ເຢເຣມີຢາ 42:1-22

  • ປະຊາຊົນ​ຂໍ​ໃຫ້​ເຢເຣມີຢາ​ອະທິດຖານ​ຖາມ​ພະເຈົ້າ (1-6)

  • ພະ​ເຢໂຫວາ​ຕອບ​ວ່າ “ຢ່າ​ໄປ​ເອຢິບ” (7-22)

42  ແລ້ວ​ພວກ​ຫົວໜ້າ​ກອງທັບ​ທຸກ​ຄົນ ໂຢຮານານ+​ລູກ​ຊາຍ​ຂອງ​ກາເຣອາ ເຢຊານີຢາ​ລູກ​ຊາຍ​ຂອງ​ໂຮຊາອີຢາ ແລະ​ຄົນ​ທີ່​ເຫຼືອ​ທັງໝົດ​ຕັ້ງແຕ່​ຜູ້​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ກໍ​ໄປ​ຫາ  ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ເວົ້າ​ກັບ​ລາວ​ວ່າ: “ຂໍ​ເຈົ້າ​ຟັງ​ຄຳ​ຮ້ອງ​ຂໍ​ຂອງ​ພວກ​ເຮົາ​ແລະ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເພື່ອ​ພວກ​ເຮົາ ເພື່ອ​ຄົນ​ທີ່​ເຫຼືອ​ທັງໝົດ​ນີ້ ຍ້ອນ​ເຈົ້າ​ກໍ​ເຫັນ​ວ່າ​ພວກ​ເຮົາ​ເຫຼືອ​ບໍ່​ເທົ່າ​ໃດ​ຄົນ​ແລ້ວ.+  ຂໍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ບອກ​ພວກ​ເຮົາ​ວ່າ​ຄວນ​ເຮັດ​ແນວ​ໃດ.”  ຜູ້​ພະຍາກອນ​ເຢເຣມີຢາ​ຕອບ​ເຂົາ​ເຈົ້າ​ວ່າ: “ໄດ້ ຂ້ອຍ​ຈະ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕາມ​ທີ່​ພວກ​ເຈົ້າ​ຮ້ອງ​ຂໍ ແລະ​ຂ້ອຍ​ຈະ​ບອກ​ທຸກ​ຄຳ​ທີ່​ພະ​ເຢໂຫວາ​ບອກ. ຂ້ອຍ​ຈະ​ບໍ່​ປິດ​ບັງ​ພວກ​ເຈົ້າ​ເລີຍ.”  ເຂົາ​ເຈົ້າ​ບອກ​ເຢເຣມີຢາ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ເປັນ​ພະຍານ​ທີ່​ເຊື່ອຖື​ໄດ້ ແລະ​ຂໍ​ໃຫ້​ເພິ່ນ​ລົງໂທດ​ພວກ​ເຮົາ ຖ້າ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ບອກ​ພວກ​ເຮົາ​ຜ່ານ​ທາງ​ເຈົ້າ.  ບໍ່​ວ່າ​ສິ່ງ​ທີ່​ເພິ່ນ​ເວົ້າ​ຈະ​ດີ​ຫຼື​ຮ້າຍ​ສຳລັບ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເຊິ່ງ​ເປັນ​ຜູ້​ທີ່​ພວກ​ເຮົາ​ໄດ້​ຂໍ​ໃຫ້​ເຈົ້າ​ໄປ​ຖາມ ເພື່ອ​ພວກ​ເຮົາ​ຈະ​ມີ​ຊີວິດ​ທີ່​ດີ​ຍ້ອນ​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.”  ແລ້ວ 10 ມື້​ຕໍ່​ມາ​ພະ​ເຢໂຫວາ​ກໍ​ມາ​ເວົ້າ​ກັບ​ເຢເຣມີຢາ.  ເຢເຣມີ​ຢາ​ຈຶ່ງ​ເອີ້ນ​ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ ພວກ​ຫົວໜ້າ​ກອງທັບ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ ແລະ​ປະຊາຊົນ​ທຸກ​ຄົນ​ຕັ້ງແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ເຖົ້າ​ໃຫ້​ມາ​ຫາ.+  ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຜູ້​ທີ່​ພວກ​ເຈົ້າ​ສົ່ງ​ຂ້ອຍ​ໃຫ້​ໄປ​ຖາມ​ໄດ້​ບອກ​ວ່າ 10  ‘ຖ້າ​ພວກ​ເຈົ້າ​ຈະ​ຢູ່​ໃນ​ແຜ່ນດິນ​ນີ້​ຕໍ່​ໄປ ເຮົາ​ຈະ​ສ້າງ​ພວກ​ເຈົ້າ​ແລະ​ຈະ​ບໍ່​ມ້າງ​ຖິ້ມ. ເຮົາ​ຈະ​ປູກ​ພວກ​ເຈົ້າ​ແລະ​ຈະ​ບໍ່​ຫຼົກ​ຖິ້ມ. ເຮົາ​ຈະ​ປ່ຽນ​ໃຈ​ແລະ​ບໍ່​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ຄື​ກັບ​ທີ່​ເຮົາ​ໄດ້​ເຮັດ.*+ 11  ພວກ​ເຈົ້າ​ບໍ່​ຕ້ອງ​ຢ້ານ​ກະສັດ​ບາບີໂລນ​ເດີ້.’+ ພະ​ເຢໂຫວາ​ບອກ​ວ່າ ‘ບໍ່​ຕ້ອງ​ຢ້ານ​ລາວ ຍ້ອນ​ເຮົາ​ຈະ​ຢູ່​ກັບ​ພວກ​ເຈົ້າ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ລາວ. 12  ເຮົາ​ຈະ​ອີ່ຕົນ​ພວກ​ເຈົ້າ+​ແລະ​ກະສັດ​ບາບີໂລນ​ກໍ​ຈະ​ອີ່ຕົນ​ພວກ​ເຈົ້າ​ຄື​ກັນ. ລາວ​ຈະ​ຍອມ​ໃຫ້​ພວກ​ເຈົ້າ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕເອງ. 13  ແຕ່​ສົມມຸດ​ພວກ​ເຈົ້າ​ເວົ້າ​ວ່າ “ບໍ່ ພວກ​ເຮົາ​ຈະ​ບໍ່​ຢູ່​ແຜ່ນດິນ​ນີ້” ແລະ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ 14  ໂດຍ​ເວົ້າ​ວ່າ “ບໍ່ ພວກ​ເຮົາ​ຈະ​ໄປ​ເອຢິບ.+ ພວກ​ເຮົາ​ຈະ​ໄປ​ຢູ່​ຫັ້ນ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ເຫັນ​ສົງຄາມ ບໍ່​ໄດ້​ຍິນ​ສຽງ​ແກ ແລະ​ບໍ່​ຕ້ອງ​ເຈິ​ກັບ​ຄວາມ​ອຶດຢາກ.” 15  ພວກ​ຄົນ​ທີ່​ເຫຼືອ​ຂອງ​ຢູດາ​ເອີ້ຍ ຖ້າ​ພວກ​ເຈົ້າ​ເຮັດ​ແນວ​ນັ້ນ ກໍ​ຂໍ​ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ໃຫ້​ດີ​ໆ​ເດີ້. ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ “ຖ້າ​ພວກ​ເຈົ້າ​ຕັ້ງໃຈ​ແທ້​ໆ​ທີ່​ຈະ​ໄປ​ເອຢິບ​ແລະ​ອາໄສ​ຢູ່​ຫັ້ນ* 16  ດາບ​ທີ່​ພວກ​ເຈົ້າ​ຢ້ານ​ຫຼາຍ​ກໍ​ຈະ​ນຳ​ພວກ​ເຈົ້າ​ທັນ​ຢູ່​ແຜ່ນດິນ​ເອຢິບ​ແລະ​ຄວາມ​ອຶດຢາກ​ທີ່​ພວກ​ເຈົ້າ​ຢ້ານ​ກໍ​ຈະ​ນຳ​ພວກ​ເຈົ້າ​ໄປ​ຄື​ກັນ ແລ້ວ​ພວກ​ເຈົ້າ​ຈະ​ຕາຍ​ຢູ່​ຫັ້ນ.+ 17  ທຸກ​ຄົນ​ທີ່​ຕັ້ງໃຈ​ຈະ​ໄປ​ຢູ່​ເອຢິບ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ ຕາຍ​ດ້ວຍ​ຄວາມ​ອຶດຢາກ ແລະ​ຕາຍ​ດ້ວຍ​ໂລກ​ລະບາດ.* ຈະ​ບໍ່​ມີ​ຈັກ​ຄົນ​ລອດ​ຊີວິດ​ຈາກ​ຄວາມ​ຈິບຫາຍ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ.”’ 18  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ຄື​ກັບ​ທີ່​ເຮົາ​ໃຈ​ຮ້າຍ​ຫຼາຍ​ໃຫ້​ຄົນ​ໃນ​ເມືອງ​ເຢຣູຊາເລັມ+ ຖ້າ​ພວກ​ເຈົ້າ​ໄປ​ເອຢິບ ເຮົາ​ກໍ​ຈະ​ໃຈ​ຮ້າຍ​ຫຼາຍ​ໃຫ້​ພວກ​ເຈົ້າ​ຄື​ກັນ. ພວກ​ເຈົ້າ​ຈະ​ຖືກ​ສາບແຊ່ງ ຖືກ​ເຮັດ​ໃຫ້​ເສຍ​ກຽດ ແລະ​ຖືກ​ຕຳໜິ.+ ຊາດ​ຕ່າງ​ໆ​ທີ່​ເຫັນ​ພວກ​ເຈົ້າ​ຈະ​ຕົກໃຈ​ແລະ​ຢ້ານ​ຫຼາຍ ແລະ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ແຜ່ນດິນ​ນີ້​ອີກ​ເລີຍ.’ 19  ພວກ​ຄົນ​ທີ່​ເຫຼືອ​ຂອງ​ຢູດາ​ເອີ້ຍ ພະ​ເຢໂຫວາ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ຢ່າ​ໄປ​ເອຢິບ. ຢ່າ​ລືມ​ວ່າ​ຂ້ອຍ​ໄດ້​ເຕືອນ​ພວກ​ເຈົ້າ​ໃນ​ມື້​ນີ້​ແລ້ວ​ວ່າ 20  ຖ້າ​ພວກ​ເຈົ້າ​ເຮັດ​ຜິດ ພວກ​ເຈົ້າ​ຈະ​ຕາຍ. ພວກ​ເຈົ້າ​ຂໍ​ໃຫ້​ຂ້ອຍ​ໄປ​ຖາມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໂດຍ​ບອກ​ວ່າ ‘ຂໍ​ໃຫ້​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ແທນ​ພວກ​ເຮົາ ແລະ​ບອກ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ເວົ້າ ແລ້ວ​ພວກ​ເຮົາ​ຈະ​ເຮັດ​ຕາມ.’+ 21  ມື້​ນີ້​ຂ້ອຍ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເວົ້າ​ຫຍັງ ແຕ່​ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ຈະ​ບໍ່​ເຊື່ອຟັງ​ເພິ່ນ​ດອກ ແລະ​ຈະ​ບໍ່​ຍອມ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ພວກ​ເຈົ້າ​ຜ່ານ​ທາງ​ຂ້ອຍ.+ 22  ຄັນຊັ້ນ​ກໍ​ຂໍ​ໃຫ້​ພວກ​ເຈົ້າ​ຮູ້​ໄວ້​ເລີຍ​ວ່າ​ພວກ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ຕາຍ​ດ້ວຍ​ຄວາມ​ອຶດຢາກ ແລະ​ຕາຍ​ດ້ວຍ​ໂລກລະບາດ. ພວກ​ເຈົ້າ​ຈະ​ຕ້ອງ​ຕາຍ​ຢູ່​ແຜ່ນດິນ​ທີ່​ພວກ​ເຈົ້າ​ຢາກ​ໄປ​ຢູ່​ນັ້ນ.”+

ຂໍຄວາມໄຂເງື່ອນ

ຫຼື “ຮູ້ສຶກ​ເສຍໃຈ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ຈິບຫາຍ”
ຫຼື “ໄປ​ອາໄສ​ຢູ່​ຫັ້ນ​ໄລຍະ​ໜຶ່ງ”
ຫຼື “ພະຍາດ”