ເຢເຣມີຢາ 36:1-32

  • ເຢເຣມີຢາ​ບອກ​ໃຫ້​ຂຽນ​ໃສ່​ມ້ວນ​ໜັງສື​ຕາມ​ຄຳ​ເວົ້າ​ຂອງ​ລາວ (1-7)

  • ບາຣຸກ​ອ່ານ​ມ້ວນ​ໜັງສື​ໃຫ້​ປະຊາຊົນ​ຟັງ (8-19)

  • ເຢໂຮຢາກີມ​ຈູດ​ມ້ວນ​ໜັງສື (20-26)

  • ຂຽນ​ເລື່ອງ​ເກົ່າ​ໃສ່​ມ້ວນ​ໜັງສື​ໃໝ່ (27-32)

36  ໃນ​ປີ​ທີ 4 ທີ່​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຢເຣມີຢາ​ວ່າ:  “ໃຫ້​ເຈົ້າ​ເອົາ​ມ້ວນ​ໜັງສື​ມາ​ມ້ວນ​ໜຶ່ງ​ແລະ​ຂຽນ​ຄຳ​ເວົ້າ​ທັງໝົດ​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເວົ້າ​ກັບ​ເຈົ້າ​ກ່ຽວ​ກັບ​ອິດສະຣາເອນ ຢູດາ+ ແລະ​ຊາດ​ທັງໝົດ.+ ໃຫ້​ເຈົ້າ​ຂຽນ​ຄຳ​ເວົ້າ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ​ຕັ້ງແຕ່​ສະໄໝ​ທີ່​ໂຢສີຢາ​ເປັນ​ກະສັດ​ຈົນ​ຮອດ​ຕອນນີ້.+  ເມື່ອ​ຄົນ​ຢູດາ​ໄດ້​ຍິນ​ເລື່ອງ​ຄວາມ​ຈິບຫາຍ​ທີ່​ເຮົາ​ຕັ້ງໃຈ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ບາງ​ເທື່ອ​ເຂົາ​ເຈົ້າ​ອາດຈະ​ກັບໃຈ​ແລະ​ເຊົາ​ເຮັດ​ຊົ່ວ ແລ້ວ​ເຮົາ​ກໍ​ຈະ​ໄດ້​ຍົກ​ໂທດ​ຄວາມ​ຜິດ​ແລະ​ບາບ​ຂອງ​ເຂົາ​ເຈົ້າ.”+  ເຢເຣມີຢາ​ຈຶ່ງ​ເອີ້ນ​ບາຣຸກ+​ລູກ​ຊາຍ​ຂອງ​ເນຣີຢາ​ໃຫ້​ມາ​ຫາ. ເຢເຣມີຢາ​ບອກ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ໃຫ້​ບາຣຸກ​ຟັງ​ແລະ​ບາຣຸກ​ກໍ​ຂຽນ​ຄຳ​ເວົ້າ​ເຫຼົ່າ​ນັ້ນ​ໃສ່​ມ້ວນ​ໜັງສື.+  ຈາກ​ນັ້ນ ເຢເຣມີຢາ​ກໍ​ສັ່ງ​ບາຣຸກ​ວ່າ: “ຂ້ອຍ​ຖືກ​ກັກ​ໂຕ​ແລະ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້.  ຄັນຊັ້ນ ໃຫ້​ເຈົ້າ​ເປັນ​ຄົນ​ໄປ​ແລະ​ອ່ານ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຈາກ​ມ້ວນ​ໜັງສື​ທີ່​ເຈົ້າ​ຂຽນ​ຕາມ​ທີ່​ຂ້ອຍ​ບອກ​ເຈົ້າ​ໃຫ້​ທຸກ​ຄົນ​ຟັງ. ເຈົ້າ​ຕ້ອງ​ອ່ານ​ມ້ວນ​ໜັງສື​ນີ້​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ຟັງ ລວມ​ທັງ​ຄົນ​ຢູດາ​ທີ່​ມາ​ຈາກ​ເມືອງ​ອື່ນ​ໆ​ນຳ​ໃນ​ມື້​ທີ່​ມີ​ການ​ອົດ​ອາຫານ.  ພະ​ເຢໂຫວາ​ໄດ້​ປະກາດ​ໄວ້​ແລ້ວ​ວ່າ​ເພິ່ນ​ຈະ​ລົງໂທດ​ຄົນ​ຊາດ​ນີ້​ດ້ວຍ​ຄວາມ​ໃຈ​ຮ້າຍ​ຫຼາຍ ແຕ່​ບາງ​ເທື່ອ​ເຂົາ​ເຈົ້າ​ອາດ​ຈະ​ອ້ອນວອນ​ພະ​ເຢໂຫວາ ກັບ​ໃຈ ແລະ​ເຊົາ​ເຮັດ​ຊົ່ວ.”  ບາຣຸກ​ລູກ​ຊາຍ​ຂອງ​ເນຣີຢາ​ໄດ້​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ສັ່ງ. ລາວ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ອ່ານ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ຈາກ​ມ້ວນ​ໜັງສື​ໃຫ້​ທຸກ​ຄົນ​ຟັງ.+  ໃນ​ເດືອນ​ທີ 9 ຂອງ​ປີ​ທີ 5 ທີ່​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ແລະ​ທຸກ​ຄົນ​ຈາກ​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ທີ່​ມາ​ເມືອງ​ເຢຣູຊາເລັມ​ໄດ້​ເລີ່ມ​ອົດ​ອາຫານ​ຕໍ່​ໜ້າ​ພະ​ເຢໂຫວາ.+ 10  ແລ້ວ​ບາຣຸກ​ກໍ​ອ່ານ​ມ້ວນ​ໜັງສື​ທີ່​ເຢເຣມີຢາ​ບອກ​ໃຫ້​ລາວ​ຂຽນ​ນັ້ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ໃນ​ຫ້ອງ*​ຂອງ​ເກມາຣີຢາ+​ລູກ​ຊາຍ​ຂອງ​ຊາຟານ+​ທີ່​ເປັນ​ຜູ້​ຄັດລອກ ເຊິ່ງ​ຢູ່​ເດີ່ນ​ທາງ​ເທິງ​ໃກ້​ກັບ​ທາງເຂົ້າ​ປະຕູ​ໃໝ່​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ.+ ລາວ​ອ່ານ​ມ້ວນ​ໜັງສື​ນັ້ນ​ໃຫ້​ທຸກ​ຄົນ​ຟັງ. 11  ເມື່ອ​ມີກາຢາ​ລູກ​ຊາຍ​ຂອງ​ເກມາຣີຢາ​ຫຼານ​ຊາຍ​ຂອງ​ຊາຟານ​ໄດ້​ຍິນ​ຄຳ​ເວົ້າ​ທັງໝົດ​ຂອງ​ພະ​ເຢໂຫວາ​ຈາກ​ມ້ວນ​ໜັງສື​ນັ້ນ 12  ລາວ​ກໍ​ໄປ​ຫ້ອງ​ຂອງ​ເລຂາ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ. ພວກ​ເຈົ້າ​ນາຍ*​ທີ່​ຢູ່​ຫັ້ນ​ມີ ເອລີຊາມາ+​ທີ່​ເປັນ​ເລຂາ ເດລາຢາ​ລູກ​ຊາຍ​ຂອງ​ເຊມາຢາ ເອນນາທານ+​ລູກ​ຊາຍ​ຂອງ​ອັກໂບ+ ເກມາຣີຢາ​ລູກ​ຊາຍ​ຂອງ​ຊາຟານ ເຊເດກີຢາ​ລູກ​ຊາຍ​ຂອງ​ຮານານີຢາ ແລະ​ພວກ​ເຈົ້າ​ນາຍ​ຄົນ​ອື່ນ​ໆ​ທັງໝົດ. 13  ມີກາຢາ​ກໍ​ບອກ​ເຂົາ​ເຈົ້າ​ທຸກ​ຢ່າງ​ທີ່​ລາວ​ໄດ້​ຍິນ​ຕອນ​ທີ່​ບາຣຸກ​ອ່ານ​ຈາກ​ມ້ວນ​ໜັງສື​ນັ້ນ​ໃຫ້​ປະຊາຊົນ​ຟັງ. 14  ຈາກ​ນັ້ນ ພວກ​ເຈົ້າ​ນາຍ​ກໍ​ສົ່ງ​ເຢຮູດີ​ລູກ​ຊາຍ​ຂອງ​ເນທານີອາ​ຫຼານ​ຂອງ​ເຊເລມີຢາ​ເຫຼນ​ຂອງ​ກູຊີ​ໄປ​ຫາ​ບາຣຸກ​ແລະ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ມາ​ຫາ​ພວກ​ເຮົາ​ແລະ​ເອົາ​ມ້ວນ​ໜັງສື​ທີ່​ເຈົ້າ​ອ່ານ​ໃຫ້​ປະຊາຊົນ​ຟັງ​ມາ​ນຳ.” ບາຣຸກ​ລູກ​ຊາຍ​ຂອງ​ເນຣີຢາ​ກໍ​ເອົາ​ມ້ວນ​ໜັງສື​ນັ້ນ​ໄປ​ຫາ​ເຂົາ​ເຈົ້າ. 15  ເຂົາ​ເຈົ້າ​ເວົ້າ​ກັບ​ບາຣຸກ​ວ່າ: “ເຊີນ​ນັ່ງ​ລົງ​ແລະ​ອ່ານ​ໃຫ້​ພວກ​ເຮົາ​ຟັງ​ແດ່.” ແລ້ວ​ບາຣຸກ​ກໍ​ອ່ານ​ມ້ວນ​ໜັງສື​ນັ້ນ​ໃຫ້​ເຂົາ​ເຈົ້າ​ຟັງ. 16  ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ຄຳ​ເວົ້າ​ທັງໝົດ ເຂົາ​ເຈົ້າ​ກໍ​ເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຢ້ານ​ແລະ​ເວົ້າ​ກັບ​ບາຣຸກ​ວ່າ: “ພວກ​ເຮົາ​ຕ້ອງ​ເອົາ​ເລື່ອງ​ທັງໝົດ​ນີ້​ໄປ​ບອກ​ກະສັດ.” 17  ເຂົາ​ເຈົ້າ​ຖາມ​ບາຣຸກ​ອີກ​ວ່າ: “ບອກ​ພວກ​ເຮົາ​ແດ່ ເຈົ້າ​ຂຽນ​ຄຳ​ເວົ້າ​ທັງໝົດ​ນີ້​ແນວ​ໃດ? ເຈົ້າ​ຂຽນ​ຕາມ​ທີ່​ເຢເຣມີຢາ​ບອກ​ແມ່ນ​ບໍ?” 18  ບາຣຸກ​ຕອບ​ເຂົາ​ເຈົ້າ​ວ່າ: “ລາວ​ເປັນ​ຜູ້​ເວົ້າ​ໃຫ້​ຂ້ອຍ​ຟັງ ແລ້ວ​ຂ້ອຍ​ກໍ​ໃຊ້​ນ້ຳມຶກ​ຂຽນ​ຄຳ​ເວົ້າ​ທັງໝົດ​ນີ້​ໃນ​ມ້ວນ​ໜັງສື.” 19  ພວກ​ເຈົ້າ​ນາຍ​ບອກ​ບາຣຸກ​ວ່າ: “ໃຫ້​ເຈົ້າ​ໜີ​ໄປ​ລີ້​ເດີ້ ທັງ​ເຈົ້າ​ກັບ​ເຢເຣມີຢາ ແລະ​ຢ່າ​ໃຫ້​ໃຜ​ຮູ້​ວ່າ​ພວກ​ເຈົ້າ​ຢູ່​ໃສ.”+ 20  ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ເອົາ​ມ້ວນ​ໜັງສື​ໄວ້​ຢູ່​ຫ້ອງ​ຂອງ​ເອລີຊາມາ​ທີ່​ເປັນ​ເລຂາ. ແລ້ວ​ເຂົາ​ເຈົ້າ​ກໍ​ເຂົ້າ​ໄປ​ຫາ​ກະສັດ​ຢູ່​ເດີ່ນ​ຂອງ​ວັງ​ແລະ​ບອກ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຍິນ​ໃຫ້​ກະສັດ​ຟັງ. 21  ກະສັດ​ຈຶ່ງ​ສົ່ງ​ເຢຮູດີ+​ໄປ​ເອົາ​ມ້ວນ​ໜັງສື​ນັ້ນ​ມາ. ເຢຮູດີ​ກໍ​ໄປ​ເອົາ​ມ້ວນ​ໜັງສື​ນັ້ນ​ຢູ່​ຫ້ອງ​ຂອງ​ເອລີຊາມາ​ທີ່​ເປັນ​ເລຂາ. ແລ້ວ​ເຢຮູດີ​ກໍ​ເລີ່ມ​ອ່ານ​ມ້ວນ​ໜັງສື​ນັ້ນ​ໃຫ້​ກະສັດ​ກັບ​ພວກ​ເຈົ້າ​ນາຍ​ທຸກ​ຄົນ​ທີ່​ຢືນ​ຢູ່​ຂ້າງ​ກະສັດ​ຟັງ. 22  ຕອນ​ນັ້ນ​ເປັນ​ເດືອນ​ທີ 9* ກະສັດ​ນັ່ງ​ຝີງ​ໄຟ​ຢູ່​ໜ້າ​ເຕົາ​ໄຟ​ໃນ​ວັງ​ລະດູ​ໜາວ​ຂອງ​ລາວ. 23  ທຸກ​ເທື່ອ​ທີ່​ເຢຮູດີ​ອ່ານ​ຜ່ານ​ໄປ​ສາມ​ຫາ​ສີ່​ຫຍໍ້​ໜ້າ ກະສັດ​ກໍ​ເອົາ​ມີດ​ຂອງ​ເລຂາ​ມາ​ຕັດ​ມ້ວນ​ໜັງສື​ສ່ວນ​ທີ່​ລາວ​ອ່ານ​ໄປ​ແລ້ວ​ນັ້ນ​ແລະ​ໂຍນ​ເຂົ້າ​ເຕົາ​ໄຟ. ໃນ​ທີ່​ສຸດ ມ້ວນ​ໜັງສື​ນັ້ນ​ກໍ​ຖືກ​ຈູດ​ຖິ້ມ​ໝົດ​ໃນ​ເຕົາ​ໄຟ. 24  ກະສັດ​ແລະ​ຄົນ​ຮັບ​ໃຊ້​ທັງໝົດ​ຂອງ​ລາວ​ທີ່​ໄດ້​ຍິນ​ຄຳ​ເວົ້າ​ໃນ​ມ້ວນ​ໜັງສື​ນັ້ນ ບໍ່​ມີ​ໃຜ​ຈັກ​ຄົນ​ຈີກ​ເຄື່ອງ​ນຸ່ງ​ຂອງ​ໂຕເອງ ເຂົາ​ເຈົ້າ​ບໍ່​ໄດ້​ຮູ້ສຶກ​ຢ້ານ​ຫຍັງ​ເລີຍ. 25  ເຖິງ​ວ່າ​ເອນນາທານ+ ເດລາຢາ+ ແລະ​ເກມາຣີຢາ+​ຈະ​ຂໍຮ້ອງ​ກະສັດ​ບໍ່​ໃຫ້​ຈູດ​ມ້ວນ​ໜັງສື​ນັ້ນ ແຕ່​ກະສັດ​ກໍ​ບໍ່​ຟັງ. 26  ນອກ​ຈາກ​ນັ້ນ ກະສັດ​ຍັງ​ສັ່ງ​ໃຫ້​ເຢຣາເມເອນ​ລູກ​ຊາຍ​ຂອງ​ກະສັດ​ກັບ​ເສຣາຢາ​ລູກ​ຊາຍ​ຂອງ​ອັດຊະຣີເອນ ແລະ​ເຊເລມີຢາ​ລູກ​ຊາຍ​ຂອງ​ອັບ​ເດ​ເອນ​ໄປ​ຈັບ​ໂຕ​ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ບາຣຸກ​ທີ່​ເປັນ​ເລຂາ​ຂອງ​ລາວ ແຕ່​ພະ​ເຢໂຫວາ​ໄດ້​ເຊື່ອງ​ເຂົາ​ເຈົ້າ​ໄວ້.+ 27  ຫຼັງ​ຈາກ​ກະສັດ​ຈູດ​ມ້ວນ​ໜັງສື​ທີ່​ບາຣຸກ​ຂຽນ​ຕາມ​ຄຳ​ທີ່​ເຢເຣມີຢາ​ບອກ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ເຢເຣມີຢາ​ອີກ+​ວ່າ: 28  “ໃຫ້​ເອົາ​ມ້ວນ​ໜັງສື​ມາ​ອີກ​ມ້ວນ​ໜຶ່ງ ແລ້ວ​ຂຽນ​ຄຳ​ເວົ້າ​ທັງໝົດ​ໃຫ້​ຄື​ກັບ​ມ້ວນ​ທຳອິດ​ທີ່​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ໄດ້​ຈູດ​ຖິ້ມ​ໄປ​ແລ້ວ.+ 29  ເຈົ້າ​ຕ້ອງ​ບອກ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ວ່າ ‘ພະ​ເຢໂຫວາ​ໄດ້​ເວົ້າ​ແນວ​ນີ້ “ຍ້ອນ​ເຈົ້າ​ໄດ້​ຈູດ​ມ້ວນ​ໜັງສື​ແລະ​ເວົ້າ​ວ່າ ‘ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຂຽນ​ໃນ​ມ້ວນ​ໜັງສື​ວ່າ​ກະສັດ​ບາບີໂລນ​ຈະ​ມາ​ທຳລາຍ​ແຜ່ນດິນ​ນີ້ ແລະ​ເຮັດ​ໃຫ້​ບໍ່​ມີ​ຄົນ​ແລະ​ສັດ​ອາໄສ​ຢູ່?’+ 30  ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກ່ຽວ​ກັບ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ວ່າ ‘ຈະ​ບໍ່​ມີ​ລູກ​ຫຼານ​ຂອງ​ລາວ​ຄົນ​ໃດ​ໄດ້​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ​ອີກ​ເລີຍ.+ ສົບ​ຂອງ​ລາວ​ຈະ​ຖືກ​ຖິ້ມ​ຢູ່​ທາງ​ນອກ​ໃຫ້​ຕາກ​ຄວາມ​ຮ້ອນ​ໃນ​ຕອນ​ກາງ​ເວັນ​ແລະ​ຕາກ​ຄວາມ​ເຢັນ​ໃນ​ຕອນ​ກາງ​ຄືນ.+ 31  ເຮົາ​ຈະ​ໃຫ້​ລາວ​ກັບ​ລູກ​ຫຼານ​ແລະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ໃຫ້​ຄວາມ​ຈິບຫາຍ​ທີ່​ເຮົາ​ເຄີຍ​ໄດ້​ເວົ້າ​ໄວ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ແລະ​ກັບ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ຢູດາ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ຟັງ​ເຮົາ.’”’”+ 32  ແລ້ວ​ເຢເຣມີຢາ​ກໍ​ເອົາ​ມ້ວນ​ໜັງສື​ອີກ​ມ້ວນ​ໜຶ່ງ​ມາ​ໃຫ້​ບາຣຸກ​ລູກ​ຊາຍ​ຂອງ​ເນຣີຢາ​ທີ່​ເປັນ​ເລຂາ​ຂອງ​ລາວ.+ ບາຣຸກ​ກໍ​ຂຽນ​ຕາມ​ທີ່​ເຢເຣມີຢາ​ບອກ​ທຸກ​ຄຳ​ໃຫ້​ຄື​ກັບ​ມ້ວນ​ໜັງສື​ທີ່​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ​ໄດ້​ຈູດ​ຖິ້ມ+ ແລະ​ລາວ​ຍັງ​ໄດ້​ຂຽນ​ຄຳ​ເວົ້າ​ອື່ນ​ໆ​ຈາກ​ພະເຈົ້າ​ໃສ່​ໃນ​ມ້ວນ​ໜັງສື​ໃໝ່​ນີ້​ນຳ.

ຂໍຄວາມໄຂເງື່ອນ

ຫຼື “ຫ້ອງ​ກິນ​ເຂົ້າ”
ຫຼື “ພວກ​ຂ້າລາຊະການ”
ກົງ​ກັບ​ກາງ​ເດືອນ​ພະຈິກ​ຫາ​ກາງ​ເດືອນ​ທັນວາ. ເບິ່ງ​ພາກ​ຜະໜວກ ຂ15.