ເຢເຣມີຢາ 43:1-13

  • ປະຊາຊົນ​ບໍ່​ເຊື່ອຟັງ​ແລະ​ໄປ​ເອຢິບ (1-7)

  • ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ຢູ່​ເອຢິບ (8-13)

43  ເຢເຣມີຢາ​ໄດ້​ບອກ​ທຸກ​ຄຳ​ທີ່​ພະ​ເຢໂຫວາ​ສັ່ງ​ໃຫ້​ລາວ​ບອກ​ປະຊາຊົນ. ເມື່ອ​ລາວ​ບອກ​ປະຊາຊົນ​ທັງໝົດ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ແລ້ວ  ອາຊາຣີຢາ​ລູກ​ຊາຍ​ຂອງ​ໂຮຊາອີຢາ ໂຢຮານານ+​ລູກ​ຊາຍ​ຂອງ​ກາເຣອາ ແລະ​ພວກ​ຄົນ​ຍິ່ງ​ທຸກ​ຄົນ​ກໍ​ເວົ້າ​ກັບ​ເຢເຣມີຢາ​ວ່າ: “ເຈົ້າ​ເວົ້າ​ຕົວະ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ບໍ່​ໄດ້​ສົ່ງ​ເຈົ້າ​ມາ​ບອກ​ພວກ​ເຮົາ​ວ່າ ‘ຢ່າ​ໄປ​ຢູ່​ເອຢິບ.’  ແຕ່​ບາຣຸກ+​ລູກ​ຊາຍ​ຂອງ​ເນຣີ​ຢາ​ໄດ້​ຍົວະ​ເຈົ້າ​ໃຫ້​ເວົ້າ​ແນວ​ນີ້ ເພື່ອ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ຖືກ​ພວກ​ການເດອາ​ຂ້າ​ຫຼື​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ.”+  ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ ພວກ​ຫົວໜ້າ​ກອງທັບ ແລະ​ປະຊາຊົນ​ທັງໝົດ​ບໍ່​ໄດ້​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້​ຢູ່​ແຜ່ນດິນ​ຢູດາ.  ໂຢຮານານ​ລູກ​ຊາຍ​ຂອງ​ກາເຣອາ​ກັບ​ພວກ​ຫົວໜ້າ​ກອງທັບ​ພາ​ຄົນ​ທີ່​ເຫຼືອ​ຢູ່​ຢູດາ​ທັງໝົດ​ໄປ. ຄົນ​ເຫຼົ່າ​ນີ້​ແມ່ນ​ຄົນ​ທີ່​ກະຈັດ​ກະຈາຍ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ແລະ​ໄດ້​ກັບ​ຄືນ​ມາ​ຢູ່​ຢູດາ.+  ເຂົາ​ເຈົ້າ​ໄດ້​ພາ​ຜູ້​ຊາຍ ຜູ້​ຍິງ ເດັກນ້ອຍ ພວກ​ລູກ​ສາວ​ຂອງ​ກະສັດ ແລະ​ທຸກ​ຄົນ​ໄປ ເຊິ່ງ​ກໍ​ຄື​ຄົນ​ທີ່​ເນບູຊາຣາດານ+​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ໄດ້​ປະ​ໄວ້​ໃຫ້​ເກດາລີຢາ+​ລູກ​ຊາຍ​ຂອງ​ອາຮີກາມ+​ຫຼານ​ຊາຍ​ຂອງ​ຊາຟານ+​ເບິ່ງແຍງ. ເຂົາ​ເຈົ້າ​ພາ​ຜູ້​ພະຍາກອນ​ເຢເຣມີຢາ​ແລະ​ບາຣຸກ​ລູກ​ຊາຍ​ຂອງ​ເນຣີ​ຢາ​ໄປ​ນຳ.  ເຂົາ​ເຈົ້າ​ບໍ່​ໄດ້​ເຊື່ອຟັງ​ພະ​ເຢໂຫວາ​ແລະ​ພາກັນ​ໄປ​ແຜ່ນດິນ​ເອຢິບ. ເຂົາ​ເຈົ້າ​ໄປ​ໄກ​ຈົນ​ຮອດ​ຕະປັນເຂດ.+  ແລ້ວ​ພະ​ເຢໂຫວາ​ກໍ​ມາ​ເວົ້າ​ກັບ​ເຢເຣມີຢາ​ຢູ່​ຕະປັນເຂດ​ວ່າ:  “ໃຫ້​ເຈົ້າ​ເອົາ​ຫີນ​ກ້ອນ​ໃຫຍ່​ໆ​ຈຳນວນ​ໜຶ່ງ​ໄປ​ເຊື່ອງ​ໄວ້​ຢູ່​ທາງ​ຍ່າງ​ທີ່​ປູ​ດ້ວຍ​ດິນ​ຈີ່​ຢູ່​ທາງເຂົ້າ​ວັງ​ຂອງ​ຟາໂຣ*​ໃນ​ຕະປັນເຂດ ແລະ​ເທ​ປູນ​ທັບ​ໄວ້​ຕໍ່​ໜ້າ​ພວກ​ຜູ້​ຊາຍ​ຄົນ​ຢິວ. 10  ແລ້ວ​ໃຫ້​ເຈົ້າ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຮົາ​ຈະ​ສົ່ງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມາ.+ ເຮົາ​ຈະ​ຕັ້ງ​ບັນລັງ​ຂອງ​ລາວ​ຢູ່​ເທິງ​ຫີນ​ເຫຼົ່າ​ນີ້​ທີ່​ເຮົາ​ໄດ້​ເຊື່ອງ​ໄວ້ ແລະ​ລາວ​ຈະ​ກາງ​ເຕັ້ນ​ຂອງ​ກະສັດ​ກວມ​ພວກ​ມັນ​ໄວ້.+ 11  ລາວ​ຈະ​ເຂົ້າ​ມາ​ໂຈມຕີ​ແຜ່ນດິນ​ເອຢິບ.+ ບາງ​ຄົນ​ຈະ​ຕາຍ​ດ້ວຍ​ໂລກ​ລະບາດ ບາງ​ຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ບາງ​ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 12  ເຮົາ​ຈະ​ຈູດ​ວິຫານ​ຂອງ​ພວກ​ພະ​ເຈົ້າ​ຕ່າງ​ໆ​ໃນ​ເອຢິບ.+ ກະສັດ​ບາບີໂລນ​ຈະ​ຈູດ​ວິຫານ​ເຫຼົ່າ​ນັ້ນ​ແລະ​ຈັບ​ພະເຈົ້າ​ຕ່າງ​ໆ​ໄປ​ເປັນ​ຊະເລີຍ. ຄື​ກັບ​ທີ່​ຄົນ​ລ້ຽງ​ແກະ​ເອົາ​ເຄື່ອງນຸ່ງ​ມາ​ຫົ່ມ​ໂຕ ລາວ​ກໍ​ຈະ​ເອົາ​ແຜ່ນດິນ​ເອຢິບ​ມາ​ຫົ່ມ​ໂຕ​ລາວ ແລະ​ລາວ​ຈະ​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ໂດຍ​ບໍ່​ໄດ້​ຮັບ​ອັນຕະລາຍ​ຫຍັງ.* 13  ລາວ​ຈະ​ຫັກ​ເສົາ*​ຂອງ​ເບັດເຊເມັດ*​ໃນ​ແຜ່ນດິນ​ເອຢິບ​ເປັນ​ທ່ອນ​ໆ​ແລະ​ລາວ​ຈະ​ຈູດ​ວິຫານ​ຂອງ​ພະເຈົ້າ​ຕ່າງ​ໆ​ໃນ​ເອຢິບ.”’”

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ
ຫຼື “ດ້ວຍ​ຄວາມ​ສະຫງົບສຸກ”
ຫຼື “ເສົາ​ຫີນ​ທີ່​ມີ​ປາຍ​ແຫຼມ”
ຫຼື “ວິຫານ​ຂອງ​ດວງ​ຕາເວັນ.” ໝາຍເຖິງ​ເມືອງ​ເຮລີໂອໂປລິດ.