​ພາກັນ​ສັນຍາ​ວ່າ​ຈະ​ປ່ອຍ​ທາດ​ຊາຍ​ຍິງ​ຂອງ​ໂຕເອງ​ໄປ​ໃຫ້​ໝົດ. ເຂົາ​ເຈົ້າ​ເຊື່ອ​ຟັງ​ແລະ​ປ່ອຍ​ທາດ​ໄປ. 11  ແຕ່​ຕໍ່​ມາ ເຂົາ​ເຈົ້າ​ພັດ​ໄປ​ນຳ​ເອົາ​ທາດ​ຊາຍ​ຍິງ​ທີ່​ເຂົາ​ເຈົ້າ​ປ່ອຍ​ໄປ​ກັບ​ມາ​ແລະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ເປັນ​ທາດ​ອີກ. 12  ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກັບ​ເຢເຣມີຢາ​ອີກ​ເທື່ອ​ໜຶ່ງ. ພະ​ເຢໂຫວາ​ເວົ້າ​ວ່າ: 13  “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ໄດ້​ເຮັດ​ສັນຍາ​ກັບ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ+​ໃນ​ມື້​ທີ່​ເຮົາ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດ​ໃນ​ແຜ່ນດິນ​ເອຢິບ+​ໂດຍ​ບອກ​ວ່າ 14  “ຖ້າ​ພວກ​ເຈົ້າ​ຄົນ​ໃດ​ຊື້​ທາດ​ຊາຍ​ຍິງ​ທີ່​ເປັນ​ຄົນ​ເຮັບເຣີ​ມາ ແລະ​ທາດ​ນັ້ນ​ເຮັດ​ວຽກ​ຮັບ​ໃຊ້​ເຈົ້າ 6 ປີ​ແລ້ວ ໃນ​ປີ​ທີ 7* ພວກ​ເຈົ້າ​ຕ້ອງ​ປ່ອຍ​ທາດ​ນັ້ນ​ໃຫ້​ເປັນ​ອິດ​ສະຫຼະ.”+ ແຕ່​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ພັດ​ບໍ່​ສົນໃຈ​ແລະ​ບໍ່​ເຊື່ອຟັງ​ເຮົາ​ເລີຍ. 15  ບໍ່​ດົນ​ມາ​ນີ້* ພວກ​ເຈົ້າ​ເອງ​ກໍ​ໄດ້​ກັບໃຈ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເຫັນ​ວ່າ​ຖືກຕ້ອງ​ໂດຍ​ປ່ອຍ​ຄົນ​ຊາດ​ດຽວ​ກັນ​ໃຫ້​ເປັນ​ອິດ​ສະຫຼະ​ແລະ​ເຮັດ​ສັນຍາ​ຕໍ່​ໜ້າ​ເຮົາ​ຢູ່​ວິຫານ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ. 16  ແຕ່​ພວກ​ເຈົ້າ​ພັດ​ປ່ຽນ​ໃຈ​ແລະ​ເຮັດ​ໃຫ້​ເຮົາ​ເສຍ​ຊື່​ສຽງ+​ໂດຍ​ໄປ​ນຳ​ເອົາ​ທາດ​ຊາຍ​ຍິງ​ທີ່​ພວກ​ເຈົ້າ​ປ່ອຍ​ໃຫ້​ໄປ​ຢູ່​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢາກ​ຢູ່ ແລະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ເປັນ​ທາດ​ອີກ.’ 17  ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ‘ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ​ຕອນ​ທີ່​ພວກ​ເຈົ້າ​ປ່ອຍ​ພີ່​ນ້ອງ​ແລະ​ຄົນ​ຊາດ​ດຽວ​ກັນ​ໃຫ້​ເປັນ​ອິດ​ສະຫຼະ.+ ດັ່ງ​ນັ້ນ ເຮົາ​ຈະ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ​ໂດຍ​ໃຫ້​ພວກ​ເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ ຕາຍ​ຍ້ອນ​ຄວາມ​ອຶດຢາກ+​ແລະ​ໂລກ​ລະບາດ* ແລະ​ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ໃນ​ໂລກ​ນີ້​ຢ້ານ​ຫຼາຍ​ເມື່ອ​ເຫັນ​ພວກ​ເຈົ້າ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 18  ‘ນີ້​ແມ່ນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ຜິດ​ສັນຍາ​ກັບ​ເຮົາ​ຄື ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ໄວ້​ຕໍ່​ໜ້າ​ເຮົາ​ຕອນ​ທີ່​ເຂົາ​ເຈົ້າ​ຜ່າ​ງົວ​ນ້ອຍ​ອອກ​ເປັນ 2 ຕ່ອນ​ແລະ​ຍ່າງ​ຜ່ານ​ກາງ 2 ຕ່ອນ​ນັ້ນ.+ 19  ຄົນ​ທີ່​ຍ່າງ​ຜ່ານ​ກາງ​ງົວ​ນ້ອຍ 2 ຕ່ອນ​ນັ້ນ​ແມ່ນ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ ພວກ​ເຈົ້າ​ນາຍ​ຂອງ​ເຢຣູຊາເລັມ ພວກ​ຂ້າລາຊະການ ພວກ​ປະໂລຫິດ ແລະ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້. 20  ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ​ແລະ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ອາຫານ​ຂອງ​ນົກ​ຢູ່​ເທິງ​ຟ້າ​ແລະ​ສັດ​ປ່າ​ຢູ່​ເທິງ​ດິນ.+ 21  ເຮົາ​ຈະ​ມອບ​ເຊເດກີຢາ​ກະສັດ​ຂອງ​ຢູດາ​ແລະ​ພວກ​ເຈົ້າ​ນາຍ​ຂອງ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ ແລະ​ໃນ​ມື​ຂອງ​ກອງທັບ​ກະສັດ​ບາບີໂລນ+​ທີ່​ກຳລັງ​ຖອຍ​ກອງທັບ​ໄປ​ຈາກ​ພວກ​ເຈົ້າ.’+ 22  ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ອອກ​ຄຳ​ສັ່ງ​ແລະ​ພາ​ເຂົາ​ເຈົ້າ​ກັບ​ມາ​ເມືອງ​ນີ້. ເຂົາ​ເຈົ້າ​ຈະ​ໂຈມຕີ​ແລະ​ຍຶດ​ເມືອງ​ນີ້ ແລ້ວ​ກໍ​ຈູດ​ມັນ​ຖິ້ມ.+ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ​ແລະ​ບໍ່​ມີ​ໃຜ​ອາໄສ​ຢູ່.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ແປ​ຕາມ​ໂຕ​ວ່າ “ໃນ​ຕອນ​ທ້າຍ​ຂອງ​ປີ​ທີ 7”
ແປ​ຕາມ​ໂຕ​ວ່າ “ມື້​ນີ້”
ຫຼື “ພະຍາດ”