ເຢເຣມີຢາ 4:1-31

  • ການ​ກັບ​ໃຈ​ເຮັດ​ໃຫ້​ໄດ້​ຮັບ​ພອນ (1-4)

  • ຄວາມ​ຈິບຫາຍ​ມາ​ຈາກ​ທາງ​ເໜືອ (5-18)

  • ເຢເຣມີຢາ​ທຸກໃຈ​ຫຼາຍ​ຍ້ອນ​ຄວາມ​ຈິບຫາຍ​ທີ່​ຈະ​ເກີດ​ຂຶ້ນ (19-31)

4  ພະ​ເຢໂຫວາ​ເວົ້າ​ວ່າ: “ອິດສະຣາເອນ​ເອີ້ຍ ໃຫ້​ເຈົ້າ​ກັບ​ມາ.ຖ້າ​ເຈົ້າ​ກັບ​ມາ​ຫາ​ເຮົາແລະ​ກຳຈັດ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຈົ້າ​ໃຫ້​ໝົດ​ໄປເຈົ້າ​ກໍ​ຈະ​ບໍ່​ຕ້ອງ​ຫຼົບ​ໜີ​ໄປ​ເລື້ອຍ​ໆ​.+   ຖ້າ​ເຈົ້າ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ດ້ວຍ​ຄວາມ​ຈິງ ດ້ວຍ​ຄວາມ​ຍຸຕິທຳ ແລະ​ດ້ວຍ​ຄວາມ​ຖືກຕ້ອງຊາດ​ຕ່າງ​ໆ​ກໍ​ຈະ​ໄດ້​ຮັບ​ພອນ​ຈາກ​ເພິ່ນແລະ​ເຂົາ​ເຈົ້າ​ຈະ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ເລື່ອງ​ຂອງ​ເພິ່ນ​ດ້ວຍ​ຄວາມ​ພູມໃຈ.”+  ພະ​ເຢໂຫວາ​ເວົ້າ​ກັບ​ຄົນ​ຢູດາ​ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ວ່າ: “ໃຫ້​ເຈົ້າ​ໄປ​ບ່ອນ​ທີ່​ປູກ​ຫຍັງ​ກໍ​ບໍ່​ຂຶ້ນ​ແລະ​ໄຖ​ດິນ​ໃໝ່ແລະ​ເຊົາ​ຫວ່ານ​ແນວ​ປູກ​ໃນ​ບ່ອນ​ທີ່​ມີ​ຕົ້ນ​ໜາມ​ຫຼາຍ​ໆ​.+   ຄົນ​ຢູດາ​ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ເອີ້ຍໃຫ້​ເຈົ້າ​ເຮັດ​ໃຫ້​ໂຕເອງ​ສະອາດ*​ເພື່ອ​ພະ​ເຢໂຫວາແລະ​ເຮັດ​ໃຫ້​ຫົວໃຈ​ຂອງ​ເຈົ້າ​ສະອາດ*+ເພື່ອ​ຄວາມ​ໃຈ​ຮ້າຍ​ຂອງ​ເຮົາ​ຈະ​ບໍ່​ລຸກ​ໄໝ້​ຄື​ກັບ​ໄຟທີ່​ບໍ່​ມີ​ຜູ້​ໃດ​ມອດ​ໄດ້ຍ້ອນ​ຄວາມ​ຊົ່ວ​ທີ່​ເຈົ້າ​ໄດ້​ເຮັດ.”+   ໃຫ້​ເຈົ້າ​ປະກາດ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ. ໃຫ້​ຮ້ອງ​ດັງ​ໆ​ແລະ​ເປົ່າ​ແກ​ເຂົາ​ສັດ​ໄປ​ທົ່ວ​ແຜ່ນດິນ.+ ໃຫ້​ຮ້ອງ​ບອກ​ຄົນ​ດັງ​ໆ​ວ່າ: “ໃຫ້​ພວກ​ເຮົາ​ມາ​ລວມ​ໂຕ​ກັນແລະ​ໜີ​ໄປ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ.+   ໃຫ້​ຍົກ​ເສົາ​ໃຫ້​ສັນຍານ*​ຂຶ້ນ​ເພື່ອ​ບອກ​ທາງ​ໄປ​ຊີໂອນ. ໃຫ້​ຊອກ​ຫາ​ບ່ອນ​ລີ້​ແລະ​ຢ່າ​ຢືນ​ຢູ່​ຊື່​ໆ​” ຍ້ອນ​ເຮົາ​ກຳລັງ​ເອົາ​ຄວາມ​ຈິບຫາຍ​ຄັ້ງ​ໃຫຍ່​ຈາກ​ທາງ​ເໜືອ​ມາ.+   ຜູ້​ທີ່​ທຳລາຍ​ຊາດ​ຕ່າງ​ໆ​ໄດ້​ອອກ​ມາ​ແລ້ວ+ຄື​ກັບ​ໂຕ​ສິງ​ທີ່​ອອກ​ມາ​ຈາກ​ປ່າ.+ ລາວ​ອອກ​ມາ​ຈາກ​ບ່ອນ​ຂອງ​ລາວ​ເພື່ອ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຈົ້າ​ຮ້າງ​ເປົ່າ. ເມືອງ​ຕ່າງ​ໆ​ຂອງ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ກາຍ​ເປັນ​ຊາກຫັກພັງ​ແລະ​ບໍ່​ມີ​ຄົນ​ອາໄສ​ຢູ່.+   ດັ່ງ​ນັ້ນ ໃຫ້​ເຈົ້າ​ນຸ່ງ​ຜ້າ​ເນື້ອ​ຫຍາບ+ໃຫ້​ຮ້ອງໄຫ້​ເສຍໃຈ​ແລະ​ໄວ້ທຸກຍ້ອນ​ພະ​ເຢໂຫວາ​ຍັງ​ໃຈ​ຮ້າຍ​ແຮງ​ໃຫ້​ພວກ​ເຮົາ​ຢູ່.   ພະ​ເຢໂຫວາ​ເວົ້າ​ວ່າ: “ໃນ​ມື້​ນັ້ນ ກະສັດ​ຈະ​ຮູ້ສຶກ​ຢ້ານ​ຫຼາຍ.+ພວກ​ເຈົ້າ​ນາຍ​ກໍ​ຈະ​ຮູ້ສຶກ​ຢ້ານ​ຈົນ​ໂຕ​ສັ່ນ.ພວກ​ປະໂລຫິດ​ແລະ​ພວກ​ຜູ້​ພະຍາກອນ​ກໍ​ຈະ​ຢ້ານ​ຫຼາຍ​ຄື​ກັນ.”+ 10  ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເອີ້ຍ ພະອົງ​ຫຼອກ​ລວງ​ຄົນ​ຢູດາ+​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ໂດຍ​ເວົ້າ​ວ່າ ‘ເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ+ ແຕ່​ແທ້​ໆ​ແລ້ວ​ດາບ​ພັດ​ຈີ້​ຄໍ​ຂອງ​ພວກ​ເຮົາ​ຢູ່.’” 11  ໃນ​ຕອນ​ນັ້ນ ຄົນ​ຢູດາ​ແລະ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ຈະ​ໄດ້​ຍິນ​ວ່າ: “ລົມ​ຮ້ອນ​ໆ​ຈາກ​ໂນນ​ພູ​ຕ່າງ​ໆ​ທີ່​ແຫ້ງ​ແລ້ງ​ໃນ​ທະເລ​ຊາຍຈະ​ພັດ​ມາ​ໃສ່​ປະຊາຊົນ​ຂອງ​ເຮົາ.*ລົມ​ນີ້​ບໍ່​ໄດ້​ພັດ​ມາ​ເພື່ອ​ຝັດ​ເຂົ້າ​ຫຼື​ເຮັດ​ໃຫ້​ເຂົ້າ​ສະອາດ. 12  ລົມ​ແຮງ​ໆ​ນີ້​ພັດ​ມາ​ຈາກ​ບ່ອນ​ຕ່າງ​ໆ​ຕາມ​ຄຳ​ສັ່ງ​ຂອງ​ເຮົາ. ບັດ​ນີ້ ເຮົາ​ຈະ​ປະກາດ​ຄຳ​ຕັດສິນ​ຕໍ່​ເຂົາ​ເຈົ້າ. 13  ກອງທັບ​ຂອງ​ສັດຕູ​ຈະ​ມາ​ຄື​ກັບ​ຂີ້ເຝື້ອ​ທີ່​ຕຶບ​ໜາ.ລົດ​ຮົບ​ຂອງ​ລາວ​ເປັນ​ຄື​ກັບ​ລົມ​ພາຍຸ.+ ມ້າ​ຂອງ​ລາວ​ກໍ​ໄວ​ກວ່າ​ນົກ​ອິນຊີ.+ ‘ຕາຍ​ຄັກ​ໆ​ບາດນິ! ພວກ​ເຮົາ​ບໍ່​ລອດ​ແທ້.’ 14  ເຢຣູຊາເລັມ​ເອີ້ຍ ຖ້າ​ເຈົ້າ​ຢາກ​ລອດ ເຈົ້າ​ຕ້ອງ​ເຮັດ​ໃຫ້​ຫົວໃຈ​ຂອງ​ເຈົ້າ​ສະອາດ​ແລະ​ບໍ່​ມີ​ຄວາມ​ຊົ່ວ.+ ເຈົ້າ​ຈະ​ຄິດ​ແຕ່​ແນວ​ຊົ່ວ​ໆ​ອີກ​ດົນ​ປານ​ໃດ? 15  ມີ​ການ​ປະກາດ​ຂ່າວ​ນີ້​ຢູ່​ດານ+ແລະ​ມີ​ການ​ປະກາດ​ຄວາມ​ຈິບຫາຍ​ຢູ່​ພູ​ຕ່າງ​ໆ​ໃນ​ເອຟຣາຢິມ. 16  ໃຫ້​ເຈົ້າ​ບອກ​ເລື່ອງ​ນີ້​ກັບ​ຊາດ​ຕ່າງ​ໆ​ແລະ​ປະກາດ​ເລື່ອງ​ນີ້​ໃຫ້​ເຢຣູຊາເລັມ​ຮູ້.” “ພວກ​ຜູ້​ເຝົ້າ​ເບິ່ງ*​ກຳລັງ​ມາ​ຈາກ​ແຜ່ນດິນ​ທີ່​ຢູ່​ຫ່າງ​ໄກແລະ​ເຂົາ​ເຈົ້າ​ຈະ​ຮ້ອງ​ສຽງ​ດັງ​ຕອນ​ອອກ​ໄປ​ສູ້ຮົບ​ກັບ​ເມືອງ​ຕ່າງ​ໆ​ຂອງ​ຢູດາ. 17  ເຂົາ​ເຈົ້າ​ມາ​ລ້ອມ​ເຢຣູຊາເລັມ​ໄວ້ທຸກ​ດ້ານ​ຄື​ກັບ​ຊາວນາ​ທີ່​ເຝົ້າ​ທົ່ງ​ນາ+ຍ້ອນ​ລາວ​ກະບົດ​ຕໍ່​ເຮົາ.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 18  “ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕເອງ.+ ການ​ລົງໂທດ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ເຈັບ​ປວດ​ຫຼາຍ.ມັນ​ເຂົ້າ​ໄປ​ຮອດ​ຫົວໃຈ​ຂອງ​ເຈົ້າ.” 19  ຂ້ອຍ​ທຸກໃຈ​ຫຼາຍ! ຂ້ອຍ​ທຸກໃຈ​ຫຼາຍ! ຂ້ອຍ​ເຈັບ​ປວດ​ໃຈ​ຫຼາຍ​ແທ້​ໆ​. ຫົວໃຈ​ຂອງ​ຂ້ອຍ​ເຕັ້ນ​ບັກ​ແຮງ​ໆ​. ຂ້ອຍ​ມິດ​ຢູ່​ຊື່​ໆ​ບໍ່​ໄດ້​ແລ້ວຍ້ອນ​ຂ້ອຍ​ໄດ້​ຍິນ​ສຽງ​ແກ​ເຂົາ​ສັດເຊິ່ງ​ເປັນ​ສັນຍານ​ຂອງ​ການ​ສູ້ຮົບ.*+ 20  ມີ​ຂ່າວ​ກ່ຽວ​ກັບ​ຄວາມ​ຈິບຫາຍ​ເທື່ອ​ແລ້ວ​ເທື່ອ​ອີກຍ້ອນ​ແຜ່ນດິນ​ທັງໝົດ​ຖືກ​ທຳລາຍ. ຢູ່​ບໍ່​ຢູ່​ເຕັ້ນ​ຂອງ​ຂ້ອຍ​ກໍ​ພັງ​ລົງ​ມາ.ຜ້າ​ເຕັ້ນ​ຂອງ​ຂ້ອຍ​ກໍ​ຖືກ​ທຳລາຍ​ບາດ​ດຽວ.+ 21  ຂ້ອຍ​ຈະ​ຕ້ອງ​ເຫັນ​ເສົາ​ໃຫ້​ສັນຍານແລະ​ໄດ້​ຍິນ​ສຽງ​ແກ​ເຂົາ​ສັດ​ອີກ​ດົນ​ປານ​ໃດ?+ 22  “ປະຊາຊົນ​ຂອງ​ເຮົາ​ເປັນ​ຄົນ​ໂງ່.+ເຂົາ​ເຈົ້າ​ບໍ່​ໄດ້​ສົນໃຈ​ເຮົາ​ເລີຍ. ເຂົາ​ເຈົ້າ​ເປັນ​ລູກ​ທີ່​ໂງ່​ແລະ​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ຫຍັງ. ເຂົາ​ເຈົ້າ​ສະຫຼາດ​ແຕ່​ແນວ​ຊົ່ວ​ໆ​ແຕ່​ບໍ່​ຮູ້​ຈັກ​ເຮັດ​ດີ.” 23  ຂ້ອຍ​ເຫັນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຮ້າງ​ເປົ່າ​ແລະ​ບໍ່​ມີ​ຫຍັງ​ເລີຍ.+ ຂ້ອຍ​ແນມ​ເບິ່ງ​ທ້ອງຟ້າ ແຕ່​ກໍ​ບໍ່​ມີ​ແສງ​ສະຫວ່າງ​ເລີຍ.+ 24  ຂ້ອຍ​ເຫັນ​ພູ​ຕ່າງ​ໆ​ກຳລັງ​ສັ່ນ​ສະເທືອນແລະ​ໂນນ​ພູ​ຕ່າງ​ໆ​ກໍ​ກຳລັງ​ສັ່ນ​ສະເທືອນ​ຄື​ກັນ.+ 25  ຂ້ອຍ​ແນມ​ເບິ່ງ​ແລະ​ເຫັນ​ວ່າ​ບໍ່​ມີ​ໃຜ​ເລີຍແລະ​ນົກ​ຢູ່​ເທິງ​ຟ້າ​ກໍ​ບິນ​ໜີ​ໄປ​ໝົດ​ແລ້ວ.+ 26  ຂ້ອຍ​ແນມ​ເບິ່ງ​ແລະ​ເຫັນ​ວ່າ​ສວນ​ໝາກ​ໄມ້​ກາຍ​ເປັນ​ບ່ອນ​ກັນດານແລະ​ເມືອງ​ຕ່າງ​ໆ​ກໍ​ຖືກ​ທຳລາຍ​ໝົດ​ແລ້ວ.+ ທັງໝົດ​ນີ້​ເປັນ​ຍ້ອນ​ພະ​ເຢໂຫວາຍ້ອນ​ເພິ່ນ​ໃຈ​ຮ້າຍ​ຫຼາຍ. 27  ພະ​ເຢໂຫວາ​ເວົ້າ​ວ່າ: “ແຜ່ນດິນ​ທັງໝົດ​ນີ້​ຈະ​ຮ້າງ​ເປົ່າ+ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ຈົນ​ໝົດ. 28  ຍ້ອນ​ແນວ​ນີ້ ແຜ່ນດິນ​ຈະ​ໂສກ​ເສົ້າ+ແລະ​ທ້ອງຟ້າ​ຈະ​ມືດ​ໄປ+ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ ເຮົາ​ຕັດສິນໃຈ​ແລ້ວແລະ​ເຮົາ​ຈະ​ບໍ່​ປ່ຽນ​ໃຈ.* ເຮົາ​ຈະ​ບໍ່​ປີ້ນ​ຄວາມ.+ 29  ເມື່ອ​ໄດ້​ຍິນ​ສຽງ​ຂອງ​ພວກ​ທະຫານ​ມ້າ​ແລະ​ພວກ​ທະຫານ​ຍິງ​ທະນູຄົນ​ໝົດ​ເມືອງ​ກໍ​ແລ່ນ​ໜີ.+ ເຂົາ​ເຈົ້າ​ແລ່ນ​ເຂົ້າ​ໄປ​ໃນ​ປ່າແລະ​ພາກັນ​ປີນ​ພູ​ປີນ​ຜາ.+ ເມືອງ​ທຸກ​ເມືອງ​ຖືກ​ປະຖິ້ມແລະ​ບໍ່​ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ​ເລີຍ.” 30  ເຈົ້າ​ຖືກ​ໂຈມຕີ​ຢ່າງ​ໜັກ​ແລ້ວ ເຈົ້າ​ຈະ​ເຮັດ​ແນວ​ໃດ​ບາດ​ນິ? ເຈົ້າ​ເຄີຍ​ນຸ່ງ​ເຄື່ອງ​ສີ​ແດງ​ສົດເຄີຍ​ໃສ່​ເຄື່ອງ​ປະດັບ​ທີ່​ເປັນ​ຄຳແລະ​ເອົາ​ສີ​ດຳ*​ມາທາ​ຕາ​ເພື່ອ​ໃຫ້​ງາມ​ຂຶ້ນ. ແຕ່​ເຖິງ​ເຈົ້າ​ຈະ​ແຕ່ງ​ໂຕ​ງາມ​ສ່ຳ​ໃດ ມັນ​ກໍ​ບໍ່​ມີ​ປະໂຫຍດ​ດອກ+ຍ້ອນ​ຄົນ​ທີ່​ຢາກ​ໄດ້​ໂຕ​ເຈົ້າ​ບໍ່​ຢາກ​ໄດ້​ເຈົ້າ​ແລ້ວ.ຕອນນີ້ ເຂົາ​ເຈົ້າ​ຢາກ​ຂ້າເຈົ້າ​ແທນ.+ 31  ຂ້ອຍ​ໄດ້​ຍິນ​ສຽງ​ຄື​ກັບ​ສຽງ​ຂອງ​ຜູ້​ຍິງ​ທີ່​ບໍ່​ສະບາຍໄດ້​ຍິນ​ສຽງ​ຮ້ອງ​ດ້ວຍ​ຄວາມ​ເຈັບ​ປວດ​ຄື​ກັບ​ສຽງ​ຂອງ​ຜູ້​ຍິງ​ທີ່​ເຈັບ​ທ້ອງ​ເກີດ​ລູກ​ຜູ້​ທຳອິດແລະ​ໄດ້​ຍິນ​ສຽງ​ລູກ​ສາວ​ທີ່​ກຳລັງ​ຈະ​ຂາດ​ໃຈ​ເຊິ່ງ​ກໍ​ຄື​ຊີໂອນ. ລາວ​ເດ່​ມື​ອອກ​ໄປ​ແລະ​ເວົ້າ​ວ່າ:+ “ຂ້ອຍ​ຕ້ອງ​ຕາຍ​ແທ້​ໆ​ ຂ້ອຍ​ເມື່ອຍ​ຫຼາຍ​ຍ້ອນ​ຄົນ​ທີ່​ຢາກ​ຂ້າ​ຂ້ອຍ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຮັບ​ສິນຕັດ”
ແປ​ຕາມ​ໂຕ​ວ່າ “ຕັດ​ໜັງ​ຫຸ້ມ​ປາຍ”
ຫຼື “ທຸງ”
ແປ​ຕາມ​ໂຕ​ວ່າ “ລູກ​ສາວ​ຂອງ​ປະຊາຊົນ​ຂອງ​ເຮົາ.” ນີ້​ແມ່ນ​ການ​ສົມທຽບ​ໃນ​ບົດ​ກອນ​ເຊິ່ງ​ອາດ​ໝາຍເຖິງ​ການ​ສະແດງ​ຄວາມ​ອີ່ຕົນ​ຫຼື​ເຫັນ​ອົກ​ເຫັນ​ໃຈ.
ໝາຍເຖິງ​ຜູ້​ທີ່​ເຝົ້າ​ເບິ່ງ​ເມືອງ​ເພື່ອ​ຈະ​ຮູ້​ວ່າ​ຄວນ​ຈະ​ໂຈມຕີ​ເມືອງ​ຕອນ​ໃດ
ຫຼື​ອາດ​ແປ​ວ່າ “ສຽງ​ໂຫ່​ຮ້ອງ​ຂອງ​ທະຫານ​ຕອນ​ອອກ​ໄປ​ສູ້ຮົບ”
ຫຼື “ຮູ້ສຶກ​ເສຍໃຈ”
ຫຼື “ສີ​ທາ​ຕາ”