ເຢເຣມີຢາ 41:1-18

  • ເກດາລີຢາ​ຖືກ​ອິດຊະມາເອນ​ຂ້າ (1-10)

  • ອິດຊະມາເອນ​ໜີ​ໂຢຮານານ (11-18)

41  ໃນ​ເດືອນ​ທີ 7 ອິດຊະມາເອນ+​ລູກ​ຊາຍ​ຂອງ​ເນທານີອາ​ຫຼານ​ຊາຍ​ຂອງ​ເອລີຊາມາ ເຊິ່ງ​ເປັນ​ລູກ​ຫຼານ​ຂອງ​ກະສັດ​ແລະ​ເປັນ​ໜຶ່ງ​ໃນ​ພວກ​ຄົນ​ສຳຄັນ​ຂອງ​ກະສັດ​ໄດ້​ພາ​ຄົນ​ຂອງ​ລາວ 10 ຄົນ​ມາ​ຫາ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຢູ່​ເມືອງ​ມິດຊະປາ.+ ຕອນ​ທີ່​ເຂົາ​ເຈົ້າ​ກິນ​ເຂົ້າ​ນຳ​ກັນ​ຢູ່​ເມືອງ​ມິດຊະປາ  ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ແລະ​ຄົນ​ຂອງ​ລາວ 10 ຄົນ​ໄດ້​ລຸກ​ຂຶ້ນ​ແລະ​ເອົາ​ດາບ​ຂ້າ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ຫຼານ​ຊາຍ​ຂອງ​ຊາຟານ. ອິດຊະມາເອນ​ຂ້າ​ຄົນ​ທີ່​ກະສັດ​ບາບີໂລນ​ໄດ້​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ແຜ່ນດິນ.  ລາວ​ຍັງ​ໄດ້​ຂ້າ​ຄົນ​ຢິວ​ທັງໝົດ​ກັບ​ພວກ​ທະຫານ​ການເດອາ​ທີ່​ຢູ່​ນຳ​ເກດາລີຢາ​ໃນ​ເມືອງ​ມິດຊະປາ.  ມື້​ຕໍ່​ມາ​ຫຼັງ​ຈາກ​ທີ່​ເກດາລີຢາ​ຖືກ​ຂ້າ​ແລະ​ຍັງ​ບໍ່​ມີ​ໃຜ​ຮູ້  ມີ​ຜູ້​ຊາຍ 80 ຄົນ​ມາ​ຈາກ​ເຊເຄັມ+ ຊີໂລ+ ແລະ​ຊາມາເຣຍ.+ ເຂົາ​ເຈົ້າ​ແຖ​ໜວດ​ແຖ​ເຄົາ ຈີກ​ເສື້ອ ແລະ​ປາດ​ໂຕເອງ.+ ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ກັບ​ກຳຍານ*+​ມາ​ນຳ​ເພື່ອ​ຈະ​ເອົາ​ໄປ​ໃຫ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.  ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ຈຶ່ງ​ອອກ​ຈາກ​ເມືອງ​ມິດຊະປາ​ໄປ​ຫາ​ເຂົາ​ເຈົ້າ ລາວ​ທັງ​ຍ່າງ​ທັງ​ຮ້ອງໄຫ້​ໄປ​ນຳ. ເມື່ອ​ລາວ​ເຈິ​ເຂົາ​ເຈົ້າ​ແລ້ວ ລາວ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ໄປ​ຫາ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ນຳ​ກັນ​ເດີ້.”  ແຕ່​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ກັບ​ຄົນ​ຂອງ​ລາວ​ກໍ​ຂ້າ​ເຂົາ​ເຈົ້າ​ແລະ​ເອົາ​ສົບ​ໂຍນ​ລົງ​ນ້ຳ​ສ້າງ.  ແຕ່​ມີ​ຜູ້​ຊາຍ 10 ຄົນ​ໄດ້​ເວົ້າ​ກັບ​ອິດຊະມາເອນ​ວ່າ: “ຂໍ​ຢ່າ​ຂ້າ​ພວກ​ເຮົາ​ເລີຍ​ເພາະ​ພວກ​ເຮົາ​ໄດ້​ເຊື່ອງ​ເຂົ້າ​ວີດ* ເຂົ້າ​ບາເລ ນ້ຳມັນ ແລະ​ນ້ຳ​ເຜີ້ງ​ໄວ້​ໃນ​ທົ່ງ​ຫຍ້າ.” ອິດຊະມາເອນ​ຈຶ່ງ​ບໍ່​ຂ້າ​ຄົນ​ເຫຼົ່າ​ນີ້​ຄື​ກັບ​ທີ່​ໄດ້​ຂ້າ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ.  ແລ້ວ​ອິດຊະມາເອນ​ກໍ​ໂຍນ​ສົບ​ທັງໝົດ​ຂອງ​ຄົນ​ທີ່​ລາວ​ຂ້າ​ລົງ​ໃນ​ນ້ຳ​ສ້າງ​ໃຫຍ່ ເຊິ່ງ​ເປັນ​ນ້ຳ​ສ້າງ​ທີ່​ກະສັດ​ອາຊາ​ໄດ້​ໃຫ້​ຄົນ​ຂຸດ​ໄວ້​ຕອນ​ທີ່​ລາວ​ຕໍ່ສູ້​ກັບ​ບາອາຊາ​ກະສັດ​ຂອງ​ອິດສະຣາເອນ.+ ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໂຍນ​ສົບ​ຄົນ​ທີ່​ລາວ​ຂ້າ​ລົງ​ໃນ​ນ້ຳ​ສ້າງ​ນັ້ນ​ຈົນ​ເຕັມ. 10  ອິດຊະມາເອນ​ຈັບ​ຄົນ​ທັງໝົດ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ມິດຊະປາ​ໄປ+ ເຊິ່ງ​ກໍ​ຄື​ພວກ​ລູກ​ສາວ​ຂອງ​ກະສັດ​ແລະ​ຄົນ​ອື່ນ​ໆ​ທີ່​ເຫຼືອ​ຢູ່​ເມືອງ​ມິດຊະປາ. ຄົນ​ເຫຼົ່າ​ນີ້​ແມ່ນ​ຄົນ​ທີ່​ເນບູຊາຣາດານ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ປະ​ໄວ້​ໃຫ້​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ​ເບິ່ງແຍງ.+ ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ຈັບ​ເຂົາ​ເຈົ້າ​ໄປ​ເປັນ​ຊະເລີຍ​ແລະ​ລາວ​ໄດ້​ຂ້າມ​ໄປ​ເຂດ​ຂອງ​ພວກ​ອຳໂມນ.+ 11  ເມື່ອ​ໂຢຮານານ+​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ກອງທັບ​ຄົນ​ອື່ນ​ໆ​ໄດ້​ຍິນ​ວ່າ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໄດ້​ເຮັດ​ຊົ່ວ​ຫຍັງ​ແດ່ 12  ເຂົາ​ເຈົ້າ​ກໍ​ພາ​ຄົນ​ທັງໝົດ​ຂອງ​ເຂົາ​ເຈົ້າ​ໄປ​ຕໍ່ສູ້​ກັບ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ. ເຂົາ​ເຈົ້າ​ເຈິ​ລາວ​ຢູ່​ແຄມ​ນ້ຳ​ໃຫຍ່*​ໃນ​ກິເບໂອນ. 13  ທຸກ​ຄົນ​ທີ່​ຖືກ​ອິດຊະມາເອນ​ຈັບ​ມາ​ດີໃຈ​ຫຼາຍ​ເມື່ອ​ເຫັນ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ກອງທັບ. 14  ແລ້ວ​ເຂົາ​ເຈົ້າ​ທັງໝົດ​ທີ່​ອິດຊະມາເອນ​ຈັບ​ມາ​ຈາກ​ເມືອງ​ມິດຊະປາ+​ກໍ​ກັບ​ໄປ​ພ້ອມ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ. 15  ແຕ່​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ກັບ​ຄົນ​ຂອງ​ລາວ​ອີກ 8 ຄົນ​ໜີ​ໂຢຮານານ​ໄປ​ໄດ້​ແລະ​ໄປ​ເຂດ​ຂອງ​ພວກ​ອຳໂມນ. 16  ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ທີ່​ມາ​ນຳ​ລາວ​ກໍ​ພາ​ຄົນ​ທີ່​ເຫຼືອ​ຢູ່​ເມືອງ​ມິດຊະປາ​ໄປ​ນຳ​ເຂົາ​ເຈົ້າ. ຄົນ​ເຫຼົ່າ​ນີ້​ແມ່ນ​ຄົນ​ທີ່​ເຂົາ​ເຈົ້າ​ຊ່ວຍ​ຈາກ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ຫຼັງ​ຈາກ​ທີ່​ລາວ​ຂ້າ​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ. ເຂົາ​ເຈົ້າ​ພາ​ພວກ​ທະຫານ ຜູ້​ຊາຍ ຜູ້​ຍິງ ເດັກນ້ອຍ ແລະ​ພວກ​ຂ້າລາຊະການ​ກັບ​ມາ​ຈາກ​ກິເບໂອນ. 17  ເຂົາ​ເຈົ້າ​ໄປ​ພັກ​ຢູ່​ບ່ອນ​ພັກ​ຂອງ​ກິມຮາມ​ທີ່​ຢູ່​ໃກ້​ກັບ​ເບັດເລເຮັມ+​ແລະ​ຕັ້ງໃຈ​ວ່າ​ຈະ​ໄປ​ເອຢິບ+ 18  ເພາະ​ເຂົາ​ເຈົ້າ​ຢາກ​ໜີ​ພວກ​ການເດອາ. ເຂົາ​ເຈົ້າ​ຢ້ານ​ພວກ​ການເດອາ ຍ້ອນ​ອິດຊະມາເອນ​ລູກ​ຊາຍ​ຂອງ​ເນທານີອາ​ໄດ້​ຂ້າ​ເກດາລີຢາ​ລູກ​ຊາຍ​ຂອງ​ອາຮີກາມ ເຊິ່ງ​ເປັນ​ຄົນ​ທີ່​ກະສັດ​ບາບີໂລນ​ແຕ່ງຕັ້ງ​ໃຫ້​ເບິ່ງ​ແຍງ​ແຜ່ນດິນ.+

ຂໍຄວາມໄຂເງື່ອນ

ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ຫຼື​ອາດ​ແປ​ວ່າ “ສະ​ນ້ຳ​ໃຫຍ່”