ເຢເຣມີຢາ 39:1-18

  • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (1-10)

    • ເຊເດກີຢາ​ໜີ​ແລະ​ຖືກ​ຈັບ​ໄດ້ (4-7)

  • ເຢເຣມີຢາ​ໄດ້​ຮັບ​ການ​ປົກປ້ອງ (11-14)

  • ເອເບັດເມເລັກ​ຈະ​ລອດ​ຊີວິດ (15-18)

39  ໃນ​ປີ​ທີ 10 ຂອງ​ເດືອນ​ທີ 9 ທີ່​ເຊເດກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ໄດ້​ຍົກ​ກອງທັບ​ມາ​ຕໍ່ສູ້​ເມືອງ​ເຢຣູຊາເລັມ​ແລະ​ລ້ອມ​ເມືອງ​ນີ້​ໄວ້.+  ໃນ​ວັນ​ທີ 9 ເດືອນ​ທີ 4 ຂອງ​ປີ​ທີ 11 ທີ່​ເຊເດກີຢາ​ເປັນ​ກະສັດ​ປົກຄອງ ເຂົາ​ເຈົ້າ​ກໍ​ທຳລາຍ​ກຳແພງ​ເມືອງ​ເຂົ້າ​ມາ​ໄດ້.+  ພວກ​ເຈົ້າ​ນາຍ​ຂອງ​ກະສັດ​ບາບີໂລນ​ກໍ​ໄດ້​ເຂົ້າ​ມາ​ໃນ​ເມືອງ​ແລະ​ນັ່ງ​ຢູ່​ປະຕູ​ກາງ.+ ຄົນ​ເຫຼົ່າ​ນັ້ນ​ມີ​ເນການຊາເຣັດເຊ​ທີ່​ມີ​ຕຳແໜ່ງ​ເປັນ​ສຳກາ ເນໂບສາເສກີມ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບສາຣິດ* ເນການຊາເຣັດເຊ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບມັກ* ແລະ​ເຈົ້າ​ນາຍ​ຄົນ​ອື່ນ​ໆ​ທັງໝົດ​ຂອງ​ກະສັດ​ບາບີໂລນ.  ເມື່ອ​ເຊເດກີຢາ​ກະສັດ​ຂອງ​ຢູດາ​ແລະ​ທະຫານ​ທັງໝົດ​ເຫັນ​ພວກ​ສັດຕູ ເຂົາ​ເຈົ້າ​ກໍ​ພາກັນ​ໜີ.+ ເຂົາ​ເຈົ້າ​ອອກ​ຈາກ​ເມືອງ​ໄປ​ຕອນ​ກາງ​ຄືນ​ທາງ​ປະຕູ​ຂອງ​ກຳແພງ​ສອງ​ຊັ້ນ​ທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ​ແລະ​ໜີ​ໄປ​ທາງ​ອາຣາບາ.+  ແຕ່​ກອງທັບ​ຂອງ​ພວກ​ການເດອາ​ກໍ​ໄລ່​ນຳ​ໄປ. ເຂົາ​ເຈົ້າ​ນຳ​ເຊເດກີຢາ​ທັນ​ຢູ່​ບ່ອນ​ກັນດານ​ເຢຣິໂກ.+ ເຂົາ​ເຈົ້າ​ຈັບ​ລາວ​ໄປ​ໃຫ້​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຢູ່​ຣິບລາ+​ໃນ​ແຜ່ນດິນ​ຮາມັດ+ ແລ້ວ​ເຊເດກີຢາ​ກໍ​ຖືກ​ຕັດສິນ​ລົງໂທດ​ຢູ່​ຫັ້ນ.  ກະສັດ​ບາບີໂລນ​ໄດ້​ສັ່ງ​ຂ້າ​ລູກ​ຊາຍ​ຂອງ​ເຊເດກີຢາ​ຕໍ່​ໜ້າ​ຕໍ່​ຕາ​ລາວ​ຢູ່​ຣິບລາ​ແລະ​ຍັງ​ໄດ້​ສັ່ງ​ຂ້າ​ພວກ​ເຈົ້າ​ເມືອງ​ຂອງ​ຢູດາ​ທັງໝົດ​ນຳ.+  ຈາກ​ນັ້ນ ກະສັດ​ບາບີໂລນ​ກໍ​ເຮັດ​ໃຫ້​ເຊເດກີຢາ​ຕາບອດ​ແລະ​ຈັບ​ລາວ​ລ່າມ​ໂສ້​ທອງແດງ​ໄປ​ບາບີໂລນ.+  ພວກ​ການເດອາ​ຈູດ​ວັງ​ຂອງ​ກະສັດ ຈູດ​ເຮືອນ​ຂອງ​ປະຊາຊົນ​ຖິ້ມ+ ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ​ນຳ.+  ເນບູຊາຣາດານ+​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈັບ​ຄົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ ຄົນ​ທີ່​ໜີ​ໄປ​ຫາ​ລາວ ແລະ​ຄົນ​ທັງໝົດ​ທີ່​ເຫຼືອ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ. 10  ແຕ່​ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ຈົ່ງ​ຄົນ​ທີ່​ທຸກ​ທີ່​ສຸດ​ບາງ​ຄົນ​ໄວ້​ໃນ​ແຜ່ນດິນ​ຢູດາ. ເຂົາ​ເຈົ້າ​ແມ່ນ​ຄົນ​ທີ່​ບໍ່​ມີ​ຫຍັງ​ເລີຍ. ໃນ​ມື້​ນັ້ນ ລາວ​ເອົາ​ສວນ​ໝາກ​ລະແຊັງ​ແລະ​ທົ່ງ​ນາ​ໃຫ້​ເຂົາ​ເຈົ້າ​ເບິ່ງແຍງ.+ 11  ແລ້ວ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ກໍ​ສັ່ງ​ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ເລື່ອງ​ເຢເຣມີຢາ​ວ່າ: 12  “ໃຫ້​ເຈົ້າ​ພາ​ລາວ​ໄປ​ແລະ​ເບິ່ງແຍງ​ລາວ. ຢ່າ​ທຳຮ້າຍ​ລາວ​ແລະ​ຖ້າ​ລາວ​ຂໍ​ຫຍັງ​ກໍ​ເອົາ​ໃຫ້​ລາວ​ໂລດ.”+ 13  ແລ້ວ​ເນບູຊາຣາດານ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ ເນບູຊັດບານ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບສາຣິດ* ເນການ​ຊາເຣັດເຊ​ທີ່​ມີ​ຕຳແໜ່ງ​ເປັນ​ຣັບມັກ ແລະ​ພວກ​ຜູ້​ຊາຍ​ທັງໝົດ​ທີ່​ເປັນ​ສຳຄັນ​ຂອງ​ກະສັດ​ບາບີໂລນ​ກໍ​ສົ່ງ​ຄົນ​ໄປ 14  ພາ​ເຢເຣມີຢາ​ອອກ​ມາ​ຈາກ​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ+ ແລະ​ພາ​ລາວ​ໄປ​ຫາ​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ+​ຫຼານ​ຊາຍ​ຂອງ​ຊາຟານ+​ເພື່ອ​ໃຫ້​ໄປ​ຢູ່​ເຮືອນ​ຂອງ​ລາວ. ແລ້ວ​ເຢເຣມີຢາ​ກໍ​ຢູ່​ກັບ​ຄົນ​ເຫຼົ່າ​ນັ້ນ. 15  ຕອນ​ທີ່​ເຢເຣມີຢາ​ຖືກ​ກັກ​ໂຕ​ຢູ່​ເດີ່ນ​ທະຫານ​ປ້ອງກັນ​ໂຕ​ກະສັດ+ ພະ​ເຢໂຫວາ​ໄດ້​ມາ​ເວົ້າ​ກັບ​ລາວ​ວ່າ: 16  “ໃຫ້​ເຈົ້າ​ໄປ​ບອກ​ເອເບັດເມເລັກ+​ຄົນ​ເອທິໂອເປຍ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເຈິ​ຄວາມ​ຈິບຫາຍ​ແທນ​ທີ່​ຈະ​ເຈິ​ສິ່ງ​ດີ​ໆ​ຄື​ກັບ​ທີ່​ເຮົາ​ເຄີຍ​ບອກ​ໄວ້ ແລະ​ໃນ​ມື້​ນັ້ນ​ເຈົ້າ​ຈະ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ.”’ 17  ພະ​ເຢໂຫວາ​ບອກ​ວ່າ ‘ແຕ່​ໃນ​ມື້​ນັ້ນ​ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ ແລະ​ເຈົ້າ​ຈະ​ບໍ່​ຖືກ​ສົ່ງ​ໂຕ​ໃຫ້​ຄົນ​ທີ່​ເຈົ້າ​ຢ້ານ.’ 18  ພະ​ເຢໂຫວາ​ບອກ​ອີກ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ທາງ​ໜີ​ໄດ້​ແນ່ນອນ​ແລະ​ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ. ເຈົ້າ​ຈະ​ລອດ​ຊີວິດ+​ຍ້ອນ​ເຈົ້າ​ໄວ້​ໃຈ​ເຮົາ.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ຫຼື “ເນການຊາເຣັດເຊ ສຳກາເນໂບ ສາເສກີມ ຣັບສາຣິດ” ຕາມ​ວິທີ​ແບ່ງ​ຄຳ​ອີກ​ວິທີ​ໜຶ່ງ​ໃນ​ພາສາ​ເຮັບເຣີ
ຫຼື “ຫົວໜ້າ​ໝໍ​ຄາຖາ​ອາຄົມ (ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ)”
ຫຼື “ຫົວໜ້າ​ຂ້າລາຊະການ”